ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ສັ່ງ​ໃຫ້ຜູ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌ ພັກ​ຮຽນ ຫຼັ​ງ​ຈາກ​ການ​ເຈ​ລະ​ຈາຖ​ອນ​ຄ້າຍ​ທີ່​ພັກ ບໍ່​ມີ​​ໝາກ​ຜົນ


ຜູ້​ປະ​ທ້ວງ​ນັກ​ສຶກ​ສາ​ຄົນ​ນຶ່ງຫຼິ້ນ​ວ່າວ​ຢູ່ນອກ​ຄ້າຍ​ທີ່​ພັກ​ໃນ​ບໍ​ລິ​ເວນ​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ, 29 ເມ​ສາ 202ັ້4.
ຜູ້​ປະ​ທ້ວງ​ນັກ​ສຶກ​ສາ​ຄົນ​ນຶ່ງຫຼິ້ນ​ວ່າວ​ຢູ່ນອກ​ຄ້າຍ​ທີ່​ພັກ​ໃນ​ບໍ​ລິ​ເວນ​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ, 29 ເມ​ສາ 202ັ້4.

ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ໃນ​ວັນ​ຈັນ​ວານນີ້ ​ໄດ້​ເລີ່ມ​ສັ່ງ​ໃຫ້ພວກ​ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌ ພັກ​ຮຽນ, ຜູ້​ທີ່​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮື້​ຄ້າຍຕູບ​ຜ້າຢູ່​ບໍ​ລິ​ເວນ​ມະ​ຫາ​ວິ​ທະ​ຍາ​ໄລ​ ໃນ​ນະ​ຄອນ ນິວຢອກ ຂອງ​ເຂົາ​ເຈົ້າອອກໄປ ຫຼັງ​ຈາກ​ໂຮງ​ຮຽນ​ທີ່​ເປັນ​ທີ່ຮູ້​ຈັກ​ດີ​ ສຳ​ລັບ​ການ​ສຶກ​ສາ​ທີ່​ດີ​ເລີດ​ນັ້ນ​ ໄດ້​ປະ​ກາດ​ ​ການ​ເຈ​ລະ​ຈາທີ່ບໍ່​ໄປ​ບໍ່​ມາ​ ​ເພື່ອ​ພະ​ຍາ​ຍາມ​ສິ້ນ​ສຸດ​ການ​ປະ​ທ້ວງ​ຕໍ່​ຕ້ານ​ນັ້ນ.

ປະ​ທານ​ມະ​ຫາ​ວິ​ທະ​ຍາ​ໄລ ທ່ານນາງ ນີແມັດ ມິ​ນູ​ສ໌ ຊາ​ຟິກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ ການ​ເຈ​ລະ​ຈາຫຼາຍ​ວັນ​ລະ​ຫວ່າງ​ພວກ​ຜູ້​ຈັດ​ການ​ປະ​ທ້ວງ​ນັກ​ສຶ​ສ​ກາ ແລະ ບັນ​ດາ​ຜູ້​ນຳ​ການ​ສຶກ​ສາ ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ຊັກ​ຊວນ​ໃຫ້​ພວກ​ຜູ້​ປະ​ທ້ວງ​ຖອນ​ເຕັ້ນຫຼ​າຍ​ສິບ​ອັນ​ທີ່​ຖືກ​ຕັ້ງ​ຂຶ້ນ ​ເພື່ອ​ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ສົງ​ຄາມ​ຂອງ ອິ​ສ​ຣາ​ແອ​ລ ໃນ ກາ​ຊາ.

ການ​ປາບ​ປາມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ, ເຊິ່ງ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ປະ​ທ້ວງ​ທີ່​ກ່ຽວ​ຂ້ອງ​ກັບ ກາ​ຊາ ທີ່​ໄດ້​ລົບ​ກວນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ທົ່ວ ສະ​ຫະ​ລັດ ນັ້ນ, ໄດ້​ເກີດຂຶ້ນ​ໃນ​ຂະ​ນະ​ທີ່​ຕຳຫຼວດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ ເທັກ​ຊັ​ສ ໃນ​ນະ​ຄອນ ອອ​ສ​ຕິນ ໄດ້​ຈັບ​ນັກ​ສຶກ​ສາຫຼາຍ​ສິບ​ຄົນ ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ສີດ​ສະ​ເປ​ພິກ​ໄທ​ໃສ່​ຢູ່​ການ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌.

ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ໄດ້​ສົ່ງ​ຈົດ​ໝາຍ​ອອກ​ມາ​ເຕືອນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ວ່າ ນັກ​ສຶກ​ສາ​ຜູ້​ທີ່ບໍ່​ໄດ້​ອອກ​ຈາກ​ສະ​ຖານ​ທີ່​ຕັ້ງ​ຄ້າຍ​ພາຍ​ໃນບ່າຍ 2 ໂມງ​ຕາມ​ເວ​ລາ​ຂອງ​ຊາຍ​ຝັ່ງ​ຕາ​ເວັນ​ອອກ ແລະ ບໍ່ເຊັນ​ເອ​ກະ​ສານ​ທີ່​ສັນ​ຍາ​ຈະ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ​ ກໍຈະ​ປະ​ເຊີນ​ກັບ​ການ​ຖືກ​ສັ່ງ​ພັກ​ຮຽນ ແລະ ບໍ່​ສາ​ມາດ​ທີ່​ຈະ​ສຳ​ເລັດ​ການ​ສຶກ​ສາ​ດ້ວຍ​ຄະ​ແນນ​ທີ່​ດີ​ໃນ​ພາກ​ຮຽນ​ນັ້ນ.

ທ່ານ ເບັນ ແຊງ, ໂຄ​ສົກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ, ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ເມື່ອ​ແລງວັນ​ຈັນ​ວານນີ້​ວ່າ “ພວກ​ເຮົາ​ໄດ້​ເລີ່ມ​ສັ່ງ​ພວກ​ນັກ​ສຶກ​ສາ​ພັກ​ຮຽນ​ດັ່ງ​ກັບ​ພາກ​ສ່ວນ​ນຶ່ງ​ຂອງ​ຂັ້ນ​ຕອນ​ຕໍ່​ໄປ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢູ່​ບໍ​ລິ​ເວນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ພວກ​ເຮົາ.”

ທ່ານ ແຊງ ໄດ້​ກ່າວ​ວ່າ “ສະ​ຖານ​ທີ່​ຕັ້ງ​ຄ້າຍ​ດັ່ງ​ກ່າວ​ໄດ້​ສ້າງ​ສິ່ງ​ແວດ​ລ້ອມ​ທີ່ບໍ່​ໜ້າ​ຍິນ​ດີ​ສຳ​ລັບ​ນັກ​ສຶກ​ສາ​ຊາວ​ຢິວ​ຂອງ​ພວກ​ເຮົາຫຼາຍ​ຄົນ ແລະ ຄະ​ນະ​ວິ​ຊາ ແລະ ສຽງ​ວົນ​ແຊວ​ທີ່​ລົບ​ກວນ​ການ​ສອນ, ການ​ຮຽນ ແລະ ການ​ກະ​ກຽມ​ສຳ​ລັບ​ການ​ສອບ​ເສັງ​ປາຍ​ພາກຮຽນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG