ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ກົງກັນຂ້າມກັບຄໍາກ່າວອ້າງ, ຈີນມີຄວາມຮັບຜິດຊອບໃນການຫຼຸດຜ່ອນມົນລະພິດລົງ ໃນຖານະທີ່ເປັນປະເທດສ້າງມົນລະພິດສູງທີ່ສຸດໃນໂລກ


ພວກຄົນພາກັນຍ່າງຜ່ານ ສະຖານທີ່ຈັດກອງປະຊຸມສຸດຍອດ ດ້ານດິນຟ້າອາກາດ COP28 ຂອງອົງການສະຫະປະຊາຊາດ, ເມື່ອວັນຈັນ ທີ 4 ທັນວາ 2023, ຢູ່ໃນນະຄອນ ດູໄບ, ສະຫະລັດອາຣັບເອເມີເຣັສ. (AP Photo/Peter Dejong)
ພວກຄົນພາກັນຍ່າງຜ່ານ ສະຖານທີ່ຈັດກອງປະຊຸມສຸດຍອດ ດ້ານດິນຟ້າອາກາດ COP28 ຂອງອົງການສະຫະປະຊາຊາດ, ເມື່ອວັນຈັນ ທີ 4 ທັນວາ 2023, ຢູ່ໃນນະຄອນ ດູໄບ, ສະຫະລັດອາຣັບເອເມີເຣັສ. (AP Photo/Peter Dejong)
ທ່ານວິກຕໍ ກາວ

ທ່ານວິກຕໍ ກາວ

ຮອງປະທານສູນກາງວ່າດ້ວຍຈີນ ແລະໂລກາພິວັດ ກ່າວວ່າ:

"ສໍາລັບບັນດາປະເທດທີ່ພັດທະນາ, ຖ້າເວົ້າໃນແງ່ປະຫວັດສາດແລ້ວ, ພວກເຂົາໄດ້ສ້າງມົນລະພິດ ຫຼາຍ ກ່ວາປະເທດທີ່ກໍາລັງພັດທະນາຫຼາຍ, ພວກເຂົາຄວນຈະປະຕິບັດການຫຼາຍກວ່ານີ້ ເພື່ອຫຼຸດຜ່ອນຜົນ ກະທົບຂອງການປ່ຽນແປງທາງດ້ານດິນຟ້າອາກາດ."

ເຮັດໃຫ້ເຂົ້າໃຈຜິດ.

ຢູ່ທີ່ກອງປະຊຸມສະພາບອາກາດຂອງສະຫະປະຊາຊາດ ຫຼື COP28 ຊຶ່ງເປັນກອງ​ປະ​ຊຸມ​ກ່ຽວກັບສະ​ພາບ​ອາ​ກາດ ​ທີ່​ສໍາ​ຄັນ​ທີ່​ສຸດ​ຂອງ​ໂລກຈັດ​ຂຶ້ນ​ຢູ່ນະຄອນຫຼວງດູບາຍ, ນັກ​ສັງ​ເກດ​ການ​ທີ່​ເຊື່ອມໂຍງກັບ​ລັດຖະບານຈີນ​ໄດ້ໃຫ້​ການ​ວິ​ເຄາະ​ທີ່ບໍ່ຖືກຕ້ອງ​ ເພື່ອ​ເຮັດໃຫ້ຄວາມ​ຮັບ​ຜິດ​ຊອບ​ທາງດ້ານ​ນິ​ເວດ​ຂອງ​ປັກ​ກິ່ງຫຼຸດລົງ.

ໂດຍທີ່ເປັນກອງ​ປະຊຸມ​ໃຫຍ່ທີ່ສຸດ​ຂອງ​ບັນດາ​ຜູ້ນຳ​ໂລກ​ໃນ​ປີ​ນີ້, COP28 ​ເປັນ​ໂອກາດທີ່​ຈະໃຫ້​ມີການດັດແກ້​ເປົ້າ​ໝາຍ​ທີ່ວາງ​ອອກ​ເມື່ອ 8 ປີ​ກ່ອນ​ຢູ່ໃນກອງປະຊຸມ COP21 ທີ່​ປາຣີ, ​ເມື່ອ​ມີເກືອບຮອດ 200 ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ຈຳກັດ​ສະພາບ​ໂລກ​ຮ້ອນ​ໃຫ້​ຕ່ຳ​ກວ່າ 2 ອົງສາແຊລຊຽສ (2°C) ​ທຽບ​ໃສ່ກັບ​ລະດັບໃນສະ​ໄໝກ່ອນຍຸກ​ອຸດສາຫະກຳ.

ຮອງປະທານາທິບໍດີ ສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວຢູ່ທີ່ກອງປະຊຸມສຸດຍອດສະພາບອາກາດ COP28 ຂອງອົງການສະຫະປະຊາຊາດ, ວັນເສົາ ທີ 2 ທັນວາ 2023, ຢູ່ໃນນະຄອນດູໄບ, ສະຫະລັດອາຣັບເອເມີເຣັສ. (AP Photo/Kamran Jebreili)
ຮອງປະທານາທິບໍດີ ສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວຢູ່ທີ່ກອງປະຊຸມສຸດຍອດສະພາບອາກາດ COP28 ຂອງອົງການສະຫະປະຊາຊາດ, ວັນເສົາ ທີ 2 ທັນວາ 2023, ຢູ່ໃນນະຄອນດູໄບ, ສະຫະລັດອາຣັບເອເມີເຣັສ. (AP Photo/Kamran Jebreili)

ຢູ່ທີ່​ຈີນນັ້ນ, ທ່ານວິກຕໍ ກາວ (Victor Gao), ຮອງ​ປະທານ​ສູນ​ກາງວ່າດ້ວຍ​ຈີນ ​ແລະ​ໂລກາ​ພິວັດ, ຊຶ່ງເປັນອົງການ​ຄົ້ນຄວ້າຕັ້ງ​ຢູ່​ປັກ​ກິ່ງໄດ້​ໂຕ້ແຍ້ງວ່າ ປະ​ເທດ​ທີ່​ພັດທະນາ​ແລ້ວ​ສ້າງ​ມົນ​ລະ​ພິດຫຼາຍຂຶ້ນຢ່າງເປັນປະຫວັດການ, ​ເພາະສະ​ນັ້ນ ຈະຕ້ອງມີ​ຄວາມ​ຮັບຜິດຊອບຫຼາຍກວ່າ​ຕໍ່​ສະພາບ​ໂລກ​ຮ້ອນ​.

ໃນ​ບົດ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ທີ 30 ພະຈິກ​ນີ້​ຢູ່​ໜັງສືພິມ Global Times ຂອງ​ຈີນ, ທ່ານກາວ (Gao) ກ່າວອ້າງ​ວ່າ:

"ສໍາລັບບັນດາປະເທດທີ່ພັດທະນາ, ຖ້າເວົ້າໃນແງ່ປະຫວັດສາດແລ້ວ, ພວກເຂົາໄດ້ ສ້າງ ມົນລະພິດຫຼາຍກ່ວາປະເທດທີ່ກໍາລັງພັດທະນາຫຼາຍ, ພວກເຂົາຄວນຈະປະຕິບັດການຫຼາຍ ກວ່ານີ້ ເພື່ອຫຼຸດຜ່ອນຜົນກະທົບຂອງການປ່ຽນແປງທາງດ້ານດິນຟ້າອາກາດ."

ນັ້ນເປັນການເຮັດໃຫ້ເຂົ້າໃຈຜິດ.

ມັນມີຄວາມຈິງບາງຢ່າງຢູ່ໃນນັ້ນ, ເພາະວ່າການປ່ອຍອາຍພິດອອກມາ ແມ່ນແຕ່ໃນ ຫຼາຍຮ້ອຍປີກ່ອນມັນກໍຍັງປະກອບສ່ວນເຮັດໃຫ້ເກີດສະະພາບໂລກຮ້ອນໃນທຸກມື້ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ, ຄໍາເວົ້າ​ດັ່ງກ່າວ ໄດ້​ສະທ້ອນໃຫ້ເຫັນ​ເຖິງ​ທ່າ​ທີ​ທາງ​ການ​ຂອງ​ຈີນ ​ທີ່​ວ່າ​ປະ​ເທດ​ອຸດສາຫະກຳ​ທີ່ກ້າວໜ້າ​ຄວນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ໃນການ​ຫຼຸດຜ່ອນຜົນກະ ທົບຕໍ່​ສິ່ງ​ແວດ​ລ້ອມໃນສັດສ່ວນທີ່ໃຫຍ່ຫຼວງ​ ​ແລະ ບໍ່​ສົນ​ໃຈຕໍ່ຄວາມເປັນ​ຈິງທີ່ວ່າ ​ເຖິງ​ແມ່ນຈະເວົ້າ​ໃນ​ແງ່​ປະຫວັດສາດ ຈີນກໍ​ບໍ່​ໄດ້ແມ່ນ​ປະ​ເທດ​ທີ່​ເປັນ​ມິດ​ກັບສະພາບ​ດິນ​ຟ້າ​ອາກາດ ພໍປານໃດ.

ໃນລະຫວ່າງປີ 1850 ຫາ 2021 ຈີນໄດ້ປ່ອຍອອາຄາບອນ (CO2) 284 ຕື້ໂຕນ, ອີງຕາມ ການລາຍງານຂອງຄາບອນບຣີຟ (Carbon Brief) ຊຶ່ງເປັນເວັບໄຊທ໌ທີ່ມີຄວາມຊ່ຽວຊານ ດ້ານນະໂຍບາຍການປ່ຽນແປງດິນຟ້າອາກາດຂອງອັງກິດ. ນັ້ນ​ແມ່ນເປັນ​ອັນ​ທີ 2 ຖັດ​ຈາກ ສະຫະລັດ​ທີ່ປ່ອຍອອກ 509 ຕື້​ໂຕນ ​ໃນ​ໄລຍະ​ດຽວ​ກັນ.

ການ​ວິ​ເຄາະ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດທີ່ໃຊ້​ຖ່ານ​ຫີນ​ຂອງ​ຈີນ ​ນັບ​ແຕ່​ປີ 2000 ມາ ຄືສາເຫດ​ຕົ້ນຕໍທີ່​ເຮັດ​ໃຫ້ຈີນມີສະຖານະເຊັ່ນນັ້ນໃນ​ປັດ​ຈຸ​ບັນນີ້.

ຍິ່ງ​ໄປ​ກວ່າ​ນັ້ນ, ນັບ​ແຕ່​ປີ 2019 ເປັນຕົ້ນ​ມາ, ຈີນ​ໄດ້​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຫຼາຍ​ກວ່າ​ປະ​ເທດ​ທີ່​ພັດທະນາທີ່ຮວມເຂົ້າກັນທັງໝົດ​ໃນ​ແຕ່ລະ​ປີ, ດັ່ງ​ນັ້ນ ມັນຈຶ່ງ​ໄດ້ກາຍ​ເປັນ​ຜູ້​ປ່ອຍ​ມົນ​ລະ​ພິດ​ໃນປະລິມານຫຼາຍ​ທີ່​ສຸດ​ໃນ​ໂລກ, ອີງຕາມກຸ່ມໂຣດຽມ ກຸຣບ (Rhodium Group) ຊຶ່ງເປັນອົງການຄົ້ນຄວ້ານະ​ໂຍບາຍ​ເສດຖະກິດ​ໃນນະຄອນຫຼວງວໍຊິງຕັນ ລາຍ​ງານ​ໃນ​ປີ 2021.

ການ​ຄາດ​ຄະ​ເນ​ໃໝ່​ຂອງ​ອົງການ​ຄົ້ນ​ຄ້ວານີ້​ ຊີ້​ໃຫ້​ເຫັນ​ວ່າ 7 ປະ​ເທດ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ປ່ອຍ​ອາຍ​ພິດອອກເກືອບຮອດ 2 ສ່ວນ 3 ຂອງອາຍພິດທັງໝົດທີ່ມີຢູ່ໃນ​ໂລກນີ້​ໃນ​ປີ 2022. ຈີນ​ຢູ່​ໃນ​ອັນ​ດັບ​ນຶ່ງໂດຍໄດ້ປ່ອຍ​ອາຍ​ພິດອອກເທົ່າກັບ​ 26 ເປີເຊັນຂອງອາຍພິດ ທັງໝົດໃນໂລກ, ຖັດລົງມາ​ແມ່ນ​ສະຫະລັດ 12 ເປີເຊັນ ​ແລະ ອິນ​ເດຍ 7 ເປີເຊັນ. ບັນດາ​ປະ​ເທດ​ໃນ​ສະ​ຫະ​ພາບ​ຢູໂຣບ​ລວມກັນ​ແລ້ວ​ໄດ້​ປ່ອຍອາຍພິດອອກ 7 ເປີເຊັນຂອງການປ່ອຍ ອາຍພິດທັງໝົດໃນໂລກ ໃນ​ປີ 2022.

ການຄາດຄະເນຂອງກຸ່ມ ໂຣດຽມ (Rhodium Group) ກ່ຽວກັບຄວັນພິດຂອງໂລກ ໂດຍປະເທດ ໃນປີ 2022.
ການຄາດຄະເນຂອງກຸ່ມ ໂຣດຽມ (Rhodium Group) ກ່ຽວກັບຄວັນພິດຂອງໂລກ ໂດຍປະເທດ ໃນປີ 2022.

ນອກຈາກນັ້ນ, ເຖິງແມ່ນຈະມີການສົມມຸດຖານວ່າ ຈີນມີຄວາມຮັບຜິດຊອບໃນດ້ານນິເວດ ຫນ້ອຍກວ່າ ຍ້ອນວ່າຈີນບໍ່ແມ່ນປະເທດທີ່ "ພັດທະນາ" ມັນກໍບໍ່ຖືກຕ້ອງທັງຫມົດ. ອິດທິ ພົນທາງ​ເສດຖະກິດ​ຂອງ​ຈີນ​ໄດ້​ພຸ້ງ​ຂຶ້ນ​ໃນ​ຮອບ 40 ປີຜ່ານ​ມາ ​ເຮັດ​ໃຫ້​ປະ​ເທດ​ນີ້​ກາຍ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ຮອງຈາກ​ສະຫະລັດ.

ອົງການສະຫະປະຊາຊາດໄດ້ຈັດອັນດັບປະເທດໂດຍການຮວບຮວມເອົາເງື່ອນໄຂທີ່ເອີ້ນວ່າ HDI ຫຼື ດັດຊະນີການພັດທະນາມະນຸດ.

ໃນ​ການ​ປະເມີນຄັ້ງ​ຫຼ້າ​ສຸດ, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ອັນ​ດັບ HDI ຂອງ​ຈີນ​ວ່າ "ສູງ" ​ໂດຍ​ຈັດ​ເປັນອັນ​ດັບ​ທີ 79 ​ໃນ​ຈຳນວນ 190 ປະ​ເທດ​ໃນ​ໂລກ.

ສ່ວນສອງ​ປະເທດທີ່​ສ້າງ​ມົນ​ລະ​ພິດ​ສູງທີ່ສຸດອີກ ​ກໍຄືສະຫະລັດ ​ແລະ​ອິນ​ເດຍ ຊຶ່ງຖືກຈັດ​ຢູ່ໃນ​ອັນ​ດັບ​ທີ 21 ​ແລະ​ທີ 132 ຕາມ​ລຳດັບ.

ມາເບິ່ງນໍາກັນວ່າ ສາມປະເທດເຫຼົ່ານີ້ກໍາລັງເຮັດຫຍັງແດ່ເພື່ອບັນລຸເປົ້າຫມາຍການປ່ອຍ ອາຍພິດຂອງເຂົາເຈົ້າ.

ຈີນ

ດ້ວຍ​ການ​ລົງທຶນ​ຢ່າງ​ໜັກໃນ​ພະລັງງານ​ທົດ​ແທນ, ຈີນ​ໄດ້​ປະຕິຍານ​ວ່າ ​ຈະ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວອອກຮອດຈຸດສູງ​ສຸດ​ໃນ​ປີ 2030 ​ແລະ​ບັນລຸ​ການປ່ອຍ​ອາຍຄາ​ບອນອອກມາ ໂດຍທີ່ບໍ່ໃຫ້​ຄ້າງຢູ່ໃນອາກາດພາຍໃນ​ປີ 2060. ​ການປ່ອຍອາຍຄາ​ບອນອອກມາໂດຍທີ່ບໍ່ໃຫ້​ມັນຄ້າງຢູ່ໃນອາກາດ, ຫຼື​ net zero, ໝາຍ​ຄວາມ​ວ່າ ​ບໍ່​ໄດ້ເພີ່ມ​ປະລິມານ​ອາຍ​ພິດ​ເຮືອນ​ແກ້ວຢູ່​ໃນ​ບັນຍາກາດ.

ແຕ່ຢ່າງ​ໃດ​ກໍ​ຕາມ ເປົ້າ​ໝາຍ​ດັ່ງກ່າວ ດຽວນີ້​ຖືກ​ທ້າ​ທາຍ​ຈາກ​ອຸນຫະພູມ​ທີ່​ຮ້າຍ​ແຮງສຸດຂີດ, ​ໄພ​ແຫ້ງ​ແລ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນຫຼາຍ​ຮອບ​ປີ ​ແລະ ໄພ​ນ້ຳ​ຖ້ວມ​ທີ່ທໍາລາຍສະຖິຕິ ຊຶ່ງເກີດ​ມາ ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງໂລກ.

ໃນ​ປີ 2022, ປັກ​ກິ່ງ​ບໍ່​ສາມາດ​ຮັກສາ​ການ​ສະໜອງ​ໄຟຟ້າ​ທີ່ສະຖຽນໄດ້ ​ໃນ​ໄລຍະຫຼາຍມື້​ທີ່​ຮ້ອນ​ທີ່​ສຸດ, ​ແລະ ເພື່ອ​ແກ້​ໄຂ​ບັນຫາ​ໄຟດັບ ກໍໄດ້ກັບຄືນໄປ​ຫາການ​ເຜົາ​ໄໝ້ຖ່ານ​ຫີນ​ຄືນ​ອີກ ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງ​ປະ​ເທດ.

ອົງການກຣີພີສ (Greenpeace) ໄດ້ກ່າວ​ໃນ​ເດືອນ​ສິງຫາ​ວ່າ ພະລັງງານ​ຈາກຖ່ານ​ຫີນ​ໃໝ່​ຢ່າງ​ໜ້ອຍ 50.4 ກິ​ກາ​ວັດ​ ໄດ້​ຖືກ​ອະນຸມັດໃຫ້ໃຊ້​ໃນ​ທົ່ວ​ປະ​ເທດ​ຈີນ​ ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2023 ຊຶ່ງ​ເທົ່າ​ກັນກັບ​ການ​ອະນຸຍາດ​ໃຫ້​ມີ​ໂຮງ​ໄຟຟ້າ​ຖ່ານ​ຫີນ 2 ​ແຫ່ງ​ຕໍ່​ອາທິດ.

ຊາຍຄົນນຶ່ງຍ່າງກາຍໂຮງໄຟຟ້າຖ່ານຫີນ ໃນນະຄອນຊຽງໄຮ, ຈີນ, ວັນທີ 14 ຕຸລາ 2021. (REUTERS/Aly Song)
ຊາຍຄົນນຶ່ງຍ່າງກາຍໂຮງໄຟຟ້າຖ່ານຫີນ ໃນນະຄອນຊຽງໄຮ, ຈີນ, ວັນທີ 14 ຕຸລາ 2021. (REUTERS/Aly Song)

ນຶ່ງກິກາວັດແມ່ນເທົ່າກັບໂຮງໄຟຟ້າຖ່ານຫີນຂະຫນາດໃຫຍ່ນຶ່ງແຫ່ງ, ອີງຕາມການອົງການ ຕິດຕາມພະລັງງານຂອງໂລກ ຫລື GEM, ຊຶ່ງເປັນອົງການບໍ່ ຂຶ້ນກັບລັດຖະບານ ຫລື NGO ກ່ຽວກັບສິ່ງແວດລ້ອມທີ່ນະຄອນແຊນ ແຟຣນຊິສໂກ.

ອົງການ GEM ກ່າວ​ວ່າ ປັດຈຸ​ບັນ​ຈີນ​ມີ​ໂຮງ​ໄຟຟ້າ​ຖ່ານ​ຫີນ 306 ​ແຫ່ງ​ທີ່​ໄດ້​ຮັບ​ອະນຸຍາດ ​ຫຼື​ກໍລັງກໍ່ສ້າງຢູ່.

"ການສືບຕໍ່ອະນຸຍາດໃຫ້ຄວາມອາດສາມາດຂອງຖ່ານຫີນເພີ່ມຂຶ້ນຈະສົ່ງຜົນເຮັດໃຫ້ການ ປ່ອຍອາຍພິດເພີ່ມຂຶ້ນ, ຫຼືບໍ່ກໍມີໂຮງໄຟຟ້າທີ່ບໍ່ໄດ້ໃຊ້ປະໂຫຍດ ຊຶ່ງເຮັດໃຫ້ເກີດຄວາມເສຍ ຫາຍ, ແລະ ສືບຕໍ່ການເພິ່ງພາອາໄສຂອງລະບົບໄຟຟ້າຕໍ່ຖ່ານຫີນ," ນັ້ນຄືຄໍາເວົ້າຂອງທ່ານ ຟລໍຣາ ແຊມປຽນນອຍສ໌ (Flora Champenois), ນັກວິເຄາະດ້ານການຄົ້ນຄວ້າຂອງ ອົງການຕິດຕາມພະລັງງານຂອງໂລກ.

ອົງການ​ຕິດຕາມ​ສະພາບ​ດິນ​ຟ້າ​ອາກາດ ​ຫຼື CAT, ກຸ່ມ​ຄົ້ນຄວ້າ​ຕິດຕາມ​ການ​ປ່ອຍ​ອາຍ​ພິດ​ຂອງ 40 ປະ​ເທດ ​ໃນ​ທົ່ວ​ໂລກ​ໃຫ້​ຄະ​ແນນ​ຄວາມ​ພະຍາຍາມ​ດ້ານ​ດິນ​ຟ້າ​ອາກາດ​ໂດຍ​ລວມ ຂອງ​ຈີນວ່າ ​ບໍ່​ພຽງພໍ​ຫຼາຍ, ​ເພາະວ່າ "ລັດຖະບານ​ຍັງ​ສືບ​ຕໍ່​ຮັກສາ​ບົດບາດ​ຂອງ​ນ້ຳມັນ​ເຊື້ອ​ໄຟ​ໃນ​ການ​ຫັນປ່ຽນ​ຂະ​ແໜງ​ພະລັງງານ​ຂອງ​ຕົນ ໂດຍ​ການ​ເພີ່ມ​ຂຶ້ນ​ຢ່າງຕໍ່ ເນື່ອງຂອງ​ການ​ຜະລິດ​ນ້ຳມັນ​ເຊື້ອ​ໄຟໃຫ້ເປັນກຸນແຈໃນການສະໜອງຄວາມໝັ້ນຄົງ ແລະ ຄວາມປອດໄພ.”

ການຕິດຕາມມາດຕະການຕໍ່ສະພາບອາກາດ, ກູ່ມຄົ້ນຄວ້າ ຕິດຕາມເບິ່ງການປ່ອຍອາຍພິດໃນທົ່ວໂລກຂອງ 40 ປະເທດ, ອັດຕາໃນຄວາມພະຍາຍາມໃດ້ດ້ານສະພາບອາກາດຂອງຈີນໂດຍລວມ ແມ່ນບໍ່ພຽງພໍຫຼາຍ.
ການຕິດຕາມມາດຕະການຕໍ່ສະພາບອາກາດ, ກູ່ມຄົ້ນຄວ້າ ຕິດຕາມເບິ່ງການປ່ອຍອາຍພິດໃນທົ່ວໂລກຂອງ 40 ປະເທດ, ອັດຕາໃນຄວາມພະຍາຍາມໃດ້ດ້ານສະພາບອາກາດຂອງຈີນໂດຍລວມ ແມ່ນບໍ່ພຽງພໍຫຼາຍ.

ໂຮງໄຟຟ້າທີ່ອີງໃສ່ຖ່ານຫີນແຫ່ງໃໝ່ຕ່າງໆ ແລະໂຮງງານເຫຼັກກ້າປະສົມປະສານ ມີອາຍຸການໃຊ້ງານຕາມປົກກະຕິແມ່ນ 20-40 ປີ ແລະ ເຮັດໃຫ້ຂະແໜງການຕ່າງໆ ຕົກຢູ່ໃນເສັ້ນທາງໄປສູ່ການເພິ່ງພາຖ່ານຫີນໄປຕື່ມອີກ.

ສະຫະລັດ

ສະຫະລັດ ຊຶ່ງເປັນປະເທດທີ່ເຄີຍມີມົນລະພິດທີ່ຫຼາຍທີ່ສຸດໃນປະຫວັດສາດ ປັດຈຸບັນເປັນ ປະເທດທີ່ປ່ອຍອາຍແກສເຮືອນແກ້ວ ທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ, ຊຶ່ງປ່ອຍອາຍ ແກສເຮືອນແກ້ວອອກປະມານ 5.9 ຕື້ໂຕນຕໍ່ປີ.

ໃນປີ 2021, ປະທານາທິບໍດີໂຈ ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວຂອງສະຫະລັດລົງປະມານ 50 ເປີເຊັນ ຫາ 52 ເປີເຊັນ ໃນປີ 2023 ຫຼາຍ ກວ່າສອງເທົ່າຂອງຄຳໝັ້ນສັນຍາຂອງປະເທດກ່ອນໜ້ານີ້ຢູ່ພາຍໃຕ້ສັນຍາສະພາບ ດິນຟ້າອາກາດປາຣີ. ສະຫະລັດ​ມີ​ເປົ້າ​ໝາຍ​ຈະ​ບັນລຸ​ການປ່ອຍອາຍຄາ​ບອນອອກມາ ໂດຍບໍ່ໃຫ້​ຄ້າງຢູ່ໃນອາກາດ, ຫຼື​ net zero ​ໃນ​ປີ 2050.

CAT ໃຫ້ຄະແນນຄວາມພະຍາຍາມຂອງສະຫະລັດວ່າບໍ່ພຽງພໍ. ມັນບອກວ່າມາຮອດປີ 2022, ສະຫະລັດໄດ້ບັນລຸປະມານນຶ່ງສ່ວນສາມຂອງເປົ້າຫມາຍດັ່ງກ່າວ. ​ອົງການນີ້ ເວົ້າວ່າ, ກົດໝາຍ​ວ່າ​ ດ້ວຍ​ການ​ຫຼຸດຜ່ອນ​ໄພເງິນ​ເຟີ້​ໄດ້​ລະດົມ​ການ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ພະລັງງານ​ສະອາດ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ “ການ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ລົງຢ່າງເຫັນ​ເດັ່ນ​ຊັດ​ກວ່າ​ຈົນຮອດ​ປີ 2030… ​ແຕ່ວ່າມັນກໍຍັງ​ບໍ່​ພຽງ​ພໍ​ທີ່​ຈະ​ບັນລຸ​ເປົ້າ​ໝາຍການ​ຫຼຸດ​ລົງ 50 ເປີເຊັນ ຫາ 52 ເປີເຊັນ ໃຫ້ຕ່ຳ​ກວ່າ​ປີ 2005 ໄດ້​ພາຍໃນ​ປີ 2030.”

ການຕິດຕາມມາດຕະການດ້ານສະພາບອາກາດ, ກຸ່ມຄົ້ນຄວ້າ ທີ່ຕິດຕາມເບິ່ງການປ່ອຍອາຍພິດໃນທົ່ວໂລກ ຂອງ 40 ປະເທດ, ໃຫ້ຄະແນນແກ່ຄວາມພະຍາຍາມໃນດ້ານສະພາບອາກາດຂອງຈີນໂດຍລວມ ແມ່ນບໍ່ພຽງພໍ.
ການຕິດຕາມມາດຕະການດ້ານສະພາບອາກາດ, ກຸ່ມຄົ້ນຄວ້າ ທີ່ຕິດຕາມເບິ່ງການປ່ອຍອາຍພິດໃນທົ່ວໂລກ ຂອງ 40 ປະເທດ, ໃຫ້ຄະແນນແກ່ຄວາມພະຍາຍາມໃນດ້ານສະພາບອາກາດຂອງຈີນໂດຍລວມ ແມ່ນບໍ່ພຽງພໍ.

ພາຍ​ໃຕ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫຼຸດ​ຜ່ອນ​ໄພ​ເງິນ​ເຟີ້, ສະຫະລັດ ​ມີ​ແຜນ​ທີ່​ຈະ​ລົງ​ທຶນ 370 ຕື້​ໂດ​ລາ​ໃນ​ໄລ​ຍະ 10 ປີ ​ເຂົ້າ​ໃສ່​ພະ​ລັງ​ງານ​ລົມ, ແສງ​ຕາ​ເວັນ, ໄຮ​ໂດ​ຣ​ເຈນສີ​ຂຽວ, ພະ​ລັງ​ງານ​ນິວ​ເຄ​ລຍ, ແລະ​ພະ​ລັງ​ງານ​ເຊື້ອ​ໄຟ​ທີ່​ບໍ່​ແມ່ນ​ມາຈາກຊາກພືດແລະຊາກສັດ ຫລື ຟອສຊິລປະເພດ​ອື່ນໆ.

ວໍ​ຊິງ​ຕັນ​ຍັງ​ບໍ່​ທັນ​ໄດ້​ສ້າງ​ໂຮງ​ງານ​ຜະ​ລິດ​ຖ່ານ​ຫີນ​ໃຫມ່​, ອີງຕາມ New York Times ລາຍ​ງານ​. ມັນ​ໄດ້​ຕັດ​ການ​ນໍາ​ໃຊ້​ຖ່ານ​ຫີນ​ລົງ​ເຄິ່ງ​ນຶ່ງ ​ແລະ​ເພີ່ມການ​ນໍາ​ໃຊ້​ອາຍ​ແກສ​ທໍາ​ມະ​ຊາດ​ແທນ​ໃຫ້ຫຼາຍຂຶ້ນ.

ອິນເດຍ

ໃນ​ປີ 2021, ນິວ​ເດ​ລີ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ພະ​ລັງ​ງານ​ເຄິ່ງ​ນຶ່ງ​ຂອງ​ຕົນ​ໂດຍ​ຜ່ານ​ແຫຼ່ງ​ພະລັງງານ​ທົດ​ແທນ​ພາຍ​ໃນ​ປີ 2030 ແລະ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ອອກມາແບບບໍ່ໃຫ້ຍັງຄ້າງຢູ່ໃນອາກາດ ຫລື net zero ​ໃນ​ປີ 2070.

ໃນລະຫວ່າງ​ການ​ພົບ​ປະ​ກັບ​ທ່ານໄບເດັນ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ, ນາຍົກລັດຖະມົນຕີ ອິນ​ເດຍ, ທ່ານ​ນາເຣນດຣາ ໂມດີ ໄດ້ກ່າວ​ວ່າ ອິນ​ເດຍແມ່ນ​ປະ​ເທດ G20 ພຽງ​ປະເທດດຽວເທົ່ານັ້ນ ທີ່ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ໃຫ້ໄວ້​ຢູ່​ໃນ​ສັນຍາ​ປາຣີ.

ນັ້ນເປັນຄວາມຈິງບາງສ່ວນ, ອີງຕາມບົດລາຍງານປີ 2022 ໂດຍໂຄງການລິເລີ່ມນະໂຍບາຍ ດ້ານດິນຟ້າອາກາດ, ມີການເພີ່ມຂຶ້ນ 150 ເປີເຊັນຂອງການໄຫຼວຽນຂອງການເງິນສີຂຽວ ນັບຕັ້ງແຕ່ມີຄໍາຫມັ້ນສັນຍາ 2021 ຊຶ່ງສະແດງໃຫ້ເຫັນ "ການສະຫນັບສະຫນູນນະໂຍບາຍທີ່ມີ ບົດບາດໃນທາງບວກທີ່ມີໃນການລະດົມການລົງທຶນ."

CAT ຍັງໄດ້ຍ້ອງຍໍຄວາມຄືບໜ້າອັນສຳຄັນຂອງອິນເດຍໃນດ້ານຄວາມອາດສາມາດດ້ານ ພະລັງງານທົດແທນ, ລວມທັງການຊຸກຍູ້ນະໂຍບາຍເພື່ອພັດທະນາແສງຕາເວັນ ແລະ ໄຮໂດເຈນສີຂຽວ. ​ແຕ່​ມັນກໍ​ຊີ້​ໃຫ້​ເຫັນ​ວ່າ, ​ເຊັ່ນ​ດຽວ​ກັບ​ຈີນ, ການ​ເພິ່ງ​ພາ​ອາ​ໄສ​ພະລັງງານ​ຖ່ານ​ຫີນ​ຂອງ​ອິນ​ເດຍຍັງ​ຄົງ​ສືບຕໍ່​ເປັນການຖ່ວງດຶງ​ຄວາມ​ທະ​ເຍີທະ​ຍານ​ດ້ານ​ສິ່ງ​ແວດ​ລ້ອມ ຂອງຕົນ.

ທ່ານເນສວິນ ໂຣດຣິກເກສ, ນັກວິເຄາະນະໂຍບາຍດ້ານໄຟຟ້າ ຂອງອົງການເອມເບີ (Ember) ທີ່ເປັນອົງການຄົ້ນຄວ້າພະລັງງານທົ່ວໂລກ, ບອກກັບ CNBC ວ່າ ເຊື້ອໄຟຟອສຊິລຍັງສືບຕໍ່ກວາມເອົາ 75 ເປີເຊັນຂອງການສະຫນອງພະລັງງານ ຂອງອິນເດຍ, ເຮັດໃຫ້ມັນເປັນ "ນໍ້າມັນເຊື້ອໄຟເທົ່ານັ້ນ ທີ່ອິນເດຍມີຢ່າງອຸດົມສົມບູນ."

ອີງຕາມ​ຂໍ້​ມູນ​ຈາກ​ກະຊວງ​ຖ່ານ​ຫີນ​ຂອງ​ອິນ​ເດຍ, ການ​ຜະລິດ​ຖ່ານ​ຫີນ​ຂອງ​ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 14 ເປີເຊັນ ​ໃນ​ປີ 2023.

ອີງຕາມການລາຍງານຫຼ້າສຸດໃນເດືອນກໍລະກົດ 2023, CAT ໃຫ້ຄະແນນການປະຕິບັດ ງານດ້ານດິນຟ້າອາກາດຂອງອິນເດຍໂດຍລວມວ່າ "ບໍ່ພຽງພໍຫຼາຍ." ນອກ​ເໜືອ​ໄປ​ຈາກ​ການ​ເພິ່ງ​ພາ​ອາ​ໄສ​ຖ່ານ​ຫີນ​ແລ້ວ, CAT ຍັງ​ໃຫ້ເຫດຜົນ​ວ່າ ​ແຜນ​ການປັດ​ຈຸ​ບັນ​ຂອງ​ລັດ​ຖະ​ບານ​ອິນ​ເດຍ​ບໍ່​ໄດ້​ສະແດງໃຫ້ເຫັນ​ເສັ້ນ​ທາງອັນຈະ​ແຈ້ງໃນດ້ານການ​ປ່ອຍ​ອາຍ​ພິດ​ອອກ.

Climate Action Tracker, a research group tracking 40 countries’ global emissions, rates China’s overall climate effort highly insufficient.
Climate Action Tracker, a research group tracking 40 countries’ global emissions, rates China’s overall climate effort highly insufficient.

XS
SM
MD
LG