ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມຽນມາກັບຍີ່ປຸ່ນຕົກລົງກັນ ເລື້ອງຮື້ຟື້ນການຊ່ວຍເຫລືອ ແກ່ມຽນມາ


ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ U Wunna Maung Lwin ຈັບມືກັບນັກຂ່າວວີໂອເອ ພະແນກພາສາມຽນມາ, ວັນທີ 22 ຕຸລາ 2011.
ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ U Wunna Maung Lwin ຈັບມືກັບນັກຂ່າວວີໂອເອ ພະແນກພາສາມຽນມາ, ວັນທີ 22 ຕຸລາ 2011.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ​ກ່າວ​ວ່າ ຍີ່ປຸ່ນ​ໄດ້​ຮັບປາກ​ວ່າ​ຈະສົ່ງ​ພວກ​ນັກ​ຊ່ຽວຊານ
ໄປ​ຍັງ​ມຽນມາ ​ເພື່ອ​ຈະ​ຕັດສິນ​ໃຈ​ກ່ຽວ​ກັບ​ຄວາມ​ເປັ​ນ​ໄປ​ໄດ້​ໃນ​ການ​ລິ​ເລີ້ມ​ຄືນ​ໃໝ່ ​ພວກ​ໂຄງ
ການ​ພັດທະນາ​ຈໍານວນ​ນຶ່ງ​ທີ່ຖືກ​ງົດ​ໄວ້​ນັ້ນ.

ທ່ານ Wunna Maung Lwin ກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ​ວ່າ ນອກນີ້ ທັງສອງ
ຝ່າຍຍັງໄດ້​ຕົກລົງກັນ​ ແລກປ່ຽນ​ການ​ຢ້ຽມຢາມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ພວກ
ນັກ​ເມືອງລະຫວ່າງ​ສອງ​ປະ​ເທດຄືນ​ເຊ່ນ​ກັນ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ​ໄດ້​ຖືກ​
ສໍາພາດ​ຢູ່​ທີ່ບາງກອກ​ ເວລາ​ທ່ານ​ເດີນທາງ​ກັບ​ຄືນ​ປະ​ເທດ ​ຈາກ​ການ​ໄປ​ຮ່ວມ​ກອງ​ປະຊຸມ
ຫລາຍໆ​ບັ້ນ​ທີ່​ກຸງ​ໂຕ​ກຽວ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ທ່ານ Wunna Maung Lwin ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ທໍາ​ການ​ໂອ້ລົມ​ສົນທະນາ​ກັນ
ເລື້ອງ​ວິທີ​ການ​ແບ່ງປັນ​ແລະ​ຈັດ​ຕັ້ງ​ປະຕິບັດ​ການ​ຊ່ອຍເຫລືອ​ໃນ​ດ້ານ​ການ​ພັດທະນາ​ຂອງ​
ຍີ່ປຸ່ນ ​ໃຫ້​ມຽນມາ ຊຶ່ງ​ໄດ້​ຖືກ​ງົດ​ໄວ້​ຫລັງ​ຈາກ​ທາງການ​ມຽນມາ​ກັກ​ຂັງທ່ານ​ນາງ​ອອງຊານ
ຊູ​ຈີ ຜູ້​ນໍາຝ່າຍນິຍົມປະຊາທິປະ​ໄຕ​ໃນ​ມຽນມາ ໃນ​ປີ 2003 ນັ້ນ.

XS
SM
MD
LG