ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ເຖິງແມ່ນວ່າ ຈີນຈະເກັບກ່ຽວອາ​ຫານ​ປະ​ເພດເມັດໄດ້ຢ່າງຫຼວງຫຼາຍ ແຕ່ກໍຍັງປະເຊີນ ກັບຄວາມທ້າທາຍ ດ້ານຄວາມໝັ້ນຄົງດ້ານອາຫານ


ແຟ້ມພາບ - ຮູບຖ່າຍທາງອາກາດຮູບນີ້ ຖ່າຍໃນວັນທີ 24 ຕຸລາ 2023, ສະແດງໃຫ້ເຫັນການເກັບກ່ຽວເຂົ້າໃນເມືອງນານຕົງ (Nantong), ເຂດຈຽງຊູ (Jiangsu province) ທາງພາກຕາເວັນອອກຂອງຈີນ.
ແຟ້ມພາບ - ຮູບຖ່າຍທາງອາກາດຮູບນີ້ ຖ່າຍໃນວັນທີ 24 ຕຸລາ 2023, ສະແດງໃຫ້ເຫັນການເກັບກ່ຽວເຂົ້າໃນເມືອງນານຕົງ (Nantong), ເຂດຈຽງຊູ (Jiangsu province) ທາງພາກຕາເວັນອອກຂອງຈີນ.

ຈີນ​ມີ​ຜົນ​ຜະ​ລິດອາ​ຫານ​ປະ​ເພດ​ເມັດສູງ​ເປັນ​ປະຫວັດ​ການ​ໃນ​ປີ​ນີ້, ​ເຮັດ​ໃຫ້​ປີ​ນີ້​ເປັນ​ປີ​ທີ່​ເກັບ​ກ່ຽວ​ຜົນຜະລິດ​ໄດ້​ຢ່າງ​ຫຼວງ​ຫຼາຍ​ເປັນປີ​ທີ 20 ​ຕິດຕໍ່​ກັນ, ອີງ​ຕາມ​ໜັງສືພິມ​ປະ​ຊາ​ຊົນ​ລາຍ​ວັນ​ຫຼື People's Daily ຂອງ​ລັດ​ຖະບານຈີນ ​ໃນ​ວັນ​ພຸດທີ່ຜ່່ານມາ. ​ແນວ​ໃດກໍຕາມ, ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ອັດຕາ​ການເພິ່ງພາຕົນເອງດ້ານ​ອາຫານຂອງ​ປະ​ເທດ​ ກຳລັງ​ຫຼຸດ​ລົງ ເນື່ອງຈາກມີການເອື່ອຍອິງ​ໃສ່​ການ​ນຳ​ເຂົ້າ​ຢ່າງ​ຫຼວງ​ຫຼາຍ.

ອີງຕາມລາຍງານຂ່າວແມ່ນ ຈຳນວນຜົນ​ຜະລິດອາ​ຫານ​ປະ​ເພດເມັດຂອງ​ຈີນ​ໃນ​ປີ​ນີ້​ ໄດ້​ຫຼາຍກວ່າ​ 1,390 ​ຕື້​ກິ​ໂລ​ກຣາມ. ກະຊວງ​ກະສິກຳ​ ແລະວຽກງານ​ຊົນ ນະບົດ​ປະກາດ​ວ່າ ໃນປີ 2024, ​ເປົ້າ​ໝາຍ​ລວມຂອງ​ຈີນ ​ໃນ​ການ​ຜະລິດ ອາ​ຫານ​ປະ​ເພດເມັດ ​ແມ່ນ​ການຮັກສາ​ສະຖຽນ​ລະ​ພາບຂອງການຜະລິດການປັນສ່ວນອາ​ຫານ​ປະ​ເພດ​ເມັດ​, ສາລີ ​ແລະ​ຖົ່ວ​ເຫຼືອງ, ​ເພື່ອ​ຮັບປະກັນ​ການ​ຜະລິດອາ​ຫານ​ປະ​ເພດເມັດ ​ໃນ​ປີ 2024 ​ໃຫ້​ສູງ​ກວ່າ 1,300 ຕື້​ກິ​ໂລ​ກຣາມ, ຕາມ​ລາຍງານຂອງໂທລະພາບ​ສູນ​ກາງ​ຈີນ ​ໃນ​ວັນ​ທີ 24 ທັນວາ​ນີ້.

ແນວໃດກໍ່ຕາມ, ຂໍ້ມູນທາງການອື່ນໆ ສະແດງໃຫ້ເຫັນວ່າ ຄວາມພຽງພໍໃນ "ການປັນສ່ວນອາຫານ" ບໍ່ເທົ່າກັບການມີອາຫານທີ່ຜະລິດເອງຢ່າງພຽງພໍທີ່ຈະລ້ຽງປະຊາກອນທັງຫມົດ. ໂດຍທົ່ວໄປແລ້ວ "ອາຫານປັນສ່ວນ" ຫມາຍເຖິງ ເຂົ້າແລະເຂົ້າເບ​ລ່ ເທົ່ານັ້ນ, ແຕ່ອາຫານໃນວົງກວ້າງ ເຊັ່ນ: ​ໝາກສາລີ, ໝາກເດືອຍ ແລະ ພືດຕະກູນຖົ່ວ ຍັງຕ້ອງໄດ້ຮັບການນໍາເຂົ້າເປັນຈໍານວນຫຼວງຫຼາຍ.

ບົດ​ລາຍ​ງານ​ຂອງ​ສະ​ຖາ​ບັນ​ພັດທະນາ​ຊົນນະບົດ ​ຂອງ​ສະຖາບັນ​ວິທະຍາສາດ​ສັງຄົມ​ຂອງຈີນ​ ແຈ້ງໃຫ້ຮູ້ວ່າ ພາຍໃນ​ປີ 2025, ຈີນ​ອາດ​ຈະ​ມີ​ຊ່ອງ​ຫວ່າງ​ດ້ານອາ​ຫານ​ປະ​ເພດເມັດປະມານ 130 ລ້ານ​ໂຕນ, ປະມານ 10% ຂອງຜົນ​ຜະລິດ ​ໃນ​ປີ 2024.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG