ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເສດຖະກິດກຳປູເຈຍ ກໍາລັງຟື້ນໂຕຄືນ


ຊາວກຳປູເຈຍຄົນນຶ່ງ ໃສ່ແວ່ນຕາ 3 ມິຕິ ເບິ່ງຮູບເງົາ ທາງເຄື່ອງຄອມພິວເຕີ້ ໂຕຊີບາ ໃນລະຫວ່າງງານວາງສະແດງສິນຄ້າ ທີ່ກຸງພະນົມເປັນ (11 ກັນຍາ 2010)
ຊາວກຳປູເຈຍຄົນນຶ່ງ ໃສ່ແວ່ນຕາ 3 ມິຕິ ເບິ່ງຮູບເງົາ ທາງເຄື່ອງຄອມພິວເຕີ້ ໂຕຊີບາ ໃນລະຫວ່າງງານວາງສະແດງສິນຄ້າ ທີ່ກຸງພະນົມເປັນ (11 ກັນຍາ 2010)

ເສດຖະກິດຂອງກຳປູເຈຍ ຫຼັງຈາກໄດ້ຫົດໂຕລົງໃນປີ 2009 ຍ້ອນການຊັກຊ້າຂອງເສດຖະ ກິດໂລກນັ້ນ ໄດ້ຟື້ນໂຕຄືນມາອີກ ຂະນະທີ່ແຜນການກອບກູ້ຂອງລັດຖະບານ ການສົ່ງອອກ ສິນຄ້າ ທີ່ເຂັ້ມແຂງຂຶ້ນ ແລະການເດີນທາງໄປຢ້ຽມຢາມເພີ້ມຂຶ້ນ ຂອງພວກນັກທ່ອງທ່ຽວ ເປັນແຮງຂັບດັນ ການເຕີບໂຕຂອງເສດຖະກິດ.

ເປັນທີ່ຄາດກັນວ່າ ເສດຖະກິດຂອງກຳປູເຈຍ ຈະຂະຫຍາຍ
ໂຕເກືອບ 5% ພາຍໃນປີນີ້ ຊຶ່ງໄດ້ຮັບການສະໜັບສະໜຸນ
ຍ້ອນການຟື້ນໂຕຄືນ ໃນພາກສ່ວນການທ່ອງທ່ຽວ ແລະ
ການສົ່ງອອກຜະລິດຕະພັນຕິດຫຍິບ. ໃນປີກາຍນີ້ ເສດຖະ
ກິດຂອງກຳປູເຈຍ ໄດ້ຫຼຸດນ້ອຍຖອຍລົງ ຫຼາຍກວ່າ 1%
ຍ້ອນການຊັກຊ້າລົງ ຂອງເສດຖະກິດໂລກ.

ການຟື້ນໂຕຄືນ ໃນພາກສ່ວນຕັດຫຍິບຂອງກຳປູເຈຍແມ່ນ
ມີຄວາມສຳຄັນເປັນພິເສດ. ສິນຄ້າຕັດຫຍິບ ທີ່ສົ່ງອອກ
ແມ່ນປະກອບເປັນ 70% ຂອງການສົ່ງອອກທັງໝົດຂອງ
ກຳປູເຈຍ. ໃນຂະນະທີ່ເກີດສະພາບເສດຖະກິດຕົກຕໍ່າຮ້າຍ
ແຮງສຸດນັ້ນ ປະມານ 50% ຂອງໂຮງງານຕັດຫຍິບໄດ້ອັດ
ກິດຈະການ ແລະຄົນງານທີ່ເຮັດວຽກ ໃຫ້ໂຮງງານຕັດຫຍິບ
ຊຶ່ງສ່ວນໃຫຍ່ແລ້ວ ເປັນພວກແມ່ຍິງນັ້ນ ໄດ້ສູນເສຍວຽກ
ການເຮັດ. ມູນຄ່າການສົ່ງອອກຂອງກຳປູເຈຍໄດ້ຕົກຕໍ່າລົງ 20%.

ທ່ານ Peter Brimble ຜູ້ຕາງໜ້າທະນາພັດທະນາເອເຊຍ ຫຼື ADB ປະຈຳກຳປູເຈຍ
ກ່າວວ່າ ການຟື້ນໂຕຄືນຂອງເສດຖະກິດ ໄດ້ມີເພີ້ມຂຶ້ນໃນປີນີ້.

"ການສົ່ງອອກເສື້ອຜ້າໄປຍັງສະຫະລັດນັ້ນ ປາກົດວ່າເພີ່ມຂື້ນຫລາຍກວ່າ 10%
ໃນແງ່ຂອງມູນຄ່າ. ການທ່ອງທ່ຽວກໍເພີ່ມຂື້ນ ໃນສັດສ່ວນທີ່ຄ້າຍໆກັນ ຢ່າງ
ໜ້ອຍກໍໃນແງ່ ຂອງ​ຈໍານວນ​ພວກນັກທ່ອງທ່ຽວ ທີ່ເຂົ້າມາ ແຕ່ມີອັດຕາໜ້ອຍ
ລົງ​ເລັກ​ນ້ອຍ ໃນແງ່ຂອງການຈັບຈ່າຍ​ເງິນ ແຕ່ກໍຍັງຖືວ່າເປັນການຟື້ນຕົວຄືນ ຢ່າງສຳຄັນ ຢູ່ໃນເວລານີ້."

ທ່ານ Brimble ເອີ້ນສະພາບການ ໃນຂັ້ນຕໍ່ໜ້ານີ້ວ່າ ເປັນໄປໃນທາງບວກ.

"ຈາກການມອງ​ເບິ່ງ​ທາງເສດຖະກິດມະຫາ​ພາກ​ແທ້​ໆແລ້ວ ເບິ່ງຄືວ່າເສດຖະກິດ
ຈະກັບຄືນມາສູ່​ທ່າ​ອ່ຽງໃນການເຕີບໂຕຂື້ນ ໃນອັດຕາ 5, 6 ຫລື 7% ແລະນີ້
ເຖິງແມ່ນວ່າຍັງ​ມີສະພາວະຊົບ​ເຊົາ​ແລະຝືດ​ເຄືອງຢູ່ຕໍ່ມາ ​ໃນເສດຖະກິດຂອງ​
ພວກ​ປະ​ເທດຕາເວັນຕົກ ​ແລະຢຸໂຣບ ແລະໃນສະຫະລັດ. ​ເມື່ອ​ພິຈາລະນາ​
ສະພາວະ​ຕ່າງໆ​ເຫລົ່າ​ນີ້​ແລ້ວ ກໍ​ອາດ​ຖື​ໄດ້​ວ່າກໍາປູເຈຍແມ່ນຜ່ານ​ພົ້ນ​ມາ​ໄດ້​ດີ​ ສົມຄວນ."

ທ່ານ Laurent Notin ຜູ້ອຳນວຍການສູນກາງຄົ້ນຄວ້າອິນໂດຈີນທີ່ກຸງພະນົມເປັນ ກ່າວວ່າ
ຄວາມຮູ້ສຶກໃນປະຊາຄົມທຸລະກິດແມ່ນດີຂຶ້ນ ເຖິງແມ່ນວ່າພາກສ່ວນທີ່ດິນຊັບສິນ ຍັງສືບຕໍ່ມີ
ຄວາມຊົບເຊົາຫງຽບເຫງົາ ເນື່ອງຈາກການຂາດແຄນໃນການໃຫ້ສິນເຊື່ອກໍຕາມ. ທ່ານເວົ້າ
ວ່າ ຜູ້ຄົນມີຄວາມເຊື່ອໝັ້ນຫຼາຍຂຶ້ນ ທຸລະກິດກໍມີຄວາມເຊື່ອໝັ້ນເພີ້ມຂຶ້ນ ແລະທຸກໆຄົນ
ແມ່ນມີຄວາມດີອົກດີໃຈກວ່າປີກາຍນີ້ ນອກຈາກຖ້າເຮົາເຮັດວຽກຢູ່ໃນພາກສ່ວນອະສັງຫາ
ລິມມະຊັບ ຊຶ່ງຍັງບໍ່ມີຫຍັງເກີດຂຶ້ນເທື່ອນັ້ນ.

ລັດຖະບານກຳປູເຈຍຕ້ອງການຢາກເສີມຂະຫຍາຍ ການລົງທຶນຂອງຕ່າງປະເທດ ໂດຍການ
ປັບປຸງໂຄງລ່າງພື້ນຖານ ຂະຫຍາຍການຜະລິດພະລັງງານ ແລະຍົກລະດັບການກະເສດ
ການທ່ອງທ່ຽວ ການຜະລິດ ແລະພາກສ່ວນບໍ່ແຮ່.

ສະພາບເສດຖະກິດຫຼຸດຖອຍ ໄດ້ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ການລົງທຶນຈາກຕ່າງ
ປະເທດ ແລະໃນປີ 2009 ການລົງທຶນຂອງຕ່າງປະເທດ ໄດ້ຫຼຸດລົງເກືອບເຄິ່ງນຶ່ງ ເປັນ
5,860 ລ້ານໂດລາ.

ມາຮອດປັດຈຸບັນ ຈີນຍັງສືບຕໍ່ເປັນແຫຼ່ງທີ່ມາ ຂອງການລົງທຶນຈາກຕ່າງປະເທດທີ່ໃຫຍ່ທີ່
ສຸດ. ເງິນຂອງຈີນໄດ້ລົງທຶນຢູ່ໃນໂຄງການໄຟຟ້າພະລັງນໍ້າ ທ່າເຮືອຕ່າງໆ ລະບົບຊົນລະ
ປະທານ ແລະສາຍສົ່ງໄຟຟ້າ. ສ່ວນແຫຼ່ງເງິນທຶນຈາກປະເທດອື່ນໆ ກໍມີຮວມທັງເກົາຫຼີໃຕ້
ຮົງກົງ ໄຕ້ຫວັນ ມາເລເຊຍ ແລະສິງກະໂປ.

ລັດຖະບານກຳປູເຈຍເວົ້າວ່າ ຕົນເປີດກວ້າງ ສຳລັບການລົງທຶນເພີ້ມຕື່ມຈາກຈີນ ຊຶ່ງພວກ
ເຈົ້າໜ້າທີ່ເວົ້າວ່າ ຈະຊ່ອຍກຳປູເຈຍ ໃນການພັດທະນາເສດຖະກິດນັ້ນ.

ໃນເດືອນກຸມພາປີນີ້ ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດກ່ຽວກັບແຜນ
ການ ທີ່ຈະລົງທຶນ 310 ລ້ານໂດລາ ເພື່ອປັບປຸງລະບົບຊົນລະປະທານ. ຈີນໃຫ້ເງິນກູ້ຢືມ
ໃນໂຄງການນີ້ ເປັນມູນຄ່າ 240 ລ້ານໂດລາ.

ທ່ານ Douglas Clayton ຜູ້ຈັດການຮ່ວມ ຂອງບໍລິສັດເງິນທຶນຂອງກຸ່ມ Leapard ກ່າວ
ວ່າ ຜູ້ຄົນສ່ວນໃຫຍ່ ແມ່ນຍິນດີຕ້ອນຮັບການລົງທຶນຂອງຈີນ ໂດຍສະເພາະແມ່ນໃນດ້ານ
ໂຄງລ່າງພື້ນຖານ ແລະການຄໍ້າປະກັນໃນການມີວຽກເຮັດງານທຳ. ທ່ານກ່າວກ່ຽວກັບເລື່ອງ ນີ້ວ່າ:

"ພວກເຮົາເຫັນການລົງທຶນຂອງຈີນ ເຂົ້າໃສ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານ​
ໃຫຍ່ໆ ເຊັ່ນເຂຶ່ອນໄຟຟ້ານໍ້າຕົກ​ເປັນ​ຕົ້ນ ແລະ​ເວົ້າໂດຍທົ່ວໄປແລ້ວ ສິ່ງໃດທີ່ຈະ
ເຮັດໃຫ້ລາຄາກະແສໄຟຟ້າຖືກລົງນັ້ນ ພວກຄົນສ່ວນຫລາຍ ແມ່ນຍິນດີທີ່ຈະຮັບ ເອົາໄດ້."

ແຕ່ການລົງທຶນເພີ້ມຂຶ້ນຂອງຈີນ ຢູ່ໃນກຳປູເຈຍ ໄດ້ພາໃຫ້ມີຄວາມວິຕົກກັງວົນ. ທ່ານ Hang Chayya ຜູ້ອຳນວຍການຂອງສະຖາບັນຂະແມ ເພື່ອປະຊາທິປະໄຕ ກ່າວວ່າ ກຸ່ມປົກປ້ອງສິດທິມະນຸດຂອງທ່ານ ີຄວາມວິຕົກກັງວົນ ກ່ຽວກັບການຂາດຄວາມໂປ່ງໃສ ໃນການໃຫ້ເງິນກູ້ຢືມ ແລະການຕົກລົງທາງດ້ານການເງິນ. ທ່ານ Chayya ກ່າວວ່າ:

"ເລຶ່ອງນີ້ແມ່ນເຮັດໃຫ້ພວກເຮົາໜັກໃຈຫລາຍທີ່ສຸດ ເນຶ່ອງຈາກວ່າຈີນມີແນວ​ໂນ້ມ​
ໃນ​ການຍຶດຖືຫລັກການນີ້ ຄືບໍ່ມີເງຶ່ອນໄຂຜູກມັດໃດໆ ​ໃນ​ຂະນະທີ່ການລົງທຶນ
ອື່ນໆນັ້ນ ​ແມ່ນ​ຈະ​ເປັນແບບຫລາຍໆປະເທດ ຫລືທະນາຄານໂລກ ຫລືອົງການ
ພັດທະນາອື່ນໆບາງອົງການ. ດັ່ງນັ້ນ ມັນຈຶ່ງບໍ່ມີການກວດກາ​ແລະ​ຍັບ​ຍັ້ງທີ່ຖືກ
ຕ້ອງເໝາະສົມ ກ່ຽວ​ກັບວ່າ ພວກ​ບໍລິສັດຈີນດໍາເນີນແລະບໍລິຫານໂຄງການ ເຫລົ່ານີ້ຢ່າງໃດ."

ທ່ານ Chayya ເວົ້າວ່າ ການຂາດຄວາມໂປ່ງໃສ ອາດພາໃຫ້ເກີດມີການກ່າວຫາ ກ່ຽວກັບ
ການສໍ້ລາດບັງຫຼວງ.ນອກນັ້ນແລ້ວ ຍັງມີຄວາມວິຕົກກັງວົນວ່າ ຈີນອາດຈະໃຊ້ອິດທິພົນ
ຄອບງຳກຳປູເຈຍ ໃນການຕັດສິນໃຈໃນຂົງເຂດວຽກງານດ້ານອື່ນ.

ເມື່ອນຶ່ງປີກ່ອນ ຈີນແລະກຳປູເຈຍໄດ້ລົງນາມໃນຂໍ້ຕົກລົງມູນຄ່າຫຼາຍກວ່າ 1,200 ລ້ານ
ໂດລາ ແຕ່ຫຼັງຈາກພະນົມໄດ້ຂັບໄລ່ຊາວຈີນເຜົ່າວີເກີ້ 20 ຄົນ ທີ່ໄດ້ພາກັນຫຼົບໜີອອກ
ຈາກປະເທດຈີນມາ ໂດຍອ້າງວ່າຖືກປະຫັດປະຫານນັ້ນ. ການຂັບໄລ່ພວກຊົນເຜົ່າວີເກີ້
ທີ່ວ່ານີ້ໄດ້ມີຂຶ້ນ ທັງໆທີ່ສະຫະລັດ ອົງການສະຫະປະຊາຊາດ ແລະບັນດາກຸ່ມປົກປ້ອງ
ສິດທິມະນຸດ ໄດ້ທຳ ການຮ້ອງຂໍຕໍ່ລັດຖະບານກຳປູເຈຍ.

ທ່ານ Peter Brimble ຈາກ ADB ກ່າວວ່າ ສຳລັບກຳປູເຈຍແລ້ວ ຈີນຍັງຈະສືບຕໍ່ເປັນ
ແຫຼ່ງທີ່ມາອັນສຳຄັນ ຂອງຄວາມຊ່ອຍເຫຼືອໃນດ້ານການພັດທະນາ.

"​ເປັນທີ່​ແລ​ເຫັນ​ໄດ້​ຢ່າງຊັດ​ແຈ້ງວ່າ ລັດຖະບານກໍາປູເຈຍມີຄວາມສໍາພັນອັນ​ຍາວ​
ນານກັບລັດຖະບານຈີນ ແລະເວລານີ້ ຈີນກໍ​ກໍາລັງພະຍາຍາມຢ່າງ​ແຂງ​ຂັນ ​ເພື່ອ
ເປັນປະເທດ ທີ່ໃຫ້ການບໍລິຈາກຊ່ວຍ​ເຫລືອປະເທດນຶ່ງ."

ພວກນັກວິເຄາະທຸລະກິດເວົ້າວ່າ ເຖິງແມ່ນເສດຖະກິດໄດ້ຟື້ນໂຕຄືນ ແຕ່ກຳປູເຈຍ ຍັງຈະ
ປະເຊີນໜ້າກັບບັນຫາທ້າທາຍ ໃນການລຶບລ້າງຄວາມທຸກຍາກ ແລະຄໍ້າປະກັນການເຕີບ
ໂຕແບບຍືນຍົງ. ນອກນັ້ນ ກຳປູເຈຍຍັງຈະຕ້ອງໄດ້ປັບໂຕ ເພື່ອຮັບມືກັບການປ່ຽນແປງ
ຢ່າງວ່ອງໄວ ຂອງເສດຖະກິດຢູ່ໃນຂົງເຂດ ແລະການເພີ້ມທະວີຂຶ້ນ ໃນການເຂົ້າເຖິງທາງ ດ້ານເສດຖະກິດຂອງຈີນ.

XS
SM
MD
LG