ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຍັກຍອກເອົາງົບປະມານ ເປັນປາກົດການ ຫຍໍ້ທໍ້ ກໍ່ໃຫ້ເກີດການຮົ່ວໄຫຼ ຂອງງົບປະມານ


ຕຳຫຼວດ ຈະລາຈອນ ກຳລັງປັບໃໝ ຜູ້ຂັບຂີ່ລົດ ຜິດກົດຈະລາຈອນ
ຕຳຫຼວດ ຈະລາຈອນ ກຳລັງປັບໃໝ ຜູ້ຂັບຂີ່ລົດ ຜິດກົດຈະລາຈອນ

ການຈັດຕັ້ງປະຕິບັດ ທີ່ບໍ່ເປັນໄປຕາມລະບຽບກົດໝາຍ ຂອງບັນດາພະນັກງານ
ດ້ານພາສີອາກອນຂອງລັດ ຍັງເປັນສາເຫດສຳຄັນ ທີ່ເຮັດໃຫ້ເກີດການຮົ່ວໄຫລ
ດ້ານງົບປະມານລາຍຮັບ ຂອງລັດຖະບານ.

ທ່ານທິບພະຈັນ ໂພໄຊ ສະມາຊິກສະພາແຫ່ງຊາດລາວ ຈາກເຂດເລືອກຕັ້ງແຂວງ
ຄຳມ່ວນ ໄດ້ປະກອບຄວາມຄິດເຫັນຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາ
ແຫ່ງຊາດລາວ ຊຸດທີ 8 ຊຶ່ງດຳເນີນກອງປະຊຸມ ລະຫວ່າງ ວັນທີ 25 ເມສາ-ວັນທີ 18
ພຶດສະພາ 2017 ນີ້ ວ່າ ການຈັດຕັ້ງປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດໝາຍ ຂອງ
ບັນດາພະນັກງານລັດ ທີ່ຮັບຜິດຊອບການຈັດເກັບລາຍຮັບ ຈາກພາສີອາກອນຕ່າງໆ
ຍັງຖືເປັນສາເຫດສຳຄັນ ທີ່ເຮັດໃຫ້ເກີດການຮົ່ວໄຫລ ດ້ານງົບປະມານລາຍຮັບ ຂອງ
ລັດຖະບານລາວ.

ໂດຍສະເພາະແມ່ນ ການຮົ່ວໄຫລຈາກຂັ້ນຕອນ ໃນການປະເມີນພາສີ ແລະ ການ
ປັບໃໝ ໃນກໍລະນີທີ່ຜູ້ເສຍພາສີອາກອນ ບໍ່ໄດ້ປະຕິບັດຢ່າງຖືກຕ້ອງຕາມລະບຽບ
ກົດໝາຍນັ້ນ ຍັງຖືເປັນຂັ້ນຕອນ ທີ່ເຮັດໃຫ້ເກີດການຮົ່ວໄຫລຫລາຍທີ່ສຸດ ເພາະວ່າ
ພະນັກງານພາສີອາກອນບໍ່ໄດ້ສົ່ງມອບລາຍຮັບ ທີ່ຈັດເກັບດັ່ງກ່າວໃຫ້ລັດ ແຕ່ຢ່າງໃດ
ດັ່ງທີ່ ທ່ານທິບພະຈັນ ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນນີ້ ພວກເຮົາໄດ້ເຂັ້ມງວດ ການຮົ່ວໄຫລຢູ່ໃນດ້ານ ການຮົ່ວໄຫລອີຫຍັງ
ຕ່າງໆນີ້ ຄ່ອຍທະຍອຍໝົດໄປ ແຕ່ດຽວນີ້ ມັນຍັງມີປາກົດການຫຍໍ້ທໍ້ ບັນດາພະ ນັກງານຢູ່ໃນຂະແໜງການ ທີ່ຄຸ້ມຄອງການເກັບລາຍຮັບນີ້ ໄປກວດກາ ຫຼືວ່າ
ໄປເຫັນພວກທີ່ກະທຳຜິດ ລະເມີດກົດລະບຽບ ກົດໝາຍ ແລ້ວໃໝກັບທີ່ ແລ້ວ
ເງິນອັນນັ້ນ ບໍ່ເອົາເຂົ້າງົບປະມານ ອັນນີ້ ຍັງແມ່ນຊ່ອງວ່າງ ໃນການຮົ່ວໄຫລ
ຂອງງົບປະມານ.”

ກ່ອນໜ້ານີ້ ທ່ານບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງລັດ ແລະປະທານ
ອົງການຕ້ານການສໍ້ລາດບັງຫລວງແຫ່ງ ສປປ ລາວ ຖະແຫລງຢືນຢັນວ່າ ການກວດກາ
ບັນດາໜ່ວຍງານຂອງພັກ ແລະລັດຖະບານ ໃນໄລຍະ 5 ປີຜ່ານມາ ໄດ້ກວດພົບ ການ
ທຸຈະລິດ ແລະການຍັກຍອກເອົາງົບປະມານ ແລະຊັບສິນຂອງລັດ ໂດຍບັນດາພະນັກ
ງານຂອງພັກ ແລະລັດຖະບານລາວ ຄິດເປັນມູນຄ່າລວມ ຫຼາຍກວ່າ 5,000 ຕື້ກີບ
ພ້ອມກັບເງິນຕາຕ່າງປະເທດອີກ 90 ກວ່າລ້ານໂດລາ ແລະ 40 ກວ່າລ້ານບາດ ໂດຍ
ອົງການກວດກາແຫ່ງລັດ ກໍສາມາດຕິດຕາມຢຶດຄືນມາໄດ້ບາງສ່ວນ ກໍຄືການຢຶດທີ່ດິນ
ຂອງລັດ ທີ່ຖືກລັກລອບຂາຍໃຫ້ກັບບັນດານາຍທຶນລາວ ແລະຊາວຕ່າງຊາດ ກັບຄືນ
ມາໄດ້ໃນເນື້ອທີ່ລວມ ກວ້າງກວ່າ 10,000 ເຮັກຕາ ພ້ອມດ້ວຍເງິນ 1,000 ກວ່າຕື້ກີບ
70 ກວ່າລ້ານໂດລາ ແລະ 30 ກວ່າລ້ານບາດ.

ດັດຊະນີ ການສໍ້ລາດບັງຫລວງ ໃນທົ່ວໂລກ ປະຈຳ ປີ 2016 ຂອງອົງການເພື່ອຄວາມໂປ່ງໃສສາກົນ
ດັດຊະນີ ການສໍ້ລາດບັງຫລວງ ໃນທົ່ວໂລກ ປະຈຳ ປີ 2016 ຂອງອົງການເພື່ອຄວາມໂປ່ງໃສສາກົນ

ກ່ອນໜ້ານີ້ ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ໄດ້
ດຳເນີນການສຳຫລວດຄວາມຄິດເຫັນ ຂອງນັກທຸລະກິດກ່ຽວກັບສະພາບການສໍ້ລາດ
ບັງຫລວງ ຢູ່ໃນ 176 ປະເທດທົ່ວໂລກ ໂດຍໄດ້ຈັດໃຫ້ລາວ ຢູ່ອັນດັບທີ 123 ໃນປີ
2016 ຊຶ່ງກຊເປັນການເລື່ອນອັນດັບທີ່ດີຂຶ້ນເຖິງ 16 ອັນດັບທຽບກັບປີ 2015 ທີ່ລາວ
ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 139 ຂອງໂລກ.

ໂດຍອັນດັບທີ່ດີຂຶ້ນດັ່ງກ່າວ ກໍເປັນຜົນຈາກການທີ່ລັດຖະບານລາວ ໄດ້ຮັບຄວາມໄວ້
ວາງໃຈ ຈາກບັນດານັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວເພີ່ມຂຶ້ນຈາກ 25
ເປີເຊັນ ໃນປີ 2015 ເປັນ 30 ເປີເຊັນ ໃນປີ 2016 ທັງກໍຍັງເປັນລະດັບຄວາມໄວ້
ວາງໃຈ ທີ່ດີກວ່າປີ 2012 ທີ່ລາວຖືືກຈັດໃຫ້ຢູ່ໃນອັນດັບທີ 160 ທີ່ໄດ້ຮັບຄວາມໄວ້
ວາງໃຈ ຈາກນັກລົງທຶນພຽງ 21 ເປີເຊັນເທົ່ານັ້ນ ໝາຍຄວາມວ່າ ການສໍ້ລາດບັງ
ຫລວງໃນລາວ ມີທ່າອຽງລົດລົງ ໃນສາຍຕາຂອງນັກລົງທຶນຊາວຕ່າງຊາດໃນລາວ
ນັ້ນເອງ.

ທັງນີ້ ເພາະເຫັນວ່າ ລັດຖະບານລາວຊຸດປັດຈຸບັນ ໄດ້ປາບປາມການສໍ້ຫລາດບັງຫຼວງ
ຢ່າງຈິງຈັງ ດັ່ງຈະເຫັນໄດ້ຈາກການຢຸດສຳປະທານປ່າໄມ້ ແລະຫ້າມສົ່ງໄມ້ທ່ອນອອກ
ໄປຕ່າງປະເທດ ຢ່າງສິ້ນເຊີງ ການບໍ່ໃຫ້ສຳປະທານການຂຸດຄົ້ນແຮ່ທາດລາຍໃຫຍ່
ແລະດຳເນີນການກວດສອບ ສຳປະທານທີ່ໄດ້ອະນຸຍາດໄປແລ້ວ ວ່າ ໄດ້ດຳເນີນການ
ຕາມສັນຍາ ຫຼືບໍ່ ການຍົກເລີກສຳປະທານທີ່ດິນ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ
ທຳມະຊາດ ເຊັ່ນສຳປະທານທີ່ດິນປູກກ້ວຍຂອງຈີນ ໃນແຂວງບໍ່ແກ້ວ ເປັນຕົ້ນ.

XS
SM
MD
LG