ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຜູ້ລາຍງານພິເສດ ສະຫະປະຊາຊາດ ເກັບກຳຂໍ້ມູນ ກ່ຽວກັບມຽນມາ


ຜູ້ລາຍງານພິເສດ ສະຫະປະຊາຊາດ ເກັບກຳຂໍ້ມູນ ກ່ຽວກັບມຽນມາ
ຜູ້ລາຍງານພິເສດ ສະຫະປະຊາຊາດ ເກັບກຳຂໍ້ມູນ ກ່ຽວກັບມຽນມາ

ຜູ້ລາຍງານພິເສດ ກ່ຽວກັບເລື່ອງສິດທິມະນຸດ ໃນມຽນມາ ຂອງອົງການສະຫະປະຊາຊາດ ໄດ້ພົບປະ ກັບບັນດາ ກຸ່ມປົກປ້ອງສິດທິມະນຸດ ແລະອະດີດ ພວກນັກໂທດການເມືອງ ຊາວ​ມຽນມາ ໃນລະຫວ່າງການເດີນທາງ ໄປຢ້ຽມຢາມ ປະເທດໄທ​ ເມື່ອ​ໄວໆ​ມາ​ນີ້.

ການຢ້ຽມຢາມປະເທດໄທ ເປັນເວລາ 4 ມື້ ຂອງທ່ານ Tomas Quintana ແມ່ນ ຮວມທັງ ການເດີນທາງໄປ ເມືອງແມ່ສອດ ຊຶ່ງເປັນຫົວ ເມືອງຊາຍແດນ ແລະເມືອງ ຊຽງໃໝ່ ໃນພາກເໜືອ ຂອງໄທ ບ່ອນທີ່ທ່ານ ໄດ້ພົບປະ ກັບບັນດາ ກຸ່ມປົກຄອງສິດທິມະນຸດ ຂອງມຽນມາ.

ພວກນັກເຄື່ອນໄຫວ ເພື່ອສິດທິມະນຸດ ກ່າວເຖິງການເດີນທາງ ໄປຢ້ຽມຢາມ ຂອງຜູ້ ລາຍງານພິເສດ ອົງການສະຫະປະຊາຊາດ ໃນຄັ້ງນີ້ວ່າ ເປັນການຊອກຄົ້ນຫາຄວາມຈິງ. ແຫຼ່ງຂ່າວຈາກ ອົງການສະຫະປະຊາຊາດ ແຈ້ງວ່າ ທ່ານໄດ້ເດີນທາງ ອອກຈາກປະເທດໄທ ໃນຕອນແລງຂອງມື້ວັນຈັນ ສັບປະດາແລ້ວ.

ທີ່ເມືອງແມ່ສອດ ບ່ອນທີ່ອົບພະຍົບ ແລະພວກລີ້ໄພມຽນມາ ຈຳນວນຫຼາຍພັນຄົນ ພາກັນອາໄສຢູ່ນັ້ນ ທ່ານ Quintana ໄດ້ພົບປະ ກັບສະມາຄົມ ໃຫ້ການຊ່ອຍເຫຼືອ ພວກນັກໂທດການເມືອງ ໃນມຽນມາ. ທ່ານ Bo Kyi ຊຶ່ງເປັນເລຂາທິການຮ່ວມ ຂອງສະມາຄົມ ກ່າວວ່າ:

“ເຫດຜົນ​ທີ່​ທ່ານ QUINTANA ​ມາ​ຢ້ຽມຢາມ​ ເຂດ​ຊາຍ​ແດນ​ໄທ ມຽນມານັ້ນ ກໍແມ່ນເພື່ອມາ​ເອົາ​ຂໍ້​ມູນ​ ກ່ຽວ​ກັບ​ການ​ຝ່າຝືນ​ສິດທິ​ມະນຸດ​ ຂອງ​ຊາວ​ມຽນມາ. ​ເພາະສະ​ນັ້ນ​ ​ໃນ​ລະຫວ່າງ ການ​ຢ້ຽມຢາມ​ ຂອງ​ເພິ່ນ​ນັ້ນ ພວກ​ເຮົາ​ກໍໄດ້​ ປຶກສາ​ຫາລື​ກັນ ເຖິງເລື່ອງ​ການ​ທໍລະມານ ຢູ່​ໃນ​ມຽນມາ ການ​ທໍລະມານ ​ຢູ່​ໃນ​ຄຸກມຽນມາ ​ແລະລະບົບ​ຕຸລາການ ​ໃນມຽນມາ ​ເລື່ອງຢຸກຢາ​ສຳລັບ​ພວກ​ນັກ​ໂທດ​ການ​ເມືອງ ​ແລະ​ພວກ​ນັກ​ໂທດ ​ຄະດີ​ອື່ນໆ. ນັ້ນແຫລະ ຄື​ສິ່ງ​ທີ່​ພວກ​ເຮົາ​ ໄດ້​ປຶກສາ​ຫາລື​ກັນ.”

ທ່ານ Bo Kyi ເວົ້າວ່າ ທ່ານ Quintana ໄດ້ສະແດງຄວາມຜິດຫວັງຢ່າງແຮງ ກ່ຽວກັບ ສະຖານະການ ດ້ານສິດທິມະນຸດ ໃນມຽນມາ. ບັນດາກຸ່ມ ປົກປ້ອງສິດທິມະນຸດ ໃນມຽນມາກ່າວວ່າ ລັດຖະບານທະຫານມຽນມາ ໄດ້ຈັບກຸມຄຸມຂັງ ພວກນັກໂທດການເມືອງ ຫຼາຍກວ່າ 2,000 ຄົນ ຮວມທັງ ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ທີ່ພວມຖືກກັກບໍລິເວນ ໃນເວລານີ້.

ສ່ວນກຸ່ມອື່ນໆ ທີ່ທາງ VOA ໄດ້ຕິດຕໍ່ໄປນັ້ນ ລັງເລໃຈ ທີ່ຈະເປີດເຜີຍໃຫ້ຮູ້ ກ່ຽວກັບລາຍ ລະອຽດ ໃນການສົນທະນາຫາລື ກັບທ່ານ Quintana ຊຶ່ງບໍ່ໄດ້ພົບປະ ກັບສື່ມວນຊົນ ໃນການເດີນທາງ ໄປຢ້ຽມຢາມປະເທດໄທ ເທື່ອນີ້.

ນາງ Debbie Stohardt ໂຄສົກຂອງຕາໜ່າງ ທາງເລືອກອາຊ່ຽນ ເວົ້າວ່າ ທ່ານ Quintana ຢາກ​ຮູ້ຈັກ ແລະເຫັນກັບ​ຕາ​ທ່ານ​ເອງ ສະຖານະການ ທີ່ປະເຊີນໜ້າ ກັບພວກອົບພະຍົບມຽນມາ ໃນໄທນັ້ນ. ນາງກ່າວກ່ຽວກັບເລື່ອງນີ້ວ່າ:

“ມັນ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ເໝາະ​ສົມ​ແທ້ໆ ທີ່​ທ່ານ Quintana ​ໄດ້​ເດີນທາງ​ໄປ​ຍັງ​ ເຂດ​ຊາຍ​ແດນ ​ເພື່ອ​ໃຫ້​ໄດ້​ເຫັນ​ ກັບ​ຕາທ່ານ​ເອງ ຜົນ​ສະທ້ອນ​ໄລຍະ​ຍາວ​ບາງ​ຢ່າງ​ ຂອງ​ການລະ​ເມີດ​ສິດທິ​ມະນຸດ ຂອງ​ອຳນາດ​ປົກຄອງ​ມຽນມາ​ນັ້ນ. ຢ່າ​ງນ້ອຍ ການ​ເດີ​ນທາງ​ໄປ​ຊາຍ​ແດນ ກໍ​ຈະ​ຊ່ວຍ​ໃຫ້​ທ່ານ​ໄດ້​ເຫັນວ່າ ຜົນ​ກະທົບ ​ຈາກ​ການລະ​ເມີດ​ສິດທິ​ມະນຸດ​ ຂອງ​ອໍານາດ​ປົກຄອງ ​ເປັນ​ຄື​ແນວ​ໃດ.”

ທ່ານ Quintana ໄດ້ຊອກຫາຊ່ອງທາງ ເພື່ອຢາກເດີນທາງ ໄປຢ້ຽມຢາມປະເທດມຽນມາ ເປັນຄັ້ງທີ 4 ແຕ່ພວກນັກເຄື່ອນໄຫວ ກ່າວວ່າ ລັດຖະບານມຽນມາ ບໍ່ຍອມອອກວີຊ່າ ໃຫ້ທ່ານ.

ບັນດາກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ນັ້ນອາດຈະແມ່ນຜົນທີ່ຕິດຕາມມາ ຈາກການຮຽກຮ້ອງ ຂອງທ່ານ Quintana ເພື່ອໃຫ້ມີການສ້າງຕັ້ງ ຄະນະກຳມາທິການສືບສວນ ກ່ຽວກັບການກໍ່ອາດຊະຍາກຳສົງຄາມ ແລະກໍ່ໂທດກຳ ຕ້ານມະນຸດຊາດ ໂດຍລັດຖະບານມຽນມາ ຊຶ່ງເປັນທີ່ຮູ້ຈັກກັນ ໃນນາມສະພາສັນຕິພາບ ແລະພັດທະນາແຫ່ງລັດ ເອີ້ນຫຍໍ້ວ່າ SPDC ນັ້ນ.

ນາງ Stothardt ກ່າວວ່າ ການປະຕິເສດ ບໍ່ຍອມອອກວີຊ່າໃຫ້ ຂອງລັດຖະບານທະຫານ ມຽນມານັ້ນ ແມ່ນເປັນບາດກ້າວຖອຍຫຼັງ ຊຶ່ງ​ນາງ​ເວົ້າ​ວ່າ.

“ມັນ​ບໍ່​ແມ່ນ​ຮ່ອງຮອຍ​ທີ່​ດີເລີຍ ທີ່​ສະພາ SPDC ປະຕິ​ເສດ​ ບໍ່​ຍອມ​ອະນຸຍາດ​ໃຫ້​ທ່ານ ​ເຂົ້າ​ໄປ​ໃນ​ມຽນມາ ​ໂດຍ​ສະ​ເພາະ​ໃນ​ເວລາ​ນີ້ ​ຊຶ່ງ​ອໍານາດ​ປົກຄອງ​ມຽນມາ ກໍາລັງ​ກຽມ​ຈັດການ​ເລືອກ​ຕັ້ງ​ຂຶ້ນ ​ເພື່ອ​ປັບປຸງ​ສະຖານ​ນະ​ການ ​ໃຫ້​ດີ​ຂຶ້ນ.”

ພວກທະຫານມຽນມາກ່າວວ່າ ຕົນຈະຈັດການເລືອກຕັ້ງຂຶ້ນ ໃນວັນທີ 7 ພະຈິກ ທ້າຍປີນີ້. ບັນດາກຸ່ມ ປົກປ້ອງສິດທິມະນຸດເວົ້າວ່າ ການເລືອກຕັ້ງ ຊຶ່ງເປັນເທື່ອທຳອິດ ໃນຮອບ 20 ປີ ແລະລັດຖະທຳມະນູນ ສະບັບໃໝ່ ຂອງມຽນມາ ຈະເສີມຂະຫຍາ ຍອິດທິພົນຂອງພວກທະຫານ ໃຫ້ເຂັ້ມແຂງຕື່ມຂຶ້ນ.

ໃນມື້ວັນຈັນ ສັບປະດາແລ້ວ ທ່ານ Ban Ki Moon ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ກ່າວວ່າ ລັດຖະບານມຽນມາ ບໍ່ໄດ້ສະໜອງຕອບ ຕໍ່ການດຳເນີນຄວາມພະຍາຍາມ ຂອງອົງການສະຫະປະຊາຊາດ ທີ່ຈະສົນທະນາຫາລື ກ່ຽວກັບຄວາມວິຕົກກັງວົນ ສຳລັບການເລືອກຕັ້ງ. ນອກນັ້ນແລ້ວ ທ່ານຍັງເວົ້າວ່າ ທ່ານພວມຢູ່ໃນຂັ້ນຕອນ ຂອງການກະກຽມ ລາຍງານປະຈຳປີ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຶ່ງທ່ານ​ຈະແຈ້ງໃຫ້ຊາບ ຢ່າງ​ລະອຽດ ​ກ່ຽວກັບຄວາມເຫັນຂອງທ່ານ ໃນເລື່ອງມຽນມາ ຢູ່​ໃນ​ລາຍ​ງານນັ້ນ.

ພວກນັກເຄື່ອນໄຫວ ກ່ຽວກັບມຽນມາ ເວົ້າວ່າ ເປັນທີ່ຄາດກັນວ່າ ທ່ານ Quintana ຈະນຳສະ ເໜີລາຍງານຂອງທ່ານ ກ່ຽວກັບການລ່ວງລະເມີດ ສິດທິມະນຸດ ຂອງລັດຖະບານ ມຽນມາ ພາຍໃນທ້າຍປີນີ້.

XS
SM
MD
LG