ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອົງການ FBI ກ່າວວ່າ ພວກມືປືນ 2 ຄົນ ທີ່ສັງຫານໝູ່ ໃນລັດ California ​​ເປັນ​ພວກ​ຫົວ​ຮຸນ​ແຮງ ​ມາດົນແລ້ວ


US California Shootings
please wait

No media source currently available

0:00 0:01:51 0:00

ຫົວໜ້າຂອງຫ້ອງການສັນຕິບານກາງສະຫະລັດ ຫຼື FBI ກ່າວວ່າ
ພວກມືປືນ 2 ຄົນ ທີ່​ພົວກັນ ກັບການໂຈມຕີສັງຫານໝູ່ ໃນລັດ
California ​ເມື່ອ​ສັບ​ປະດາ​ແລ້ວ​ນີ້ ​ແມ່ນ​ເປັນ​ພວກ​ຫົວ​ຮຸນ​ແຮງ​
ແລ້​ວກ່​ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ຄົບ​ຫາ​ກັນ​ທາງອິນ​ເຕີ​ແນັດ​ຫຼື
online ​ແລະ​ໂອ້​ລົມ​ກັນ ​ກ່ຽວກັບ​ເລື້ອງສົງ​ຄາມ​ສັກສິດ​ແລະ​
ວີລະ​ຊົນ​ທາງ​ສາສະໜາ ມາໄດ້ປະມານສອງ​ປີກ່ອນ​.

ຜູ້ອຳນວຍການ​ຂອງ​ອົງການ FBI ທ່ານ James Comey ​ໄດ້​ບອກ​ກັບຄະນະ​ກຳມະການ​ຍຸຕິ​ທຳ​ຂອງ​ລັດຖະສະພາ ​ໃນ​ວັນ​ພຸດ​ວານ​ນີ້ ​ວ່າ ທ້າວ Syed Rizwan Farook ​ແລະ​ພັນ​ລະ​ຍາ​ຂອງ​ລາວ ນາງ Tashfeen Malik ນັ້ນ​ໄດ້​ກາຍ​ເປັນ​ພວກ​ຫົວ​ຮຸນ​ແຮງ​ຈັດ “ມາ​ໄດ້​ດົນ​ນານ​ພໍ​ສົມຄວນ​ແລ້ວ” ກ່ອນ​ທີ່​ຈະ​ທຳ​ການ​ໂຈມ​ຕີ ​ໃນ​ເມືອງ San Bernadino ລັດ California. ທັງ​ສອງ​ໄດ້​ແຕ່ງງານ​ກັນ ​ໃນ​ປີ​ກາຍ​ນີ້.

ຕຳຫຼວດ ໄດ້ຈັບເອົາປືນ ຈາກທີ່ເກີດເຫດ ເພື່ອສຶບສວນ ສອບສວນ ໃນບໍລິເວນ ລົດ SUV ບ່ອນທີ່ທັງສອງ ຖືກຍິງຕາຍ ຫຼັງຈາກທີ່ ພວກກ່ຽວໄດ້ທຳການໂຈມຕີ ສັງຫານໝູ່ ໃນເຂດ San Bernardino, California, 3 ທັນວາ, 2015.
ຕຳຫຼວດ ໄດ້ຈັບເອົາປືນ ຈາກທີ່ເກີດເຫດ ເພື່ອສຶບສວນ ສອບສວນ ໃນບໍລິເວນ ລົດ SUV ບ່ອນທີ່ທັງສອງ ຖືກຍິງຕາຍ ຫຼັງຈາກທີ່ ພວກກ່ຽວໄດ້ທຳການໂຈມຕີ ສັງຫານໝູ່ ໃນເຂດ San Bernardino, California, 3 ທັນວາ, 2015.

​ໃນ​ຂະນະ​ດຽວ​ກັນ​ນີ້ ​ອົງການ​ຂ່າວ​ຫລາຍໆ​ອົງການ ​ໄດ້​ລາຍ​ງານ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຈົ້າໜ້າ​ທີ່​ປະຕິ​ບັດກົ​ດໝາຍ ​ໄດ້​ກ່າວ​ວ່າ​ ​ເພື່ອນ​ຄົນ​ນຶ່ງ​ຂອງ​ທ້າວ Farook ​ໄດ້​ ບອກ​ກັບ​ພວກ​ນັກ​ສືບສວນ ສອບ​ສວນວ່າ ​ໄດ້​ມີ​ການວາງ​ແຜນ​ເພື່ອ​ທຳ​ການ​ໂຈມ​ຕີ​ໃນ​ສະຫະລັດ ​
ເມື່ອ 2012 ​ແຕ່​ຕໍ່​ມາ​ໄດ້​ຖືກ​ຍົກ​ເລີກ​ໄປ.

ທ້າວ Enrique Marquez ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີ​ຍ​ເປັນເພື່ອນບ້ານຂອງທ້າວ Farook ​ ​ເປັນ​ຜູ້​ຊື້​ປືນທີ່​ໃຊ້​ໃນ​ການ​ໂຈ​ມຕີ​ ​ເມື່ອສັບປະດາ​ແລ້ວ​ນີ້. ອິງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ຜູ້​ບໍ່​ປະສົງ​ອອກ​ນາມ ກ່າວ​ວ່າ ທ້າວ Marquez ​ໄດ້​ກ່າວ​ວ່າ ລາວ​ແລະ​ທ້າວ Farook ໄດ້ວາງແຜນ ການໂຈມຕີ ທີ່ລັດ California ​ເມື່ອ 3 ປີກ່ອນ ແຕ່ຕໍ່ມາໄດ້ຍົກເລີກຄວາມຄິດດັ່ງກ່າວນີ້.

XS
SM
MD
LG