ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ສະຫະລັດ ບໍ່ໄດ້ແນເປົ້າໝາຍໃສ່ນັກຮຽນຈີນ ເພື່ອບໍ່ໃຫ້ເຂົ້າປະເທດຢ່າງບໍ່ຍຸຕິທຳ


ແຟ້ມພ້າມ-ພວກນັກສຶກສາເຂົ້າຮ່ວມໃນການຊີ້ນຳແກ່ບັນດານັກສຶກສາໃໝ້ວິທີປັບຕົວເຂົ້າໃນສະພາບເປັນນັກສຶກສາທີ່ມະຫາວິທະຍາໄລຂອງລັດເທັກຊັສ ຢູ່ທີ່ນະຄອນດາລາສ ໃນເຂດຣິດຊາດສັນ ຂອງລັດເທັກຊັສ, ວັນທີ 22 ສິງຫາ 2015.
ແຟ້ມພ້າມ-ພວກນັກສຶກສາເຂົ້າຮ່ວມໃນການຊີ້ນຳແກ່ບັນດານັກສຶກສາໃໝ້ວິທີປັບຕົວເຂົ້າໃນສະພາບເປັນນັກສຶກສາທີ່ມະຫາວິທະຍາໄລຂອງລັດເທັກຊັສ ຢູ່ທີ່ນະຄອນດາລາສ ໃນເຂດຣິດຊາດສັນ ຂອງລັດເທັກຊັສ, ວັນທີ 22 ສິງຫາ 2015.
ທ່ານຫວັງ ເວີນບິນ

ທ່ານຫວັງ ເວີນບິນ

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:

"ສະຫະລັດມັກສະແດງຕົນເອງວ່າ ເປັນບ່ອນທີ່ເປີດກວ້າງ, ຮວມເອົາທຸກຄົນ ແລະເປັນບ່ອນໃຫ້ສິດເສລີ ພາບທາງດ້ານການສຶກສາ, ແຕ່ມັນຜັດຮັບຮອງເອົາຖະແຫຼງການ 10043 ຢ່າງຜິດໆ ແລະບັງຄັບໃຊ້ມັນເກີນຂອບເຂດຂອງແນວຄວາມຄິດດ້ານຄວາມໝັ້ນຄົງແຫ່ງຊາດ, ຫັນເອົາການຄົ້ນຄວ້າໃນທາງວິຊາການໃຫ້ເປັນເລື້ອງການເມືອງ ແລະໃຫ້ເປັນອາວຸດ ແລະ ໄດ້ສອບປາກຄຳ, ຮາວີ ແລະເນລະເທດພວກນັກສຶກສາຈີນ,” ນັ້ນຄືຄໍາເວົ້າຂອງທ່ານຫວັງ.”

ເຮັດໃຫ້ເຂົ້າໃຈຜິດ
The US Does Not Unfairly Target Chinese Students Entering the Country.
please wait

No media source currently available

0:00 0:02:40 0:00

ໃນ​ຫລາຍອາທິດມໍ່ໆມານີ້​, ໜັງສືພິມ Global Times ຂອງລັດຖະບານ​ຈີນ ​ໄດ້​ລາຍ​ງານກ່ຽວກັບ​ຫຼາຍໆ​ກໍລະນີ ທີ່ກ່ຽວຂ້ອງ​ກັບ​ພວກນັກ​ສຶກສາ​ຈີນທີ່​ຖືກ​ສອບປາກຄໍາ​ ​ແລະ​ຖືກ​ປະຕິ​ເສດ​ບໍ່​ໃຫ້ເຂົ້າ​ມາ​ໃນ​ຊາຍ​ແດນຂອງ​ສະຫະລັດ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ທີ 4 ມັງ​ກອນຜ່ານມາ​ນີ້ ໜັງສືພິມ China Review News ຊຶ່ງເປັນສື່​ທາງດິ​ຈິ​ຕອລສະໜັບສະໜູນ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຕັ້ງ​ຢູ່​ຮົງ​ກົງໄດ້​ຖາມ​ທ່ານຫ​ວັງ​ ເວີນ​ບິນ, ໂຄສົກຂອງກະຊວງ​ກ່ຽວ​ກັບ​ລາຍ​ງານ​ເຫຼົ່າ​ນີ້.

ສະຫະລັດ "ໄດ້​ປາບ​ປາມ​ນັກ​ຮຽນ​ຈີນ ​ຢ່າງບໍ່ຫົວຊານໍາຫຍັງເລີຍ​ ແລະປະຕິບັດບໍ່ດີຕໍ່ພວກນັກສຶກສາຈີນມາ​ແຕ່​ດົນ​ແລ້ວ" ນັ້ນຄືຄໍາຕອບຂອງທ່ານຫວັງ ແລະທ່ານກ່າວຕື່ມອີກວ່າຈີນ​ຖື​ການ​ກະທຳ​ດັ່ງກ່າວ​ເປັນ​ການ​ປະຕິບັດ​ກົດໝາຍແບບມີການເລືອກຟັ້ນ, ແບບຈຳ​ແນ​ກ, ແລະ ມີຈຸດປະສົງ​ທາງ​ການ​ເມືອງ.

"ສະຫະລັດມັກສະແດງຕົນເອງວ່າເປັນບ່ອນທີ່ເປີດກວ້າງ, ຮວມເອົາທຸກຄົນ ແລະເປັນບ່ອນໃຫ້ສິດເສລີພາບທາງດ້ານການສຶກສາ, ແຕ່ມັນຜັດຮັບຮອງເອົາຖະແຫຼງການ 10043 ຢ່າງຜິດໆ ແລະບັງຄັບໃຊ້ມັນເກີນຂອບເຂດຂອງແນວຄວາມຄິດດ້ານຄວາມໝັ້ນຄົງແຫ່ງຊາດ, ຫັນເອົາການຄົ້ນຄວ້າໃນທາງວິຊາການໃຫ້ເປັນເລື້ອງການເມືອງ ແລະໃຫ້ເປັນອາວຸດ ແລະ ໄດ້ສອບປາກຄຳ, ຮາວີ ແລະເນລະເທດນັກສຶກສາຈີນ,” ນັ້ນຄືຄໍາເວົ້າຂອງທ່ານຫວັງ.

ນັ້ນແມ່ນເຮັດໃຫ້ເຂົ້າໃຈຜິດ.

ນັກສຶກສາຈີນຍັງເປັນກຸ່ມນັກສຶກສາຕ່າງປະເທດທີ່ມີຈໍານວນຫຼາຍທີ່ສຸດ ໃນວິທະຍາເຂດຂອງມະຫາວິທະະຍາໄລ ຢູ່ສະຫະລັດເປັນປີທີ 13 ລຽນຕິດກັນ.

ມີພຽງແຕ່ນັກສຶກສາລະດັບສູງກວ່າປະລິນຍາຕີຈຳນວນໜ້ອຍນຶ່ງເທົ່ານັ້ນ ທີ່ໄດ້ຮັບການກວດກາເພີ່ມຕື່ມ ຍ້ອນຄວາມລະອຽດອ່ອນຂອງຫົວຂໍ້ການສຶກສາຄົ້ນຄວ້າຂອງເຂົາເຈົ້າ ແລະ ຄວາມສຳພັນທີ່ເປັນໄປໄດ້ກັບຍຸດທະສາດການປະສົມປະສານລະຫວ່າງທະຫານກັບພົນລະເຮືອນທີ່ພັກຄອມມີວນິສຈີນນຳໃຊ້.

ຍຸດ​ທະ​ສາດ​ນັ້ນ​ມີ​ຈຸດ​ປະ​ສົງ​ເພື່ອ​ພັດ​ທະ​ນາ “ການທະ​ຫານທີ່ມີ​ເທັກໂນໂລຈີກ້າວ​ທັນສະໄໝທີ່ໃນ​ໂລກ” ໂດຍ​ກຳ​ຈັດ​ສິ່ງ​ກີດ​ຂັ້ນ ​ລະ​ຫວ່າງນັກ​ຄົ້ນ​ຄ້​ວາ​ພົນ​ລະ​ເຮືອນກັບ​ຂະ​ແໜງ​ການ​ທະ​ຫານ ແລະການ​ປ້ອງ​ກັນ​ປະ​ເທດຂອງ​ປະເທດນັ້ນ.

ຖະແຫຼງການ 10043 10043 ແມ່ນຫຍັງ?

ໃນວັນ​ທີ 4 ມັງກອນ​ນີ້, ໜັງສືພິມ Global Times ​ໄດ້​ລາຍ​ງານ​ກ່ຽວກັບສອງ​ກໍລະນີ​ຂອງ​ນັກ​ສຶກສາ​ຈີນ ທີ່​ຖືກ​ກັກ​ຕົວ​ຢູ່​ຊາຍ​ແດນ​ສະຫະລັດ ​ແລະ​ຖືກ​ເນລະ​ເທດ​ ໃນ​ທ້າຍ​ປີ 2023.

ກໍລະນີນຶ່ງແມ່ນ​ກ່ຽວ​ຂ້ອງ​ກັບ​ນັກ​ຄົ້ນ​ຄວ້າ​ຈີນຄົນນຶ່ງ​ຢູ່​ສະ​ຖາ​ບັນ​ມະ​ເຮັງ​ແຫ່ງ​ຊາດ​ຂອງ​ສະ​ຖາ​ບັນ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ. ໜັງສືພິມ Global Times ກ່າວ​ວ່ານັກສຶກສາ​ຄົນ​ນີ້​ ​ຖືກສອບປາກຄໍາ ​ພາຍ​ຫລັງທີ່ໄປ​ຮອດ​ສະໜາມ​ບິນ​ສາກົນດາ​ລ​ແລັສ (Dulles), ລັດເວີຈີເນຍ​ໃນ​ເດືອນ​ພະຈິກ 2023 ​ແລະ​ຖືກບອກ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຍົກ​ເລີກ​ວີ​ຊາ​ນັກຮຽນ F-1 ຂອງພວກເຂົາ​ແລ້ວ. Global Times ກ່າວ​ວ່າ ມີ​ເຫດການ​ທີ່​ຄ້າຍຄື​ກັນ​ນີ້ ທີ່​ກ່ຽວ​ຂ້ອງ​ກັບນັກສຶກປະລິນຍາ​ເອກຈີນ ທີ່ກໍາລັງຂຽນບົດວິທະຍານິພົນທີ່ມະຫາວິທະຍາໄລ ເຢລ (Yale) ເກີດຂຶ້ນໃນເດືອນທັນວາຜ່ານມາ.

ວີຊາເຂົ້າສະຫະລັດຂອງນັກສຶກສາທັງສອງຄົນນີ້ ອາດຈະຖືກຍົກເລີກໂດຍອີງຕາມຖະແຫຼງການ 10043 ຊຶ່ງເປັນຖະແຫຼງການຂອງປະທານາທິບໍດີ ທີ່ອອກມາໃນເດືອນພຶດສະພາ 2020 ຊຶ່ງໃນເວລານັ້ນ ທ່ານດໍໂນລ ທຣໍາ, ປະທານາທິບໍດີສະຫະລັດໄດ້ຫ້າມນັກສຶກສາ ແລະນັກຄົ້ນຄວ້າທີ່ມີຄວາມສໍາພັນກັບຍຸດທະສາດການປະສົມປະສານທາງທະຫານຂອງຈີນ ບໍ່ໃຫ້ໄດ້ຮັບວີຊາເຂົ້າມາຮຽນຢູ່ມະຫາວິທະຍາໄລໃນສະຫະລັດ.

ຖະແຫຼງການ 10043 ກ່າວວ່າປັກກິ່ງໃຊ້ນັກສຶກສາຈີນຈໍານວນນຶ່ງ ຊຶ່ງສ່ວນຫຼາຍແມ່ນນັກສຶກສາຢູ່ລະດັບສູງກວ່າປະລິນຍາຕີ ແລະນັກຄົ້ນຄວ້າຫລັງຮຽນຈົບປະລິນຍາເອກ ເພື່ອ "ປະຕິບັດງານເປັນຜູ້ເກັບກໍາເອົາຊັບສິນທາງປັນຍາ ທີ່ບໍ່ເປັນແບບດັ້ງເດີມ."
ມັນລະບຸວ່າ: "ດັ່ງນັ້ນ, ນັກສຶກສາ ຫຼືນັກຄົ້ນຄວ້າຈາກ ສປ ຈີນ ຫລື PRC ທີ່ກໍາລັງຮຽນ ຫຼືທໍາການຄົ້ນຄວ້າທີ່ເໜືອລະດັບປະລິນຍາຕີ ທີ່ເປັນຫຼືມີສ່ວນກ່ຽວຂ້ອງກັບກອງທັບປົດປ່ອຍ ປະຊາຊົນ ຫລື PLA ແມ່ນມີຄວາມສ່ຽງສູງທີ່ຈະຖືກສວຍໃຊ້ ຫຼື ຖືກເກນເຂົ້າໄປເປັນສະມາຊິກ ໂດຍເຈົ້າຫນ້າທີ່ ສປ ຈີນ ແລະເປັນເຫດຜົນສະເພາະທີ່ພາໃຫ້ເປັນຫ່ວງ.”

ຈີນ​ໄດ້​ເອົາ​ເທັກ​ໂນ​ໂລ​ຈີ​ທີ່​ສຳຄັນ​ໂດຍ​ຜ່ານ "ການ​ກະທຳ​ທີ່​ຖືກ​ກົດໝາຍ ​ແລະ​ຜິດ​ກົດໝາຍ" ຊຶ່ງລວມທັງ "ການ​ລົງທຶນ​ໃນ​ອຸດສາຫະກຳ​ຂອງເອກະ​ຊົນ, ​ໂຄງການ​ຮັບ​ສະໝັກ​ຄົນ​ງານທີ່ມີພອນສະຫວັນ, ການຊີ້​ນຳ​ການ​ຮ່ວມ​ມື​ດ້ານ​ວິຊາ​ການ ​ແລະ​ການ​ຄົ້ນ​ຄ້ວາ​ເພື່ອໃຫ້ໄດ້​ຜົນ​ປະ​ໂຫຍ​ດທາງ​ທະຫານ, ການ​ບັງຄັບ​ໃຫ້ໂອນເທັກ​ໂນ​ໂລ​ຈີ, ການ​ເກັບ​ເອົາຂໍ້​ມູນ​ລັບ, ​ແລະ​ການ​ລັກຂະໂມຍ​ໂດຍທັງໝົດເລີຍ," ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໄດ້ກ່າວ.

ຕົວຢ່າງອັນນຶ່ງເມື່ອມໍ່ໆມານີ້ຂອງຍຸດທະສາດ MFC ໃນການປະຕິບັດການທີ່ກ່ຽວຂ້ອງກັບ ທ່ານຈີ ສາວຊຸນ (Ji Chaoqun) ຜູ້ທີ່ມາສະຫະລັດໃນວີຊານັກຮຽນເພື່ອຮຽນວິສະວະກໍາໄຟຟ້າ. ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະຫະລັດເວົ້າ​ວ່າ ທ້າວຈີ (Ji) ແມ່ນ​ນັກສືບ​ຂອງ​ກະ​ຊວງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ລັດ​ຂອງ​ຈີນ ແລະລາວ​ໄດ້​ເກັບ​ກຳ​ຂໍ້​ມູນ​ສ່ວນ​ຕົວ​ຂອງພວກນັກ​ວິ​ທະ​ຍາ​ສາດ ​ແລະ​ວິ​ສະ​ວະ​ກອນ​ອາ​ເມ​ຣິກັນເຊື້ອສາຍ​ຈີນ​ເພື່ອຈະໃຫ້ຮັບເຂົ້າໄປເຮັດວຽກ​ອົງ​ການ​ສອດ​ແນມ​ຂອງ​ຈີນ. ກະຊວງຍຸຕິທໍາກ່າວວ່າທ້າວຈີ (Ji) ໄດ້ຖືກມອບຫມາຍໃຫ້ຫາທາງເຂົ້າເຖິງເທັກໂນໂລຈີ ທີ່ທັນສະໄໝດ້ານຍານອະວະກາດ ແລະດາວທຽມຂອງສະຫະລັດ. ລາວໄດ້ຖືກຕັດສິນໂທດໃຫ້ຖືກຈໍາຄຸກ 8 ປີ ໃນເດືອນມັງກອນ 2023.

ອີກກໍລະນີນຶ່ງ ແມ່ນກ່ຽວຂ້ອງກັບນາງເຢ ຢັງຊີງ (Ye Yanqing) ຜູ້ທີ່ໄດ້ຮັບວີຊາແລກປ່ຽນວິຊາການ J-1 ຈາກກະຊວງການຕ່າງປະເທດເພື່ອໄປຮຽນຢູ່ພະແນກຟີຊິກ, ເຄມີ ແລະວິດສະວະກໍາຊີວະແພດຂອງມະຫາວິທະຍາໄລບອສຕັນ (Boston). ນາງ​ຖືກ​ຕັ້ງຂໍ້​ຫາ​ໃນ​ເດືອນ​ມັງກອນ​ປີ 2020 ​ວ່າ​ທໍາການຫລອກລວງໃຫ້ໄດ້ຮັບ​ວີ​ຊາ, ​ເວົ້າ​ບໍ່​ຈິງ, ​ເຄື່ອນໄຫວ ເປັນນັກສືບ​ໃຫ້ແກ່​ລັດຖະບານ​ຕ່າງປະ​ເທດ ​ແລະ​ທໍາການສົມ​ຮູ້​ຮ່ວມ​ຄິດ.

ນາງເຢ ຍັງຢູ່ໃນປະເທດຈີນຢູ່.

ທ້າວເຊງ ຊາວຊອງ (Zheng Zaosong), ນັກຄົ້ນຄວ້າທີ່ມີວີຊາແລກປ່ຽນວິຊາການ J-1 ທີ່ສູນການແພດ Beth Israel Deaconess ຂອງເມືອງບອສຕັນໄດ້ຖືກກ່າວຫາໃນເດືອນມັງກອນ 2020 ພາຍຫຼັງທີ່ລາວຖືກຈັບໄດ້ວ່າ ລາວພະຍາຍາມລັກລອບເອົາແກ້ວຢານ້ອຍໆຂອງການຄົ້ນຄວ້າດ້ານຊີວະວິທະຍາ 21 ອັນ ອອກໄປຈາກສະຫະລັດໃນຖ້ຽວບິນທີ່ເດີນ ທາງໄປຍັງປະເທດຈີນ. ໃນ​ເດືອນ​ມັງ​ກອນປີ 2021, ທ້າວເຊງ (Zheng) ໄດ້​ຖືກ​ຕັດສິນໃຫ້ຖືກກັກຂັງ (ປະ​ມານ 87 ມື້​) ໃນໄລຍະລໍຖ້າການຕັດສິນຄະດີ​, ໃຫ້ຖືກ​ປ່ອຍ​ຕົວຢູ່ພາຍໃຕ້​ການ​ຄວບ​ຄຸມເປັນເວລາ 3 ປີ​, ແລະຖືກ​ສັ່ງ​ໃຫ້​ອອກ​ຈາກ​ສະ​ຫະ​ລັດໄປ.

ໃນວັນ​ທີ 28 ມັງກອນ​ປີ 2020, ​ໃນ​ວັນ​ດຽວ​ກັນ​ກັບວັນທີ່ການຕັ້ງຂໍ້ຫາຕໍ່ນາງ​ເຢ ຢັງຊີງ (Ye Yanqing) ​ແລະຂອງທ້າວເຊງ ຊາວຊອງ (Zheng Zaosong) ຖືກ​ປະກາດອອກມານັ້ນ, ທ່ານຊາດຊ໌ ໄລເບີ (Charles Lieber), ປະທານ​ຂອງພະແນກເຄມີ ​ແລະ ຊີວະສາດເຄມີ​ຂອງ​ມະຫາວິທະຍາ​ໄລຮາເວີດຖືກ​ຈັບ​ຕົວ. ໃນເດືອນເມສາ 2023 ທ່ານໄລເບີ ຖືກຕັດສິນລົງໂທດໂດຍສານລັດຖະບານກາງໃນເມືອງບັອສຕັນ ຍ້ອນການເວົ້າຕົວະກ່ຽວກັບການພົວ ພັນຂອງລາວກັບໂຄງການພອນສະຫວັນພັນຢ່າງຂອງຈີນແລະມະຫາວິທະຍາ ໄລເທັກໂນໂລຈີ ຂອງເມືອງຫວູຫານ ຫລື WUT ພ້ອມກັບການບໍ່ໄດ້ລາຍງານລາຍໄດ້ ທີ່ລາວໄດ້ຮັບຈາກ WUT.

ມີການແນເປົ້າໝາຍໃສ່ນັກສຶກສາຈີນຢ່າງບໍ່ຍຸຕິທຳບໍ?

ພາຍໃຕ້​ຖະ​ແຫຼງ​ການ 10043, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຍົກ​ເລີກ​ວີ​ຊາ​ຫຼາຍ​ກວ່າ 1,000 ອັນ ​ທີ່​ອອກ​ໃຫ້ແກ່​ຄົນສັນຊາດ​ຈີນ​ ນັບ​ແຕ່​ເດືອນ​ຕຸລາ​ປີ 2020 ມາ.

ມີການປະຕິເສດບໍ່ອອກວີຊາໃຫ້ແກ່ 1,964 ຄົນພາຍໃຕ້ຖະ​ແຫຼງ​ການຂອງປະທານາທິບໍດີໃນລະຫວ່າງປີງົບປະມານ 2021 - ຊຶ່ງເທົ່າກັບປະມານ 2 ເປີເຊັນຂອງຈໍານວນວີຊາທັງໝົດທີ່ອອກໃຫ້ແກ່ນັກສຶກສາຈີນ.

ເພື່ອເປັນການປຽບທຽບ, ໃນປີດຽວກັນ ສະຫະລັດໄດ້ອອກວີຊາ F-1 (ວີຊານັກຮຽນ) ໃຫ້ແກ່ 90,301 ຄົນແລະອອກວີຊາ J-1 (ວີຊາວິຊາການ) ໃຫ້ແກ່ນັກສຶກສາຈີນ 3,048 ຄົນ ເມື່ອການລະບາດຂອງ COVID-19 ຄ່ອຍໆຫຼຸດລົງ.

ໃນປີ 2022, ສະຫະລັດໄດ້ອອກວີຊາຫຼາຍກວ່າ 155,000 ອັນໃຫ້ແກ່ນັກສຶກສາ ແລະນັກວິຊາການຈີນ ແລະ ອອກວີຊາໃຫ້ແກ່ 289,526 ຄົນໃນປີງົບປະມານ 2023. ນັກສຶກສາຈາກຈີນຍັງເປັນກຸ່ມນັກສຶກສາຕ່າງປະເທດທີ່ມີຈໍານວນຫຼາຍທີ່ສຸດໃນສະຫະລັດເປັນປີທີ 13 ລຽນຕິດກັນແລ້ວ.

ແຟ້ມພາບ - ພວກນັກສຶກສາຍ່າງໄປແລະມາຈາກຫ້ອງຮຽນຢູ່ທີ່ວິທະຍາເຂດຂອງມະຫາວິທະຍາໄລ ອິນເດຍນາ, ວັນພະຫັດ, ທີ 14 ຕຸລາ 2021, ໃນເມືອງບລູມມິງຕັນ ລັດອິນເດຍນາ (AP Photo/Darron Cummings, File)
ແຟ້ມພາບ - ພວກນັກສຶກສາຍ່າງໄປແລະມາຈາກຫ້ອງຮຽນຢູ່ທີ່ວິທະຍາເຂດຂອງມະຫາວິທະຍາໄລ ອິນເດຍນາ, ວັນພະຫັດ, ທີ 14 ຕຸລາ 2021, ໃນເມືອງບລູມມິງຕັນ ລັດອິນເດຍນາ (AP Photo/Darron Cummings, File)

ເຖິງແມ່ນວ່າຖະ​ແຫຼງ​ການ 10043 ບໍ່ໄດ້ສົ່ງຜົນເຮັດໃຫ້ຈໍານວນນັກສຶກສາຈີນທີ່ຮຽນຢູ່ໃນສະຫະລັດຫຼຸດລົງຢ່າງຫຼວງຫຼາຍ, ພວກນັກຕໍາໜິພາກັນເວົ້າວ່າມັນໄດ້ສ້າງຄວາມກະທົບ ກະເທືອນໃຈໃຫ້ແກ່ຜູ້ທີ່ຢູ່ໃນຈີນທີ່ດຽວນີ້ມີຄວາມທໍ້ຖອຍໃຈ ບໍ່ຢາກຍື່ນໃບສະຫມັກເຂົ້າຮຽນໃນໂຮງຮຽນຢູ່ສະຫະລັດ.

ບໍລິສັດ Think Global ຊຶ່ງເປັນບໍລິສັດຄົ້ນຄ້ວາ ແລະທີ່ປຶກສາ ກ່າວຢູ່ໃນບົດລາຍງານປີ 2022 ກ່າວວ່າ "ໃນສະພາບບັນຍາດອາກາດທີ່ບໍ່ຄ່ອຍດີນີ້ ຜູ້ສະຫມັກເຂົ້າຮຽນເລີ່ມຊອກຫາທາງເລືອກອື່ນໃນມະຫາວິທະຍາໄລທີ່ມີຊື່ສຽງໃນຢູໂຣບ ຫຼື ໃນບ່ອນໃຫມ່ ເຊັ່ນໃນກາຕາ ຫຼືໃນຈີນ."

ມູນນິທິແຫ່ງຊາດສໍາລັບນະໂຍບາຍອາເມຣິກາ ທີ່ເປັນອົງການຄົ້ນຄວ້າທີ່ຕັ້ງຢູ່ໃນເມືອງ ອາລິງຕັນ, ລັດເວີຈີເນຍຂຽນໃນປີ 2021 ວ່າ ຖະ​ແຫຼງ​ການ 10043 ເຮັດໃຫ້ສະຫະລັດເສຍຜົນປະໂຫຍດຫຼາຍໃນໄລຍະຍາວ.

ມັນຢືນຢັນວ່າ ນັກສຶກສາປະລິນຍາເອກ ຫລື Ph.D. 1,000 ຄົນໃດ ທີ່ກັ້ນກາງບໍ່ໃຫ້ເຂົ້າມະຫາວິທະຍາໄລໃນສະຫະລັດແມ່ນເຮັດໃຫ້ເສດຖະກິດອາເມຣິກາ ເສຍຫາຍປະມານ 210 ຕື້ໂດລາ ໃນມູນຄ່າສິດທິບັດທີ່ຄາດວ່າຈະຜະລິດຢູ່ໃນມະຫາວິທະຍາໄລໃນໄລຍະນຶ່ງທົດສະວັດ ແລະເສຍລາຍຮັບ ທີ່ມາຈາກຄ່າຮຽນເກືອບຮອດ 1 ຕື້ໂດລາ ໃນໄລຍະເວລາດຽວກັນ.

XS
SM
MD
LG