ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຈີນຖິ້ມໂທດໃສ່ຟີລິບປິນຢ່າງແຮງ ເພື່ອເຮັດໃຫ້ຄົນເຂົ້າໃຈຜິດ ຫຼັງຈາກມີການປະທະກັນທາງທະເລ


ໃນພາບຖ່າຍໃບປິວທີ່ສະໜອງໃຫ້ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ໃຫ້ເຫັນ ກຳປັ່ນຍາມຝັ່ງຂອງຈີນ ໃຊ້ທໍ່ສີດນ້ຳສີດໃສ່ເຮືອຂອງກັບທັບເຮືອຟີລິບປິນ ທີ່ປະຕິບັດການລຳລຽງສະບຽງໃຫ້ກຳປັ່ນ M/L Kalayaan ຂະນະທີ່ມຸ້ງໜ້າໄປຍັງເກາະຫາດຊາຍ ທອມມັສແຊລ ທີສອງ ຢູ່ໃນທະເລຈີນໃຕ້, ວັນທີ 10 ທັນວາ 2023.
ໃນພາບຖ່າຍໃບປິວທີ່ສະໜອງໃຫ້ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ໃຫ້ເຫັນ ກຳປັ່ນຍາມຝັ່ງຂອງຈີນ ໃຊ້ທໍ່ສີດນ້ຳສີດໃສ່ເຮືອຂອງກັບທັບເຮືອຟີລິບປິນ ທີ່ປະຕິບັດການລຳລຽງສະບຽງໃຫ້ກຳປັ່ນ M/L Kalayaan ຂະນະທີ່ມຸ້ງໜ້າໄປຍັງເກາະຫາດຊາຍ ທອມມັສແຊລ ທີສອງ ຢູ່ໃນທະເລຈີນໃຕ້, ວັນທີ 10 ທັນວາ 2023.
ທ່ານນາງ ໝາວ ໜິງ

ທ່ານນາງ ໝາວ ໜິງ

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ

“ຄວາມຮັບຜິດຊອບສໍາລັບເຫດການສຸກເສີນເມື່ອມໍ່ໆມານີ້ ຢູ່ເຂດນ່ານນໍ້າຂອງເກາະ Ren'ai Jiao [ເກາະຫາດຊາຍ Thomas ທີສອງ] ແມ່ນເປັນຂອງຟີລິບປິນ ໂດຍສິ້ນເຊີງເລີຍ."

ນັ້ນເປັນການເຮັດໃຫ້ເຂົ້າໃຈຜິດ

ຟີ​ລິບ​ປິນ ​ແລະ ຈີນ ​ໄດ້​ຕຳ​ໜິຊຶ່ງກັນແລະກັນ ກ່ຽວກັບ​ການ​ປະ​ທະ​ກັນ​ຢູ່​ເຂດ​ນ່ານ​ນ້ຳໃນ​ທະ​ເລ​ຈີນ​ໃຕ້ທີ່ມີການຂັດແຍ້ງກັນ ບ່ອນທີ່​ກຳ​ປັ່ນ​ຂອງ​ສອງ​ປະ​ເທດ​ ໄດ້​ຕໍາກັນ ໃນ​ວັນ​ທີ 10 ທັນວາຜ່ານມາ​ນີ້.

ເປັນທີ່ຮູ້ກັນໃນສາກົນວ່າ ເກາະຫາດຊາຍໂທມັສ (Thomas Shoal) ທີສອງ, ເກາະໂຂດຫີນ ປະກາລັງ ທີ່ຈົມຢູ່ໃຕ້ນໍ້າໃນເຂດໝູ່ເກາະສແປຣັລີ (Spratly) ແຫ່ງນີ້ ແມ່ນຢູ່ຫ່າງຈາກຝັ່ງທະເລແຂວງປາ​ລາ​ວານ (Palawan) ຂອງຟີລິບປິນ ປະມານ 200 ກິໂລແມັດ ແລະ ຢູ່ປະມານ 1,285 ກິໂລແມັດ ຫ່າງຈາກເກາະໄຫໜານ (Hainan) ທີ່ຢູ່ພາກໃຕ້ສຸດຂອງຈີນ.

ມະນີລາ ເອີ້ນເກາະໂຂດຫີນ ທີ່ມີການຂັດແຍ້ງກັນນັ້ນວ່າ ຫາດຊາຍອາຢູນກິນ (Ayungin), ແລະປັກກິ່ງເອີ້ນມັນວ່າ ຣີນາຍ ຈຽວ (Renai Jiao).

ເຫດ​ການ​ໃນ​ວັນ​ທີ 10 ທັນ​ວາ ​ໄດ້​ເຮັດ​ໃຫ້​ຄວາມ​ເຕັ່ງ​ຕຶງລະ​ຫວ່າງ​ສອງ​ປະ​ເທດທີ່​ມີຢູ່ແລ້ວນັ້ນ ເພີ້ມ​ທະ​ວີ​ຂຶ້ນ​ຢ່າງວ່ອງໄວ.

ຟີ​ລິບ​ປິນ​ກ່າວ​ວ່າ ໜ່ວຍ​ຍາມຝັ່ງຂອງຈີນ ໄດ້​ໃຊ້​ທໍ່ສີດນໍ້າ​ຂະໜາດໃຫຍ່ ສີດໃສ່ກຸ່ມເຮືອລໍາລຽງສະບຽງ​ຂອງ​ພົນ​ລະ​ເຮືອນ ​ແລະ​ກຳ​ປັ່ນ​ຂອງໜ່ວຍຍາມ​ຝັ່ງ​ຟີ​ລິບ​ປິນລໍານຶ່ງ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່ ປ້ອງກັນຄວາມປອດໄພ ໃຫ້ການດໍາເນີນພາລະກິດນັ້ນຢູ່.

ຟີ​ລິບ​ປິນ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຈີນ​ໄດ້​ສ້າງ "ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ" ຕໍ່​ເຄື່ອງ​ຈັກ​ຂອງ​ກຳ​ປັ່ນ​ລໍາລຽງສະບຽງລຳ​ນຶ່ງ ແລະ​ເຮັດໃຫ້ເສົາເຮືອ​ຂອງ​ກຳ​ປັ່ນ​ຍາມ​ຝັ່ງເປ່ເພ.

ຖະແຫຼງການຂອງຄະນະປະຕິບັດງານສະເພາະກິດແຫ່ງຊາດ-ທະເລຕາເວັນຕົກຂອງຟີລິບປິນ ໃນວັນທີ 10 ທັນວາ 2023, ທີ່ນະຄອນຫຼວງມະນີລາ, ປະເທດຟີລິບປິນ ເວົ້າວ່າ ມື້ນີ້ ວັນທີ 10 ທັນວາ 2023 ກຳປັ່ນໜ່ວຍຍາມຝັ່ງທະເລຂອງຈີນ (CCG) ແລະ ກຳປັ່ນຂອງ ທະຫານບ້ານທາງທະເລຂອງຈີນ (CMM) ໄດ້ຮາວີລົບກວນ, ສະກັດກັ້ນ ແລະ ປະຕິບັດ ການທີ່ເປັນອັນຕະລາຍ ຕໍ່ເຮືອລໍາລຽງສະບຽງຂອງພົນລະເຮືອນຟີລິບປິນ. … pic.twitter.com/NF66BqVPUM

ຈີນ​ໄດ້​ປະຕິເສດ​ຕໍ່ການ​ກ່າວ​ຫາດັ່ງກ່າວ ​ແລະ​ອ້າງ​ວ່າ ​ມັນ​ແມ່ນ​ຟີ​ລິບ​ປິນທີ່ເປັນຜູ້ "ສ້າງເລື້ອງຂຶ້ນມາ ໃຫ້ເກີດ​ບັນ​ຫາ" ແລະ "ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຈີນ."

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານນາງໝາວ ໜິງກ່າວ​ວ່າ:

“ຄວາມຮັບຜິດຊອບສໍາລັບເຫດການສຸກເສີນເມື່ອມໍ່ໆມານີ້ ຢູ່ເຂດນ່ານນໍ້າຂອງເກາະ Ren'ai Jiao [ເກາະຫາດຊາຍ Thomas ທີສອງ] ແມ່ນເປັນຂອງຟີລິບປິນໂດຍສິ້ນເຊີງເລີຍ."

ການກ່າວອ້າງນັ້ນ ແມ່ນເຮັດໃຫ້ເຂົ້າໃຈຜິດ.

ເຖິງແມ່ນປັກກິ່ງໄດ້ອ້າງເອົາສິດອະທິປະໄຕ ເກືອບທັງໝົດໃນທະເລຈີນໃຕ້ຢ່າງບໍ່ມີມູນຖານ ກໍຕາມ, ເຫດການຫລ້າສຸດທີ່ວ່ານີ້ ໄດ້ເກີດຂຶ້ນໃນເຂດເສດຖະກິດສະເພາະຂອງຟີລິບປິນ ທີ່ໄດ້ຮັບການຍອມຮັບເຊັ່ນນັ້ນ ໂດຍຄໍາຕັດສິນຂອງສານສາກົນໃນປີ 2016 ຂອງອົງການ ສະຫະປະຊາຊາດ.

ສານ​ໄດ້​ອີງ​ການ​ຕັດສິນຂອງຕົນ ໃສ່​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ຊຶ່ງ​ໄດ້​ກຳນົດ​ເຂດ​ເສດຖະກິດ​ຈຳ​ເພາະ​ວ່າ ເປັນ​ເຂດ​ທະ​ເລທີ່​ໂດຍ​ທົ່ວ​ໄປແລ້ວ​ໄກ 200 ​ໄມ​ລ໌ທະ​ເລ (230 ​ໄມ​ລ) ທີ່​ຢູ່ນອກເໜືອ​ເຂດ​ທະ​ເລ​ ຂອງ​ປະ​ເທດ​ນຶ່ງ, ຊຶ່ງ​ໃນ​ນັ້ນ ​ປະ​ເທດທີ່ຢູ່​ແຄມ​ທະ​ເລ ແມ່ນມີອຳນາດໃນການປົກຄອງ ທັງຊັບພະ ຍາກອນ ທີ່ມີຊີວິດຢູ່ ແລະບໍ່ມີຊີວິດຢູ່ທີ່ນັ້ນ.

ເນື່ອງຈາກເກາະຫາດຊາຍ Thomas ທີສອງ ຢູ່ຫ່າງຈາກແຂວງປາ​ລາ​ວານ (Palawan) ທາງຕາເວັນຕົກຂອງຟີລິບປິນໜ້ອຍກວ່າ 200 ໄມ​ລ໌ທະເລ, ດັ່ງນັ້ນ UNCLOS ຈຶ່ງ ຖືວ່າ ມັນເປັນເຂດເສດຖະກິດສະເພາະ ຂອງປະເທດນັ້ນ. ການຕັດສິນດັ່ງກ່າວ ມີຜົນບັງຄັບໃຊ້ທາງດ້ານກົດໝາຍ, ແຕ່ສານບໍ່ມີອຳນາດ ໃນການບັງຄັບໃຊ້ມັນ.

ຈີນ​ໄດ້​ໃຫ້​ສັດຕະຍາບັນແກ່​ສົນທິສັນຍາ​ດັ່ງກ່າວ​ ໃນ​ປີ 1996 ​ແລະ​ມີ​ພັນທະ​ຕາມ​ກົດໝາຍ ​ທີ່​ຕ້ອງ​ໄດ້ປະຕິບັດ​ຕາມ​ຄຳ​ຕັດສິນ​ຂອງ​ສານ. ​ແຕ່​ປັກ​ກິ່ງ​ໄດ້​ປະຕິ​ເສດ​ ບໍ່​ຍອມ​ຮັບຮູ້ ​ແລະ ຄັດຄ້ານ​ຕໍ່ຄຳ​ຕັດສິນ ກ່ຽວ​ກັບເກາະຫາດຊາຍ Thomas ທີ 2, ​ໂດຍ​ອ້າງ​ວ່າ ສານ​ສາກົນ​ໄດ້​ລະ​ເມີດ “ຫຼັກ​ການເຫັນພ້ອມຍິນຍອມ​ຂອງ​ປະເທດ” ​ແລະໄດ້ເຮັດ “ເກີນສິດ​ອຳນາດ​ຂອງ​ຕົນ​ໃນ​ການຮັບຟັງຄະດີ.”

ສິ່ງ​ດັ່ງກ່າວ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ທາງ​ການ​ທູດ ​ແລະ​ການ​ເດີນ​ທະ​ເລ​ ລະຫວ່າງ​ສອງ​ຝ່າຍ​ຢູ່ເປັນ​ປະຈໍາ, ​ໂດຍທີ່​ຈີນ​ນັບ​ມື້​ນັບ​ຢືນຢັນຢ່າງໝັ້ນໃຈຫລາຍຂຶ້ນ ​ໃນ​ການ​ກົດດັນການ ກ່າວອ້າງກຳ​ມະ​ສິດຂອງ​ຕົນ.

ໃນພາບນີ້ ເມື່ອວັນທີ 13 ກໍລະກົດ 2018, ແຜນທີ່ຮູບໜ່ວຍໂລກ ສະແດງໃຫ້ເຫັນເກາະດອນຕ່າງໆ ຢູ່ໃນທະເລຈີນໃຕ້ ພ້ອມດ້ວຍເສັ້ນຂີດ ເກົ້າເສັ້ນ ທີ່ຈີນອ້າງວ່າ ຢູ່ພາຍໃຕ້ເຂດແດນຂອງຕົນ, ຊຶ່ງວາງສະແດງຢູ່ທີ່ຮ້ານຂາຍປຶ້ມ ໃນນະຄອນຫຼວງປັກກິ່ງ.
ໃນພາບນີ້ ເມື່ອວັນທີ 13 ກໍລະກົດ 2018, ແຜນທີ່ຮູບໜ່ວຍໂລກ ສະແດງໃຫ້ເຫັນເກາະດອນຕ່າງໆ ຢູ່ໃນທະເລຈີນໃຕ້ ພ້ອມດ້ວຍເສັ້ນຂີດ ເກົ້າເສັ້ນ ທີ່ຈີນອ້າງວ່າ ຢູ່ພາຍໃຕ້ເຂດແດນຂອງຕົນ, ຊຶ່ງວາງສະແດງຢູ່ທີ່ຮ້ານຂາຍປຶ້ມ ໃນນະຄອນຫຼວງປັກກິ່ງ.

ປັກ​ກິ່ງ​ໄດ້​ເພີ່ມ​ທະວີ​ການ​ເອົາທະຫານ ໄປ​ປະຈໍາຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ​ເຮັດ​ໃຫ້​ບັນດາ​ປະ ເທດ ​ທີ່ແຂ່ງກັນອ້າງເອົາກໍາມະສິດ ລວມທັງ​ຫວຽດນາມ, ຟີ​ລິບ​ປິນ, ໄຕ້​ຫວັນ, ມາ​ເລ​ເຊຍ ​ແລະ ບຣູ​ໄນ ໂກດເຄືອງ.

ສະ​ຫະ​ລັດ​ສະ​ຫນັບ​ສະ​ຫນູນ​ການ​ອ້າງ​ກໍາມະສິດ ເອົາເຂດ​ແດນ​ຂອງ​ຟີ​ລິບ​ປິນ ຕໍ່ເກາະຫາດ ຊາຍ​ Thomas ທີ​ສອງ​.

ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ ​ແລະ​ການ​ພັດ​ທະ​ນາຄາດ​ຄະ​ເນໃນ​ປີ 2016 ວ່າ 1/3 ຂອງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ໂລກ​ ແມ່ນຜ່ານ​ທະ​ເລ​ຈີນ​ໃຕ້​ ຊຶ່ງກວມ​ເອົາ​ການ​ຄ້າ ໃນມູນຄ່າ​ 3.37 ພັນ​ຕື້​ໂດ​ລາຕໍ່ປີ​. ເຂດນ່ານນ້ຳ​ນັ້ນ ຍັງ​ມີ​ແຫລ່ງຊັບພະຍາກອນ​ນ້ຳ​ມັນ​ແລະອາຍ​ແກັສ​ທຳ​ມະ​ຊາດ​ອັນ​ໃຫຍ່​ຫຼວງ, ແລະ​ການ​ປະ​ມົງ​ທີ່​ສ້າງ​ລາຍ​ຮັບໄດ້ຢ່າງຫຼວງຫຼາຍ.

ການໂຈມຕີໃນວັນທີ 10 ທັນວາຜ່ານມານີ້ ໄດ້ແນເປົ້າໃສ່ພາລະກິດ ການສະໜອງສະບຽງ ໃຫ້ແກ່ກຳປັ່ນທະຫານເຮືອທີ່ເກົ່າແກ່ໃນປາງສົງຄາມໂລກຄັ້ງທີ 2, BRP Sierra Madre, ທີ່ກອງທັບຟີລິບປິນ ມີເຈະຕະນາຈອດມັນໄວ້ ຢູ່ເກາະຫີນປະກາລັງແຫ່ງນັ້ນ ໃນປີ 1999. ທະຫານເຮືອຈຳນວນບໍ່ໜ້ອຍ ໄດ້ຍາມກຳປັ່ນລໍານັ້ນ ເພື່ອເສີມສ້າງການອ້າງເອົາກຳ​ມະສິດອະທິປະໄຕຂອງມະນີລາຕໍ່ເຂດດັ່ງກ່າວ. ພວກເຂົາເຈົ້າໄດ້ເພິ່ງພາອາໄສພາລະກິດ ລໍາລຽງສະບຽງໄປເສີມ ເພື່ອໃຫ້ເຂົາເຈົ້າຢູ່ລອດໄດ້ ແລະ ຖື​ກໂຈມຕີໃດໆກໍຕາມ ຕໍ່ກໍາປັ່ນດັ່ງກ່າວວ່າ ເປັນການກະທໍາທາງສົງຄາມ.

ໃນ​ໄລຍະ​ຜ່ານ​ມາ, ຈີນ​ໄດ້​ອະນຸຍາດ​ໃຫ້ມີການ​ສະໜອງ​ສະບຽງ​ອາຫານ​ໃຫ້ແກ່ກໍາປັ່ນ BRP Sierra Madre ​ແຕ່ກໍ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ ​ເພື່ອເບິ່ງ​ວ່າ ​ຟີ​ລິບ​ປິນ​ຂົນ​ສົ່ງ​ວັດຖຸ​ກໍ່ສ້າງ​ໄປ​ສູ່​ເຂດ​ຫາດຊາຍນັ້ນ​ ຫລື​ບໍ່. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປັກ​ກິ່ງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ສະ​ຖາ​ນະ​ທີ່ເປັນຢູ່ໃນປັດຈຸບັນ ລວມ​ທັງ​ການ​ເພີ່ມ​ທະ​ວີ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ສະ​ກັດ​ກັ້ນ​ກຸ່ມກຳ​ປັ່ນ​ລໍາລຽງສະບຽງ ​ຂອງ​ຟີ​ລິບ​ປິນ.

XS
SM
MD
LG