ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານຈີນ ປະຕິບັດຕາມ ຄຳຮຽກຮ້ອງ ພວກຊາວບ້ານ ໃຫ້ປ່ອຍຜູ້ນຳເຂົາເຈົ້າ


ຊາວບ້ານ Wukan ປະທ້ວງ ທວງໃຫ້ລັດຖະບານຄືນທີ່ດິນໃຫ້ພວກເຂົາເຈົ້າ ແລະແກ້ໄຂບັນຫາສໍ້ລາດບັງຫລວງ ຂອງເຈົ້າໜ້າທີ່ທ້ອງຖິ່ນຈີນນັ້ນກ
ຊາວບ້ານ Wukan ປະທ້ວງ ທວງໃຫ້ລັດຖະບານຄືນທີ່ດິນໃຫ້ພວກເຂົາເຈົ້າ ແລະແກ້ໄຂບັນຫາສໍ້ລາດບັງຫລວງ ຂອງເຈົ້າໜ້າທີ່ທ້ອງຖິ່ນຈີນນັ້ນກ

ພວກ​ເຈົ້າໜ້າ​ທີ່​ໃນເຂດພາກ​ໃຕ້​ຂອງ​ຈີນ ​ໄດ້ຍອມຮັບ​ເອົາຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ
ພວກ​ຊາວບ້ານ​ທີ່​ປະ​ທ້ວງ​ໃນ​ເຂດ​ດັ່ງກ່າວ ​ໃນ​ການ​ຕົກລົງ​ທີ່​ບໍ່​ຄ່ອຍ​ຈະໄດ້​ເຫັນ​ກັນ ​ເພື່ອ​
ປ່ອຍ​ຕົວ​ພວກ​ຜູ້​ນໍາ​ຊາວບ້ານ​ຫລາຍຄົນ ທີ່​ຖືກ​ກັກ​ຕົວ​ໄວ້​ນັ້ນ.

ພວກ​ຜູ້​ນໍາ​ການ​ປະ​ທ້ວງ​ໃນບ້ານ Wukan ​ໃນ​ແຂວງ​ກວາງ​ຕຸ້ງ​ທາງພາກ​ໃຕ້​ຂອງ​ຈີນ ກ່າວ
ວ່າ ​ເຈົ້າໜ້າ​ທີ່​ແຂວງ​ອາວຸ​ໂສ​ທ່ານ​ນຶ່ງ​ ບອກ​ພວກປະ​ທ້ວງ​ໃນ​ກອງ​ປະຊຸມ​ເມື່ອ​ວັນ​ພຸດ​ມື້ນີ້ວ່າ
ພວກ​ຜູ້ນຳ​ຊາວ​ບ້ານ​ສາມຄົນ​ທີ່​ຖືກ​ກັກ​ຕົວ​ໄວ້​ນັ້ນ ຈະ​ຖືກ​ປ່ອຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້

ໃນ​ຫລາຍ​ອາທິດ​ຜ່ານ​ມາ​ໝໍ່ໆ​ນີ້ ພວກ​ຊາວບ້ານ​ທີ່​ໂກດ​ແຄ້ນ ​ໄດ້​ພາກັນ​ຂັບ ​ໄລ່​ພວກ​ເຈົ້າ
ໜ້າ​ທີ່​ທ້ອງ​ຖິ່ນ​ອອກ​ຈາກ​ເຂດດັ່ງກ່າວ​ໃນ​ແຂວງ​ກວາງ​ຕຸ້ງແລະ​ໄດ້ທຳ​ການ​ປົກຄອງ​ຕົນເອງ
ຕັ້ງ​ແຕ່​ນັ້ນ​ມາ.

ພວກ​ຊາວບ້ານ​ຈຸດັ່ງກ່າວ​ ທວງ​ໃຫ້​ປ່ອຍ​ພວກຜູ້​ນໍາ​ຊາວບ້ານຈຳນວນ​ນຶ່ງ ​ແລະ​ປະ​ທ້ວງ​ຕໍ່
ການ​ຕາຍ​ຂອງ​ຜູ້​ນໍາ​ຊາວບ້ານ​ຄົນ​ນຶ່ງ​ໃນ​ຂະນະ​ທີ່ຢູ່​ໃນ​ຄວາມ​ຄຸ້ມ​ຄອງຂອງຕໍາຫລວດ​ນັ້ນ.

ພວກ​ຊາວບ້ານ​ກ່າວ​ວ່າ ຜູ້ກ່ຽວ​ຖືກ​ທຸບ​ຕີ ​ໃນ​ຂະນະ​ທີ່​ພວກ​ຕໍາຫລວດ​ເວົ້າວ່າຜູ້ກ່ຽວ​ຕາຍ​
ຍ້ອນ​ຫົວ​ໃຈ​ວາຍ.

ຄວາມ​ຕຶງ​ຄຽດ​ຕ່າງໆ​ເກີດ​ຂຶ້ນ​ເທື່ອ​ທໍາ​ອິດ​ໃນ​ໝູ່​ບ້ານ​ຫາ​ປາ​ແຫ່ງ​ນີ້​ໃນ​ເດືອນ​ກັນຍາ​ຜ່ານ​ມາ
ເວລາ​ພວກ​ຊາວບ້ານ​ເລີ່​ມປະ​ທ້ວງ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ໃຫ້ເຫັນວ່າເປັນການ​ຍຶດ​ເອົາ​ທີ່​ດິນ
ຢ່າງຜິດ​ກົດໝາຍ ​ແລະ​ການ​ສໍ້​ລາດ​ບັງ ຫລວງ​ຂອງ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ໂດຍ​ທີ່​ພວກ
ຊາວບ້ານ​ທວງ​ໃຫ້​ລັດ ຖະບານ​ສົ່ງ​ທີ່​ດິນ​ຂອງ​ພວກ​ເຂົາ​ເຈົ້າຄືນ.

ໃນຮອງ​ຮອຍອີກ​ອັນ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ເຄັ່ງ​ຕຶງກໍາລັງ​ເບົາບາງ​ລົງ ຄື​ລັດຖະ
ບານ​ຕົກລົງ​ທີ່​ຈະ​ຍົກ​ເລີກ​ການ​ປິດ​ກັ້ນ​ຖະນົນ​ຫົນທາງ​ເພື່ອ​ຄວບ​ຄຸມການ​ປະ​ທ້ວງ​ຂອງ
ພວກ​ຊາວບ້ານ ທີ່ບ້ານ​ວູກັນ​ໃນ​ຫລາຍ​ອາທິດ​ຜ່ານ​ມາ​ໝໍ່ໆນີ້.

XS
SM
MD
LG