ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການສໍ້ລາດບັງຫຼວງ ຍັງເປັນຄວາມກັງວົນອັນນຶ່ງ ໃນຫວຽດນາມ ເຖິງແມ່ນວ່າ ຈະມີການລົງໂທດປະຫານຊີວິດກໍຕາມ


ແຟ້ມພາບ - ນັກທຸລະກິດອະສັງຫາລິມມະຊັບ ຊາວຫວຽດນາມ ນາງ ເຈື່ອງ ມີ ລານ (Truong My Lan), ດ້ານໜ້າ, ໄດ້ຖືກພາເຂົ້າໄປໃນຫ້ອງພິຈາລະນາຄະດີ ໃນ ນະຄອນ ໂຮ ຈິ ມິນ (Ho Chi Minh City), ປະເທດຫວຽດນາມ, ວັນທີ 5 ມີນາ 2024.
ແຟ້ມພາບ - ນັກທຸລະກິດອະສັງຫາລິມມະຊັບ ຊາວຫວຽດນາມ ນາງ ເຈື່ອງ ມີ ລານ (Truong My Lan), ດ້ານໜ້າ, ໄດ້ຖືກພາເຂົ້າໄປໃນຫ້ອງພິຈາລະນາຄະດີ ໃນ ນະຄອນ ໂຮ ຈິ ມິນ (Ho Chi Minh City), ປະເທດຫວຽດນາມ, ວັນທີ 5 ມີນາ 2024.

ໃນຂະນະທີ່ການຕັດສິນປະຫານຊີວິດໃນເດືອນນີ້ ໃນຄະດີສໍ້ໂກງເງິນຫຼາຍຕື້ໂດລາຂອງຫວຽດນາມ ອາດຈະສະແດງໃຫ້ເຫັນເຖິງອໍານາດຂອງການໂຄສະນາຕ້ານການສໍ້ລາດບັງຫຼວງຂອງຮ່າໂນ່ຍ, ການສໍາພາດໃນຊຸມມື້ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມກັງວົນຢ່າງຕໍ່ເນື່ອງກ່ຽວກັບການລົງໂທດທາງດ້ານການເມືອງຂອງຫວຽດນາມ ແລະຄວາມອ່ອນແອ ແລະການສໍ້ລາດບັງຫຼວງໃນພາກລັດ ທີ່ໄດ້ຮັບຄ່າຈ້າງຕໍ່າຂອງປະເທດ.

ໃນ​ຂະ​ນະດຽວກັນ, ສອງ​ຄົນ​ທີ່​ຖືກ​ສໍາ​ພາດໄດ້​ສະ​ແດງ​ຄວາມ​ສົງ​ໃສ​ວ່າ ​ການ​ຕັດ​ສິນ​ດັ່ງກ່າວ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດແທ້ບໍ່.

ໃນວັນ​ທີ 11 ​ເມສາ​ນີ້, ​ນາງ ເຈື່ອງ ມີ ລານ (Truong My Lan), ປະທານຂອງກຸ່ມ​ບໍລິສັດຖືຮຸ້ນ​ອະສັງຫາລິມະ​ຊັບ ວານ ຕິນ ຝັດ (Van Thinh Phat) ອາຍຸ 68 ປີ ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ໃນ​ຂໍ້​ຫາ​ສໍ້​ໂກງ 12.5 ຕື້​ໂດ​ລາ​ສະຫະລັດ, ​ເຮັດ​ໃຫ້ເກີດຄວາມ​ເສຍ​ຫາຍ​ທີ່ປັດຈຸບັນນີ້ ມີມູນຄ່າເຖິງ 27 ຕື້​ໂດ​ລາ​ສະຫະລັດ, ພ້ອມທັງໂທດຂັງຄຸກ 20 ປີ ສໍາລັບການໃຫ້ສິນບົນ ແລະລະເມີດກົດລະບຽບການທະນາຄານ. ນອກຈາກນີ້,​ ນາງ​ຍັງ​ໄດ້​ຖືກ​ສານ​ສັ່ງ​ໃຫ້​ສົ່ງ​ຄືນ​ເງິນ 27 ຕື້​ໂດ​ລາ​ໃຫ້​ທະນາຄານ​ການ​ຄ້າ Saigon, ຫຼື SCB, ​ເພື່ອຊໍາລະໜີ້ສູນເສຍ​ເປັນ​ເວລາ 11 ປີ.

ໃນປີ 2012, ນາງ ລານ (Lan) ໄດ້ລວມສາມທະນາຄານເຂົ້າເປັນ SCB. ​ເຖິງ​ວ່າ​ກົດໝາຍ​ຫວຽດນາມ​ໄດ້​ຫ້າມ​ບໍ່​ໃຫ້ໃຜກໍຕາມ ​ຖືຮຸ້ນ​ຫຼາຍ​ກວ່າ 5 ຂອງ​ທະນາຄານ​ໃດໆກໍຕາມ, ​ແຕ່​ຄະນະຕຸລາການ​ກ່າວ​ວ່າ ​ໂດຍ​ຜ່ານ​ຜູ້​ຮັບ​ຜິດ​ຊອບ​ແລະ​ບໍລິສັດ ທີ່ບໍ່ມີຊັບສິນ ຫຼື ການດຳເນີນການຫລາຍ​ພັນ​ບໍລິສັດ​, ນາງ ລານ ໄດ້​ຖື​ຫຸ້ນຂອງ SCB ​ໂດຍ​ທາງ​ອ້ອມ 91.5 ເປີເຊັນ.

ທ່ານ ຫງວຽນ ​ຮົ່ງ ຮາຍ (Nguyen Hong Hai), ສາ​ສະ​ດາ​ຈານ​ອາ​ວຸ​ໂສ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ VinUniversity ຢູ່ ຮ່າ​ໂນ້ຍ ກ່າວ​ວ່າ ຄຳ​ຕັດ​ສິນ​ຂອງ ນາງ ລານ (Lan) ສະ​ແດງ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ໃນ​ການ​ສົ່ງຂໍ້ຄວາມຕໍ່ສາທາລະນະ.

ທ່ານ ຮາຍ (Hai) ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ທີ 16 ​ເມສາ​ນີ້​ວ່າ “ພວກ​ເຮົາ​ຕ້ອງ​ວາງສິ່ງນີ້ ໄວ້​ໃນ​ລັກສະນະຂອງ​ການ​ຂະ​ບວນການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ພວມ​ເກີດ​ຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສ້າງຂຶ້ນ​ໂດຍ​ພັກ​ໃນ​ປີ 2016.

"ພວກເຂົາຕ້ອງການສົ່ງຂໍ້ຄວາມທີ່ຈະແຈ້ງໄປຫາປະຊາຊົນວ່າພວກເຂົາຕ້ອງການເຮັດຄວາມສະອາດສັງຄົມຢ່າງແທ້ຈິງ ແລະພວກເຂົາມີຄວາມຕັ້ງໃຈທີ່ຈະຕ້ານການສໍ້ລາດບັງຫຼວງ."

ອ່່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG