ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຜູ້ຂັບລົດ ເສຍຊີວິດ ຫຼັງຈາກທີ່ໄດ້ແລ່ນລົນເຂົ້າໄປຕຳ ປະຕູທາງເຂົ້າດ້ານນອກ ຂອງທຳນຽບຂາວ  


ແຟ້ມພາບ - ທຳນຽບຂາວ ແມ່ນເຫັນໄດ້ຜ່ານຮົ້ວເຫຼັກ ຢູ່ເດີ່ນຫຍ້າກ້ຳເໜືອ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 16 ພຶດສະພາ 2016.
ແຟ້ມພາບ - ທຳນຽບຂາວ ແມ່ນເຫັນໄດ້ຜ່ານຮົ້ວເຫຼັກ ຢູ່ເດີ່ນຫຍ້າກ້ຳເໜືອ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 16 ພຶດສະພາ 2016.

ຜູ້ຂັບລົດ ໄດ້ເສຍຊີວິດ ຫຼັງຈາກທີ່ໄດ້ແລ່ນເຂົ້າຕຳປະຕູພາຍນອກຂອງທຳນຽບຂາວ ເມື່ອຕອນແລງວັນເສົາຜ່ານມານີ້ ເຈົ້າໜ້າທີ່ສືບລັບຂອງສະຫະລັດ ໄດ້ກ່າວ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

“ບໍ່ດົນກ່ອນເວລາ 10 ໂມງເຄິ່ງຕອນແລງ ລົດຄັນນຶ່ງເດີນທາງມາດ້ວຍຄວາມໄວສູງແລ່ນຕຳເຂົ້າໃສ່ປະຕູປ້ອງການດ້ານນອກບໍລິເວນຂອງທຳນຽບຂາວ” ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວໃນຖະແຫລງການຢູ່ສື່ສັງຄົມ X ຊຶ່ງທ່ານກ່າວຕື່ມວ່າ “ບໍ່ມີໄພຂົ່ມຂູ່” ຕໍ່ທຳນຽບຂາວ ນັ້ນເອງ.

ບັນດາເຈົ້າໜ້າທີ່ມາເຖິງຈຸດເກີດເຫດ “ໄດ້ພະຍາຍາມປະຖົມພະຍາຍານແກ່ຄົນຂັບລົດ ຜູ້ທີ່ໄດ້ຖືກພົບເຫັນວ່າ ໄດ້ເສຍຊີວິດແລ້ວ” ຖະແຫລງການໄດ້ກ່າວ.

ໜ່ວຍງານສືບລັບ ພ້ອມກັບເຈົ້າໜ້າທີ່ຕຳຫຼວດ ແລະໜ່ວຍງານດັບເພີງຂອງເຂດເມືອງໂຄລຳເບຍ ຫຼື DC ກໍໄດ້ເລີ້ມການສືບສວນສອບສວນ ເຂົ້າໃນອຸບັດເຫດທີ່ຮ້າຍແຮງດັ່ງກ່າວ ອີງຕາມໂຄສົກຂອງໜ່ວຍງານສືບລັບ ທ່ານແອນໂທນີ ກູກລີລມີ (Anthony Guglielmi).

ທ່ານໄດ້ກ່າວຕື່ມວ່າ “ບໍ່ມີໄພຂົ່ມຂູ່ ຫຼື ຜົນກະທົບດ້ານຄວາມປອດໄພຕໍ່ສາທາລະນະ.”

ໃນເດືອນມັງກອນ ບັນດາເຈົ້າໜ້າທີ່ ໄດ້ຄວບຄຸມຕົວອີກຄົນນຶ່ງ ຜູ້ທີ່ໄດ້ຂັບບົດແລ່ນເຂົ້າໄປຕຳປະຕູພາຍນອກ ຂອງສະຖານທີ່ແຫ່ງດຽວກັນນັ້ນ.

ທຳນຽບຂາວ ໄດ້ເຫັນເຫດການຂອງການລ່ວງລ້ຳເຂົ້າໄປໃນພື້ນທີ່ຫຼາຍຄັ້ງທີ່ໄດ້ດຶງດູດຄວາມສົນໃຈຫຼາຍໃນສອງສາມປີບໍ່ດົນມານີ້ ຈຶ່ງໄດ້ກະຕຸ້ນໃຫ້ມີການກໍ່ສ້າງຮົ້ວເຫຼັກທີ່ໜາແໜ້ນ, ແລະສູງຂຶ້ນກວ່າເກົ່າ ອ້ອມຮອບບໍລິເວນຕຶກທີ່ເປັນສັນຍາລັກຂອງປະເທດ ໃນປີ 2020.

A driver died after crashing a car into the exterior gate of the White House late Saturday, the US Secret Service said.

"Shortly before 10:30pm a vehicle traveling at a high speed collided with an outer perimeter gate on the White House complex," the service said in a statement on social media platform X, adding there was "no threat" to the White House itself.

Officers arriving at the scene "attempted to render aid to the driver who was discovered deceased," the statement said.

The Secret Service, along with the police and fire departments of the District of Columbia, have launched an investigation into the fatal crash, according to Secret Service spokesman Anthony Guglielmi.

He added there was "no threat or public safety implications".

In January, authorities detained another person who crashed a vehicle into the exterior gate of the same complex.

The White House has seen a string of high-profile trespassing incidents in recent years, prompting the construction of a higher, tougher metal fence around the iconic mansion's perimeter in 2020.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG