ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຢາກໃຫ້ການສ້າງເຂື່ອນຂອງຈີນ ໂປ່ງໃສຕື່ມຂຶ້ນ


ຮູບເຂື່ອນ 3 ໜ້າຜາຂອງຈີນ ທີ່ສ້າງໃສ່ແມ່ນໍ້າຢັງເຊ ທີ່ແຂວງ Hubei
ຮູບເຂື່ອນ 3 ໜ້າຜາຂອງຈີນ ທີ່ສ້າງໃສ່ແມ່ນໍ້າຢັງເຊ ທີ່ແຂວງ Hubei

ພວກອະນຸລັກສິ່ງແວດລ້ອມກ່າວວ່າ ຈີນຈຳເປັນຈະຕ້ອງໃຫ້ມີຄວາມໂປ່ງໃສເພີ່ມຂຶ້ນຂະນະ ທີ່ປະເທດດັ່ງກ່າວ ພວມຂະຫຍາຍໂຄງການໄຟຟ້າພະລັງນໍ້າຂອງຕົນທັງຢູ່ພາຍໃນແລະຢູ່ ຕ່າງປະເທດຢ່າງວ່ອງໄວນັ້ນ. ການຮຽກຮ້ອງເພື່ອໃຫ້ມີການເປີດກວ້າງໃນວັນອັງຄານ ສັບ ປະດາແລ້ວໂດຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທີ່ມີອິດທິພົນ 2 ອົງການ ໄດ້ມີຂຶ້ນ ຂະນະທີ່ມີການຕຳໜິຕິຕຽນຕໍ່ໂຄງການສ້າງເຂື່ອນທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຂອງຈີນໃສ່ ແມ່ນໍ້າຕ່າງໆທີ່ໄຫຼລົງມາຈາກພູຫິມະໄລ. ດັ່ງທີ່ Peter Simpson ລາຍງານມາຈາກກຸງ ປັກກິ່ງ ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ບໍ່ແມ່ນກຸ່ມປະເທດດຽວເທົ່ານັ້ນ ທີ່ມີຄວາມຢ້ານກົວວ່າ ການສ້າງເຂື່ອນຂອງຈີນອາດຈະກໍ່ໃຫ້ເກີດໄພພິບັດທາງທຳມະຊາດ ເປັນອັນຕະລາຍຕໍ່ສະພາບແວດລ້ອມ ບໍ່ເອົາຫົວຊາຕໍ່ການເຄົາລົບນັບຖືສິດທິມະນຸດ ແລະ ຫັນປ່ຽນທິດທາງໃຫ້ຊັບພະຍາກອນນໍ້າໄຫຼໄປທາງອື່ນ

ການເລັ່ງລັດໃນໂຄງການສ້າງເຂື່ອນຂອງຈີນໃສ່ແມ່ນໍ້າທີ່
ສຳຄັນສາຍຕ່າງໆໆ ທີ່ໄຫຼລົງໄປແຕ່ເຂດພູພຽງທິເບດໄດ້
ກໍ່ໃຫ້ເກີດຄວາມຢ້ານກົວ ຢູ່ຕາມຫົວເມືອງແລະນະຄອນ
ຫຼວງຂອງປະເທດຕ່າງໆ ແຕ່ປາກິສຖານ ໄປຫາປະເທດ
ຫວຽດນາມ.

ແຕ່ນອກນັ້ນແລ້ວ ບັນດາທະນາຄານແລະບໍລິສັດກໍ່ສ້າງ
ເຂື່ອນຂອງຈີນ ຍັງໄດ້ສ້າງຄວາມວິຕົກກັງວົນ ຢູ່ໃນເຂດ
ອື່ນໆຂອງໂລກເຊັ່ນອາຟຣິກາ ບ່ອນທີ່ບໍລິສັດເຫຼົ່ານີ້ພົວ
ພັນນຳໂຄງການຕ່າງໆ ເພື່ອຊອກສະແຫວງຫາກຳໄລ
ນັ້ນ.

ທ່ານ Peter Bosshard ແມ່ນຜູ້ອຳນວຍການດ້ານນະ
ໂຍບາຍຂອງກຸ່ມປົກປ້ອງສະພາບແວດລ້ອມແມ່ນໍ້າສາກົນ
ຫຼື International Rivers ຊຶ່ງເປັນອົງການຈັດຕັ້ງທີ່ບໍ່
ຂຶ້ນກັບລັດຖະບານນັ້ນ ກ່າວວ່າ ຂະນະທີ່ທະນາຄານ
ການລົງທຶນໃຫຍ່ໆຂອງຈີນ ເຊັ່ນທະນາຄານ ICBC
ກ່າວອ້າງວ່າ ຕົນເປັນຜູ້ມີຄວາມຮັບຜິດຊອບກ່ຽວກັບສິ່ງແວດລ້ອມແລະທາງດ້ານສັງຄົມນັ້ນ ແຕ່ວິສາຫະກິດຂະໜາດນ້ອຍລົງມາຂອງຈີນ ແມ່ນບໍ່ໄດ້ເອົາຫົວຊາເລີຍກ່ຽວກັບເລື່ອງນີ້.

// ສຽງ //

ທ່ານ Bosshard ກ່າວວ່າ "ພວກເຮົາໄດ້ເຫັນການເຄື່ອນໄຫວຂອງບໍລິສັດໃຫຍ່ໆ
ແຕ່ບໍລິສັດທີ່ມີຂະໜາດນ້ອຍລົງມາຊຶ່ງອາດສາມາດເປັນບໍລິສັດລັດວິສາຫະກິດ
ໃຫຍ່ໆ ຫຼືບັນດາບໍລິສັດເອກກະຊົນຕ່າງໆມັກຈະຫຼົບລີ້ຢູ່ລະຫວ່າງບໍລິສັດທີ່ເປັນ
ຜູ້ນຳທາງຕະຫຼາດ."

ເຖິງແມ່ນຈີນບໍ່ແມ່ນພຽງປະເທດດຽວເທົ່ານັ້ນ ທີ່ໄດ້ລົບກວນການຫຼັ່ງໄຫຼຂອງແມ່ນໍ້າຕ່າງໆ
ມາຈາກພູຫິມະໄລກໍຈິງ ແຕ່ຄວາມສົງໄສຕ່າງໆແມ່ນໄດ້ມີການເນັ້ນໜັກໃຫ້ເຫັນ ຍ້ອນການ
ຂາດຄວາມໂປ່ງໃສແລະການປະຕິເສດຂອງປັກກິ່ງທີ່ຈະແບ່ງປັນຂໍ້ມູນກ່ຽວກັບການໄຫຼຂອງ ນໍ້າແລະຂໍ້ມູນອື່ນໆອີກນັ້ນ.

ຍິ່ງໄປກວ່ານັ້ນ ຈີນໃນຮອບທົດສະວັດຜ່ານມາໄດ້ກາຍເປັນປະເທດທີ່ຄອບງຳໃນການສ້າງ
ເຂື່ອນໄຟຟ້າຂອງໂລກ. ອີກເຂື່ອນນຶ່ງ ທີ່ໄດ້ສ້າງຄວາມວິຕົກກັງວົນຢ່າງກວ້າງຂວາງ ກໍຄື
ເຂື່ອນ Gibe III ທີ່ສ້າງໃສ່ແມ່ນໍ້າ Omo ໃນປະເທດເອທິໂອເປຍ ຊຶ່ງໄດ້ຮັບເງິນສະໜັບ
ຈາກທະນາຄານ ICBC ຂອງຈີນນັ້ນ. ພວກປົກປ້ອງສະພາບແວດລ້ອມກ່າວວ່າ ຖ້າຫາກ
ສ້າງສຳເລັດເຂື່ອນດັ່ງກ່າວນີ້ຈະສ້າງຄວາມຫາຍານະໃຫ້ແກ່ລະບົບນິເວດ ແລະວິຖີການດຳ
ລົງຊີວິດຂອງພວກຄົນພື້ນເມືອງໃນເຂດລຸ່ມແມ່ນໍ້າ Omo ໃນເອທິໂອເປຍແລະທະເລສາບ
Turkana ໃນປະເທດເຄັນຢາທີ່ເປັນເພື່ອນບ້ານ.

ທ່ານ Bosshard ກ່າວວ່າ ທະນາຄານນາໆຊາດອື່ນໆໄດ້ປະຕິເສດທີ່ຈະໃຫ້ເງິນກູ້ຢືມແກ່
ການສ້າງເຂື່ອນດັ່ງກ່າວນີ້.

// ສຽງ //

ທ່ານ Bosshard ເວົ້າວ່າ "ໂຄງການເຫຼົ່ານີ້ຍັງດຳເນີນການຕໍ່ໄປແລະບັນດາບໍ
ລິສັດຈີນບໍ່ໄດ້ສະໜອງຕອບຫຼືເອົາຫົວຊາຕໍ່ຄວາມວິຕົກກັງວົນຂອງກຸ່ມສັງຄົມ
ພົນລະເຮືອນ ແລະບັນດາບໍລິສັດຈີນ ມີວັດທະນະທຳ ທີ່ມັກປິດລັບບໍ່ຄ່ອຍມີ
ຄວາມໂປ່ງໃສແລະບໍ່ມີການປຶກສາຫາລື. ພວກເຮົາໄດ້ເຫັນນະໂຍບາຍໃໝ່
ກ່ຽວກັບການຕໍ່ຕ້ານການສໍ້ລາດບັງຫຼວງຈາກສະ ພາແຫ່ງລັດໃນເດືອນທັນ ວາປີກາຍເວລາພວກເຂົ້າເຈົ້າວ່າ ແສງຕາເວັນແມ່ນສິ່ງປ້ອງກັນ ຄວາມເນົ່າ
ເໝັນທີ່ດີທີ່ສຸດແລະຄວາມໂປ່ງໃສແມ່ນອຳນວຍໃຫ້ມີການຄວບຄຸມອຳນາດທີ່
ດີທີ່ສຸດ. ແຕ່ໃນປະສົບພະການຂອງພວກເຮົາ ກ່ຽວກັບໂຄງການເຫຼົ່ານີ້ແລ້ວ
ແມ່ນຍັງສືບ ຕໍ່ມັກຈະຂາດຄວາມໂປ່ງໃສແລະການປຶກສາຫາລືຢ່າງສິ້ນເຊີງ
ໂດຍສະເພາະແລ້ວກັບກຸ່ມ ສັງຄົມພົນເຮືອນຢູ່ໃນປະເທດເຈົ້າພາບ ຊຶ່ງຕ້ອງ ການຢາກເຂົ້າໄປຊົມໃຊ້ປະໂຫຍດຫຼາຍທີ່ສຸດນັ້ນ."

ທ່ານ Bosshard ກ່າວວ່າ ຈາກໂຄງການກໍ່ສ້າງຕ່າງໆຂອງຈີນຫຼາຍກວ່າ 260 ໂຄງການ
ຢູ່ໃນທົ່ວໂລກນັ້ນ ມີແຕ່ໂຄງການດຽວເທົ່ານັ້ນ ຢູ່ໃນເກົາຫຼີເໜືອທີ່ປາກົດວ່າ ໄດ້ໃຫ້ຜົນປະ
ໂຫຍດແກ່ປະຊາຊົນຢູ່ໃນເຂດທ້ອງຖິ່ນ.

ທ່ານ Johan Frijns ເຮັດໃຫ້ອົງການ NGO Bank Track ຊຶ່ງຕິດຕາມກວດສອບເບິ່ງ
ປະວັດການລົງທຶນ ຢູ່ໃນຕ່າງປະເທດຂອງທະນາຄານໃຫຍ່ໆໃນໂລກ. ທ່ານໄດ້ຮຽກຮ້ອງ
ໃຫ້ທະນາຄານການລົງທຶນຕ່າງໆຂອງຈີນ ເປີດກວ້າງໃຫ້ຜູ້ຄົນສາມາດເຂົ້າໄປເບິ່ງຜົນປະ ໂຫຍດກ່ຽວກັບການລົງທຶນທາງດ້ານໄຟຟ້າພະລັງນໍ້າຂອງທະນາຄານເຫຼົ່ານີ້ໄດ້.

// ສຽງ //

ທ່ານ Frijns ກ່າວວ່າ "ພວກເຮົາໄດ້ຮຽກຮ້ອງໃຫ້ທະນາຄານຂອງຈີນ ເປີດ
ການສົນທະນາຫາລືກັບບັນດາອົງການຈັດຕັ້ງທຽບເທົ່າຂອງເຮົາຢູ່ໃນຈີນ
ທີ່ມີຕາໜ່າງນາໆຊາດ ທີ່ ມີອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານເຮັດວຽກ
ໃນດ້ານສະພາບແວດລ້ອມ ທີ່ເຮັດວຽກ ກ່ຽວກັບເລື່ອງສິດທິມະນຸດ ແລະ
ດຳເນີນງານກ່ຽວກັບບັນຫາທີ່ສຳຄັນໆຫຼາຍໆບັນຫາດັ່ງດຽວກັນກັບທະນາ ຄານອື່ນໆໃນໂລກໄດ້ກະທຳມາໃນທຸກມື້ນີ້."

ມັນແມ່ນຂົງເຂດເອເຊຍຕາເວັນອອກສຽງໃຕ້ ບ່ອນທີ່ຄວາມຫິວກະຫາຍນໍ້າຂອງຈີນແລະ ປະວັດທາງດ້ານສະພາບແວດລ້ອມໄດ້ເປັນທີ່ຮູ້ສຶກກັນ.

ບັນດາປະຊາຄົມໃນເຂດທ້ອງຖິ່ນແລະພວກອະນຸລັກສິ່ງແວດລ້ອມມີຄວາມວິຕົກກັງວົນວ່າ
ເຂື່ອນຕ່າງໆຈະກະຕຸກຊຸກຍູ້ໃຫ້ເກີດໄພພິບັດທຳມະຊາດ ເຮັດໃຫ້ລະບົບນິເວດທີ່ມີຄວາມ
ຫຼໍ່ແຫຼມຢູ່ແລ້ວ ເຊັ່ນແຫຼ່ງທີ່ມາຂອງປາ ມີຄວາມຊຸດໂຊມລົງຕື່ມ ແລະຫັນປ່ຽນທິດທາງນໍ້າ ທີ່ມີຄວາມຫຼໍ່ແຫຼມສຳຄັນຢູ່ໃນເຂດ ທີ່ມີປະຊາຊົນອາໄສຢູ່ຢ່າງແໜ້ນໜາທີ່ສຸດແລະມີຄວາມ ຫິວກະຫາຍນໍ້າຫຼາຍທີ່ສຸດໃນໂລກນັ້ນ.

ພຽງແຕ່ຢູ່ໃນແມ່ນໍ້າໃຫຍ່ 8 ສາຍທີ່ໄຫຼມາຈາກພູພຽງທິເບດທໍ່ນັ້ນໄດ້ມີການສ້າງເຂື່ອນໃສ່
ແລ້ວ ຫຼືພວມຢູ່ໃນລະຫວ່າງການກໍ່ສ້າງໃສ່ ເກືອບ 20 ເຂື່ອນ ຂະນະທີ່ກຳລັງມີການວາງ
ແຜນຫຼືພວມສະເໜີທີ່ຈະສ້າງຕື່ມອີກ 40 ເຂື່ອນ.

ຈີນໄດ້ປະຕິເສດຢ່າງແຂງຂັນ ທີ່ວ່າ ຕົນບໍ່ມີຄວາມຮັບຜິດຊອບ ກ່ຽວກັບການສ້າງເຂື່ອນ
ຕ່າງໆນັ້ນ.

ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ປັກກິ່ງມັກຈະຄິດເຖິງບັນ
ດາປະເທດທີ່ຢູ່ທາງລຸ່ມເຂື່ອນສະເໝີເວລາທຳການຕັດສິນໃຈກ່ຽວກັບໂຄງການສ້າງເຂື່ອນ
ຕ່າງໆແລະຈະບໍ່ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງພວກເຂົາເຈົ້າ.

// ສຽງ //

ທ່ານ Hong ເວົ້າວ່າ "ຈີນໃຫ້ຄວາມສົນໃຈຫຼາຍທີ່ສຸດກ່ຽວກັບຜົນກະທົບທີ່ໂຄງ
ການເຫຼົ່ານີ້ອາດມີຕໍ່ຊັບພະຍາກອນ ສະພາບແວດລ້ອມແລະລະບົບນິເວດຕະ
ຫຼອດທັງນຳເອົາຄວາມວິຕົກກັງວົນຕ່າງໆ ຂອງບັນດາປະເທດທີ່ຢູ່ລຸ່ມເຂື່ອນ
ມາພິດຈາລະນາ."

ທ່ານເວົ້າວ່າ ຈີນເປັນປະເທດທີ່ຢູ່ເທິງເຂື່ອນທີ່ມີຄວາມຮັບຜິດຊອບແລະຈະບໍ່ສ້າງຄວາມເສັຍ
ຫາຍໃດໆຕໍ່ຜົນປະໂຫຍດຂອງບັນດາປະເທດທີ່ຢູ່ລຸ່ມເຂື່ອນ.

ພວກນັກວິເຄາະແລະພວກອະນຸລັກສິ່ງແວດລ້ອມອີກຈຳນວນນຶ່ງໄດ້ກ່າວເຖິງ “ນໍ້າ” ວ່າເປັນສິ່ງ
ທີ່ຈະກໍ່ໃຫ້ເກີດສົງຄາມໃນອະນາຄົດ ຫຼືການທູດແບບຫັກຫານ. ທ່ານ Bosshard ການຂົ່ມ
ຂູ່ໃນທຳນອງນີ້ແມ່ນເປັນພຽງການສົມມຸດ ແລະທາງເລືອກນິວເຄລຍຂັ້ນສຸດທ້າຍທໍ່ນັ້ນສຳລັບ
ປັກກິ່ງແຕ່ທ່ານກ່າວວ່າເວລາໃດຫາກສ້າງສຳເລັດແລ້ວຈີນສາມາດໃຊ້ເຂື່ອນເຫຼົ່ານີ້ໃນວິທີທາງ
ທີ່ຕົນຕ້ອງການ.

XS
SM
MD
LG