ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກຸ່ມຜູ້ລົງທຶນ ເລີ້ມຕົ້ນ ການກໍ່ສ້າງ ເຂື່ອນດອນສະໂຮງ ໃນເດືອນຕຸລາ 2015 ນີ້ແລ້ວ


ທາງການລາວ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ ຂໍ້ມູນ-ຂ່າວສານດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ.
ທາງການລາວ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ ຂໍ້ມູນ-ຂ່າວສານດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ.

ກຸ່ມຜູ້ລົງທຶນຢືນຢັນວ່າ ໄດ້ເລີ້ມການກໍ່ສ້າງເຂື່ອນດອນສະໂຮງ
ໃນເດືອນຕຸລາ 2015 ນີ້ເພື່ອໃຫ້ແລ້ວເສັດ ແລະເລີ້ມການຜະ
ລິດກະແສໄຟຟ້າ ນັບແຕ່ປີ 2019 ເປັນຕົ້ນໄປ.

ທ່ານບຸນເພັງ ດວງມາລາ ຜູ້ປະສານງານດ້ານສັງຄົມ ຂອງໂຄງການພັດທະນາເຂື່ອນ
ໄຟຟ້າ ດອນສະໂຮງ ໃຫ້ການຢືນຢັນວ່າ ການກໍ່ສ້າງເຂື່ອນດອນສະໂຮງ ເທິງແລວ
ແມ່ນ້ຳຂອງ ຢູ່ເຂດສີ່ພັນດອນ ຄອນພະເພັງ ໃນເຂດແຂວງຈຳປາສັກ ໄດ້ເລີ້ມລົງມື ດຳເນີນການໃນທ້າຍເດືອນຕຸລາ 2015 ນີ້ ແລະຈະໃຫ້ສຳເລັດໃນທ້າຍປີ 2019 ເປັນ
ຢ່າງຊ້າ.

ໂຄງການເຂື່ອນດອນສະໂຮງ ເປັນການຮ່ວມລົງທຶນ ລະຫວ່າງ ບໍລິສັດ Mega First
Corporation Berhad ຈາກປະເທດມາເລເຊຍ ກັບບໍລິສັດ ຜະລິດໄຟຟ້າລາວຈຳກັດ
(ມະຫາຊົນ) ໃນສັດສ່ວນ 80 ເປີເຊັນ ຕໍ່ 20 ເປີເຊັນ ຂອງມູນຄ່າການລົງທຶນ ລວມ 500
ລ້ານໂດລາ ແລະ ຖ້າຫາກກໍ່ສ້າງແລ້ວເສັດ ກໍຈະສາມາດຜະລິດພະລັງງານໄຟຟ້າໄດ້
ໃນປະລິມານລວມ 260 ເມກາວັດຕ໌ ໂດຍບໍລິສັດຜະລິດໄຟຟ້າລາວ ຈະຮັບຊື້ທັງໝົດ
ເພື່ອຕອບສະໜອງການຊົມໃຊ້ພາຍໃນ ແລະສົ່ງອອກໄປຕ່າງປະເທດ.

ພາບຖ່າຍທາງອາກາດ ບໍລິເວນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ຢູ່ແຂວງຈຳປາສັກ ທາງພາກໃຕ້ຂອງລາວ
ພາບຖ່າຍທາງອາກາດ ບໍລິເວນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ຢູ່ແຂວງຈຳປາສັກ ທາງພາກໃຕ້ຂອງລາວ

ທາງດ້ານ ທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການ
ກະຊວງແຜນການ ແລະການລົງທຶນ ໃຫ້ການຢືນຢັນວ່າ ເຂື່ອນ
ດອນສະໂຮງ ຈະປະກອບສ່ວນຢ່າງສຳຄັນເຂົ້າໃນການຫລຸດ
ຜ່ອນບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ເພາະວ່າ ບໍ່ພຽງແຕ່ຈະເຮັດໃຫ້ມີພະລັງງານໄຟຟ້າ ສຳຫລັບການຊົມໃຊ້
ພາຍໃນລາວ ເພີ້ມຂຶ້ນເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ລັດຖະບານ
ມີລາຍຮັບ ຈາກການສົ່ງອອກພະລັງງານໄຟຟ້າໃນມູນຄ່າສະ
ເລ່ຍເຖິງ 40 ລ້ານໂດລາ ຕໍ່ປີ ຫຼື 1,000 ລ້ານໂດລາ ໃນຕະ
ຫລອດລະຍະສຳປະທານ 25 ປີ.

ພ້ອມກັນນີ້ ທ່ານສົມຈິດ ກໍຍັງໄດ້ຢືນຢັນດ້ວຍວ່າ ເຂື່ອນດອນສະໂຮງ ເປັນໂຄງການທີ່
ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ ທັງເປັນເຂື່ອນທີ່ຜະລິດພະລັງງານ ທີ່ສະອາດ ເພາະ ສະນັ້ນ ຈຶ່ງຖືເປັນໂຄງການທີ່ຈະສ້າງຜົນປະໂຫຍດຫຼາຍກວ່າ ຜົນກະທົບດ້ານລົບ ດັ່ງທີ່
ທ່ານໄດ້ຢືນຢັນວ່າ:

“ພວກເຮົາຄິດວ່າ ປະເທດລາວເຮົາມີທ່າແຮງທາງຊັບພະຍາກອນທຳມະຊາດ
ໂດຍສະເພາະແມ່ນເລື້ອງແມ່ ນ້ຳລຳເຊ ແລ້ວ ກະຖືເອົາວຽກງານການສ້າງ
ເຂື່ອນໄຟຟ້ານ້ຳຕົກນີ້ ເປັນບຸລິມະສິດ ແລະ ພວກເຮົາກໍເຫັນວ່າ ການພັດທະ
ນາເຂື່ອນໄຟຟ້ານ້ຳຕົກນີ້ ຈະເປັນເຂື່ອນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼາຍກວ່າ
ການນຳໃຊ້ພະລັງງານດ້ານອື່ນໆ ເຮົາເຂົ້າໃຈວ່າ ຄັນເຂື່ອນໂຕນີ້ ດອນສະໂຮງ
ນີ້ ສຳເລັດ ລັດຖະບານລາວ ກໍຈະໄດ້ທຶນປີລະປະມານ 30 ຫາ 40 ລ້ານໂດລາ.”

ທາງດ້ານທ່ານ Peter Hawkins ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ຂອງບໍລິສັດ
Mega First ໃຫ້ການຢືນຢັນວ່າ ການສ້າງເຂື່ອນດອນສະໂຮງ ຈະບໍ່ສົ່ງຜົນກະທົບຕໍ່ການ
ສັນຈອນ ຂອງປາທີ່ເດີນທາງໄປ-ມາ ລະຫວ່າງລາວກັບໄທ ກຳປູເຈຍ ແລະຫວ່ຽດນາມ
ຢ່າງແນ່ນອ້ນ.

ທັງນີ້ ໂດຍເຖິງແມ່ນວ່າ ຕົວເຂື່ອນຈະຖືກສ້າງຢູ່ເທິງຮູສະໂຮງ ທີ່ເປັນເສັ້ນທາງສັນຈອນ
ຂອງປາ ແລະ ສັດນ້ຳໃນແມ່ນ້ຳຂອງ ລະຫວ່າງລາວ ໄທ ກຳປູເຈຍ ແລະ ຫວຽດນາມ ດັ່ງ
ກ່າວກໍຕາມ ຫາກແຕ່ວ່າ ຈາກການສຶກສາວິໄຈ ແລະ ການເກັບກຳຂໍ້ມູນພາກສະໜາມ
ດ້ວຍການສຳພາດຊາວປະມົງໃນພື້ນທີ່ ແລະ ການສັງເກດພຶດຕິກຳຂອງປາ ທີ່ສັນຈອນ
ໄປ-ມາ ໃນເຂດສີ່ພັນດອນ-ຄອນພະເພັງ ນັບຈາກປີ 2009 ເປັນຕົ້ນມານັ້ນ ກໍພົບວ່າ
ຮູສະໂຮງບໍ່ແມ່ນເສັ້ນທາງດຽວທີ່ປາໃຊ້ເພື່ອການສັນຈອນໄປ-ມາ ແຕ່ຍັງມີຮູຊ້າງເຜືອກ
ແລະຮູສະດຳ ທີມີຄວາມສຳຄັນເຊັ່ນດຽວກັນ.

ກ່ອນໜ້ານີ້ ທາງການລາວ ກໍໄດ້ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວ
ສານດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ
ໂດຍມີຄະນະທູຕານຸທູດຕ່າງປະເທດ ຜູ້ຕາງໜ້າຂອງສະຫະພາບຢູໂຣບ ຜູ້ແທນອົງການ
ແມ່ຂອງສາກົນ ອົງການສາກົນທີ່ບໍ່ຂຶ້ນກັບລັດຖະບານ ແລະຜູ້ຕາງໜ້າຂອງສະຫະລັດ
ອາເມຣິກາ ໄດ້ເຂົ້າຮ່ວມໃນກອງປະຊຸມດ້ວຍ.

ໂດຍເນື້ອໃນສຳຄັນທີ່ຜູ້ຕາງໜ້້າຂອງລັດຖະບານລາວ ແລະກຸ່ມລົງທຶນໃນໂຄງການ ໄດ້
ນຳສະເໜີ ຕໍ່ກອງປະຊຸມ ກໍຄືການຢືນຢັນເຖິງມາດຕະຖານສາກົນ ຂອງການສຶກສາຢ່າງ
ລະອຽດທີ່ກ່ຽວກັບ ວິສະວະກຳ ຄວາມເປັນໄປໄດ້ຂອງໂຄງການ ຜົນກະທົບຕໍ່ສິ່ງແວດ
ລ້ອມທຳມະຊາດ ແລະສັງຄົມ ຜົນກະທົບສະສົມ ແລະການອອກແບບກໍ່ສ້າງເພື່ອປ້ອງ
ກັນຜົນກະທົບເຫຼົ່ານັ້ນ.

XS
SM
MD
LG