ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ມົສກູຢ້ານວ່າ ພວກຄັດຄ້ານລັດຖະະບານຣັດເຊຍ ທີ່ຖືກເນລະເທດ ຈະມີອິດທິພົນຕໍ່ການເລືອກຕັ້ງປະທານາທິບໍດີ


ພວກສະມາຊິກຂອງກຸ່ມແວກເນີ (Wagner group) ພາກັນນັ່ງຢູ່ເທິງລົດຖັງໃນຖະໜົນຂອງເມືອງໂຣສຕອບ-ອອນ-ດອນ, ເມື່ອວັນທີ 24 ມິຖຸນາ 2023. (AFP)
ພວກສະມາຊິກຂອງກຸ່ມແວກເນີ (Wagner group) ພາກັນນັ່ງຢູ່ເທິງລົດຖັງໃນຖະໜົນຂອງເມືອງໂຣສຕອບ-ອອນ-ດອນ, ເມື່ອວັນທີ 24 ມິຖຸນາ 2023. (AFP)
ທ່ານນາງແພມຟີໂລວາ ກ່າວວ່າ

ທ່ານນາງແພມຟີໂລວາ ກ່າວວ່າ

ປະທານ ສູນກາງຄະນະກຳມາທິການເລືອກຕັ້ງຂອງຣັດເຊຍ

"ດຽວນີ້, ຈະມີການເລືອກຕັ້ງປະທານາທິບໍດີ ໃນເດືອນມີນາ 2024 ນີ້, ແລະກໍມີວຽກທີ່ເຮັດສໍາເລັດແລ້ວ ໂດຍພວກຄົນຊັ້ນຕໍ່າ ທີ່ບໍ່ພຽງແຕ່ໜີໄປເທົ່ານັ້ນ ແຕ່ດຽວນີ້ ຍັງເປັນຜູ້ຫາເງິນໄດ້ຄ່າຈ້າງຕໍ່າຢ່າງໜ້າສົງສານ ໂດຍການສ້າງພື້ນຖານ ເພື່ອລົບກວນການເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງຂາດຄວາມເຊື່ອຖື."

ການກ່າວອ້າງນັ້ນ ເປັນຄວາມຈິງແຕ່ບາງສ່ວນ.
Moscow Fears Exiled Russian Opposition Will Influence Presidential Elections
please wait

No media source currently available

0:00 0:02:20 0:00

ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ໄດ້ຕັດສິນໃຈລົງແຂ່ງຂັນເລືອກຕັ້ງປະທາ ນາທິບໍດີໃນເດືອນມີນາ ແລະຈະຢູ່ໃນວັງເຄຣັມລິນ ໄປອີກຢ່າງຫນ້ອຍຈົນຮອດປີ 2030, ອີງຕາມອົງການຂ່າວຣອຍເຕີສ໌ (Reuters) ລາຍງານໃນວັນທີ 6 ພະຈິກ, ໂດຍອ້າງອີງເຖິງ 6 ແຫຼ່ງຂ່າວ ທີ່ມີຄວາມຮູ້ກ່ຽວກັບແຜນການນີ້. ໂດຍທີ່ກຳ​ອຳນາດມາໄດ້ 23 ປີ ແລ້ວ ທ່ານ​ເປັນ​ຜູ້​ປົກຄອງ​ທີ່​ດຳລົງ​ຕຳ​ແໜ່ງ​ດົນທີ່​ສຸດ​ຂອງ​ຣັດ​ເຊຍ. ເມື່ອຖືກກ່າວຫາວ່າ ກໍ່ອາຊະຍາກໍາສົງ ຄາມໃນຢູເຄຣນ, ແລະມີບຸກຄົນຝ່າຍຄ້ານທີ່ສໍາຄັນທີ່ຖືກຈໍາຄຸກ ຫຼື ຖືກເນລະເທດ, ທ່ານປູຕິນອາຍຸ 71 ປີ, ຈະບໍ່ປະເຊີນກັບຄູ່ແຂ່ງດ້ານການເມືອງໃນຂະນະທີ່ທ່ານໄດ້ຮັບຄະແນນເຫັນດີຈາກປະຊາຊົນ 80 ເປີເຊັນ, ອີງຕາມຣອຍເຕີສ໌

ແຕ່ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ເລືອກຕັ້ງໃນຣັດເຊຍ ພວມມີສະຕິລະວັງຕົວສູງໂດຍຄາດວ່າ ຈະມີການແຊກແຊງ ແລະປອງທໍາລາຍ ຈາກປະຊາຄົມຣັດເຊຍ ທີ່ມີຈໍານວນຫຼວງຫຼາຍທີ່ພັດຖິ່ນ ຢູ່ຕ່າງປະເທດ ທີ່ມີສະມາຊິກເຄື່ອນໄຫວຫ້າວຫັນສ່ວນໃຫຍ່ ບໍ່ພໍໃຈຫຼາຍຂຶ້ນ ກັບນະໂຍບາຍພາຍໃນ ແລະຕ່າງປະເທດຂອງທ່ານປູຕິນ ຊຶ່ງຄວາມຮູ້ສຶກແບບນັ້ນ ໄດ້ເພີ້ມທະວີຂຶ້ນຍ້ອນການ ທໍາສົງຄາມກັບຢູແຄຣນ.

ໃນ​ລະຫວ່າງກອງ​ປະຊຸມ​ທີ່​ນະຄອນຫຼວງ​ມົສກູ​ໃນ​ວັນ​ທີ 21 ພະຈິກຜ່ານມາ, ທ່ານ​ນາງແອລລາ ແພມຟີໂລວາ (Ella Pamfilova), ຫົວໜ້າ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງຣັດ​ເຊຍ ​ໄດ້​ໃຊ້​ພາສາ​ທີ່ຫຍາບຄາຍ ​ແລະ​ເສື່ອມຊາມ​ໃນ​ການ​ພັນລະນາ​ເຖິງພີ່ນ້ອງ​ຮ່ວມ​ຊາດ​ທີ່ພັດຖິ່ນ ຢູ່ຕາງປະເທດ, ຊຶ່ງ​ເນັ້ນໃຫ້ເຫັນເຖິງ​ຄວາມ​ກັງວົນໃຈ ​ກ່ອນ​ການ​ເລືອກ​ຕັ້ງ​ຂອງ​ວັງເຄຣັມລິນ.

ທ່ານນາງແພມຟີໂລວາກ່າວວ່າ "ດຽວນີ້, ຈະມີການເລືອກຕັ້ງປະທານາທິບໍດີໃນເດືອນມີນາ 2024 ນີ້, ແລະກໍມີວຽກທີ່ເຮັດສໍາເລັດແລ້ວ ໂດຍພວກຄົນຊັ້ນຕໍ່າທີ່ບໍ່ພຽງແຕ່ໜີໄປເທົ່ານັ້ນ ແຕ່ດຽວນີ້ ຍັງເປັນຜູ້ຫາເງິນໄດ້ຄ່າຈ້າງຕໍ່າຢ່າງໜ້າສົງສານ ໂດຍການສ້າງພື້ນຖານເພື່ອລົບກວນການເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງຂາດຄວາມເຊື່ອຖື."

ການກ່າວອ້າງນັ້ນ ເປັນຄວາມຈິງແຕ່ບາງສ່ວນ.

ບັນດາຜູ້ນຳ ແລະນັກເຄື່ອນໄຫວຝ່າຍຄ້ານຂອງຣັດເຊຍທີ່ຖືກເນລະເທດ ພວມວາງແຜນ ການໂຄສະນາຫາສຽງ ຕ້ານທ່ານປູຕິນເພື່ອແນໃສ່ເຮັດໃຫ້ການເລືອກຕັ້ງປະທານາທິບໍດີ ເດືອນມີນາ 2024 ຢູ່ໃນບ້ານເກີດເມືອງນອນຂອງພວກເຂົາເຈົ້າ ບໍ່ຖືກຕ້ອງຊອບທໍາ.

ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ, ບັນດາ​ກຸ່ມ​ຝ່າຍ​ຄ້ານຣັດ​ເຊຍ ​ທີ່​ຖືກ​ເນລະເທດ​ ໄດ້​ສົນທະນາ​ກັນຢ່າງ​ເປີດ​ເຜີຍ ​ກ່ຽວ​ກັບ​ແຜນການ​ທີ່​ຈະ​ສົ່ງ​ອິດ​ທິພົນ​ຕໍ່​ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ປະທານາທິ ບໍດີ​ປີ 2024.

ວັນ​ທີ 30 ກັນຍາ​ຜ່ານມາ, ທ່ານແມັກຊິມ ຄາດສ໌ (Maxim Katz), ນັກ​ບັນລະຍາຍ ຜ່ານ ທາງວີດິໂອທີ່ເປັນຝ່າຍ​ຄ້ານ​ຂອງຣັດ​ເຊຍ​ທີ່​ມີ​ຜູ້​ຕິດຕາມ 1 ຕື້ 950 ລ້ານ​ຄົນ​ຢູ່​ໃນ YouTube, ​ໄດ້​ສະ​ເໜີ​ໃຫ້ມີການ​ໂຄສະນາຫາສຽງຮ່ວມ ເພື່ອ​ຮັບປະກັນ​ວ່າ ທ່ານປູຕິນຈະ​ບໍ່ໄດ້​ເປັນ​ປະທານາທິບໍດີ​ຣັດ​ເຊຍ​ອີກ​ຕໍ່​ໄປ. ທ່ານຄາດສ໌ ໄດ້ຮຽກຮ້ອງ ໃຫ້ທຸກຂະບວນການ ເຄື່ອນໄຫວຂອງຝ່າຍຄ້ານຂອງຣັດເຊຍສົມທົບຊັບພະຍາກອນ ແລະສາມັກຄີກັນເພື່ອບັນລຸເປົ້າຫມາຍດັ່ງກ່າວ.

ໃນວັນ​ທີ 22 ຕຸລາ​ນີ້, ຊາວຣັດ​ເຊຍ​ປະມານ 200 ຄົນ​ທີ່​ຕາງໜ້າ​ໃຫ້​ກຸ່ມ​ຄົນ​ພັດຖິ່ນຢູ່ຕ່າງ ປະເທດ, ຂະບວນການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ​ແລະ​ສະມາຄົມ​ຕ່າງໆ ໄດ້​ພົບ​ປະ​ກັບ​ສະມາຊິກ​ທີ່ມີ​ອິດ​ທິພົນ​ຂອງ​ພັກ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ທີ່​ພັດຖິ່ນ​ຂອງຣັດ​ເຊຍ. ຄວາມພະຍາຍາມດັ່ງກ່າວໄດ້ຖືກສົ່ງເສີມໂດຍຄູ່ແຂ່ງທາງດ້ານການເມືອງທີ່ມີມາແຕ່ດົນນານຂອງ ທ່ານປູຕິນ, ຄືທ່ານມິຄາຍອິນ ໂຄດໍກອຟສກີ (Mikhail Khodorkovsky) ແລະພັນທະມິດຂອງທ່ານ.

ພວກຜູ້​ເຂົ້າ​ຮ່ວມ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ເພື່ອ​ເລີ້ມຕົ້ນການ​ໂຄ​ສະ​ນາ​ທົ່ວ​ປະ​ເທດ​ຕໍ່ຕ້ານ​ທ່ານປູຕິນ ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2024.

“ໄດ້ມີການ​ຕັດ​ສິນ​ໃຈແລ້ວ​ວ່າ ​ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ພີ່​ນ້ອງ​ຮ່ວມຊາດ ເຂົ້າຮ່ວມການໂຄສະ ນາແຫ່ງ​ຊາດ 'ບໍ່ ເລືອກເອົາ​ ປູຕິນ'. ພວກເຮົາເຊື່ອວ່າມັນແມ່ນທ່ານວລາດິເມຍ ປູຕິນຄວນ ເປັນຜູ້ຖືກຕຳນິ ທີ່ດຶງເອົາປະເທດຂອງພວກເຮົາ ໄປສູ່ຄວາມຂັດແຍ້ງ ໃນພາກພື້ນ, ໄປສູ່ສົງ ຄາມອັນໃຫຍ່ຫຼວງ,” ນັ້ນຄືຄໍາເວົ້າຂອງທ່ານໂຄດໍກອຟສກີ.

ບັນດາ​ຜູ້​ແທນ​ຝ່າຍ​ຄ້ານ ຍັງ​ໄດ້​ວາງ​ແຜນການ​ເຄື່ອນ​ໄຫວ​ທີ່​ລວມມີ​ການ​ຕ້ານ​ການ​ໂຄສະນາ​ເຜີຍ​ແຜ່​ຂອງ​ວັງເຄຣັມລິນ, ຮັບປະກັນ​ການ​ປ້ອງ​ກັນ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່ພວກ​ທີ່​ຖືກ​ດຳ​ເນີນ​ຄະດີ​ໃນ​ຣັດ​ເຊຍດ້ວຍ​ເຫດຜົນ​ທາງ​ການ​ເມືອງ, ​ແລະ ໃຫ້ການ​ຊ່ວຍແກ່​ພວກ​ນັກ​ເຄື່ອນ​ໄຫວ​ຕ້ານ​ສົງຄາມ.

ເປົ້າໝາຍຫຼັກຂອງພັກຝ່າຍຄ້ານຣັດເຊຍທີ່ພັດຖິ່ນ ແມ່ນເຮັດໃຫ້ການເລືອກຕັ້ງປະທານາທິບໍ ດີຂອງທ່ານປູຕິນໃນເດືອນມີນາ 2024 ເປັນສິ່ງທີ່ບໍ່ຖືກຕ້ອງຊອບທໍາ, ຕາມທີ່ ທ່ານດມິຕຣີ ກູດກອຟ (Dmitry Gudkov), ຜູ້ນຳຝ່າຍຄ້ານ ແລະອະດີດສະມາຊິກສະພາ ດູມມາກ່າວຕໍ່ຊ່ອງໂທລະພາບ FREEDOM ຂອງຢູເຄຣນ.

ທ່ານກູດກອຟ (Gudkov) ກ່າວ​ວ່າ ແຜນການ​ເພື່ອໃຫ້ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ ລວມມີ​ການ ພົວພັນກັບ​ຜູ້​ນຳ​ໃນດ້ານການອອກຄວາມ​ຄິດ​ເຫັນ​-ນັກ​ການ​ເມືອງ​ທີ່​ມີ​ອິດ​ທິພົນ, ນັກ​ຂຽນ​ທີ່​ມີ​ຊື່​ສຽງ, ນັກ​ສິລະ​ປິນທີ່ໂດ່ງດັງ, ນັກຮ້ອງ ນັກດົນຕີ ​ແລະ ນັກ​ສະ​ແດງ - ​ເພື່ອ​ໂຄສະນາ​ຫາ​ສຽງ​ຕ້ານ​ທ່ານປູຕິນ, ເພື່ອໃຫ້ມັນ​ໄປຮອດ​ຊາວ​ຣັດ​ເຊຍ​ເປັນ​ລ້ານໆ​ຄົນ ​ທັງ​ຢູ່​ພາຍ​ໃນ ​ແລະຕ່າງປະ​ເທດ.

ຍັງມີໂຄງການທາງອິນເຕີແນັດແລະສື່ສັງຄົມອີກ, ລວມທັງໂຄງການ "Legion of Elves" ຫລື “ກອງທະຫານເທບທິດານ້ອຍ” -ຊຶ່ງຕ້ານສົງຄາມ, ໂຄງການລິເລີ່ມຕ້ານການໂຄສະນາການໂຄສະນາຊວນເຊື່ອ ທີ່ກ່ຽວຂ້ອງກັບວຽກງານຂອງຊາວອົບພະຍົບຣັດເຊຍຫຼາຍສິບຄົນ, ອີງຕາມທ່ານອີກໍ ຄູຣອຟເທັຟ (Egor Kuroptev), ຜູ້ອໍານວຍການຫ້ອງການມູນນິທິຣັດເຊຍ ເສລີ ຫລື Free Russia Foundation ໃນເຂດພູເຂົາຄໍເຄຊັສໃຕ້ (Caucasus) ກ່າວ​ຕໍ່ໜັງສືພິມ Insider, ຊຶ່ງເປັນອົງການຂ່າວ​ຣັດ​ເຊຍທີ່​ມີ​ສຳນັກງານຕັ້ງ​ຢູ່​ລັດ​ເວຍກ່າວໃນວັນ​ທີ 16 ພະຈິກ​ຜ່ານມາ.

ເປົ້າຫມາຍຂອງໂຄງການ "elves" ແມ່ນເພື່ອຍຸຕິສົງຄາມໃນຢູເຄຣນ ແລະຊ່ວຍເຮັດໃຫ້ ຊາວຣັດເຊຍ "ບໍ່ຖືກລ້າງສະຫມອງ" ໂດຍການໂຄສະນາຊວນເຊື່ອຂອງລັດ ແລະສື່ມວນຊົນທີ່ຄວບຄຸມໂດຍວັງເຄຣັມລິນ. “ເພື່ອວ່າ ເມື່ອຄົນຜູ້ນຶ່ງເບິ່ງໂທລະທັດ ແລ້ວກໍມາເບິ່ງໃນສື່ສັງຄົມ ແລະ ຈະເຫັນທັດສະນະທີ່ແຕກຕ່າງກັນ,” ອີງຕາມທ່ານ ຄູຣອຟເທັຟ ເວົ້າ.

ນັບຕັ້ງແຕ່ໂຄງການດັ່ງກ່າວໄດ້ເປີດຕົວໃນເກືອບ 2 ປີກ່ອນ ໂຄງການ "elves" ໄດ້ຂຽນຄໍາຄິດເຫັນຫຼາຍກວ່າ 2.3 ລ້ານອັນໃນສື່ສັງຄົມ ທີ່ຊຶມຊັບເຂົ້າໄປໃນຊຸມຊົນໃຊ້ອິນເຕີແນັດທີ່ສະຫນັບສະຫນູນລັດຖະບານຣັດເຊຍປະມານ 900 ຊຸມຊົນ, ຕົ້ນຕໍແມ່ນໃນເວທີສື່ສັງຄົມຂອງລັດຖະບານຣັດເຊຍ, vKontakte.

ຊາວຣັດ​ເຊຍ​ບາງ​ຄົນ​ທີ່​ພັດຖິ່ນ​ ໄດ້​ສະ​ເໜີ​ວິທີ​ທີ່​ຮ້າຍ​ແຮງ​ກວ່າ​ນັ້ນ ​ໃນ​ການ​ປົດ​ທ່ານປູຕິນ ອອກ​ຈາກ​ອຳນາດ. ທ່ານອິລລິຢາ ໂປໂນມາເຣຟ (Ilya Ponomarev), ອະດີດຮອງ ສະພາດູມມາຂອງຣັດເຊຍ ທີ່ອາໄສຢູ່ນະຄອນຫຼວງກີຢິບຕັ້ງແຕ່ປີ 2014, ໄດ້ສະຫນັບສະຫນູນການຕໍ່ຕ້ານເຈົ້າໜ້າທີ່ຣັດເຊຍດ້ວຍອາວຸດ ແລະ ເຂົ້າຮ່ວມໃນການສ້າງຕັ້ງກອງທັບອິດສະຫລະພາບຣັດເຊຍ, ເປັນຫນ່ວຍງານນຶ່ງທີ່ຢູ່ພາຍໃນກອງທັບຢູເຄຣນ ທີ່ປະກອບດ້ວຍພົນລະເມືອງຣັດເຊຍຕໍ່ຕ້ານລະບອບປົກຄອງຂອງປູຕິນ.

ທ່ານໂປໂນມາເຣຟ ຍັງ​ໄດ້​ສ້າງ “ສະ​ພາ​ແຫ່ງ​ຣັດ​ເຊຍເງົາ” ທີ່​ເອີ້ນ​ວ່າ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ, ຊຶ່ງປະ​ກອບ​ດ້ວຍ​ບັນ​ດາອະດີ​ດສະ​ມາ​ຊິກ​ສະ​ພາ​ຣັດ​ເຊຍ​ທີ່ ​ດຽວນີ້ອາໄສ​ຢູ່ຕ່າງປະເທດ.

ເຊັ່ນດຽວກັນກັບການເລືອກຕັ້ງທີ່ຜ່ານມາ, ວັງເຄຣັມລິນ ໄດ້ຮັບປະກັນວ່າໃຫ້ກໍາຈັດຂອງຄູ່ແຂ່ງທາງດ້ານການເມືອງຂອງຕົນໝົດທຸກຄົນ ໃຫ້ອອກໄປຈາກການເລືອກຕັ້ງເດືອນມີນາ 2024. ໃນວັນ​ທີ 17 ​ເມສາ​ນີ້, ສານ​ຂອງ​ມົສກູ​ໄດ້​ຕັດສິນວ່າ ​ຝ່າຍ​ຄ້ານ​ທີ່ໂດດເດັ່ນຂອງ ຣັດ​ເຊຍ ທ່ານວລາດິເມຍ ກາຣາ-ເມີຊາ (Vladimir Kara-Murza) ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ຂາຍຊາດ ​ແລະ​ໄດ້​ຕັດສິນ​ລົງ​ໂທດຈຳ​ຄຸກ 25 ປີ, ​ໂດຍອ້າງອີງເຖິງການກ່າວ​ຄຳ​ປາ​ໄສ​ຕໍ່​ສະມາຊິກສະພາ​ຕໍ່າລັດອາຣີໂຊນາ​ໃນ​ປີ 2022 ທີ່​ທ່ານ​ໄດ້​ກ່າວ​ປະນາມ​ການ​ບຸກລຸກ​ຂອງ​ຣັດ​ເຊຍ.

ຜູ້ຕໍານິວິຈານປູຕິນທີ່ໂດດເດັ່ນທີ່ສຸດ, ທ່ານອາເລັກເຊ ນາວາລນີ (Alexei Navalny) ໄດ້ຖືກ ຈໍາຄຸກຕັ້ງແຕ່ວັນທີ 17 ມັງກອນ 2021, ໂດຍໄດ້ຮັບໂທດຈໍາຄຸກ 19 ປີ ໃນຂໍ້ກ່າວຫາສ້າງຊຸມຊົນຫົວຮຸນແຮງ ແລະຍຸຍົງໃຫ້ເກີດລັດທິຫົວຮຸນແຮງ.

ເຊື່ອກັນວ່າຄົນເຊື້ອຊາດຣັດເຊຍ ເປັນນຶ່ງໃນກຸ່ມຄົນພັດຖິ່ນທີ່ໃຫຍ່ທີ່ສຸດຂອງໂລກ, ມີຊາວຣັດເຊຍປະມານ 20 ຫາ 30 ລ້ານຄົນອາໄສຢູ່ຕ່າງປະເທດ. ຣັດເຊຍໄດ້ປະສົບກັບການອົບພະຍົບໜີຂອງຄົນຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ທ່ານປູຕິນໄດ້ສັ່ງໃຫ້ກອງທັບຣັດເຊຍ ບຸກ ລຸກຢູເຄຣນໃນເດືອນກຸມພາປີ 2022. ອີງຕາມການຄາດການຫລາຍອັນ, ມີປະຊາຊົນ 5 ແສນ ຫາ 1,3 ລ້ານຄົນ ໄດ້ໜີອອກຈາກຣັດເຊຍໃນປີກາຍນີ້.

ສ່ວນໃຫຍ່ຂອງພວກເຂົາ, ອີງຕາມການສໍາຫຼວດແລ້ວ ແມ່ນໜີໄປຍ້ອນເຫດຜົນທາງດ້ານການເມືອງ - ມີການຂັດແຍ້ງກັບເຈົ້າຫນ້າທີ່ ແລະການກົດຂີ່ຂົ່ມເຫັງ.

ພວກພັດຖິ່ນຣັດເຊຍຫຼາຍຄົນ ຍັງຄົງເຄື່ອນໄຫວທາງດ້ານການເມືອງຢ່າງຫ້າວຫັນຢູ່ຕ່າງປະ ເທດ ໃນນາມສ່ວນບຸກຄົນ ຫຼື ເປັນສ່ວນນຶ່ງຂອງອົງການຈັດຕັ້ງຝ່າຍຄ້ານຣັດເຊຍ ຫຼາຍຝ່າຍ ທີ່ສ້າງຕັ້ງຂຶ້ນສ່ວນໃຫຍ່ ແມ່ນຢູ່ໃນຢູໂຣບ ແລະບາງອົງການຢູ່ໃນສະຫະລັດ.

ການກ່າວອ້າງຂອງທ່ານນາງແພມຟີລອຟວາ (Pamfilova) ເວົ້າວ່າຊາວຣັດເຊຍທີ່ຖືກເນລະເທດຈະພະຍາຍາມ "ເຮັດໃຫ້" ການເລືອກຕັ້ງປະທານາທິບໍດີຢູ່ໃນປະເທດ “ຂາດ ຄວາມເຊື່ອຖືໄດ້” ແມ່ນພາໃຫ້ເຂົ້າໃຈຜິດ.

ພວກນັກສັງເກດການສາກົນຈາກບັນດາກຸ່ມຕ່າງໆເຊັ່ນ: ອົງການຄວາມໝັ້ນຄົງ ແລະການຮ່ວມມືໃນຢູໂຣບ, ລັດຖະສະພາຂອງສະພາຢູໂຣບ ແລະ ອື່ນໆ ໄດ້ບັນທຶກການລະເມີດຢ່າງເປັນລະບົບໃນການເລືອກຕັ້ງຂອງຣັດເຊຍ ຕັ້ງແຕ່ປີ 2011. ການລະເມີດນັ້ນ ລວມມີການບໍ່ອະນຸຍາດໃຫ້ພວກຕໍານິວັງເຄຣັມລິນເຂົ້າຮ່ວມໃນການແຂ່ງຂັນ, ການແຊກແຊງຂອງລັດຖະບານເຂົ້າໃນການ​ລົງ​ຄະ​ແນນ​ສຽງ, ການ​ລົງ​ຄະ​ແນນ​ສຽງ​ທີ່​ສໍ້​ໂກງ ແລະລະ​ເມີດ​ຂັ້ນ​ຕອນ​ການ​ນັບ​ຄະ​ແນນ​ສຽງ. ຕົວຢ່າງ ອົງການ OSCE ໄດ້ພັນລະນາການເລືອກຕັ້ງປະທາ ນາທິບໍດີປີ 2012 ໃນຣັດເຊຍວ່າ "ຮູ້​ຜົນລ່ວງໜ້າແລ້ວ ແລະບໍ່ຍຸຕິທໍາ."

ໃນວັນ​ທີ 13 ຕຸລາຜ່ານມາ​ນີ້, ລັດຖະສະພາຂອງ​ສະພາ​ຢູໂຣບ ​ໄດ້​ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ປະ​ເທດຢູໂຣບ ຖືວ່າ​ການ​ປົກຄອງ​ຂອງ​ທ່ານ​ປູ​ຕິນ ​ເປັນ​ການ​ກະທຳ​ທີ່​ຜິດ​ກົດໝາຍ ຖ້າ​ຫາກ​ທ່ານ​ຍັງ​ດຳລົງ​ຕຳ​ແໜ່​ງຫຼັງຈາກ​ການ​ເລືອກ​ຕັ້ງ​ປີ 2024 ເປັນຕົ້ນໄປ. ຖ້າ​ເປັນ​ແນວ​ນັ້ນ, ຖະ​ແຫຼ​ງການນັ້ນ​ກ່າວ​ວ່າ ຢູໂຣບຕ້ອງ​ຍຸຕິ​ການ​ພົວພັນ​ກັບຣັດ​ເຊຍ​ທັງ​ໝົດ, ຍົກ​ເວັ້ນ​ແຕ່​ດ້ານ​ມະນຸດສະທຳເທົ່ານັ້ນ.

“ອຳນາດ​ອັນ​ລົ້ນເຫຼືອ​ຂອງ​ປະທານາທິບໍດີ​ທີ່​ໄດ້ມາຍ້ອນ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ໄລຍະ​ຍາວທີ່​ສຸດບວກ​ກັບ​ການ​ຂາດ​ການ​ກວດກາ ​ແລະການ​ດຸ່ນດ່ຽງ​ ເຊັ່ນ​ລັດຖະສະພາ​ທີ່​ເຂັ້ມ​ແຂງ, ອົງການ​ຕຸລາການ​ທີ່ເປັນອິດສະຫລະ, ສື່​ມວນ​ຊົນທີ່​ເສລີ ​ແລະ ສັງຄົມ​ພົນລະ​ເຮືອນ​ທີ່​ຮຸ່ງເຮືອງ ​ໄດ້​ຫັນ​ເອົາສະຫະພັນ​ຣັດ​ເຊຍໃຫ້ກາຍ​ເປັນ​ປະ​ເທດຜະເດັດການໂດຍແທ້ຈິງ,” ຖະແຫຼງການນັ້ນເວົ້່າ.

XS
SM
MD
LG