ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Espouse ແປວ່າ ການສະໜັບສະໜຸນ ຫຼື ອຸທິດ


ຮຽນຄໍາສັບພາສາອັງກິດໃນຂ່າວ Espouse ແປວ່າ ການສະໜັບສະໜຸນ ຫຼື ອຸທິດ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

Egyptian leaders are struggling against violent extremism in the country.

ບັນດາຜູ້ນໍາອີຈິບ ກໍາລັງພົບກັບຄວາມຫຍຸ້ງຍາກໃນການຕໍ່ຕ້ານຄວາມຮຸນແຮງ ຈາກລັດທິຫົວຮຸນແຮງພາຍໃນປະເທດ.

ESPOUSE: ESPOUSE

Militant Islamic terrorists in Egypt have left a bloody trail of destruction.

ພວກກໍ່ການຮ້າຍຫົວຮຸນແຮງອິສລາມຢູ່ໃນ ອີຈິບ ໄດ້ສ້າງຮ່ອງ​ຮອຍການການ​ທຳ​ລາຍ​ລ້າງ​ທີ່ນອງເລືອດ.

The loss of innocent lives from deadly bombings and other attacks has led the government to condemn extremist Islamic terrorists that espouse violence.

ການສູນເສຍຫຼາຍຊີວິດທີ່ບໍລິສຸດ ຈາກການວາງລະເບີດທີ່ຮ້າຍແຮງ ແລະ ການໂຈມຕີອື່ນໆ ໄດ້ເຮັດໃຫ້ລັດຖະບານກ່າວ​ປະ​ນາມພວກກໍ່ການຮ້າຍຫົວຮຸນແຮງ ອິສລາມ ທີ່ອຸທິດຕົນໃຫ້ຄວາມຮຸນແຮງ.

To espouse is to give support for a cause or belief.

To Espouse ແມ່ນການສະໜັບສະໜຸນຕໍ່ຈຸດມຸ້ງໝາຍ ຫຼື ຄວາມເຊື່ອ.

Long ago, espouse only meant “to marry.” Now it is rarely used that way.

ເປັນເວລາດົນນານມາແລ້ວ, espouse ມີແຕ່ໝາຍເຖິງ “ເພື່ອການແຕ່ງງານ” ເທົ່ານັ້ນ. ແຕ່ປັດຈຸບັນ ມັນບໍ່ຄ່ອຍຖືກນໍາໃຊ້ໃນຄວາມໝາຍດັ່ງກ່າວ ນັ້ນແລ້ວ.

Instead, espouse has come to mean choosing and supporting ideas or plans.

ກົງກັນຂ້າມ, espouse ກາຍມາເປັນຄວາມໝາຍທີ່ວ່າ ການເລືອກ ແລະການສະໜັບສະໜຸນຄວາມຄິດ ຫຼື ແຜນການຕ່າງໆ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG