ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຈີນ ເພີ້ມແຮງກົດດັນ ຕໍ່ໄຕ້ຫວັນ ກ່ອນການເຂົ້າຮັບຕໍາແໜ່ງປະທານາທິບໍດີ


ແຟ້ມພາບ - ປະທານາທິບໍດີ ທີ່ຖືກເລືອກ ທ່ານ ຫຼາຍ ຈິງ-ເຕ ຂອງພັກປະຊາທິປະໄຕກ້າວໜ້າ ແລະ ຮອງປະທານາທິບໍດີຂອງທ່ານ,​ ທ່ານນາງ ສຽວ ບີ ຄິມ ໂບກມື ໃນຂະນະທີ່ພວກທ່ານ ຈັດກອງປະຊຸມຖະແຫຼງຂ່າວ, ພາຍຫຼັງໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ ໃນນະຄອຫຼວງ ໄທເປ, ປະເທດໄຕ້ຫວັນ, ວັນທີ 13 ມັງກອນ 2024.
ແຟ້ມພາບ - ປະທານາທິບໍດີ ທີ່ຖືກເລືອກ ທ່ານ ຫຼາຍ ຈິງ-ເຕ ຂອງພັກປະຊາທິປະໄຕກ້າວໜ້າ ແລະ ຮອງປະທານາທິບໍດີຂອງທ່ານ,​ ທ່ານນາງ ສຽວ ບີ ຄິມ ໂບກມື ໃນຂະນະທີ່ພວກທ່ານ ຈັດກອງປະຊຸມຖະແຫຼງຂ່າວ, ພາຍຫຼັງໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ ໃນນະຄອຫຼວງ ໄທເປ, ປະເທດໄຕ້ຫວັນ, ວັນທີ 13 ມັງກອນ 2024.

ຈີນ​ໄດ້​ລິ​ເລີ່ມ​ຂະ​ບວນ​ການສ້າງ​ອິດ​ທິ​ພົນ​ຕໍ່​ຕ້ານໄຕ້​ຫວັນ ​ກ່ອນພິທີສາບານຕົນເຂົ້າຮັບ​ຕຳ​ແໜ່ງ​ ຂອງປະ​ທາ​ນາ​ທິ​ບໍ​ດີ ​ທີ່ໄດ້​ຖືກ​ເລືອກ ​ທ່ານ ຫຼາຍ ​ຊິງ​-ເຕ ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້. ປັກກິ່ງ ໄດ້ເພີ້ມຂະໜາດ ແລະ ຄວາມຖີ່ຂອງກິດຈະກຳທາງທະຫານ ຢູ່ໃກ້ກັບໄຕ້ຫວັນ ໃນຂະນະດຽວກັນ ກໍໄດ້ຜ່ອນຜັນຂໍ້ຈຳກັດດ້ານການເດີນທາງ ແລະ ການນຳເຂົ້າບາງສ່ວນ.

ນັກວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ປັກ​ກິ່ງກຳລັງ​ພະຍາຍາມ​ທົດ​ສອບ​ວ່າ ລັດຖະບານ​ໄຕ້​ຫວັນ​ທີ່ກຳລັງ​ເຂົ້າມາ ​ຈະ​ຕອບ​ໂຕ້​ຕໍ່​ຄວາມ​ກົດ​ດັນ​ທີ່​ເພີ່ມ​ຂຶ້ນ​ຈາກ ປັກ​ກິ່ງ​ ແນວໃດ ໃນ​ຂະນະ​ດຽວກັນ ກໍ​ລົບ​ລ້າງ​ສະຖານະ​ການ​ທີ່​ມີ​ມາ​ແຕ່​ດົນ​ນານ​ໃນທົ່ວ​ຊ່ອງ​ແຄບ​ໄຕ້​ຫວັນຕື່ມອີກ ​ໃນ​ຊ່ວງເວລາ​ທີ່​ໄຕ້​ຫວັນ​ ກຳລັງ​ກະກຽມການປ່ຽນ​ອຳນາດ.

ທ່ານ ເສີນ ຟາງ-ຫຍູ (Chen Fang-yu), ນັກລັດຖະສາດຈາກມະຫາວິທະຍາໄລ ຊູ ໂຈ (Soochow) ໃນໄຕ້ຫວັນ ກ່າວວ່າ "ໃນໄລຍະສັ້ນ, ປັກກິ່ງ ອາດພະຍາຍາມເບິ່ງວ່າ ລັດຖະບານ ໄຕ້ຫວັນ ຊຸດໃຫມ່ພາຍໃຕ້ການນຳພາຂອງທ່ານ ຫຼາຍ (Lai) ຈະຕອບສະຫນອງຕໍ່ການດຳເນີນການກົດດັນຂອງຕົນແນວໃດ".

ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ທາງ​ໂທລະສັບ​ວ່າ "​ໃນ​ຂະນະ​ດຽວ​ກັນ ລັດຖະບານ​ຈີນ ​ກໍ​ພະຍາຍາມ​ທີ່​ຈະ​ປ່ຽນ​ສະຖານະ​ການຢູ່ທົ່ວ​ຊ່ອງ​ແຄບ​ໄຕ້​ຫວັນ​ ໃນ​ເວລາ​ທີ່​ໄຕ້​ຫວັນ ກຳລັງ​ສຸມ​ໃສ່​ພິທີ​ເຂົ້າຮັບຕຳແໜ່ງ​ດັ່ງກ່າວ".

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ ໄດ້​ກວດ​ພົບ​ເຮືອ​ບິນ​ທະ​ຫານ​ຈີນ 26 ລຳ ແລະ​ກຳ​ປັ່ນ​ລົບ​ຈີນ 5 ລຳ ​ຢູ່ໃກ້​ກັບ​ເກາະ​ດັ່ງກ່າວ ໃນ​ລະ​ຫວ່າງ​ວັນ​ທີ 2 ຫາ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ເຊິ່ງລວມເຖິງ​ເຮືອ​ບິນ​ທະ​ຫານ​ຈີນ 17 ລຳ ທີ່ກຳລັງ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ. ເຮືອບິນຂອງຈີນບາງລຳ ໄດ້ເຂົ້າໃກ້ປະມານ 76 ກິໂລແມັດ ຈາກເມືອງທ່າກຳປັ່ນ ຈີຫຼົງ (Keelung) ທາງພາກເໜືອຂອງໄຕ້ຫວັນ ຊຶ່ງເປັນທີ່ຕັ້ງຂອງຖານທັບເຮືອທີ່ສຳຄັນ.

​ໃນ​ຂະນະດຽວກັນ, ທ່ານ​ນາງ ໄຈ ໜິງຫຍຽນ (Tsai Ming-yen) ຫົວໜ້າ​ກົມ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ໄຕ້​ຫວັນ ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ໄຕ້​ຫວັນ​ ໃນ​ວັນ​ທີ 1 ພຶດສະພາ​ນີ້​ວ່າ ກອງທັບ​ຈີນ​ໄດ້​ນຳ​ໃຊ້​ຍຸດ​ທະ​ສາດ​ໃໝ່​ເຂົ້າ​ໃນ​ການ​ລາດຕະ​ເວນ​ພ້ອມ​ສູ້ລົບ​ແບບປະສົມປະສານ ​ຢູ່​ໃກ້​ເກາະ​ດັ່ງກ່າວ, ​ເຊິ່ງລວມມີ​ການ​ຊ້ອມລົບ​ລາດຕະ​ເວນ​ໃນ​ເວລາ​ກາງຄືນ ​ແລະ ເຮືອທີ່ໃຊ້ໃນການລົງຈອດ ແລະເຮືອເກັບກູ້ລະເບີດ ໃນລະຫວ່າງ​ການ​ຊ້ອມລົບ​ເຫຼົ່າ​ນີ້ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG