ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ “Gold digger” ແປວ່າ “ນັກຂຸດຄຳ ຫຼື ຄົນທີ່ຄົບຫາຄົນອື່ນເພື່ອຫວັງເງິນຄຳ”


ພາສາອັງກິດ ໃນນຶ່ງນາທີ “Gold digger” ແປວ່າ “ນັກຂຸດຄຳ ຫຼື ຄົນທີ່ຄົບຫາຄົນອື່ນເພື່ອຫວັງເງິນຄຳ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Gold is a valuable material. We can dig gold out of mountains and get rich! So, is that what gold digger means?

ຄຳ ແມ່ນ ວັດຖຸທີ່ມີຄ່າ. ພວກເຮົາສາມາດຂຸດເອົາຄຳອອກມາຈາກພູ ແລະ ຮັ່ງມີໄດ້ ! ດັ່ງນັ້ນ, ຄຳນັ້ນ ແມ່ນຄວາມໝາຍຂອງຄຳວ່າ ນັກຂຸດຄໍາ ບໍ?


Dan: Bob seems really upset these days.

ແດນ: ບ໊ອບ ເບິ່ງຄືວ່າ ມີອາລົມບໍ່ຄ່ອຍດີແທ້ໆເນາະ ຊ່ວງນີ້.

Anna: That’s understandable. He lost a lot of money in the stock market.

ອານນາ: ກະເຂົ້າໃຈລາວຢູ່. ລາວສູນເສຍເງິນໄປຫຼາຍ ໃນຕະຫຼາດຫຼັກຊັບ.

Dan: How did that happen?

ແດນ: ມັນເກີດຂຶ້ນໄດ້ແນວໃດ?

Anna: Bob needs a lot of money fast, or his wife said she was going to leave him.

ອານນາ: ບ໊ອບ ຕ້ອງການເງິນຈຳນວນຫຼວງຫຼາຍ ໄວໆ, ຖ້າບໍ່ດັ່ງນັ້ນ ເມຍຂອງລາວ ບອກວ່າ ນາງຈະຖິ້ມລາວໄປ.

Dan: Wow! She sounds like a real gold digger.

ແດນ: ປາໂທ! ຟັງເບິ່ງ ນາງ ຄືນັກຂຸດຄຳແທ້ໆ ເນາະ.

In the mid 1800s, lots of people went to the American West to dig for newly found gold. They were called gold diggers. But these days, a gold digger is a person who chooses their relationships based on money, not love.

ໃນຊ່ວງກາງທົດສະວັດ ທີ 1800, ຄົນຈຳນວນຫຼາຍ ໄດ້ເດີນທາງໄປອາເມຣິກາຕາເວັນຕົກ ເພື່ອຂຸດຫາຄຳທີ່ຫາກໍມີການຄົ້ນພົບ. ພວກເຂົາຖືກເອີ້ນວ່າ ນັກຂຸດຄຳ. ແຕ່ທຸກມື້ນີ້, ນັກຂຸດຄຳ ແມ່ນຄົນທີ່ເລືອກຄວາມສຳພັນຂອງພວກເຂົາ ໂດຍພື້ນຖານຂອງເງິນ, ບໍ່ແມ່ນຄວາມຮັກ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG