ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປະຊາຊົນກໍາປູເຈຍສ່ວນໃຫຍ່ ມີຄວາມພໍໃຈ ນໍາປະເທດ ຂອງພວກເຂົາເຈົ້າ


ຕຶກສູງໆ ໃນນະຄອນຫລວງພະນົມເປັນ ຂອງກຳປູເຈຍ
ຕຶກສູງໆ ໃນນະຄອນຫລວງພະນົມເປັນ ຂອງກຳປູເຈຍ

ການສໍາຫລວດຂອງສະຖາບັນ Republican ນາໆຊາດ ຫລື IRI ຊຶ່ງເປັນ ອົງການຈັດຕັ້ງ ຢູ່ໃນສະຫະລັດ ຊີ້ໃຫ້ເຫັນວ່າ ¾ ຂອງປະຊາຊົນໃນກໍາປູເຈຍ ແມ່ນພໍໃຈໃນແນວທາງທີ່ ປະເທດຂອງພວກເຂົາເຈົ້າກໍາລັງກ້າວເດີນໄປໃນຂະນະນີ້. ສ່ວນພວກທີ່ບໍ່ເຫັນພ້ອມນັ້ນກ່າວ ວ່າ ການສໍ້ລາດບັງຫຼວງ ແມ່ນເປັນບັນຫາຮ້ອງທຸກທີ່ສໍາຄັນທີ່ສຸດ ສໍາລັບພວກເຂົາເຈົ້າ.

ການສໍາຫລວດຂອງສະຖາບັນ Republican ນາໆຊາດ
ຫລື International Republican Institute ຫລື IRI
ພົບ​ວ່າ 76% ຂອງຊາວກໍາ​ປູ​ເຈຍແມ່ນພໍໃຈນໍາ​ສະພາບ
ການ​ທີ່​ເປັນ​ຢູ່​ໃນ​ປັດຈຸບັນ​ນີ້​ໃນ​ປະ​ເທດ​ຂອງ​ເຂົາເຈົ້ານັ້ນ.

ພວກ​ເຂົາ​ເຈົ້າໄດ້​ອ້າງ​ເຖິງ​ການ​ປັບປຸງ​ໃນ​ດ້ານ​ໂຄງ​ລ່າງ​ພື້ນ
ຖານຕ່າງໆ ​ເຊ່ນ ຖະໜົນຫົນທາງ, ​ໂຮງ​ຮຽນ​ແລະ​ສຸກສາ
ລາ ທີ່​ດີ​ຂຶ້ນ.

ສະຖາບັນ IRI ທີ່​ທໍາ​ງານ​ເພື່ອ​ສົ່ງ​ເສີມ​ປະຊາທິປະໄຕ ໄດ້​
ນຳ​ເອົາ​ຜົນການ​ສຳ​ຫລວດ​ດັ່ງກ່າວ​ ອອກ​ເຜີຍ​ແຜ່ຢູ່ນະ
ຄອນຫລວງພະນົມ​ເປັນ​ໃນ​ວັນ​ສຸກ​ ວັນ​ທີ 21 ​ເດືອນ​ມັງ
ກອນ ຜ່ານ​ມານີ້.

ທ່ານ John Willis ຫົວໜ້າຫ້ອງການປະຈຳກຳປູເຈຍ ຂອງສະຖາບັນ IRI
ທ່ານ John Willis ຫົວໜ້າຫ້ອງການປະຈຳກຳປູເຈຍ ຂອງສະຖາບັນ IRI

ທ່ານ John Willis ​ຫົວໜ້າຫ້ອງການປະຈຳ
ກຳປູ​ເຈຍ ຂອງສະຖາບັນ​ IRI ທີ່​ໄດ້​ຮັບ​ທຶນ
ຈາກ​ລັດຖະບານ​ສະຫະລັດ​ເປັນ​ສ່ວນ​ໃຫຍ່ນັ້ນ​
ກ່າວ​ວ່າຕົວ​ເລກ​ນີ້​ແມ່ນລຸດ​ລົງໜ້ອຍນຶ່ງ​ຈາກ​
ທ່າ​ອ່ຽງສູງ​ສຸດ 82% ເມື່ອ​ສອງ​ປີ​ກ່ອນນີ້ ແຕ່
ກໍ​ຖື​ວ່າຍັງ​ເປັນ​ອັດຕາ​ສ່ວນ​ທີ່​ສູງ​ຢູ່ ເມື່ອທຽບ​ ໃສ່​ມາດຕະຖານ​ທົ່ວ​ໂລກ.

ທ່ານ Willis ໃຫ້​ຂໍ້​ສັງ​ເກດວ່າ​ ເກືອບຮອດ
¼ ຂອງ​ປະຊາຊົນ​ກຳປູ​ເຈຍທີ່​ເຂົ້າຮ່ວມການ​
ສຳ​ຫລວດ​ນັ້ນ​ ຄິດ​ວ່າກຳປູ​ເຈຍກຳລັງ​
ກ້າວໄປ​ໃນ​ທິດທາງ​ທີ່ບໍ່​ຖືກຕ້ອງ ຊຶ່ງ​ທ່ານ​ ກ່າວດັ່ງ ນີ້:

“​ແລະ​ພວກປະຊາຊົນ​ທີ່​ເວົ້າວ່າ ປະ​ເທດ​ຊາ​ດກຳ​ລັງ​ກ້າວ​ໄປ​ໃນ​ທິດທາງ​ທີ່ບໍ່​ຖືກ
ບໍ່​ຕ້ອງຊຶ່ງມີ 23% ນັ້ນ ​ແມ່​ຈະ​ພາກັນ​ເວົ້າ​ເປັນ​ສຽງ​ດຽວກັນ​ຢ່າງຖ້ວມລົ້ນວ່າ​ແມ່ນ​ບັນຫາການສໍ້ລາດບັງຫຼວງ. ນັ້ນແມ່ນ​ເປັນ​ຄຳ​ຕອບ​ອັນ​ດັບ​ນຶ່ງຂອງ​ພວກ​ເຂົາ​ເຈົ້າ,
ລອງ​ລົງ​ມາ​ແມ່ນ​ເລື້ອງວຽກ​ເຮັດງານ​ທຳ, ຄວາມທຸກ​ຈົນ, ​ແລະ​ໄພ​ເງິນ​ເຟີ້.”

ສະຖາ​ບັນ IRI ​ໄດ້​ທຳ​ການ​ສຳ​ຫລວດດັ່ງກ່າວ ​ໃນ​ກາງ​ປີ 2010 ​ໂດຍ​ໄດ້​ສອບຖາມ​ຜູ້​ໃຫຍ່ 2 ພັນ​ຄົນ.

ການ​ສະ​ຫລວດ​ຍັງ​ໄດ້​ພົບ​ວ່າ ຊາວ​ກຳປູ​ເຈຍ​ຄິດ​ວ່າ​ບັນ​ຫາ​ອັນ​ໃຫຍ່​ທີ່​ສຸດ​ທີ່​ປະ​ເທດ​ຊາດ​ກໍາ
ລັງ​ປະ​ເຊີນ​ຢູ່​ໃນ​ເວລາ​ນີ້ ​ກໍ​ຄື​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ປັກ​ປັນ​ເຂດຊາຍ​ແດນ​ ກັບ​ ໄທ ​ແລະ​ຫວຽດນາມ.

ຊາຍແດນ ໄທ-ຂະເໝນ
ຊາຍແດນ ໄທ-ຂະເໝນ

ກຳປູ​ເຈຍ​ກຳລັງ​ເຮັດວຽກຮ່ວມກັບປະ​ເທດ​ທັງ​ສອງ​ ​ເພື່ອ​ຕົກລົງ​ກັນ​ກ່ຽວ​ກັບເຂດ​ແດນ​ທີ່​ຍາວ​ຢຽດກວ່າ​ພັນ​ກິ​ໂລ​ແມັດນັ້ນ. ຄວາ​ມເຄັ່ງ​ຕຶງ​ກັບ​ໄທກ່ຽວກັບ​ເລື້ອງນີ້​ແມ່ນຢູ່​ໃນ​ລະດັບ​ສູງ​ໃນ​ຊຸມ​ປີ​ໝໍ່ໆມານີ້, ​ແລະທະຫານຂອງ​ທັງ​ສອງ​ຝ່າຍ​ ກໍ​ໄດ້ ​ເສຍ​ຊີວິດ​ໄປ​ຫລາຍ​ຄົນ ​ໃນ​ການ​ປະ​ທະ​ກັນ​ຕາມ​ຊາຍ​ແດນ​ນັ້ນ.

ພວກ​ຊາວ​ໄຮ່ນາ​ບາງ​ຄົນ ​ພາກັນຈົ່ມ​ວ່າ​ພວກ​ເຂົາ​ເຈົ້າ​ກໍາລັງ​ສູນ​ເສຍ​ທີ່​ດິນ​ໃຫ້​ແກ່​ຫວຽດນາມ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ເຮັດ​ໃຫ້​ລັດຖະບານ​ກຳປູ​ເຈຍ​ທີ່​ມີ​ຄວາມ​ສຳພັນ​ອັນ​ແໜ້ນ​ແຟ້ນ ກັບ​ລັດຖະບານຮາ​ໂນ່ຍນັ້ນ ມີ​ຄວາມ​ບໍ່ພໍ​ໃຈ. ກ່ຽວ​ກັບ​ເລື້ອງ​ນີ້ ທ່ານ Willis ມີ​ຄວາມ​ເຫັນ​ວ່າ:

“ມັນ​ເປັນ​ຄຳ​ຖາມ ທີ່ມີຄໍາຕອບ​ທີ່​ກວມກວ້າງ. ພວກເຮົາ​ພຽງ​ແຕ່​ຖາມ​ພວກ​ເຂົາ​ເຈົ້າ​ວ່າ ແມ່ນ​ຫຍັງ​ເປັນ​ບັນຫາ​ໃຫຍ່​ທີ່​ສຸດ​ທີ່​ປະ​ເຊີນ​ໜ້າປະ​ເທດ​ຊາດ​ຢູ່​ເວລາ​ນີ້ ຕາມ​ຄວາມ​ນຶກ​ຄິດ​ທ່ານ? ພວກ​ເຮົາບໍ່​ໄດ້​ຊັກ​ນຳ​ຫລື​ຈູງ​ເຂົາ​ເຈົ້າ​ໄປ​ຫາ​ຄຳຕອບແນວໃດ​ທັງ​ນັ້ນ. ສະນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີເສຣີພາບ​ໃນ​ການ​ເລືອກ​ຄໍາຕອບ ​ແລະ​ປາກົດ​ວ່າ ຫລາຍ​ກວ່າ 1/3 ຂອງ​ພວກ​ທີ່​ຖືກ​ຖາມ​ນັ້ນ​ຕອບ​ວ່າ ຄືເລື້ອງບັນ​ຫາ​ຊາຍ​ແດນ.”

ນອກ​ນັ້ນ ການ​ສໍາ​ຫລວດ​ຍັງ​ໄດ້ຖາມ​ປະຊາຊົນ​ກ່ຽວກັບ​ສິດ​ໃນ​ການ​ເປັນ​ເຈົ້າຂອງ​ດິນ, ຊຶ່ງ​ເປັນ​ເລື້ອງສຳຄັນ​ສຳລັບ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ສ່ວນ​ໃຫຍ່ ​ອາ​ໃສ​ຢູ່​ເຂດຊົນນະ​ບົດ​ນັ້ນ.

ຕາມການສໍາຫລວດ ສິດໃນການເປັນເຈົ້າຂອງດິນ ກໍເປັນເລື້ອງສໍາຄັນເລື້ອງນຶ່ງສໍາລັບປະເທດທີ່ປະຊາ ຊົນສ່ວນໃຫຍ່ອາໃສຢູ່ເຂດຊົນນະບົດ ແລະອາໃສ ການເຮັດໄຮ່ເຮັດນາເປັນອາຊີບນັ້ນ.
ຕາມການສໍາຫລວດ ສິດໃນການເປັນເຈົ້າຂອງດິນ ກໍເປັນເລື້ອງສໍາຄັນເລື້ອງນຶ່ງສໍາລັບປະເທດທີ່ປະຊາ ຊົນສ່ວນໃຫຍ່ອາໃສຢູ່ເຂດຊົນນະບົດ ແລະອາໃສ ການເຮັດໄຮ່ເຮັດນາເປັນອາຊີບນັ້ນ.

ເຄິ່ງນຶ່ງ​ຂອງ​ຜູ້​ໃຫ້ຄຳ​ຕອບ​ທີ່​ມາ​ຈາກ​ເຂດ​ຊົນນະບົດ​ບອກ​ວ່າ ພວກ​ເຂົາ​ເຈົ້າມີ​ດິນ ໜ້ອຍກວ່າ 1 ​ເຮັກຕາ ​ແລະ​ສ່ວນ​ຫລາຍ​ດິນ​ຂອງ​ພວກ​ເຂົາ​ເຈົ້າກໍ​ບໍ່​ໄດ້ຮັບການ ຊົນລະປະທານ​ໃສ່ໄຮ່ນາ​ຂອງ​ພວກ​ເຂົາ​ເຈົ້າຢ່າງ​ພຽງພໍ.

7%​ ຂອງ​ຜູ້ເຂົ້າຮ່ວມຕອບ​ຄຳ​ຖາມ​ໃນ​ການ​ສຳ​ຫລວດ​ດັ່ງກ່າວ​
ຍັງ​ໄດ້​ເວົ້າວ່າມີ​ບາງ​ຄົນໄດ້​ພະຍາ
ຍາມ​ທີ່​ຈະ​ລັກ​ເອົາ​ດິນ​ຂອງ​ພວກ​
ເຂົາ​ເຈົ້າ​ໃນ​ໄລຍະ 3 ປີ​ມານີ້.
ພວກ​ເຈົ້າຂອງ​ດິນຫລາຍຄົນ ​
ແລະ​ກຸ່ມສິດທິ​ມະນຸດ​ຕ່າງໆເວົ້າວ່າ ຜູ້ຮັ່ງມີ​ມັກ​ຂັບ​ໄລ່​ຊາວນາ​ ໃຫ້ໜີອອກ​ຈາກ​ດິນ​ຂອງ​ຕົນ ​
ເພື່ອ​ຈະ​ຫລີກ​ທາງ​ໃຫ້​ແກ່​ໂຄງການ​ສ້າງສາ​ພັດທະນາ.

ບໍ່​ມີໂຄ​ສົກ​ລັດຖະບານຄົນ​ໃດ ຫວ່າງ​ພໍທີ່​ຈະອອກ​ຄຳ​ເຫັນ​ກ່ຽວກັບ​ການ​ສຳ​ຫລວດ​ນີ້ ​ແຕ່​ວ່າ​ພວກ​ກຸ່ມ​ສົ່ງ​ເສີມ​ສິດທິ​ມະນຸດ​ມັກ​ຈະ​ຈົ່ມເປັນ​ປະຈໍາວ່າ ປະ​ເທດ​ຊາ​ດກໍາ​ລັງ​ກ້າວເດີນ​ໄປ​ໃນ​ທິດທາງ​ທີ່ຜິ​ດພາດ.

ພວກ​ເຂົາ​ເຈົ້າວ່າ ລັດຖະບານ​ບໍ່​ອະນຸ​ໂລມຕໍ່ການ​ຕຳໜິຕິຕຽນ ​ແລະ​ກໍ​ໃຊ້​ການດໍາ​ເນີນຄະດີ​ໃນ​ສານ ​ແລະ​ການ​ຂົ່ມຂູ່​ເພື່ອຂູ່​ຂວັນ​ພວກ​ທີ່​ຕິຕຽນລັດຖະບານ ​ໃຫ້​ຢ້ານ​ກົວ.

ຜົນ​ການສໍາຫລວດຂອງສະຖາ​ບັນ IRI ​ສໍ່ສະແດງ​ວ່າ ສຽງ​ຈົ່ມ​ວ່າກ່ຽວກັບຄວາມເປັນ​ຫ່ວງ ​
ຂອງ​ພວກ​ຊາວ​ກໍ​າປູ​ເຈຍເຫລົ່ານັ້ນ ແມ່ນ​ບໍ່​ຄອ່ຍດັງ​ເທົ່າ​ໃດ ​ຢ່າງໜ້ອຍກໍ​ໃນ​ເວລາ​ນີ້ ​ຊຶ່ງ
ຊາວ​ກຳປູ​ເຈຍສ່ວນ​ໃຫຍ່ ​ແມ່ນ​ພະຍາຍາມ​ດິນຮົນ​ຕໍ່ສູ້​ເພື່ອ​ໃຫ້​ດຳລົງ​ຊີວິດຢູ່​ໄປໄດ້ ໂດຍ
ການ​ທໍາ​ມາ​ຫາ​ກິນລ້ຽງຊີ​ບບົນ​ຜືນ​ແຜ່ນດິນ​ນັ້ນ.

XS
SM
MD
LG