ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລັດຖະມົນຕີ ການເງິນ 4 ປະເທດ ທີ່ໃຊ້ເງິນຢູໂຣ ພົບປະກັນ ທີ່ກຸງປາຣີ


Typhoon survivors hang signs from their necks as they line up to try to board a C-130 military transport plane in Tacloban, Nov. 12, 2013.
Typhoon survivors hang signs from their necks as they line up to try to board a C-130 military transport plane in Tacloban, Nov. 12, 2013.

ບັນດາ​ລັດຖະມົນຕີ​ການ​ເງິນ ຈາກ​ຝຣັ່ງ ​ເຢຍຣະມັນ ອີ​ຕາ​ລີ​ແລະ​ສະເປ​ນຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ເລື້ອງ​ວິ​ກິດ​ການ​ໜີ້​ສິນ​ຂອງ​ປະ​ເທດ​ໃນ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ​ ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ກຸງ​ປາຣີ.

ການ​ພົບ​ປະກັນ​ດັ່ງກ່າວ ​ມີ​ຂຶ້ນນຶ່ງ​ມື້​ກ່ອນ​ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງປະທານາ
ທິບໍດີ​ຝຣັ່ງ ທ່ານ Francois Hollande ​ແລະ​ທ່ານ​ນາງ Angela Merkel ນາຍົກລັດ
ຖະມົນຕີ​ເຢຍຣະມັນ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ມີ​ການ​ຕົກລົງ​ກັນ​ແບບ​ໃດ​ແບບ​ນຶ່ງ​ກ່ອນ​
ກອງ​ປະຊຸມ​ສຸດ​ຍອດຄັ້ງສຳຄັນຂອງ​ສະຫະພາບ​ຢູ​ໂຣບ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ
​ສັບປະດາ​ນີ້​ທີ່​ກຸງ Brussels ນັ້ນ.

ທ່ານ Pierre Moscovici ລັດຖະມົນຕີ​ການ​ເງິນ​ຝຣັ່ງກ່າວ​ຕໍ່​ຕາໜ່າງວິທະຍຸ​ທ້ອງ​ຖິ່ນ
ວ່າ ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ​ ໄດ້​ເລີ້ມ​ຫັນ​ເຫ​ອອກ​ຈາກແນວ​ຄິດ​ປະຢັດ​ມັດທະຍັດ​ໃນ​ຖານະ​
ທີ່​ເປັນ​ຊ່ອງ​ທາງ​ນຶ່ງ​ໃນ​ການ​ແກ້​ໄຂວິ​ກິດ​ການ​ທີ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ການ​ດໍາລົງຄົງ​ຢູ່​ຕໍ່​ໄປ
​ຂອງ​ກຸ່ມ​ 17 ປະເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ການພົບ​ປະກັນ​ໃນ​ກຸງ​ປາຣີກໍາລັງ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ອີກ 2 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ຄື ສະ
​ເປ​ນ​ແລະ​ໄຊ​ປຣັສ ກໍາລັງ​ຊອກ​ຫາ​ທາງ​ໃຫ້​ໄດ້​ຮັບການ​ຊ່ອຍ​ກູ້​ພວກ​ທະນາຄານ​ຂອງ​ຕົນ
​ທີ່​ໄດ້​ປະ​ເຊີນ​ກັບ​ບັນຫາ​ການ​ເງິນນັ້ນ.

ສະ​ເປ​ນ ຮຽກຮ້ອງ​ຂໍ​ເງິນ​ກູ້​ຢືມ​ຈໍານວນ​ຫຼາຍ​ເຖິງ 125 ຕື້​ໂດ​ລາ​ເພື່ອ​ຊ່ອຍ​ກູ້​ທະນາຄານ​
ຂອງ​ຕົນ​ຊຶ່ງ​ກໍາລັງ​ປະ​ເຊີນ​ກັບບັນຫາ​ໃນ​ກາ​ນໃຫ້ເງິນ​ກູ້​ຢືມ​ໄປ​ຊື້ບ້ານ​ເຮືອນ​ທີ່​ເກັບ​ຄືນ​ບໍ່
​ໄດ້ ​ໃນ​ຂະນະ​ທີ່ Cyprus ກ່າວ​ວ່າ ພວກ​ທະນາຄາ​ນຂອງ​ຕົນ​ຕົກ​ຢູ່​ໃນ​ສະພາບ​ທີ່​ຫຼໍ່​ແຫຼມ
ຍ້ອນ​ໄດ້​ມີ​ການ​ພົວພັນ​ຢ່າງ​ໃຫຍ່​ຫຼວງກັບເສດຖະກິດ​ໃນກຣິສ ​ປະ​ເທດ​ໃກ້​ຄຽງ​ທີ່​ເປັນ​ໜີ້
​ຢ່າງ​ຫຼວງ​ຫຼາຍນັ້ນ. ພັນທະບັດ​ຂອງ​ລັດຖະບານ​ກຣິສທີ່​ Cyprus ມີ​ຢູ່​ນັ້ນ​ໄດ້​ຕົກ​ລາຄາ
ໃນຕົ້ນ​ປີ​ນີ້.

ສະ​ເປ​ນ​ແລະ​ໄຊ​ປຣັສ ຮ່ວມ​ກັນ​ກັບກຣິສ Ireland ​ແລະ Portugal ຕ່າງ​ກໍ​ພະຍາຍາມ​
ຊອກ​ຫາ​ຄວາມ​ຊ່ອຍ​ເຫຼືອ​ດ້ານ​ການ​ເງິນ​ຈາກປະ​ເທດ​ອື່ນໆ​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ
​ໂຣນັ້ນ.

XS
SM
MD
LG