ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ “a chip on one’s shoulder” ແປວ່າ “ຮູ້ສຶກຂຸ່ນເຄືອງ, ຮູ້ສຶກບໍ່ພໍໃຈ, ຮູ້ສຶກເຄືອງໃຈ”


ພາສາອັງກິດ ໃນນຶ່ງນາທີ “a chip on one’s shoulder” ແປວ່າ “ຮູ້ສຶກຂຸ່ນເຄືອງ, ຮູ້ສຶກບໍ່ພໍໃຈ, ຮູ້ສຶກເຄືອງໃຈ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

This is a chip. Delicious. But why would someone have a chip on their shoulder?

ນີ້ແມ່ນ ມັນຝຣັ່ງຈືນ. ແຊບ. ແຕ່ ເປັນຫຍັງ ຄົນຈຳນວນນຶ່ງ ຈຶ່ງມີມັນຝຣັ່ງຈືນຢູ່ເທິງບ່າຂອງພວກເຂົາ?

Anna: Dan, do you have any idea why Craig is mad at me?

ອານນາ: ແດນ, ເຈົ້າຮູ້ບໍວ່າເປັນຫຍັງ ເຄັຣກ ຈຶ່ງຄຽດໃຫ້ຂ້ອຍ?

Dan: He’s just got a chip on his shoulder. It still bothers him that you got that promotion instead of him.

ແດນ: ລາວພຽງແຕ່ມີເລື້ອງຂຸ່ນເຄືອງໃຈ. ການທີ່ເຈົ້າໄດ້ຖືກເລື່ອນຕໍາແໜ່ງ ແທນທີ່ ຈະເປັນລາວ ມັນຍັງຄົງລົບກວນຈິດໃຈລາວຢູ່.

Anna: That was months ago! He needs to get over it.

ອານນາ: ນັ້ນ ມັນກໍຫຼາຍເດືອນຜ່ານມາແລ້ວໃດ໋ ! ລາວຕ້ອງປ່ອຍວາງມັນ.

Dan: I agree.

ແດນ: ຂ້ອຍເຫັນດີນຳ.

If someone has a chip on their shoulder, they feel angry about a past situation. They hold on the belief that they were treated unfairly. This makes them generally unpleasant to be around.

ຖ້າໃຜຄົນນຶ່ງ ມີ a chip on their shoulder, ພວກເຂົາໃຈຮ້າຍ ກ່ຽວກັບເຫດການໃນອະດີດ.​ ພວກເຂົາຍັງຍຶດໝັ້ນກັບຄວາມເຊື່ອທີ່ວ່າ ພວກເຂົາບໍ່ໄດ້ຖືກປະຕິບັດນຳຢ່າງເປັນທຳ. ສິ່ງນີ້ ໂດຍທົ່ວໄປແລ້ວ ເຮັດໃຫ້ພວກເຂົາບໍ່ເປັນຕາຢູ່ໃກ້.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG