ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຈີນ ຖືກສົງໄສວ່າ ເປັນຜູ້ໂຈມຕີທາງໄຊເບີ້ ຕໍ່ກອງທັບຂອງ ອັງກິດ


ຮູບຕົວຢ່າງ ທີ່ກໍາລັງດໍາເນີນການໂຈມຕີທາງໄຊເບີ້. (Diaa Bekheet)
ຮູບຕົວຢ່າງ ທີ່ກໍາລັງດໍາເນີນການໂຈມຕີທາງໄຊເບີ້. (Diaa Bekheet)

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອັງ​ຄານວານ​ນີ້​ວ່າ ການ​ໂຈມ​ຕີ​ຂະໜາດໃຫຍ່ທາງ​ອິນ​ເຕີ​ເນັດຕໍ່​ກອງ​ທັບ​ຂອງ​ອັງ​ກິດ ໄດ້​ເປີດ​ເຜີຍ​ຊື່ ແລະ​ລາຍ​ລະ​ອຽດຕ່າງໆດ້ານທະ​ນາ​ຄານ​ຂອງ​ທະ​ຫານ​ອັງ​ກິດ​ຫຼາຍ​ພັນ​ຄົນ.

ນາ​ຍົກ​ລັດ​ຖະ​ມົນ​ຕີອັງກິດ ທ່ານຣີຊີ ຊູນາກ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານແກຣັນທ໌ ແຊບສ໌ (Grant Shapps) ກ່າວ​ວ່າ ​ມີ​ການລະບຸວ່າ “ຜູ້ກະທໍາຜິດທີ່ຮ້າຍແຮງ” ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ໂຈມ​ຕີດັ່ງກ່າວນີ້.

ທ່ານ ຊູນາກ ກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ເຮັດໃຫ້​ປະຊາຊົນໝັ້ນໃຈ​ອີກຄັ້ງ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ດຳ​ເນີນ​ການ​ຖອນ​ເຄືອ​ຂ່າຍນອກລະບົບ​ແລ້ວ ​ແລະ​ຢາກເຮັດໃຫ້ໝັ້ນ​ໃຈອີກ​ວ່າ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບນັ້ນ ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ໃນ​ທາງ​ທີ່​ຖືກຕ້ອງ.”

ທັງ ທ່ານ ຊູນາກ ແລະ ທ່ານ ແຊັບສ໌ ບໍ່ໄດ້ກ່າວວ່າ ຈີນ ເປັນຜູ້ທີ່ຢູ່ເບື້ອງຫຼັງເຫດການດັ່ງກ່າວ, ແຕ່ອົງການຂ່າວ BBC ແລະສື່ມວນຊົນອື່ນໆຂອງອັງກິດລາຍງານວ່າ ແຮັກເກີ້ຂອງຈີນ ຖືກສົງໄສວ່າ ເປັນຜູ້ຮັບຜິດຊອບຕໍ່ການລັກເຈາະເຂົ້າຂໍ້ມູນນັ້ນ.

ທ່ານ ແຊັບສ໌ ກ່າວຕໍ່ສະພາຕໍ່າວ່າ “ພວກເຮົາບໍ່ສາມາດປະຕິເສດການມີສ່ວນຮ່ວມຂອງລັດໄດ້,” ແຕ່ທ່ານບໍ່ໄດ້ກ່າວເຖິງ ຈີນ.

ແນວໃດກໍ່ຕາມ, ໂຄສົກຂອງພັກແຮງງານ ທ່ານຈອນ ຮີລີ (John Healey) ຕ້ອງການຢາກຮູ້ວ່າ ເປັນຫຍັງ “ສື່ມວນຊົນຈຶ່ງໄດ້ແຈ້ງຂ່າວໂດຍຫຍໍ້ວ່າ ຈີນ ເປັນຜູ້ຢູ່ເບື້ອງຫຼັງ” ການດໍາເນີນໂຈມຕີ ລະບົບເງິນເດືອນຂອງບໍລິສັດທີ່ສາມຮັບຜູດຊອບໃນດ້ານຂໍ້ມູນຂອງເຈົ້າໜ້າທີ່ປະກອບອາວຸດ ຈໍານວນ 272,000 ຄົນ.

ທ່ານ ແຊບສ໌ ກ່າວວ່າ ເຈົ້າໜ້າທີ່ອັງກິດ ໄດ້ປິດການທຳງານຂອງລະບົບດັ່ງກ່າວໃນ “ທັນທີ” ແລ້ວເລີ້ມດໍາເນີນການສືບສວນສອບສວນກ່ຽວກັບການໂຈມຕີ ກັບບໍລິສັດ SSCL, ເຊິ່ງເປັນຜູ້ຮັບເຫມົາທີ່ໄດ້ຮັບຜົນກະທົບຈາກການໂຈມຕີທາງໄຊເບີ້. ທ່ານກ່າວວ່າ “ຍັງບໍ່ມີຫຼັກຖານໃດໆທີ່ຢັ້ງຢືນວ່າ ຂໍ້ມູນຕ່າງໆໄດ້ຖືກຍົກຍ້າຍອອກໄປ.”

ທ່ານໂທບາຍອັສ ເອລວູດ (Tobias Ellwood), ສະມາຊິກສະພາອັງກິດ ແລະເປັນອະດີດປະທານຄະນະກຳມາທິການປ້ອງກັນປະເທດຂອງລັດຖະສະພາ, ເນັ້ນໜັກວ່າ ຈີນ ເປັນຜູ້ທີ່ຢູ່ເບື້ອງຫຼັງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG