ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “Sketchy” ແປວ່າ “ບໍ່ສົມບູນ, ບໍ່ຈະແຈ້ງ, ເປັນອັນຕະລາຍ ແລະ ບໍ່ດີ”


ພາສາອັງກິດ ໃນນຶ່ງນາທີ: “Sketchy” ແປວ່າ “ບໍ່ສົມບູນ /ບໍ່ຈະແຈ້ງ/ເປັນອັນຕະລາຍ/ບໍ່ດີກໍໄດ້”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A “sketch” is a simple drawing meant to show the main parts of something. But, what does it mean if something is sketchy?

ການແຕ້ມຮູບຮ່າງຄ້າວໆ ເປັນການແຕ້ມແບບທີ່ງ່າຍດາຍ ເພື່ອສະແດງໃຫ້ເຫັນພາກສ່ວນຫຼັກ ຂອງສິ່ງໃດສິ່ງນຶ່ງ. ແຕ່ ມັນມີຄວາມໝາຍວ່າແນວໃດ ຖ້າສິ່ງໃດສິ່ງນຶ່ງ “sketchy”.


Dan: So, are you doing anything fun over the long weekend?

ແດນ: ເອີ້.... ເຈົ້າຈະເຮັດຫຍັງທີ່ມ່ວນໆແນ່ບໍ່ ໃນຊ່ວງວັນພັກຍາວນີ້?

Anna: Yes, I’m going on a midnight hike at Fort Danger Park!

ອານນາ: ແມ່ນລະ, ຂ້ອຍຈະໄປຍ່າງປ່າໃນຕອນທ່ຽງຄືນ ຢູ່ ສວນສາທາລະນະ Fort Danger!

Dan: is that a good idea? Weird things happen at Fort Danger Park even in the daytime.

ແດນ: ນັ້ນແມ່ນຄວາມຄິດທີ່ດີ ບໍຫັ້ນ? ມີສິ່ງທີ່ແປກໆ ເກີດຂຶ້ນຢູ່ ສວນສາທາລະນະ Fort Danger ໃດ໋! ແມ່ນແຕ່ໃນຕອນກາງເວັນ.

Anna: It’s not as sketchy as people think. I hike there at night all the time!

ອານນາ: ມັນບໍ່ແມ່ນເລື້ອງທີ່ອັນຕະລາຍຫຼືບໍ່ດີ ຄືຄົນທົ່ວໄປຄິດດອກ. ຂ້ອຍຍ່າງປ່າຢູ່ທີ່ນັ້ນໃນຕອນກາງຄືນເລື້ອຍໆ!

Dan: Of course you do.

ແດນ: ແນ່ນອນ ເຈົ້າເຮັດແບບນັ້ນ.

Sketchy has a couple of meanings. It can describe something that is not complete or clear. But it can also describe something dangerous or bad. This usage of the word is very casual and informal.

ຄຳວ່າ Sketchy ມີສອງສາມຄວາມໝາຍ. ມັນສາມາດພັນລະນາເຖິງ ສິ່ງໃດສິ່ງນຶ່ງ ທີ່ບໍ່ສົມບູນ ຫຼື ບໍ່ຈະແຈ້ງ. ແຕ່ ມັນຍັງສາມາດອະທິບາຍເຖິງສິ່ງທີ່ເປັນອັນຕະລາຍ ຫຼືບໍ່ດີກໍໄດ້ ເຊັ່ນກັນ. ການນຳໃຊ້ຄຳສັບນີ້ ແມ່ນຄ້ອນຂ້າງບໍ່ເປັນທາງການ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG