ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຊາວໄທທີ່ຖືກກຳປູເຈຍຈັບ ຈະຖືກນຳໂຕຂຶ້ນສານ


ຊາວໄທ ທີ່ຖືກກຳປູເຈຍຈັບ ຈະຖືກນຳໂຕຂຶ້ນສານ ໃນວັນທີ 1 ກຸມພານີ້
ຊາວໄທ ທີ່ຖືກກຳປູເຈຍຈັບ ຈະຖືກນຳໂຕຂຶ້ນສານ ໃນວັນທີ 1 ກຸມພານີ້

ຄະນະໄອຍະການຂອງກຳປູເຈຍກ່າວວ່າ ຊາວໄທ 7 ຄົນ
ຮວມທັງສະມາຊິກສະພາແຫ່ງຊາດຄົນນຶ່ງຂອງໄທນັ້ນຈະ
ຖືກດຳເນີນຄະດີໃນວັນທີ 1 ກຸມພາໃນຂໍ້ຫາເຂົ້າໄປໃນປະ
ເທດກຳປູເຈຍຢ່າງຜິດກົດໝາຍ.

ອົງການຂ່າວຕ່າງໆລາຍງານໃນວັນພະຫັດມື້ນີ້ວ່າ ພວກ
ຕົນໄດ້ຮັບຂ່າວ ກ່ຽວກັບວັນເວລາ ໃນການດຳເນີນຄະດີ
ດັ່ງ​ກ່າວ ຈາກທ່ານ Sok Roeun ຮອງຫົວໜ້າໄອຍະ
ການຂອງສານກຳປູເຈຍໃນເຂດເທດສະບານນະຄອນຫຼວງ ພະນົມເປັນ.

ຊາວໄທທັງ 7 ໄດ້ຖືກຈັບ ໃນວັນທີ 29 ທັນວາຜ່ານມາ ຢູ່ໃນບໍລິເວນຊາຍແດນທີ່​ເປັນ
ຈຸດຂັດແຍ້ງກັນ. ພວກເຂົາເຈົ້າໃຫ້ການຕໍ່ສານໃນລະຫວ່າງການໄປປາກົດໂຕກ່ອນໜ້າ
ນີ້ວ່າ ພວກເຂົາເຈົ້າໄດ້ຂ້າມຊາຍແດນເຂົ້າໄປໃນກຳປູເຈຍ ໂດຍບັງເອີນ.

ຜູ້ຕ້ອງຫາ 6 ຄົນ ຮວມທັງສະມາຊິກສະພາແຫ່ງຊາດຂອງໄທ ທ່ານພານິດ ວິກິສເຣດ
ໄດ້ຖືກປະກັນໂຕອອກມາ ແຕ່ມີຄຳສັ່ງບໍ່ໃຫ້ເດີນທາງອອກໄປຈາກກຳປູເຈຍເທື່ອ.

ເຈົ້າ​ໜ້າ​ທີ່​ກໍາປູ​ເຈຍ​ໄດ້​ປະຕິ​ເສດ ບໍ່​ຍອມ​ໃຫ້ປະກັນໂຕຜູ້ຈັດຕັ້ງຫົວຊາດນິຍົມທ່ານວິຣະ
ສົມຄວາມຄິດ ທີ່ເຄີຍຖືກຈັບມາກ່ອນຢູ່ກຳປູເຈຍແລະ​ເວລາ​ນີ້ປະເຊີນກັບຂໍ້ຫາຈາລະກຳ
ເພີ່ມຕື່ມ. ເລຂານຸການຂອງທ່ານກໍໄດ້ຖືກຂໍ້ຫາຈາລະກຳຄືກັນ ແຕ່ໄດ້ຖືກປະກັນໂຕໃນ
ສັບປະດານີ້.

XS
SM
MD
LG