ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ສານ ຈະພິຈາລະນາວ່າ ທ່ານ ທຣຳ ໄດ້​ລະ​ເມີດ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້ມີຄວາມເຫັນຫຼືບໍ່ ໃນຄະດີທາງອາຍາ ຂອງການຈ່າຍເງິນເພື່ອປິດປາກ ກ້າວເຂົ້າສູ່ມື້ທີ 2


ອະດີດປະທານາທິບໍດີສະຫະລັດ ແລະຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ກ່າວຕໍ່ນັກຂ່າວໃນລະຫວ່າງການດຳເນີນຄະດີຂອງທ່ານ ໃນຂໍ້ກ່າວຫາວ່າ ໄດ້ປິດບັງການຊຳລະເງິນຢ່າງຮີບດ່ວນ ທີ່ພົວພັນກັບເລື່ອງການພົວພັນນອກສົມຣົດຢູ່ສານອາຍາ ແມນຮັດຕັນ ໃນນະຄອນນິວຢອກ ໃນວັນທີ 22 ເມສາ 2024.
ອະດີດປະທານາທິບໍດີສະຫະລັດ ແລະຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ກ່າວຕໍ່ນັກຂ່າວໃນລະຫວ່າງການດຳເນີນຄະດີຂອງທ່ານ ໃນຂໍ້ກ່າວຫາວ່າ ໄດ້ປິດບັງການຊຳລະເງິນຢ່າງຮີບດ່ວນ ທີ່ພົວພັນກັບເລື່ອງການພົວພັນນອກສົມຣົດຢູ່ສານອາຍາ ແມນຮັດຕັນ ໃນນະຄອນນິວຢອກ ໃນວັນທີ 22 ເມສາ 2024.

ການ​ດຳ​ເນີນ​ຄະດີ​ຢູ່​ນິວຢອກຂອງອະດີດ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ມີ​ກຳນົດ​ຈະ​ເລີ້ມ​ຄືນ​ໃໝ່​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ສານຈະພິຈາລະນາການ​ໂຕ້​ແຍ້​ງ​ກ່ຽວ​ກັບ​ວ່າ ທ່ານ ທຣຳ ໄດ້​ລະ​ເມີດ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ມີຄຳເຫັນ ເຊິ່ງຫ້າມທ່ານ​ດູ​ຖູກ​ພະຍານ ​ແລະ​ບຸກຄົນ​ສຳຄັນ​ໃນ​ຄະດີ ຫຼື ບໍ່.

ນອກຈາກນີ້, ຄາດວ່າ ການໃຫ້ປາກຄຳ ຈະກັບມາດຳເນີນການອີກຄັ້ງ ກັບທ້າວ ເດວິດ ແພັກເກີ (David Pecker), ອະດີດຜູ້ຈັດພິມຈໍາໜ່າຍຂອງຮ້ານຂາຍວາລະສານຍອດນິຍົມ, National Enquirer, ໂດຍກັບຄືນມາສູ່ການຂຶ້ນເປັນພະຍານ ຫຼັງຈາກເປັນຜູ້ທໍາອິດທີ່ຖືກເອີ້ນໃຫ້ເປັນພະຍານໂດຍໄອຍະການ.

ໄອຍະການ ແມັທທິວ ໂຄລັນເຈໂລ (Matthew Colangelo) ໄດ້ອະທິບາຍໃນວັນຈັນວານນີ້ຕໍ່ກັບສິ່ງທີ່ທ່ານເອີ້ນວ່າ "ການສົມຮູ້ຮ່ວມຄິດຂອງ Trump Tower" ທີ່ກ່ຽວຂ້ອງກັບ ແພັກເກີ (Pecker), ທຣຳ (Trump) ແລະອະດີດທະນາຍຄວາມຂອງ ທຣຳ, ທ່ານ ໄມໂຄລ ໂຄເຮັນ (Michael Cohen) ໂດຍວາງແຜນທີ່ຈະປ້ອງກັນ ບໍ່ໃຫ້ເລື່ອງທີ່ສ້າງຄວາມເສຍຫາຍກ່ຽວກັບ ທ່ານ ທຣຳ ຖືກເຜີຍແຜ່ກ່ອນການເລືອກຕັ້ງປະທານາທິບໍດີ ປີ 2016.

"ພວກເຮົາໃຊ້ປຶ້ມບັນທຶກການຈ່າຍເງິນໃຫ້ສື່ມວນຊົນ, ແລະພວກເຮົາໄດ້ຈ່າຍເງິນຄ່າເລື່ອງຕ່າງໆ," ທ້າວ ແພັກເກີ (Pecker) ເລົ່າໃຫ້ ບັນດາຕຸລາການ ຟັງ ເຖິງຊ່ວງເວລາທີ່ລາວຢູ່ໃນ National Enquirer. ທ້າວ ແພັກເກີ ກ່າວວ່າ ລາວມີ "ຄຳເວົ້າສຸດທ້າຍ" ກ່ຽວກັບການຕັດສິນໃຈຂອງກອງບັນນາທິການ ແລະວ່າທຸກສິ່ງທີີ່ມີມູນຄ່າເກີນ $ 10,000 ສຳລັບເລື້ອງນຶ່ງນັ້ນ ຕ້ອງໄດ້ຮັບການອະນຸມັດຈາກລາວ.

ໄອຍະການກ່າວຫານາງແບບທີ່ເປັນເລື້ອງນອງນັນທີ່ໄດ້ຖືກຈ້າງ ແຄເຣັນ ແມັກດູໂກລ (Karen McDougal), ຜູ້ທີ່ເວົ້າວ່າ ນາງມີຄວາມສໍາພັນກັບ ທ່ານ ທຣຳ ເປັນເວລາ 10 ເດືອນ ໂດຍໄດ້ຮັບເງິນ 150,000 ໂດລາ ເພື່ອຊື້ລິຂະສິດເລື່ອງຂອງນາງ ແລະຫຼັງຈາກນັ້ນກໍບໍ່ເຜີຍແຜ່ມັນ.

ໃນການໂຕ້ແຍ້ງທີ່ເປີດໃນວັນຈັນ, ທ່ານ ໂຄລັນເຈໂລ (Colangelo) ໄດ້ວາງໂຄງເລື້ອງທີ່ກວ້າງຂວາງອອກມາ ທີ່ທ່ານກ່າວວ່າ ທ່ານ ທຣຳ ກຽມການ ເພື່ອປ້ອງກັນບໍ່ໃຫ້ຜູ້ລົງຄະແນນເລືອກຕັ້ງຮັບຮູ້, ພຽງບໍ່ເທົ່າໃດມື້ກ່ອນການເລືອກຕັ້ງ, ກ່ຽວກັບເລື່ອງ ກິດຈະກຳ ທີ່ຖືກກ່າວຫາຂອງທຣຳ ກັບ ແມັກດູໂກລ (McDougal) ແລະນັກສະແດງຮູບເງົາຜູ້ໃຫຍ່ ນາງ ສຕອມມີ ເດນຽລສ໌ (Stormy Daniels), ເຊິ່ງທ່ານ ທຣຳ ໄດ້ປະຕິເສດຕໍ່ທັງສອງຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG