ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

​ສະ​ພາ​ຕ່ຳ​ຂອງ​ລັດຕ່າງໆ​ໃນ ສະ​ຫະ​ລັດ ມີ​ສະ​ມາ​ຊິກ​ທີ່​ເປັນ​ແມ່​ຍິງ​ພຽງ​ບ​ໍ່​ເທົ່າ​ໃດ​ຄົນ


ສະ​ມາ​ຊິກ​ສະ​ພາ​ຕ​່ຳ​ລັດ​ເວີ​ຈິ​ເນຍ​ຕາ​ເວັນ​ຕົກ ທ່າ​ນ​ນາງ ເຄ​ລາ ຢັງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ລົມ​ກັບ​ເພື່ອ​ນ​ຮ່ວມ​ງານ​ຢູ່​ສະ​ພາ​ຕ່ຳ​ໃນ​ນະ​ຄອນ ຊາ​ລ​ສ​ຕັນ, ລັດ ເວີ​ຈິ​ເນຍ​ຕາ​ເວັນ​ຕົກ, 25 ມັງ​ກອນ 2024.
ສະ​ມາ​ຊິກ​ສະ​ພາ​ຕ​່ຳ​ລັດ​ເວີ​ຈິ​ເນຍ​ຕາ​ເວັນ​ຕົກ ທ່າ​ນ​ນາງ ເຄ​ລາ ຢັງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ລົມ​ກັບ​ເພື່ອ​ນ​ຮ່ວມ​ງານ​ຢູ່​ສະ​ພາ​ຕ່ຳ​ໃນ​ນະ​ຄອນ ຊາ​ລ​ສ​ຕັນ, ລັດ ເວີ​ຈິ​ເນຍ​ຕາ​ເວັນ​ຕົກ, 25 ມັງ​ກອນ 2024.

ທ່ານ​ນາງ ເຄ​ລາ ຢັງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ ທ່ານ​ນາງ ແພ​ທ​ຣິ​ເຊຍ ຣັກ​ເກີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ໂຕ້​ຖຽງ​ກັນ​ຢ່າງ​ເປັນ​ປະ​ຈຳ ກ່ຽວ​ກັບ ສິ​ດ​ທິ​ໃນ​ການເຮັດ​ແທ້ງ​ລູກ ແລະ ບັນ​ຫາ​ອື່ນໆ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ລັດ ເວີ​ຈິ​ເນຍ​ຕາ​ເວັນ​ຕົກ, ແຕ່​ພວກ​ເພິ່ນ​ໄດ້​ເຫັນ​ພ້ອມ​ກັນ​ໃນ​ສິ່ງ​ນຶ່ງ: ທີ່​ວ່າເພື່ອ​ນ​ຮ່ວມ​ງານ​ຂອງ​ພວກ​ເພິ່ນມີໜ້ອຍທີ່​ເປັນແມ່​ຍິງ ແລະ ມັນ​ກໍ​ກຳ​ລັງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລັດດັ່ງ​ກ່າວ.

ທ່ານ​ນາງ ຣັກ​ເກີ ໄດ້​ກ່າວ​ວ່າ “ມັນ​ຈະ​ມີຂໍ້​ຍົກ​ເວັ້ນ​ສຳ​ລັບ​ທຸກໆ​ກົດ​ລະ​ບຽບ, ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ໂດຍ​ທົ່ວ​ໄປ​ແລ້ວ, ຜູ້​ຊາຍກໍ​ເຫັນ​ບັນ​ຫານີ້​ດັ່ງ​ກັບ​ວຽກ​ງານ​ຂອງ​ເຂົາ​ເຈົ້າ,” ເຊິ່ງ​ສ່ວນ​ນຶ່ງ​ຂອງ​ສຽງ​ສ່ວນຫຼາຍ​ທີ່​ສຸດຂອງ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ຮັບ​ຜ່ານ ແມ່ນ​ນຶ່ງ​ໃນ​ການ​ຫ້າມ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ຂອງ​ປະ​ເທດ​ຄື​ການ​ເຮັດ​ແທ້ງ​ລູກ ໃນ​ຂະ​ນະ​ທີ່​ທ່ານ​ນາງ ຢັງ, ເຊິ່ງ​ແມ່ນ​ແມ່ຍິງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ດຽວ ​ທີ່​ຖືກ​ເລືອກ​ຮັບ​ຕຳ​ແໜ່ງ​ໃນ​ສະ​ພາ​ຕ່ຳ​ໄດ້​ຄັດ​ຄ້ານ​ມັນ.

ເກືອບ 130 ປີ​ ນັບ​ຕັ້ງ​ແຕ່​ແມ່​ຍິງ​ສາມ​ຄົນ​ທຳ​ອິດ​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ຫ້ອງ​ການ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ລັດນີ້ ​ໃນສະ​ຫະ​ລັດ ນັ້ນ, ແມ່​ຍິງ​ແມ່ນຍັງ​ຄົງ​ມີ​ບົດ​ບາດ​ຕ່ຳ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ລັດ.

ໃນ 10 ລັດ, ແມ່​ຍິງ​ປະ​ກອບ​ມີ​ຕ່ຳ​ກວ່າ 25 ເປີ​ເຊັນ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ລັດ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ສູນ​ກາງ ຣັດ​ເກີ ເພື່ອ​ແມ່​ຍິງ​ ອາ​ເມ​ຣິ​ກັນ ໃນດ້ານ​ກາງ​ເມືອງ. ລັດ ເວີ​ຈິ​ເນຍ​ຕາ​ເວັນ​ຕົກ ແມ່ນ​ຢູ່​ໃນ​ລຳ​ດັບ​ທີ່​ຕ່ຳຫຼາຍ​ຂອງ​ລາຍ​ຊື່, ໂດຍ​ມີ​ແມ່​ຍິງ​ພຽງ 16 ຄົນ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ທີ່​ມີສະ​ມາ​ຊິກ 134 ຄົນ​ຂອງ​ເຂົາ​ເຈົ້າ, ຫຼື​ຕ່ຳ​ກວ່າ 12 ເປີ​ເຊັນ. ນັ້ນ​ແມ່ນ​ທຽບ​ໃສ່​ລັດ ເນ​ວາ​ດາ, ບ່ອນ​ທີ່​ແມ່​ຍິງຄວບ​ຄຸມສູງກວ່າ 60 ເປີ​ເຊັນ​ໃນ​ບ່ອນ​ນັ່ງ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂົາ​ເຈົ້າ. ຕົວ​ເລກ​ຕ່ຳ​ທີ່​ຄ້າຍ​ຄື​ກັນ​ແມ່ນ​ສາ​ມາດ​ພົບ​ໄດ້​ໃນ​ລັດທີ່​ຢູ່​ໃກ້​ຄຽງ​ໃນ​ພາກ​ໃຕ້ຄື ມິ​ສ​ຊິ​ສ​ຊິບ​ປີ, ຄາ​ໂຣ​ໄລ​ນາໃຕ້, ເທັນ​ເນັ​ສ​ຊີ ແລະ ຫຼຸຍ​ເຊຍ​ນາ

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG