ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກຳປູເຈຍຕຳໜິຕິຕຽນ ພວກຊາດນິຍົມໄທ


ພວກສະໜັບສະໜຸນກຸ່ມພັນທະມິດເພື່ອປະຊາທິປະໄຕ ຫຼືພວກເສື້ອເຫຼືອງ ໂຮມຊຸມນຸມປະທ້ວງ ຢູ່ນອກທຳນຽບລັດຖະບານ ທີ່ບາງກອກ (26 ມັງກອນ 2011)
ພວກສະໜັບສະໜຸນກຸ່ມພັນທະມິດເພື່ອປະຊາທິປະໄຕ ຫຼືພວກເສື້ອເຫຼືອງ ໂຮມຊຸມນຸມປະທ້ວງ ຢູ່ນອກທຳນຽບລັດຖະບານ ທີ່ບາງກອກ (26 ມັງກອນ 2011)

ກຳປູເຈຍໄດ້ຕຳໜິຕິຕຽນພວກຊາດນິຍົມຂອງໄທທີ່ທວງໃຫ້
ທາງການໄທ ຍົກເລີກຂໍ້ຕົກລົງລະຫວ່າງໄທກັບກຳປູເຈຍທີ່
ໃຫ້ແກ້ໄຂບັນຫາຂັດແຍ້ງຊາຍແດນ ຢ່າງສັນຕິວິທີນັ້ນ.

ທ່ານ Koy Kuong ໂຄສົກຂອງກະຊວງການຕ່າງປະເທດ
ກຳປູເຈຍ ເອີ້ນຄຳຮຽກຮ້ອງຂອງພວກຊາດນິຍົມໄທ ໃນມື້
ວັນພຸດວານນີ້ວ່າ ເປັນທີ່ຮັບເອົາບໍ່ໄດ້ແລະທ່ານກ່າວຕື່ມວ່າ
ຂໍ້ຕົກລົງ ທີ່ບັນລຸກັນກັບໄທ ໃນປີ 2000 ນັ້ນ ແມ່ນແນໃສ່
ເພື່ອໃຫ້ຜົນປະໂຫຍດແກ່ທັງສອງປະເທດ.

ໃນມື້ວັນອັງຄານຜ່ານມານີ້ພວກຊາດນິຍົມໄທໄດ້ພາກັນຕັ້ງສູນຂຶ້ນໃນເຂດໃຈກາງບາງກອກ
ເພື່ອກົດດັນໃຫ້ນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະ ເອົາມາດຕະການ ແບບບໍ່ມີການ
ອ່ອນຂໍ້ກັບກຳປູເຈຍ ກ່ຽວກັບບັນຫາຂັດແຍ້ງໃນເລື່ອງຊາຍແດນນັ້ນ. ພວກທີ່ໄປຮ່ວມການ
ປະທ້ວງໄດ້ເພີ້ມຂຶ້ນຈາກ 2,000 ຄົນໃນວັນ​ອັງຄານເປັນ 5,000 ຄົນໃນມື້ວັນພຸດວານນີ້.

ພວກຊາດນິຍົມໄທປະກາດວ່າຈະສືບຕໍ່ການໂຮມຊຸມປະທ້ວງ ຈົນກວ່ານາຍົກລັດຖະມົນຕີອະ
ພິຊິດຍົກເລີກຂໍ້ຕົກລົງຊາຍແດນກັບກຳປູເຈຍ ຢຸດເຊົາການຮ່ວມມືກັບອົງການວັດທະນະທຳ
ສະຫະປະຊາຊາດຫຼື UNESCO ແລະຂັບໄລ່ຊາວກຳປູເຈຍອອກໄປຈາກບໍລິເວນຊາຍແດນ
ທີ່ມີການຂັດແຍ້ງກັນນັ້ນ.

XS
SM
MD
LG