ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ອີຈິບຈະຈັດ ການເລືອກຕັ້ງ ປະທານາທິບໍດີ ໃນເດືອນ ພຶດສະພານີ້


ແຜນທີ່ອີຈີບ
ແຜນທີ່ອີຈີບ

ອີ​ຈິບ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ຕົນ​ຄັ້ງ​ທໍາ​ອິດ ນັບແຕ່​ການ​ລຸກ​ຮື​ຂຶ້ນຂອງ​ປະຊາຊົນໄດ້​ປົດ​ທ່ານ​ໂຮ​ສນີ ມູບາຣັກ ຜູ້​ນໍາ​ຜະ​ເດັດ​ການ​ອອກ​ຈາກ​ອໍານາດ​ໄປ​ເມື່ອ​ນຶ່ງ​ປີ​ຜ່ານ​ມານັ້ນ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 23 ​ແລະ 24 ​ເດືອນ​ພຶດສະພາ​ໜ້າ​ນີ້.

ຫົວໜ້າຄະນະ​ກໍາມະການ ​ກໍາກັບ​ການ​ເລືອກ​ຕັ້ງ​ຂອງອີ​ຈິບ ທ່ານ Farouk Sultan ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຖ້າ​ບໍ່​ມີ​ຜູ້​ສະມັກ​ຄົນ​ໃດ​ໄດ້ ຮັບ​ຄະ​ແນນ​ສຽງ​ຫລາຍ​ກວ່າ 50 ​ເປີ​ເຊັນຂຶ້ນ​ໄປ ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດຈະ​ມີ​ຂຶ້ນ​ໃນ​ວັນ​ທີ 16 ​ແລະ 17 ​ເດືອນ​ມິຖຸນາ​ປີ​ນີ້.

ທ່ານ Farouk Sultan ກ່າວ​ຕື່ມ​ວ່າ ຜົນ​ຂອງ​ການ​ເລືອກ​ຕັ້ງຂັ້ນສຸດທ້າຍ​ຈະ​ຖືກປະກາດ​ໃຫ້​ປະຊາຊົນ​ຮູ້​ໃນ​ວັນ​ທີ 21 ​ເດືອນ​ມິຖຸນາ. ພວກ​ທະຫານ​ອີ​ຈິບ​ທີ່​ເຂົ້າກຳອໍານາດ​ຕໍ່ຈາກ​ທ່ານ​ມູບາຣັກ ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະ​ໂອນ​ອໍານາດ​ໃຫ້​ຜູ້​ນໍາ​ພົນລະ​ເຮືອນ​ພາຍ​ໃນ​ທ້າຍ​ເດືອນ​ມິຖຸນາ.

ທ່ານ Sultan ກ່າວ​ຕື່ມ​ວ່າ ພວກ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ ຈະ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ທໍາ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ເຂົາເຈົ້າ​ໄດ້​ ໃນ​ວັນ​ທີ 30 ​ເມສາ​ນີ້ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ພວກ​ອົບ​ພະຍົບອີ​ຈິບ​ໃນ​ຕ່າງປະ​ເທດ​ ຈະ​ມີ​ສິດ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນີ້.

ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ຊຶ່ງ​ເປັນ​ພວກ​ນໍາພາ​ໃນ​ການ​ລຸກ​ຮືຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໃນ​ປີ​ແລ້ວ​ນີ້ ມັກ​ຕໍາ​ໜິຕິຕຽນ​ສະພາ​ປົກຄອງທະຫານ​ເລື້ອຍໆ​ໃນ​ການ​ຮັບ​ມື​ຂອງ​ພວກ​ເຂົາ​ເຈົ້າ​ ໃນໄລຍະຂ້າມຜ່ານ​ຫລັງ​ຈາກ​ທ່ານ​ມູບາຣັກນັ້ນ ຊຶ່ງ​ພວກ​ເຂົາ​ເຈົ້າ​ກ່າວ​ຫາ​ພວກ​ນາຍ​ພົນໃນ​ກອງທັບ​ວ່າ​ພາກັນ​ໃຊ້​ຍຸດທະວິທີ​ການ​ປາບ​ປາມ​ໃນ​ຍຸກ​ສະ​ໄໝ​ຂອງ​ທ່ານມູບາຣັກ ​ຕໍ່​ພວກ​ປະ​ທ້ວງ​ທີ່​ພາກັນ​ທວງໃຫ້ ​ກັບ​ຄືນ​ໄປ​ສູ່​ການ​ປົກຄອງ​ຂອງ​ພວກ​ພົນລະ​ເຮືອນ​ຢ່າງ​ໄວ​ນັ້ນ. ປະຊາຊົນ​ຈຳນວນ​ນຶ່ງ​ໄດ້​ເສຍ​ຊີວິດ​ໃນການ​ປະ​ທ້ວງ​ຕໍ່ຕ້ານ​ພວກ​ທະຫານ​ແລະ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ​ຕ່າງໆຂຶ້ນ​ໃນ​ທົ່ວ​ປະ​ເທດ​ອີ​ຈິບ​ໃນ​ປີຜ່ານ​ມາ​ນີ້.

XS
SM
MD
LG