ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ການ​ຍົກ​ຍ້າຍ​ຄົນ​ອອກ​ຈາກ​ສະ​ຖານ​ທີ່​ມໍ​ລະ​ກົກ​ໂລກ​ຂອງ ກຳ​ປູ​ເຈຍ ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຈາກ​ອົງ​ການ UNESCO


ທ້າວ ຄຽງ ພິດ​ພາ​ນິດ, ອາ​ຍຸ 24 ປີ, ຜູ້​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ສະ​ຖານ​ທີ່​ບູ​ສະ​ນິ​ຍະ​ສະ​ຖານ​ຂອງ ກຳ​ປູ​ເຈຍ, ນັ່ງ​ໃກ້​ລູກ​ແຝດ​ຂອງ​ລາວ​ຢູ່​ເຮືອນ​ຂອງ​ລາວ​ໃນ​ບ້ານ ຣັນ ຕາ ເອັກ, ແຂວງ ຊຽມ ຣຽບ, ກຳ​ປູ​ເຈຍ, 2 ເມ​ສາ 2024.
ທ້າວ ຄຽງ ພິດ​ພາ​ນິດ, ອາ​ຍຸ 24 ປີ, ຜູ້​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ສະ​ຖານ​ທີ່​ບູ​ສະ​ນິ​ຍະ​ສະ​ຖານ​ຂອງ ກຳ​ປູ​ເຈຍ, ນັ່ງ​ໃກ້​ລູກ​ແຝດ​ຂອງ​ລາວ​ຢູ່​ເຮືອນ​ຂອງ​ລາວ​ໃນ​ບ້ານ ຣັນ ຕາ ເອັກ, ແຂວງ ຊຽມ ຣຽບ, ກຳ​ປູ​ເຈຍ, 2 ເມ​ສາ 2024.

ມັນ​ເປັນ​ເວ​ລາ​ດົນ​ກວ່າ​ນຶ່ງ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ນາງ ເຢັມ ສ​ເຣ ພິນ ໄດ້​ຍ້າຍ​ຄອບ​ຄົວ​ຂອງ​ລາວ​ອອກ​ຈາກ​ໝູ່​ບ້ານ ບ່ອນ​ທີ່​ລາວ​ໄດ້​ເກີດ​ຢູ່​ ອັງ​ກໍ​ວັດ ຂອງ ກຳ​ປູ​ເຈຍ, ທີ່​ເປັນສະ​ຖານ​ທີ່​ມໍ​ລະ​ດົກ​ໂລກຂອງອົງ​ການ UNESCO ໄປ​ຫາ​ບ້ານ ຣັນ ຕາ ເອັກ, ເຊິ່ງ​ແມ່ນ​ຖານ​ທີ່​ອາ​ໄສ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ຝຸ່ນ ປະ​ມານ 25 ກິ​ໂລ​ແມັດຫ່າງ​ອອກ​ໄປ.

ລາວ​ແມ່ນ​ນຶ່ງ​ໃນ​ປະ​ມານ 5,000 ຄອບ​ຄົວ​ທີ່​ຖືກ​ຍ້າຍ​ອອກຈາກ​ສະ​ຖ​ານ​ທີ່​ບູ​ສະ​ນິ​ຍະ​ສະ​ຖານ​ທີ່ກວ້າງ​ຂວາ​ນັ້ນ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ບ່ອນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວຫຼາຍ​ທີ່​ສຸດ​ຂອງ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ໂດຍ​ອຳ​ນາດ​ການ​ປົກ​ຄອງ ກຳ​ປູ​ເຈຍ ໃນ​ໂຄງ​ການ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ທີ່​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ໄດ້​ກ່າວ​ປະ​ນາມ ດັ່ງ​ກັບ “ການ​ລະ​ເມີດ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ທີ່​ໃຫຍ່ຫຼວງ.” ອີກ 5,000 ຄອບ​ຄົວ​ແມ່ນ​ມີ​ກຳ​ນົດ​ທີ່​ຈະຖືກ​ຍ້າຍ​ອອກ​.

ການ​ກ່າວ​ຫາ​ຕ່າງໆ​ແມ່​ນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຢ່າງ​ແຮງ​ຈາກ​ອົງ​ການ UNESCO ແລະ ການ​ໂຕ້​ແຍ້ງ​ຂໍ້​ກ່າວ​ຫາ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ, ຜູ້​ທີ່​ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເຮັດ​ຫຍັງ​ຫຼາຍກວ່າ​ການ​ປົກ​ປ້ອງ​ດິນ​ແດນ​ມໍ​ລະ​ດົກ​ນັ້ນ​ຈາກ​ພວກ​ທີ່​ໄປ​ຕັ້ງ​ຖິ່ນ​ຖານ​ຜິດ​ກົດ​ໝາຍ.

ກຳ​ປູ​ເຈຍ ໃຫ້​ຄຳ​ຕອບ​ວ່າ​ເຂົາ​ເຈົ້າ​ມີ​ແຜນ​ການ​ທີ່​ຈະ​ດຶງ​ດູດ​ຄອບ​ຄົວ​ທີ່​ໄດ້​ຕັ້ງ​ຖິ່ນ​ຖານ​ຢ່າງ​ຜິດ​ກົດ​ໝາຍ 10,000 ຄອບ​ຄົວ​ໃນ​ເຂດ​ດັ່ງ​ກ່າວ​ ໄປ​ຕັ້​ງ​ຖິ່ນ​ຖານ​ຢູ່​ບ້ານ ຣັນ ຕາ ເອັກ ແລະ ສະ​ຖານ​ທີ່​ອີກ​ແຫ່ງ​ນຶ່ງ, ພ້ອມ​ກັບ​ສະ​ໜັບ​ສະ​ໜູນ​ຄົນ​ຈຳ​ນວນ​ນຶ່ງ​ຈາກ​ທີ່​ຕັ້ງ​ປະ​ຫວັດ​ສາດ 112 ແຫ່ງ​ໃຫ້​ຍ້າຍໄປ​ບ່ອນ​ໃໝ່ ​ໃນ​ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຂະ​ຫຍາຍ​ຕົວອອກ.

“ຈຳ​ນວນ​ຂອງ​ປະ​ຊາ​ຊົນ​ແມ່ນ​ກຳ​ລັງ​ເພີ່ມ​ຂຶ້ນ, ລວມ​ທັງ​ຜູ້​ທີ່​ເຂົ້າ​ມາ​ຢ່າງ​ຜິດ​ກົດ​ໝາຍ, ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ກໍ​ແມ່ນ​ພວກ​ເຮົາ​ໄດ້​ສະ​ໜອງ​ທາງ​ເລືອກ​ໃຫ້” ກ່າວ​ໂດຍ​ທ່ານ ລອງ ໂຄ​ຊາ​ລ, ໂຄ​ສົກ​ສຳ​ລັບ​ອົງ​ການ ກຳ​ປູ​ເຈຍ ທີ່​ຮູ້​ຈັກ​ດັ່ງ​ກັບ ອັບ​ຊະ​ຣາ (APSARA) ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ບໍ​ລິ​ຫານ​ສະ​ຖານ​ທີ່ ອັງ​ກໍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG