ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ພວກຮູຕີເວົ້າບໍ່ຖືກວ່າ: ສະຫະລັດສາມາດປ້ອງກັນຕົນເອງ ແລະຄົນອື່ນບໍ່ໃຫ້ຖືກໂຈມຕີ ແບບບໍ່ມີການເກາະຜິດ ຢູ່ທະເລແດງ ນັ້ນໄດ້


ກຳປັ່ນພິຄາດ Arleigh Burke-class USS Carney ຕິດລູກສອນໄຟນຳວິຖີ ຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟຂອງຮູຕີ ແລະເຮືອບິນບໍ່ມີຄົນຂັບຕ່າງໆ ໄປພ້ອມໆກັນ ຢູ່ໃນທະເລແດງ, ເມື່ອວັນທີ 19 ຕຸລາ 2023.
ກຳປັ່ນພິຄາດ Arleigh Burke-class USS Carney ຕິດລູກສອນໄຟນຳວິຖີ ຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟຂອງຮູຕີ ແລະເຮືອບິນບໍ່ມີຄົນຂັບຕ່າງໆ ໄປພ້ອມໆກັນ ຢູ່ໃນທະເລແດງ, ເມື່ອວັນທີ 19 ຕຸລາ 2023.
ທ່ານ ໂມຮໍາມາດ ອາລີ ອາລ-ຮູຕີ

ທ່ານ ໂມຮໍາມາດ ອາລີ ອາລ-ຮູຕີ

ປະທານຄະນະກຳມະການປະຕິວັດກຸ່ມຮູຕີຂອງເຢແມນກ່າວວ່າ:

“ຊາວ​ອາ​ເມ​ຣິກັນບໍ່​ມີ​ສິດທີ່ຈະໄປຢູ່​ທະ​ເລ​ແດງ​ເພື່ອຈະ​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ສະ​ຫງວນ​ສິດໃນການຕອບ​ໂຕ້ໄດ້.”

ນັ້ນແມ່ນຜິດ

ຫຼັງ​ຈາກ​ການ​ໂຈມ​ຕີ​ວັນ​ທີ 7 ຕຸ​ລາຜ່ານມາ​ຂອງ​ກຸ່ມຮາມາສທີ່ໄດ້​ກໍ່​ໃຫ້​ເກີດ​ສົງ​ຄາມລະຫວ່າງ​ອິສຣາແອລ -ຮາມາສ, ຜູ້​ສະ​ໜັບ​ສະ​ໜູນກຸ່ມຮາມາສ ໄດ້​ແນເປົ້າໝາຍ​ໃສ່​ເຂດ​ນ່ານ​ນ້ຳ​ໃນ​ພາກຕາ​ເວັນ​ອອກ​ກາງ​ນັບ​ມື້​ເພີ້ມຂຶ້ນ ດ້ວຍ​ການ​ບຸກ​ໂຈມຕໍ່ຕ້ານອິສຣາແອລ.

ພວກກະບົດຮູຕີຂອງເຢເມນທີ່ໜູນຫຼັງໂດຍອີຣ່ານ ໄດ້ປະຕິບັດການທາງທະເລແບບເປັນ ປໍລະປັກຫຼາຍຄັ້ງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີຂອງເຂົາເຈົ້າ ກັບປາແລສໄຕນ໌ ແລະ ຕໍ່ຕ້ານອິສຣາແອລ. ກຸ່ມກະບົດຮູຕີ, ຊຶ່ງຮູ້ຢ່າງເປັນທາງການວ່າກຸ່ມອານຊາ ອາລາ (Ansar Allah) ເປັນອົງການຈັດຕັ້ງດ້ານການເມືອງ ແລະການທະຫານຂອງອິສລາມ ​ຊີ​ໄອ (Shia Islamist) ທີ່ຄວບຄຸມປະມານນຶ່ງສ່ວນສາມ ຂອງດິນແດນທີ່ມີປະຊາກອນຫຼາຍ ທີ່ສຸດຂອງເຢເມນ.

ວັນ​ທີ 3 ທັນ​ວາຜ່ານມາ​ນີ້, ພວກ​ກະບົດຮູຕີໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ແລະ​ທໍາການ​ໂຈມ​ຕີດ້ວຍລູກ​ສອນ​ໄຟ ໃສ່​ກຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ​ແດງ ໂດຍຍິງຖືກ​ກຳ​ປັ່ນ 3 ລຳ.

ພວກກະບົດຮູຕີ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີສອງຄັ້ງທີ່ວ່ານັ້ນ.

ໂດຍ​ຕອບ​ສະໜອງ​ຕໍ່​ຄໍາຮ້ອງຂໍການຊ່ວຍເຫຼືອ​ແບບຂັບຂັນທີ່ສຸດ ​ຈາກພວກ​ກຳ​ປັ່ນ​ທີ່​ຖືກ​ໂຈມ​ຕີ, ກຳ​ປັ່ນ USS Carney, ຊຶ່ງເປັນກຳປັ່ນພິຄາດບັນທຸກລູກໄຟນຳວິຖີລຸ້ນອາຣເລ ເບີກ (Arleigh Burke) ຂອງສະຫະລັດ “​ໄດ້​ເຂົ້າ​ພົວ​ພັນ ​ແລະ​ໄດ້​ຍິງ​” ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຫຼາຍ​ລຳທີ່ “ຍິງ​ອອກ​ມາຈາກ​ເຂດ​ຄວບ​ຄຸມ​ຂອງກຸ່ມຮູຕີ​ໃນ​ເຢ​ແມນ” ນັ້ນຕົກ.

"ການໂຈມຕີເຫຼົ່ານີ້ສະແດງໃຫ້ເຫັນເຖິງໄພຂົ່ມຂູ່ໂດຍກົງຕໍ່ການຄ້າສາກົນ ແລະຄວາມປອດ ໄພທາງທະເລ," ອີງຕາມກອງບັນຊາການ​ໃນພາກຕາເວັນອອກກາງຂອງສະຫະລັດ. "ສະຫະລັດ ຈະພິຈາລະນາການຕອບ​ໂຕ້ທຸກຢ່າງທີ່ເຫມາະສົມ ໃນການປະສານງານກັນ ຢ່າງເຕັມສ່ວນ ກັບພັນທະມິດ ແລະຄູ່ຮ່ວມມືສາກົນ."

ມື້​ນີ້ ​ໄດ້​ມີ​ການ​ບຸກ​ໂຈມ​ຕີ 4 ຄັ້ງ ຕໍ່​ກຳ​ປັ່ນ​ການ​ຄ້າ 3 ລຳ​ ທີ່​ເດີນທາງຜ່ານເຂດ​ນ່ານ​ນ້ຳ​ສາກົນ​ຢູ່ພາກ​ໃຕ້​ທະ​ເລ​ແດງ.​ ກໍາປັ່ນສາມລໍານີ້ ແມ່ນເຊື່ອມໂຍງກັບ 14 ປະເທດທີ່ແຕກຕ່າງກັນ. ກຳປັ່ນພິຄາດບັນທຸກລູກໄຟນຳວິຖີລຸ້ນອາຣເລ ເບີກ (Arleigh Burke) ​ທີ່ມີຊື່ວ່າ USS CARNEY ​ໄດ້​ຕອບ​ສະໜອງ ​ຕໍ່​ຄໍາ​ຮ້ອງຂໍ​ແບບຂັບຂັນ​ຈາກ​ກຳ​ປັ່ນ...

ປະທານ​ຄະນະ​ກຳມະການ​ປະຕິວັດກຸ່ມຮູຕີຂອງ​ເຢ​ແມນ, ທ່ານໂມຮໍາມາດ ອາລີ ອາລ-ຮູຕີ (Mohammad Ali Al- Houthi) ​ໄດ້​ຕອບ​ຄືນ ​ໂດຍ​ປະຕິ​ເສດ ບໍ່ຮັບຮູ້ສິດ​ຂອງ​ກອງທັບ​ສະຫະລັດ​ ທີ່​ຈະໄປ​ຢູ່​ໃນ​ຂົງ​ເຂດນັ້ນ ຫລື​ໃນການຕອບ​ໂຕ້​ຕໍ່ການ​ໂຈມ​ຕີ​ເຫຼົ່າ​ນັ້ນໄດ້.

“ຊາວ​ອາ​ເມ​ຣິກັນບໍ່​ມີ​ສິດທີ່ຈະໄປຢູ່ໃນ​ທະ​ເລ​ແດງ​ເພື່ອຈະ​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ສະ​ຫງວນ​ສິດ ໃນການຕອບ​ໂຕ້ໄດ້. ​ແລະ​ເພື່ອ​ຢືນຢັນ​ໃນສິ່ງ​ນີ້, ​ພວກເຂົາຈະ​ບໍ່​ຮັບ​ເອົາ​ການ​ມີ​ໜ້າ​ທາງ​ການ​ທະຫານ​ໃດໆ ຂອງ​ຈີນ ​ຫຼືຂອງຣັດ​ເຊຍ ​ຫຼືປະເທດ​ອື່ນໆ ​ໃຫ້ໄປຢູ່ໃນ​ເຂດ​ນ່ານນ້ຳ​ໃນ​ພາກ​ພື້ນ, ຕົວຢ່າງເຊັ່ນ​ ຢູ່​ໃກ້​ກັບ​ລັດຟລໍຣິດາ ຫຼື​ບ່ອນ​ອື່ນໆ,” ​ນັ້ນຄືຄໍາກ່າວອ້າງຂອງທ່ານອາລ-ຮູຕີ (Al- Houthi) ​ໃນ​ວັນ​ທີ 3 ທັນວາຜ່ານມາ ຢູ່​ໃນ​ X.

ຄໍາກ່າວອ້າງນັ້ນບໍ່ຖືກຕ້ອງ.

ພາຍໃຕ້ກົດໝາຍສາກົນ, ບໍ່ມີຫຍັງຫ້າມກຳປັ່ນທະຫານຂອງສະຫະລັດ ບໍ່ໃຫ້ເດີນທາງຢູ່ ໃນເຂດນ່ານນໍ້າຂອງສາກົນ ຫຼື ປ້ອງກັນຕົນເອງ ຫຼືຜູ້ອື່ນບໍ່ໃຫ້ຖືກໂຈມຕີທຳລາຍລ້າງ ຜານໄດ້.

ພວກກະບົດຮູຕີ ຊຶ່ງເປັນພວກ​ເຄື່ອນໄຫວປະກອບອາວຸດ ທີ່​ບໍ່​ແມ່ນ​ລັດ​ຖະ​ບານ ໄດ້ແນເປົ້າ ໝາຍໃສ່ກຳປັ່ນທີ່ດຳເນີນການຂົນສົ່ງທົ່ວໂລກຫຼາຍຄັ້ງ ໂດຍທໍາການຂົ່ມຂູ່ຢ່າງຜິດກົດໝາຍ ຕໍ່ການເດີນເຮືອສາກົນ ແລະຄວາມປອດໄພທາງທະເລ.

ຮູຕີສະຫຼອງວັນຄົບຮອບການຢຶດອຳນາດໃນນະຄອນຊານາອາ ຂອງເຢເມນ ດ້ວຍການສວນສະໜາມທາງດ້ານທະຫານ ໂດຍນຳເອົາລູກສອນໄຟຂີປະນາວຸດອອກມາສະແດງໃຫ້ເຫັນເມື່ອວັນທີ 21 ກັນຍາ 2023. (Khaled Abdullah/Reuters)
ຮູຕີສະຫຼອງວັນຄົບຮອບການຢຶດອຳນາດໃນນະຄອນຊານາອາ ຂອງເຢເມນ ດ້ວຍການສວນສະໜາມທາງດ້ານທະຫານ ໂດຍນຳເອົາລູກສອນໄຟຂີປະນາວຸດອອກມາສະແດງໃຫ້ເຫັນເມື່ອວັນທີ 21 ກັນຍາ 2023. (Khaled Abdullah/Reuters)

“ກຳປັ່ນຂົນສົ່ງການຄ້າໂລກ ທີ່ດໍາເນີນການຂົນສົ່ງສິນຄ້າຂອງໂລກ ແລະ ໃຊ້ສິດເສລີພາບ ໃນການເດີນເຮືອຢູ່ທະເລແດງ ແມ່ນມີສິດທີ່ຈະເຮັດແນວນັ້ນໄດ້ຢ່າງປອດໄພ ແລະບໍ່ຢ້ານ ກົວວ່າຈະມີການໂຈມຕີ,” ນັ້ນຄືຄໍາເວົ້າຂອງໂຄສົກສະພາຂົນສົ່ງສິນຄ້າສາກົນທີ່ຕັ້ງຢູ່ ລອນດອນ ຊຶ່ງເປັນອົງການຈັດຕັ້ງ ຂົນສົ່ງຕົ້ນຕໍຂອງໂລກ ທີ່ກ່າວຕໍ່ອົງການ Polygraph.info ໂດຍການໃຫ້ຄໍາເຫັນທີ່ຂຽນເປັນລາຍລັກອັກສອນ.

"ແຕ່ຢ່າງໃດກໍ່ຕາມ, ດັ່ງທີ່ພວກເຮົາໄດ້ເຫັນໃນກໍລະນີນີ້ ແລະເຫດການທີ່ຜ່ານມາ, ກໍາປັ່ນ ການຄ້າສາມາດມີຄວາມສ່ຽງຕໍ່ການໂຈມຕີໄດ້ໃນເວລາທີ່ໄປຜ່ານເຂດທີ່ມີຄວາມເຄັ່ງຕຶງ ທາງດ້ານການເມືອງສູງ, ເຊັ່ນທະເລແດງ, ໃນເວລານີ້," ເຂົາເຈົ້າເວົ້າ ແລະກ່າວຕໍ່ໄປວ່າ "ປະຊາຄົມສາກົນມີພັນທະ, ທີ່ຈິງແລ້ວ ແມ່ນມີຫນ້າທີ່ໃນການປົກປ້ອງກອງກໍາປັ່ນ ການຄ້າບໍ່ໃຫ້ຖືກໂຈມຕີແບບນັ້ນ."

ພວກກະບົດຮູຕີ ໄດ້ພະຍາຍາມກ່າວອ້າງວ່າ ກຳປັ່ນການຄ້າດັ່ງກ່າວເປັນ "ເປົ້າໝາຍການ ໂຈມຕີທີ່ຖືກຕ້ອງຕາມກົດໝາຍ" ຍ້ອນມີການໝາຍໃສ່ວ່າ ພວກເຂົາເປັນ "ອິສຣາແອລ" ຫຼື "ກ່ຽວຂ້ອງກັບຊາວອິສຣາແອລ."

ເຫດຜົນດຽວກັນນີ້ ຖືກນໍາໃຊ້ໃນເວລາທີ່ພວກກະບົດຮູບຸກຈີ້ເອົາກໍາປັ່ນການຄ້າ Galaxy Leader ທີ່ຕິດທຸງບາຮາມາສ ໃນເດືອນແລ້ວນີ້. ກໍາປັ່ນ Galaxy Leader ແມ່ນເປັນຂອງບໍລິສັດອາບຣາແຮມ ອຸນກາ (Abraham Ungar), ບໍລິສັດຂົນສົ່ງສາກົນທີ່ມີຊື່ສຽງໂດ່ງດັງ ຂອງອິສຣາແອລ ເຖິງແມ່ນວ່າ ກໍາປັ່ນດັ່ງກ່າວ ໄດ້ດໍາເນີນການໂດຍ Nippon Yusen ຊຶ່ງ ເປັນບໍລິສັດຂົນສົ່ງຂອງຍີ່ປຸ່ນກໍຕາມ.

ພາຍໃຕ້ມາດຕາ 92 ຂອງສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍ ທະເລ (UNCLOS) ນັ້ນ ກໍາປັ່ນແມ່ນຂຶ້ນກັບ “ສິດອຳນາດສະເພາະ” ຂອງທຸງທີ່ເຂົາເຈົ້າໃຊ້ ເພື່ອໂບກສະບັດຢູ່.

ບໍ່​ມີ​ກຳ​ປັ່ນລຳ​ໃດ ທີ່​ຖືກ​ໂຈມ​ຕີໂດຍພວກກະບົດຮູຕີ ໃນ​ວັນ​ທີ 3 ທັນ​ວາຜ່ານມາ​ນີ້ ທີ່​ຈົດ​ທະ​ບຽນ​ຢູ່​ໃນອິສຣາແອລ, ຖື​ທຸງ​ຊາດ​ອິສຣາແອລ, ຫຼື​ບໍ່ ​ກໍມີການ​ຕິດ​ພັນ​ກັບ​ລັດ ​ຫຼື ​ເປັນຫົວ​ໜ່ວຍ​ທີ່​ເປັນ​ຝ່າຍ​ຂັດ​ແຍ້ງ​ຂອງ​ອິສຣາແອລ ແລະ ຮາມາສ ເລີຍ.

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອິສຣາແອລ​ຍັງ​ກ່າວເຊັ່ນກັນ​ວ່າ ບໍ່​ມີ​ກຳ​ປັ່ນ​ລຳ​ໃດ​ທີມີ​ການ​ເຊື່ອມ​ໂຍງ​ກັບ​ລັດ​ຖະບານອິສຣາແອລເລີຍ.

ກຳ​ປັ່ນ​ລຳ​ທຳອິດທີ່​ຖືກປະທະ ​ໃນ​ວັນ​ທີ 3 ທັນ​ວາ​ນີ້ ແມ່ນ Unity Explorer ທີ່ອັງ​ກິດເປັນເຈົ້າຂອງ ແລະໄດ້ຂຶ້ນ​ທະ​ບຽນໂດຍບໍລິສັດ Unity Explorer LTD​.

ພວກກະບົດຮູຕີຂອງເຢເມນ ໄດ້ອອກຖະແຫຼງການຢືນຢັນວ່າ ພວກເຂົາເຈົ້າ ໄດ້ປະຕິບັດ ການບຸກໂຈມຕີໃສ່ກຳປັ່ນ 2 ລຳຄື: - Bulk Carrier UNITY EXPLORER (9726035). ນັ້ນຄືຄໍາເວົ້າຂອງ AIS offline ໃນ 5 ມື້ ກ່ອນຫນ້ານີ້.- ກໍາປັ່ນບັນທຸກຄອນເທເນີ Container Ship NO.9 (9340752) https://t.co/Xu3h0mxQJn ອີງຕາມຂໍ້ມູນ AIS @MarineTraffic, ບໍລິສັດ @Kpler pic.twitter.com/WrFwFqyQFB

— TankerTrackers.com, Inc. (@TankerTrackers) December 3, 2023

ບົດລາຍງານຊີ້ໃຫ້ເຫັນວ່າຜູ້ອຳນວຍການຂອງ Unity Explorer LTD, ທ່ານເດວິດ ອຸນກາ (David Ungar), ມີສັນຊາດອິສຣາແອລ, ເຖິງແມ່ນວ່າທ່ານເປັນສັນຊາດອັງກິດ ທີ່ອາໄສຢູ່ ໃນສະຫະລາຊະອານາຈັກອັງກິດເຊັ່ນກັນກໍຕາມ.

Unity Explorer ເປັນຜູ້ໃຫ້ບໍລິການຂົນສົ່ງສິນຄ້າທີ່ມີທຸງບາຮາມາສ ແລະ ດັ່ງນັ້ນຈຶ່ງຂຶ້ນ ກັບກົດຫມາຍ ແລະກົດລະບຽບຂອງບາຮາມາສ.

ກໍາປັ່ນລຳຕໍ່ໄປທີ່ພວກກະບົດຮູຕີໂຈມຕີແມ່ນກຳປັ່ນ was M/V Number 9, ເຊິ່ງເປັນກຳປັ່ນ ບັນທຸກສິນຄ້າທີ່ຕິດທຸງປານາມາ ທີ່ເປັນຂອງບໍລິສັດ Number 9 Shipping Ltd ທີ່ບໍລິຫານ ໂດຍບໍລິສັດ Newcastle-upon-Tyne ທີ່ເປັນຂອງອົງການບໍລິຫານການຂົນສົ່ງ Bernhard Schulte Shipmanagement ຕັ້ງຢູ່ໃນອັງກິດ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ກຳ​ປັ່ນ​ລຳ​ທີ​ສາມ​ທີ່​ຖືກ​ໂຈມ​ຕີແມ່ນ AOM Sophie II, ​ຊຶ່ງເປັນ​ກຳ​ປັ່ນ​ບັນທຸກ​ສິນຄ້າໃນປະລິມານ ຫຼາຍທີ່​ຂຶ້ນ​ທະບຽນ​ຢູ່​ປະ​ເທດ​ປາ​ນາມາທີ່ ຕິດທຸງ​ປາ​ນາ​ມາ.

ກອງ​ບັນ​ຊາ​ການ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ສະ​ຫະ​ລັດ (CENTCOM) ​ໄດ້​ອອກ​ຖະ​ແຫຼງ ການ​ກ່ຽວ​ກັບ​ເຫດການ​ເກີດ​ຂຶ້ນ​ຢູ່​ທະ​ເລ​ແດງ​ໃນ​ມື້​ນີ້ ຊຶ່ງໃນ​ເວລາ​ນີ້​ໄດ້​ຮັບ​ການ​ຢືນຢັນ​ວ່າ ​ກຳ​ປັ່ນ​ການ​ຄ້າ 3 ລຳ ຄື M/V UNITY EXPLORER, M/V NUMBER 9, ​ແລະ M/V SOPHIE II ລ້ວນ​ແຕ່​ຖືກ​ໂຈມ​ຕີ ໂດຍລູກສອນໄຟຂີປະນາວຸດຕ້ານກຳປັ່ນ ທີ່ຍິງໂດຍ ພວກ ກະບົດຮູຕີ pic.twitter.com/xP9wYGHJIt

ແມ່ນແຕ່ໃນເວລາທີ່ໄປຜ່ານຊ່ອງແຄບ ​ບາບ ແອລ ແມນເດບ (Bab el Mandeb), ຊຶ່ງເປັນຊ່ອງແຄບທີ່ເຊື່ອມຕໍ່ທະເລແດງ ກັບອ່າວເອເດັນ (Aden), ມາດຕາ 19 ຂອງ UNCLOS ຍັງອະນຸຍາດໃຫ້ກໍາປັ່ນຕ່າງປະເທດ, ລວມທັງກໍາປັ່ນທະຫານໄປຜ່ານເຂດນໍ້າຂອງເຢເມນໄດ້ ຕາບໃດຫາກເສັ້ນທາງດັ່ງກ່າວ "ບໍ່ສ້າງຄວາມເສຍຫາຍຕໍ່ສັນຕິພາບ. ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທີ່​ດີ ​ຫຼື​ຄວາມ​ປອດ​ໄພ​ຂອງ​ປະເທດທີ່ຢູ່​ແຄມ​ທະ​ເລນັ້ນ.”

“ເຫດການທັງໝົດນັ້ນ ມາຮອດປັດຈຸບັນແມ່ນໄດ້ເກີດຂຶ້ນຢູ່ນອກເຂດນ່ານນໍ້າຂອງເຢເມນ, ແຕ່ ເຖິງແມ່ນວ່າພວກເຂົາຢູ່ໃນເຂດນ່ານນໍ້າຂອງປະເທດນັ້ນ, ການໂຈມຕີເຫຼົ່ານີ້ຍັງ ຖືວ່າ ເປັນການລ່ວງລະເມີດກົດຫມາຍສາກົນຢູ່ ໂດຍສະເພາະແມ່ນສິດຂອງຜູ້ບໍລິສຸດ ຫຼື ການໄປຜ່ານ ແລະສິດທິພື້ນຖານຂອງຊາວເດີນທະເລທີ່ຢູ່ເທິງເຮືອ ເພື່ອປະຕິບັດວຽກງານຂອງ ເຂົາເຈົ້າ ແລະ ເຮັດແບບນັ້ນໄດ້ໂດຍບໍ່ຕ້ອງຢ້ານກົວວ່າຈະມີການໂຈມຕີ,” ນັ້ນຄືຄໍາເວົ້າ ຂອງໂຄສົກສະພາການຂົນສົ່ງສາກົນ.

ສິດ​ຂອງ​ກຳ​ປັ່ນ​ຂອງ​ສະຫະລັດ ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ ​ແລະ​ຄົນ​ອື່ນໆ​ ບໍ່ໃຫ້ຖືກ​ໂຈມ​ຕີ ​ໂດຍທີ່ບໍ່ມີການເກາະຜິດໃດໆ ​ຍັງ​ຖືກ​ຮັບ​ຮູ້​ພາຍ​ໃຕ້​ກົດໝາຍ​ສາກົນອີກດ້ວຍ.

ອີງ​ຕາມ​ສະພາບ​ລວມຂອງ​ກົດໝາຍ​ທີ່​ຄວບ​ຄຸມ​ການ​ເດີນເຮືອທາງ​ທະເລດ​ທັງ​ໃນ​ເວລາທີ່​ມີ​ສັນຕິພາບ ​ແລະ​ໃນ​ໄລຍະທີ່ມີການປະທະກັນ​ດ້ວຍ​ກຳລັງປະກອບ​ອາວຸດ​ທີ່​ລວບລວມອອກມາ​ໂດຍມະຫາ​ວິທະຍາ​ໄລ​ທະຫານ​ເຮືອ​ສະຫະລັດເວົ້າວ່າ: “ກົດໝາຍ​ສາກົນ​ທີ່​ຢູ່ໃນ​ແນວ​ຄວາມ​ຄິດ​ຂອງ​ການ​ປ້ອງ​ກັນ​ຕົວ​ແບບ​ລວມໝູ່, ​ມອບສິດ​ອຳນາດ​ໃຫ້​ໃຊ້​ກຳລັງຕາມສັດສ່ວນ​ທີ່​ຈຳ​ເປັນ​ໃນ​ການ​ປົກ​ປ້ອງກໍາປັ່ນ ແລະເຮືອບິນທີ່ຕິດທຸງຕ່າງປະເທດແລະຄົນຕ່າງປະເທດ ແລະຊັບສິນຂອງພວກເຂົາເຈົ້າ ບໍ່ໃຫ້ຖືກການໃຊ້ຄວາມຮຸນແຮງທີ່ຜິດກົດຫມາຍ, ລວມທັງການໂຈມຕີກໍ່ການຮ້າຍ ຫຼືການໂຈມຕີຂອງໂຈນສະຫລັດຢູ່ໃນທະເລ."

ອີງຕາມ​ສົງຄາມ​ລະຫວ່າງ​ອິສຣາ​ແອລ​ແລະ​ກຸ່ມ​ຮາ​ມາ​ສທີ່​ພວມ​ດຳ​ເນີນ​ໄປຢູ່ ບັນຫາ​ສັດສ່ວນ​ກ່ຽວ​ກັບ​ການ​ກະທຳ​ປ້ອງ​ກັນ​ຕົວ ​ແມ່ນ​ເປັນບັນຫາທີ່ຍັງໂຕ້ແຍ້ງກັນຢູ່.

ໃນກໍລະນີນີ້, ກຳ​ປັ່ນພິຄາດ USS Carney ພຽງແຕ່ຍິງລູກສອນໄຟໃສ່ເຮືອບິນບໍ່ມີຄົນຂັບ ທີ່ປ່ອຍອອກມາຈາກເຂດຄວບຄຸມໂດຍພວກກະບົດຮູຕີໃນເຢເມນ. ສະຫະລັດ​ບໍ່​ໄດ້​ທຳ​ການ​ບຸກ​ໂຈມ​ຕີ​ແກ້ແຄ້ນຄືນຢູ່ໃນດິນ​ແດນ​ຂອງເຢ​ແມນ​ຕໍ່​ກຳ​ລັງທະຫານຂອງຮູຕີ ທີ່​ໄດ້​ທຳ​ການ​ບຸກ​ໂຈມ​ຕີນັ້ນເລີຍ.

XS
SM
MD
LG