ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ພວກນັກຂ່າວມຽນມາ ໄດ້ຮັບການຊົມເຊີຍ


ອົງການນັກຂ່າວບໍ່ມີພົມແດນ
ອົງການນັກຂ່າວບໍ່ມີພົມແດນ

ກຸ່ມປົກປ້ອງສິດທິສື່ມວນຊົນນາໆຊາດກຸ່ມນຶ່ງ ກ່າວວ່າ ໄລຍະສອງສາມອາທິດຜ່ານມານີ້
ສະແດງໃຫ້ເຫັນວ່າ ພວກນັກຂ່າວມຽນມາກໍສາມາດເກັບກຳຂ່າວກ່ຽວ​ກັບເຫດການທີ່ສຳ
ຄັນໆໄດ້ ທັງໆທີ່ໄດ້ມີການກວດກາແລະອຸບປະສັກຂັດຂວາງ.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍໃນວັນພຸດວານນີ້ ອົງການນັກຂ່າວບໍ່ມີພົມແດນຫຼື
Reporters Sans Frontieres ກ່າວວ່າ ເມື່ອໄວໆມານີ້ພວກນັກຂ່າວມຽນມາທີ່ຢູ່ພາຍ
ໃນແລະນອກປະເທດ ໄດ້ເກັບກຳຂ່າວໃຫຍ່ສອງເລື່ອງ ຄືການເລືອກຕັ້ງທົ່ວໄປ ໃນເດືອນ
ພະຈິກ ແລະການປ່ອຍທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ.

ລາຍງານເວົ້າວ່າສື່ມວນມຽນມາໄດ້ນຳສະເໜີລາຍງານຕ່າງໆແບບບໍ່ເຄີຍພົບເຫັນມາກ່ອນ
ນັບແຕ່ການເລືອກຕັ້ງປີ 1990 ທັງໆທີ່ໄດ້ມີການກວດກາແລະການຄວບຄຸມ. ອົງການນັກ
ຂ່າວບໍ່ມີພົມແດນ ໄດ້ຊົມເຊີຍພວກນັກຂ່າວເຫຼົ່ານີ້ກ່ຽວກັບຄວາມເປັນມືອາຊີບ ແລະຄວາມ
ຄິດສ້າງສັນ ຂອງພວກເຂົາເຈົ້າ.

ອົງການນັກຂ່າວບໍ່ມີພົມແດນເວົ້າຕື່ມວ່າຂະນະທີ່ການເລືອກຕັ້ງ ເຕັມໄປດ້ວຍການສໍ້ໂກງ
ຄະແນນສຽງນັ້ນ ສື່ມວນຊົນຕ່າງໆຢ່າງນ້ອຍກໍຍັງສາມາດສຳພາດກັບພວກຜູ້ສະມັກແລະ ລາຍງານກ່ຽວກັບການເມືອງ.

ອົງການນັກຂ່າວບໍ່ມີພົມແດນຍັງເວົ້າວ່າ ຫຼາຍກວ່າສອງສ່ວນສາມຂອງຊາວມຽນມາ ມັກ
ຟັງສະຖານີວິທະຍຸນາໆຊາດຮວມທັງສຽງອະເມຣິກາແລະບີບີຊີແລະເວົ້າວ່າ ສະຖານີເຫຼົ່າ
ນີ້ມີບົດບາດອັນສຳຄັນ ໃນການອຳນວຍໃຫ້ ປະຊາຊົນຊາວມຽນມາໄດ້ຮັບຟັງຂ່າວແລະ
ຂໍ້ມູນຕ່າງໆ.

XS
SM
MD
LG