ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຈີນ ສົ່ງ ນັກບິນອະວະກາດ ແມ່ຍິງຄົນທຳອິດ ຂຶ້ນສູ່ວົງໂຄຈອນ


ນັກບິນອະວະກາດຈີນ ຈາກຊ້າຍຫາຂວາ Liu Yang, Jing Haipeng ແລະ Liu Wang ທຳການຄຳນັບ ກ່ອນຈະ ອອກເດີນທາງ ຂຶ້ນສູ່ວົງໂຄຈອນ ພ້ອມກັບຍານ Shenzhou 9
(16 ມິຖຸນາ 2012)
ນັກບິນອະວະກາດຈີນ ຈາກຊ້າຍຫາຂວາ Liu Yang, Jing Haipeng ແລະ Liu Wang ທຳການຄຳນັບ ກ່ອນຈະ ອອກເດີນທາງ ຂຶ້ນສູ່ວົງໂຄຈອນ ພ້ອມກັບຍານ Shenzhou 9 (16 ມິຖຸນາ 2012)

ຈີນ​ໄດ້​ສົ່ງ​ຄະນະ​ປະຕິບັດ​ງານ​ອະວະກາດ​ ທີ່​ສຳຄັນສຸດ​ເທົ່າ​ເຖິງ​ປັດຈຸບັນ ​ຂຶ້ນສູ່​ວົງ​ໂຄຈອນ
ຊຶ່ງ ​ໃນ​ນັ້ນ​ແມ່ນ​ຮວມທັງ​ນັກ​ບິນ​ອະວະກາດ​ແມ່ຍິງ​ຄົນ​ທຳ​ອິດແລະ​ນັກບິນ​ອະວະກາດ​ຜູ້ຊາຍ
​ອີກ 2 ຄົນ ຊຶ່ງຈະ​ພະຍາ​ຍາມ​ເຊື່ອມ​ຕໍ່​ກັບ​ສະຖານີ​ອະວະກາດ ​ທີ່ໂຄຈອນ​ອ້ອມ​ໂລກ​ຢູ່​ນັ້ນ.

ຍານ​ອະວະກາດ Shenzhou-9 ​ໄດ້​ທະຍານ​ຂຶ້ນສູ່​ທ້ອງຟ້າ​ຕາມ​ໝາຍ​ກຳນົດການ ​ໃນ​ເວລາ
6 ​ໂມງ 37 ນາທີ​ໃນ​ຕອນ​ແລງມື້ນີ້ຕາມ​ເວລາ​ທ້ອງ​ຖິ່ນຫຼື 10 ​ໂມງ 37 ນາທີ​ຕາມ​ເວລາ​ມາດ
ຕະຖານ​ສາກົນ ຈາກສູນ​ກາງ​ສົ່ງ​ດາວ​ທຽມ Jiuquan ທີ່​ຕັ້ງຢູ່​ແຄມ​ທະ​ເລຊາຍ​ໂກ​ບີ ​ໃນ​ພາກ
​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ.

ຫຼັງຈາກເຊື່ອມ​ຕໍ່​ກັບ​ສະຖານີ​ອະວະກາດ Tiangon-1 ​ແລ້ວນັກ​ບິນ​ອະວະກາດ 2 ຄົນ​ກໍ​ຈະ​
ເຂົ້າ​ໄປ​ໃນ​ສະຖານີ​ອະວະກາດ​ດັ່ງກ່າວບ່ອນ​ທີ່​ພວກ​ເຂົາ​ເຈົ້າຈະ​ທຳການ​ທົດ​ລອງ​ວິທະຍາ​ສາດ​
ກ່ອນ​ເດີນທາງ​ກັບ​ຄືນ​ມາ​ຍັງ​ໂລກ​ມະນຸດ. ປັກ​ກິ່ງ​ເວົ້າວ່າ ການ​ປະຕິບັດ​ງານ​ເທິງ​ອະວະກາດ
​ຄັ້ງນີ້ຈະ​ໃຊ້​ເວລາ 10 ມື້.

ການ​ສົ່ງ​ມະນຸດ​ຂຶ້ນສູ່​ອະວະກາດ​ຂອງ​ຈີນ​ເທື່ອ​ສຸດ​ທ້າຍ​ແມ່ນ​ມີ​ຂຶ້ນ​ໃນ​ເດືອນ​ກັນຍາ ປີ 2009.

XS
SM
MD
LG