ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ກຸ່ມຮູຕີ ເອົາໃຈ ຈີນ ແລະ ຣັດເຊຍ ດ້ວຍການກ່າວອ້າງວ່າ ການແລ່ນເຮືອຜ່ານທະເລແດງ ປອດໄພ


ພວກຊົນເຜົ່າທີ່ຈົ່ງຮັກພັກດີຕໍ່ກຸ່ມຮູຕີຍ່າງຢຽບທຸງຂອງສະຫະລັດ ແລະອິສຣາແອລ ໃນລະຫວ່າງການສ່ວນສະໜາມທາງທະຫານ ສຳລັບພວກຜູ້ສະໝັກຊຸດໃໝ່ທ່າມກາງຄວາມເຄັ່ງຕຶງທີ່ທະວີຂຶ້ນກັບກຸ່ມພັນທະມິດນຳພາໂດຍສະຫະລັດ ໃນທະເລແດງ, ຢູ່ທີ່ ບານີ ຮູຊາຍສ໌, ວັນທີ 22 ມັງກອນ 2024. (Khaled Abdullah/Reuters)
ພວກຊົນເຜົ່າທີ່ຈົ່ງຮັກພັກດີຕໍ່ກຸ່ມຮູຕີຍ່າງຢຽບທຸງຂອງສະຫະລັດ ແລະອິສຣາແອລ ໃນລະຫວ່າງການສ່ວນສະໜາມທາງທະຫານ ສຳລັບພວກຜູ້ສະໝັກຊຸດໃໝ່ທ່າມກາງຄວາມເຄັ່ງຕຶງທີ່ທະວີຂຶ້ນກັບກຸ່ມພັນທະມິດນຳພາໂດຍສະຫະລັດ ໃນທະເລແດງ, ຢູ່ທີ່ ບານີ ຮູຊາຍສ໌, ວັນທີ 22 ມັງກອນ 2024. (Khaled Abdullah/Reuters)
ທ້າວ ໂມຮໍາເມັດ ອາລ-ບັກຮາຍຕິ

ທ້າວ ໂມຮໍາເມັດ ອາລ-ບັກຮາຍຕິ

ສະມາຊິກກົມການເມືອງຂອງກຸ່ມຮູຕີກ່າວວ່າ

"ກ່ຽວກັບບັນດາປະເທດອື່ນໆ, ລວມທັງຣັດເຊຍແລະຈີນ ແມ່ນບໍ່ມີຫຍັງເປັນໄພຂົ່ມຂູ່ຕໍ່ການຂົນສົ່ງຂອງເຂົາເຈົ້າຢູ່ໃນຂົງເຂດນີ້."

ຜິດ

ຣັດ​ເຊຍ ແລະ​ອີ​ຣ່ານພວມ​ໃຊ້​ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ເຂົາ​ເຈົ້າ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ທີ່​ບິດ​ເບືອນຄວາມຈິງ ກ່ຽວກັບເນື້ອແທ້ຂອງການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ເຢ​ເມນ ​ຕໍ່​ກຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ​ແດງ. ການເລົ່າເລື່ອງລາວທີ່ບໍ່ເປັນຈິງຂອງທັງສອງປະເທດພັນທະມິດ ທີ່ ວ່ານີ້ ແມ່ນອອກແບບມາ ເພື່ອປົກປິດສິ່ງທີ່ບໍ່ດີຂອງພວກກະບົດຮູຕີ ໃນຂະນະທີ່ເຮັດແບບ ບໍ່ຖືກ ເພື່ອໃຫ້ໃຫ້ຄົນເຊື່ອວ່າສະຫະລັດເປັນຝ່າຍທີ່ຮັບຜິດຊອບຕໍ່ການກະທໍາທີ່ເປັນປໍລະປັກກັນຢູ່ໃນທະເລແດງ.

ໃນວັນ​ທີ 17 ມັງກອນຜ່ານ​ນີ້, ສະຫະລັດໄດ້​ຈັດໃຫ້ກຸ່ມ​ກະບົດຮູຕີ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ໃຫຍ່ ຄືນອີກ.

ໃນວັນ​ທີ 19 ມັງກອນຜ່ານມາ​ນີ້, ໜັງສືພິມ Izvestia ທີ່​ສະໜັບສະໜູນ​ວັງເຄຣັມລິນ ​ໄດ້​ໃຫ້​ສຳພາດ​ທ້າວໂມຮໍາເມັດ ອາລ-ບັກຮາຍຕິ (Mohammed al-Bukhaiti), ສະມາຊິກ​ກົມ​ການ​ເມືອງ​ຂອງ​ກຸ່ມກະບົດຮູຕີ.

ທ້າວອາລ-ບັກຮາຍຕິ (Al-Bukhiti) ກ່າວອ້າງວ່າ ພວກຮູຕີ “ເຄົາລົບ” ສິດທິຂອງກຳປັ່ນພົນລະເຮືອນໃນການໄປຜ່ານທີ່ບໍລິສຸດໄດ້ ແລະມີແຕ່ຈະໂຈມຕີກຳປັ່ນ ທີ່ເປັນຂອງອິສຣາແອລ ຫຼື “ມີການເຊື່ອມໂຍງກັບອິສຣາແອລແບບໃດແບບນຶ່ງ ເທົ່ານັ້ນ”

ລາວ​ຊີ້​ບອກ​ວ່າ ສະຫະລັດ​ແລະອັງກິດ ທີ່​ໄດ້​ຕອບ​ໂຕ້​ຕໍ່​ກຸ່ມຮູຕີຍ້ອນພວກເຂົາໄດ້ທໍາການໂຈມ​ຕີ​ ຈະ “ບໍ່​ສາມາດ​ນຳ​ໃຊ້​ເສັ້ນເລືອດທາງການ​ຄ້າ​ທີ່​ສຳຄັນ​ສາຍນຶ່ງ​ຂອງ​ໂລກໄດ້.”

ລາວກ່າວວ່າ "ກ່ຽວກັບບັນດາປະເທດອື່ນໆ, ລວມທັງຣັດເຊຍແລະຈີນ, ແມ່ນບໍ່ມີຫຍັງເປັນໄພຂົ່ມຂູ່ຕໍ່ການຂົນສົ່ງຂອງເຂົາເຈົ້າຢູ່ໃນຂົງເຂດນີ້,"

ພວກສະໜັບສະໜຸນກຸ່ມຮູຕີ ໃນນະຄອນຫຼວງ ຊານາອາ ເຂົ້າຮ່ວມການໂຮມຊຸມນຸມໃນການສະໜັບສະໜຸນ ຊາວປາແລັສໄຕນ໌ ໃນແຫຼມກາຊາ, ແລະ ຕໍ່ຕ້ານລັດຖະບານສະຫະລັດ ຕໍ່ການກຳນົດກຸ່ມຮູຕີ ໃຫ້ເປັນກຸ່ມກໍ່ການຮ້າຍ ໃນວັນທີ 19 ມັງກອນ 2024. (Osamah Abdulrahman/AP)
ພວກສະໜັບສະໜຸນກຸ່ມຮູຕີ ໃນນະຄອນຫຼວງ ຊານາອາ ເຂົ້າຮ່ວມການໂຮມຊຸມນຸມໃນການສະໜັບສະໜຸນ ຊາວປາແລັສໄຕນ໌ ໃນແຫຼມກາຊາ, ແລະ ຕໍ່ຕ້ານລັດຖະບານສະຫະລັດ ຕໍ່ການກຳນົດກຸ່ມຮູຕີ ໃຫ້ເປັນກຸ່ມກໍ່ການຮ້າຍ ໃນວັນທີ 19 ມັງກອນ 2024. (Osamah Abdulrahman/AP)

ນັ້ນແມ່ນບໍ່ຖືກຕ້ອງ.

ພວກຮູຕີໄດ້ທຳການໂຈມຕີຫຼາຍສິບຄັ້ງຕໍ່ພວກເຮັດການຄ້າ ແລະກຳປັ່ນຂົນສົ່ງສິນຄ້າຕັ້ງແຕ່ວັນທີ 19 ພະຈິກ 2023 ມາ ເພື່ອສະແດງຄວາມສາມັກຄີກັບປາແລສໄຕນ໌ ແລະຄັດຄ້ານ ຕໍ່ອິສຣາແອລ.

ກຳ​ປັ່ນ​ຫຼາຍ​ລຳ​ທີ່​ກຸ່ມຮູຕີໂຈມ​ຕີ​ບໍ່​ໄດ້​ເຊື່ອມໂຍງກັບ​ອິສຣາແອລ, ອັງ​ກິດ, ສະຫະລັດ ແລະກໍ​ບໍ່​ໄດ້​ຂ້າມຜ່ານ​ໄປ​ຍັງ​ອິສຣາແອລ ແຕ່ຢ່າງໃດເລີຍ.

ຈະຢູ່ໃນກໍລະນີໃດກໍ່ຕາມ, ກໍາປັ່ນການຄ້າບໍ່ແມ່ນເປົ້າຫມາຍທາງທະຫານທີ່ຖືກຕ້ອງຊອບທໍາເລີຍ.

ການໃຫ້ສໍາພາດຂອງທ້າວອາລ-ບັກຮາຍຕິ ມີຂຶ້ນນຶ່ງອາທິດ ຫຼັງຈາກມີລາຍງານວ່າ ພວກຮູຕີ ໄດ້ແນເປົ້າໝາຍໃສ່ກຳປັ່ນບັນທຸກນ້ຳມັນຂອງຣັດເຊຍຍ້ອນ “ເຂົ້າໃຈຜິດ” ເປັນເທື່ອທີສອງແລ້ວ.

ການ​ໂຈມ​ຕີ​ໃນ​ວັນ​ທີ 12 ມັງກອນຜ່ານມາ ໄດ້​ແນ​ເປົ້າ​ໃສ່​ກຳ​ປັ່ນຄາລີຊາ (Khalisa) ທີ່ຕິດທຸງ​ປາ​ນາ​ມາ ຊຶ່ງ​ເປັນ​ກຳ​ປັ່ນຂອງບໍລິສັດ Seychelles ທີ່​ສາມາດອອກ​ຈາກ​ເມືອງຊາຈາ (Sharjah) ຂອງ​ສະຫະລັດ​ ອາຣັບ​ເອເມີ​ເຣສໄປ. ກຳ​ປັ່ນ​ລຳ​ນີ້​ບັນທຸກ​ນ້ຳມັນ​ຈາກ​ທ່າ​ກຳ​ປັ່ນ ອຸສຕ-ລູກາ (Ust-Luga) ຂອງ​ຣັດດ​ເຊຍ ທີ່​ຕັ້ງ​ຢູ່​ໃກ້​ອ່າວ​ຟິນ​ແລນ.

ບໍລິສັດຮັກສາຄວາມປອດໄພໃນການເດີນເຮືອຂອງອັງກິດແອມເບຣ (Ambrey) ຄາດຄະເນວ່າ ກຳ​ປັ່ນຄາລີຊາໄດ້ຖືກໂຈມຕີແບບຜິດພາດ ເນື່ອງຈາກຂໍ້ມູນເກົ່າທີ່ລະບຸວ່າກໍາປັ່ນນັ້ນ ເປັນ "ເຄືອຂ່າຍຂອງອັງກິດ."

ມັນ​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ພວກຮູຕີ​ປາກົດວ່າໄດ້​ລະບຸ​ເປົ້າ​ໝາຍໂຈມຕີທີ່ຜິດພາດ​ ຍ້ອນ​ຂໍ້​ມູນທາງ​ອອນ​ລາຍ​ທີ່​ບໍ່​ຖືກ​ຕ້ອງ ຫຼື ​ລ້າ​ສະ​ໄໝ​.

ໃນວັນ​ທີ 18 ທັນ​ວາ​ຜ່ານ​ມາ, ພວກ​ຫົວ​ຮຸນ​ແຮງຮູຕີໄດ້​ໂຈມ​ຕີ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນສະວານ ແອັດແລນຕິກຂອງ​ນໍ​ເວ.

ເຈົ້າ​ຂອງ​ກຳ​ປັ່ນ, ບໍລິສັດບັນທຸກນໍ້າມັນ Inventor Chemical Tankers ກ່າວ​ວ່າ ຕົນ​ອາດ​ຈະ​ຖືກ​ໂຈມ​ຕີ​ຍ້ອນ​ຂໍ້​ມູນ​ທີ່​ຖືກ​ພິມ​ເຜີຍ​ແຜ່​ທາງ​ອອນ​ລາຍ​ໂດຍອົງການການສັນຈອນ ທາງທະເລ (Marine Traffic) ຊຶ່ງເປັນ​ເວັບ​ໄຊ​ແຫລ່ງຂໍ້ມູນເປີດໃຫ້ຄົນທົ່ວໄປໃຊ້​ຕິດ​ຕາມ​ກໍາປັ່ນ, ກ່າວ ​ຢ່າງ​ບໍ່​ຖືກ​ຕ້ອງ​ວ່າ “ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ​ກັບ​ອິ​ສ​ຣາ​ແອລ” ແຫ່ງນຶ່ງໄດ້​ຄຸ້ມ​ຄອງກໍາປັ່ນ Swan Atlantic.

ໃນ​ກໍ​ລະ​ນີ​ອື່ນ​, ພວກຮູຕີໄດ້​ໂຈມ​ຕີ​ກໍາ​ປັ່ນ​ທີ່​ເຂົາ​ກ່າວອ້າງ​ວ່າ​ດີນທາງ​ໄປຫາ​ອິ​ສ​ຣາ​ແອລ.​

ໃນວັນ​ທີ 16 ມັງກອນ​ນີ້, ພວກ​ຮູຕີ​ໄດ້​ໂຈມ​ຕີ​ກຳ​ປັ່ນໂຊກຣາຍເຟຍ (Zografia) ຊຶ່ງເປັນກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າຈໍານວນຫຼາຍຂອງກຣີສ​ທີ່ຕິດ​ທຸງປະເທດມາລຕາ. ​ແຫຼ່ງຂ່າວກະຊວງ​ການ​ເດີນ​ທະ​ເລ​ຂອງ​ກຣີສ​ກ່າວຕໍ່ອົງການຂ່າວ​ Agence France-Presse ຂອງຝຣັ່ງ ວ່າກຳ​ປັ່ນ​ລຳ​ນີ້ ​ພວມ​ແລ່ນອອກຈາກຫວຽດນາມ ​ໄປ​ຍັງອິສຣາແອລ​.

ແຕ່ຢ່າງໃດກໍຕາມ, ແວສໂຊລຟາຍດີ (Vessel Finder) ທີ່ເປັນເວັບໄຊທ໌ຕິດຕາມກໍາປັ່ນ ຊີ້ບອກວ່າ ກໍາປັ່ນ Zografia ກໍາລັງເດີນທາງໄປຍັງຄອງຊູເອດ (Suez), ປະເທດອີຈິບ, ໃນເວລາທີ່ເກີດການໂຈມຕີ ໃນຂະນະທີ່ກະຊວງນະໂຍບາຍດ້ານຂົນສົ່ງທາງນໍ້າ ແລະເກາະຂອງກຣີສ ກ່າວວ່າ ກໍາປັ່ນໄດ້ມຸ້ງຫນ້າໄປຍັງຄອງຊູເອດເທົ່ານັ້ນ, ອີງຕາມອົງການເອ ພີ ຫລື Associated Press.

ໃນວັນ​ທີ 2 ມັງກອນ​ນີ້, ກຸ່ມຮູຕີ ​ໄດ້​ພະຍາຍາມ​ບຸກ​ໂຈມ​ຕີ​ກຳ​ປັ່ນ​ບັນທຸກ​ຕູ້ຄອນເທນເນີ້ຂອງ ບໍລິສັດຝຣັ່ງ CMA CGM Tage ​ທີ່​ຕິດທຸງປະເທດມາລຕາ. ພວກຮູຕີກ່າວອ້າງວ່າ ກຳປັ່ນ ລຳດັ່ງກ່າວ ໄດ້ແລ່ນໄປຍັງອິສຣາແອລ.

ແຕ່ບໍລິສັດ CMA CGM ບອກກັບອົງການຂ່າວຣອຍເຕີ້ສ ວ່າ ກໍາປັ່ນລໍານັ້ນໄດ້ມຸ່ງຫນ້າໄປຍັງອີຈິບ, ບໍ່ແມ່ນອິສຣາແອລ.

ໃນວັນ​ທີ 16 ທັນ​ວາຜ່ານມາ​ນີ້ ພວກຮູຕີໄດ້​ໂຈມ​ຕີ​ກຳ​ປັ່ນ MSC Palatium ທີ III ທີ່​ຕິດ​ທຸງ ໄລບີເຣຍ ຊຶ່ງ​ເປັນ​ຂອງ​ບໍ​ລິ​ສັດຂົນສົ່ງ MSC Mediterranean Shipping.

ໃນມື້​ດຽວ​ກັນ, ພວກ​ຮູຕີໄດ້​ໂຈມ​ຕີ​ກຳ​ປັ່ນ​ທີ່​ຕິດ​ທຸງໄລບີເຣຍອີກ​ລຳ​ນຶ່ງ, ກຳ​ປັ່ນອາລ ຈາສຣາ (Al Jasrah) ທີ່ດຳ​ເນີນ​ງານ​ໂດຍບໍລິສັດຂົນ​ສົ່ງ Hapag Lloyd ທີ່​ມີ​ສຳນັກງານ​ຢູ່​ເຢຍຣະ​ມັນ.

ບໍລິສັດ MSC Palatium III ໄດ້ລະບຸວ່າ ເມືອງທ່າເຮືອຈີດດາ (Jeddah)ໃນຊາອຸດີ ອາຣາ ເບຍ ຄືຈຸດຫມາຍປາຍທາງຂອງຕົນ ຊຶ່ງການກ່າວອ້າງນີ້ ແມ່ນກົງກັັນກັບຂໍ້ມູນຈາກເວັບໄຊ ການຈະລາຈອນທາງທະເລ (Marine Traffic), ອີງຕາລາຍງານຂອງອົງການຂ່າວ Reuters.

MSC ກ່າວ​ວ່າ ກຳ​ປັ່ນ​ອີກ​ລຳ​ນຶ່ງ​ຂອງ​ຕົນ ຄື​ກຳ​ປັ່ນອາລີຢານາ (Alyana) ທີ່​ຕິດ​ທຸງ​ໄລ​ບີ​ເຣຍ ຊຶ່ງ​ພວກຮູຕີໄດ້ທໍາການຂົ່ມຂູ່​ແຕ່​ບໍ່​ໄດ້​ໂຈມ​ຕີໃນ​ວັນ​ທີ 16 ທັນວາ​ນັ້ນ ກໍໄດ້​ຖືກ​ລະບຸ​ວ່າ​ຈະ​ໄປ​ຫາເມືອງທ່າເຮືອຈີດດາ.

ກໍາປັ່ນອາລ ຈາສຣາ (Al Jasrah), ທີ່ມີລູກເຮືອເປັນຊາວຟີລິບປິນ, ກໍາລັງເດີນທາງຈາກທ່າເຮືອເພຣເອີສ (Piraeus) ຂອງກຣີສໄປຍັງສິງກະໂປ.

ໃນວັນ​ທີ 19 ພະຈິກ 2023, ພວກ​ຮູຕີໄດ້​ຈີ້ເອົາ​ກຳ​ປັ່ນ​ການ​ຄ້າກາເລັກຊີ ລີດເດີ້ (Galaxy Leader) ​ທີ່​ຕິ​ດທຸງບາຮາມາສ (Bahamas), ​ເອົາ​ສະມາຊິກລູກເຮືອທີ່ເປັນ​ຊາວ​ຟີ​ລິບ​ປິນ 17 ຄົນໄປ​ເປັນ​ຕົວ​ປະກັນ. ກໍາປັ່ນ Galaxy Leader ແມ່ນດໍາເນີນງານ ໂດຍບໍລິສັດ ນິບປອນ ຢູເຊນ (Nippon Yusen), ບໍລິສັດຂົນສົ່ງຂອງຍີ່ປຸ່ນ, ແລະເປັນຂອງບໍລິສັດຂົນສົ່ງ Ray Car Carriers ທີ່ລົງທະບຽນຢູ່ໃນອັງກິດ. ແຕ່ຢ່າງໃດກໍຕາມບໍລິສັດຂົນສົ່ງ Ray Car Carriers ແລະ ກໍາປັ່ນ Galaxy Leader ແມ່ນເປັນຂອງບໍລິສັດຂົນສົ່ງ Ray Shipping ທີ່ຕັ້ງຢູ່ນະຄອນ ແທລອາວີບ (Tel Aviv) ຂອງອິສຣາແອລ.

ເຊັ່ນດຽວກັບກໍາປັ່ນ Galaxy Leader, ກໍາປັ່ນຫຼາຍລໍາທີ່ພວກຮູຕີ ໄດ້ແນເປົ້າໂຈມຕີນັ້ນມີລູກກເຮືອຈາກຫລາຍຊາດ ໂດຍທີ່ບໍ່ມີການເຊື່ອມໂຍງກັບອິສຣາແອລ, ອັງກິດ ຫຼື ອີຈິບເລີຍ. ກຳ​ປັ່ນ​ບາງ​ລຳແມ່ນກະທັ້ງໃຫ້​ສັນຍານ​ວ່າ ​ລູກເຮືອຂອງ​ເຂົາ​ເຈົ້າ​ແມ່ນ​ຊາວ​ຈີນ​ທັງ​ໝົດເລີຍ ​ເພື່ອ​ຫຼີກ​ລ້ຽງການ​ໂຈມ​ຕີ.

ໃນວັນ​ທີ 3 ທັນ​ວາ​ນີ້, ພວກ​ກະ​ບົດຮູຕີ ໄດ້ເລີ້ມການໂຈມຕີຢ່າງຕໍ່ເນື່ອງ​ດ້ວຍເເຮືອບິນ​ບໍ່​ມີ​ຄົນ​ຂັບ ​ແລະ​ລູກ​ສອນ​ໄຟ​ໂຈມ​ຕີ​ ຕໍ່ກຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ​ແດງ ໂດຍຍິງຖືກ​ກຳ​ປັ່ນ 3 ລຳ.

ໃນມື້ນັ້ນ, ພວກຮູຕີ ໄດ້ໂຈມຕີກໍາປັ່ນ Unity Explorer ທີ່ເປັນຂອງໂດຍບໍລິສັດ Unity Explorer ຈໍາກັດທີ່ລົງທະບຽນຢູ່ໃນອັງກິດ.

ບົດລາຍງານຕ່າງໆ ຊີ້ໃຫ້ເຫັນວ່າຜູ້ອໍານວຍການຂອງບໍລິສັດ Unity Explorer ຈໍາກັດ, ທ່ານເດວິດ ອຸນກາ (David Ungar), ມີສັນຊາດອິສຣາແອ ແຕ່ລາວກໍມີສັນຊາດອັງກິດທີ່ອາໄສຢູ່ໃນອີກດ້ວຍ.

Unity Explorer ເປັນກໍາປັ່ນບັນທຸກສິນຄ້າທີ່ຕິດທຸງບາຮາມາສ ແລະເພາະສະນັ້ນຈຶ່ງຕ້ອງໄດ້ໃຊ້ກົດຫມາຍ ແລະກົດລະບຽບຂອງບາຮາມາສ.

ກໍາປັ່ນລຳຕໍ່ໄປແມ່ນກໍາປັ່ນບັນທຸກ M/V ໝາຍເລກ 9 — ເປັນກຳປັ່ນບັນທຸກສິນຄ້າທີ່ຕິດ ທຸງປານາມາທີ່ເປັນຂອງບໍລິສັດຂົນສົ່ງ ຫລື Shipping Ltd., ນໍ້າເບີ 9 ຊຶ່ງບໍລິຫານໂດຍບໍລິສັດ Bernhard Schulte Shipmanagement ທີ່ຕັ້ງຢູ່ນະຄອນນີວຄາສໂຊລ (Newcastle), ປະເທດອັງກິດ.

ເຖິງແມ່ນວ່າ ທີ່ພວກຮູຕີດຽວນີ້ໄດ້ລວມເອົາອັງກິດເຂົ້າໄປຢູ່ໃນບັນຊີຂອງເປົ້າຫມາຍການ ໂຈມຕີ ທີ່ຖືກຕ້ອງຊອບທໍາກໍຕາມ, ມັນບໍ່ແມ່ນເປັນເຊັ່ນນັ້ນ ໃນເວລາການໂຈມຕີເຫລົ່ານັ້ນ ທີ່ເກີດຂຶ້ນກ່ອນຫນ້ານັ້ນ, ເຊິ່ງເກີດຂຶ້ນຫຼາຍກວ່ານຶ່ງເດືອນກ່ອນທີ່ສະຫະລັດ ແລະອັງກິດ ຕອບໂຕ້ຕໍ່ພວກຮູຕີ ໃນວັນທີ 11 ມັງກອນ.

ກຳ​ປັ່ນ​ລຳ​ທີ 3 (The third ship) ຖືກໂຈມຕີໃນ​ວັນ​ທີ 3 ທັນ​ວາຜ່ານມາ​ ແມ່ນກຳ​ປັ່ນ AOM Sophie ທີ II ຊຶ່ງເປັນກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ສິນຄ້າຈໍານວນຫລາຍຂອງ​ຍີ່​ປຸ່ນທີ່​ຂຶ້ນ​ທະ​ບຽນ​ຢູ່ປາ​ນາ​ມາ ແລະ ​ຕິດ​ທຸງ​ປາ​ນາ​ມາ. ກຳ​ປັ່ນ​ລຳ​ນັ້ນ ​ໄດ້​ເດີນທາງ​ຈາກ​ເວ​ເນ​ຊູ​ເອລາ​ໄປຫາ​ຈີນ.

ຈີນ​ທີ່​ເປັນ​ເພື່ອນມິດ​ກັບ​ອີ​ຣ່ານ​ ແລະ​ໄດ້​ສົ່ງສັນຍານ​ໃຫ້​ເຫັນວ່າ​ສະໜັບສະໜຸນ​ການຕໍ່ສູ້​ຂອງ​ປາ​ແລັ​ສ​ໄຕ​ນ໌, ພະຍາຍາມ​ດຸ່ນດ່ຽງ ຜົນ​ປະ​ໂຫຍ​ດທາງດ້ານ​ການ​ເມືອງ ​ແລະການ​ຄ້າ​ຂອງຕົນໃນ​ຂົງເຂດນັ້ນ. ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ຍຸຕິ "ການ​ຮາວີ​ກໍາປັ່ນ​ພົນ​ລະ​ເຮືອນ" ໃນ​ທະ​ເລ​ແດງ​.

XS
SM
MD
LG