ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

17 ຄົນເສຍຊີວິດ ໃນເຫດລະເບີດ ທີ່ມຽນມາ


ໄຟໄໝ້ໃນບໍລິເວນທີ່ເກີດເຫດລະເບີດ ຢູ່ນະຄອນຢ່າງກຸ້ງ ຫົວເມືອງໃຫຍ່ສຸດຂອງມຽນມາ (29 ທັນວາ 2011)
ໄຟໄໝ້ໃນບໍລິເວນທີ່ເກີດເຫດລະເບີດ ຢູ່ນະຄອນຢ່າງກຸ້ງ ຫົວເມືອງໃຫຍ່ສຸດຂອງມຽນມາ (29 ທັນວາ 2011)

ເຫດ​ລະ​ເບີດ​ຂະໜາດແຮງ​ທີ່​ສາງ​ມ້ຽນ​ເຄື່ອງ​ແຫ່ງ​ນຶງ​ໃນ​ນະຄອນ​ຢ່າງ​ກຸ້ງຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່
ສຸດ​ຂອງ​ມຽນມານັ້ນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 16 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ປະມານ
80 ຄົນ.

ພວກ​ທີ່​ເຫັນ​ເຫດການ​ລາຍ​ງານ​ວ່າ ສຽງ​ລະ​ເບີດ​ຂະໜາດ​ແຮງ​ໄດ້​ດັງ​ຂຶ້ນ​ໃນ​ຕອນເຊົ້າຂອງ​ວັນ​
ພະຫັດ​ມື້ນີ້ ​ໃນ​ອັນ​ທີ່​ປາກົດ​ວ່າ​ເປັນ​ສາງ​ອຸບປະກອນ​ການ​ແພດ​ແລະຢາ​ປົວ​ພະຍາດ​ໃນ​ຄຸ້ມ​ອຸດ
ສາຫະກຳ​ແຫ່ງ​ນຶ່ງທາງ​ກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນຢ່າງ​ກຸ້ງ.

ເຈົ້າໜ້າ​ທີ່​ເວົ້າວ່າ​ເຫດ​ລະ​ເບີດ​ທີ່​ວ່າ​ນີ້​ໄດ້​ພາ​ໃຫ້​ເກີດ​ໄຟ​ໄໝ້ທີ່​ໄດ້​ລຸກລາມ​ຢ່າງວ່ອງ​ໄວ​ໄປໃສ່​
ຕຶກອາຄານ​ຫຼາຍໆ​ຫຼັງທີ່​ຕັ້ງຢູ່​ໃກ້​ຄຽງ.

ເຫດ​ລະ​ເບີ​ດທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າມືດ​ຂອງ​ມື້ນີ້ ​ຊຶ່ງໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່ປະຊາຊົນ
ໃນ​ເຂດ​ທ້ອງ​ຖິ່ນທີ່​ໄດ້​ພາກັນ​ຫຼົບໜີ​ຢ່າງ​ວ່ອງ​ໄວ​ໄປ​ຈາກ​ເຮືອນ​ຊານຂອງ​ພວກ​ເຂົາ​ເຈົ້ານັ້ນ ​ໄດ້​
ກັບຄືນ​ໄປ​ສຳ​ຫຼວດ​ເບິ່ງ​ຄວາມ​ເສຍ​ຫາຍ.

ເຫດ​ລະ​ເບີດ​ທີ່​ວ່າ​ນີ້​ໄດ້​ເຮັດ​ໃຫ້​ປະຕູ​ປ່ອງຢ້ຽມ​ແຕກ ​ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ຕຶກ​
ອາຄານ​ຫຼາຍໆ​ຫຼັງທີ່​ຕັ້ງຢູ່ໃນ​ບໍລິ​ເວນ​ໃກ້​ຄຽງ.

ເປັນທີ່​ຄາດ​ກັນ​ວ່າ ຈຳນວນ​ພວກ​ທີ່​ບາດ​ເຈັບ​ລົ້ມຕາຍ​ຈະ​ເພີ່ມ​ສູງ​ຂຶ້ນ ​ໃນ​ຂະນະທີ່ພວກ​ເຄາະ​
ຮ້າຍ​ຖືກ​ຈັດ​ສົ່ງ​ໄປ​ຍັງ​ໂຮງໝໍ​ໃນ​ເຂດ​ທ້ອງ​ຖິ່ນ.

ຕຳຫຼວດ​ເວົ້າວ່າ ຕົນ​ຍັງ​ສືບ​ຕໍ່​ທຳ​ການ​ສືບສວນ​ກ່ຽວ​ກັບ​ເຫດລະ​ເບີດ​ແລະ​ຈະ​ບໍ່​ໃຫ້ຄວາມ​ເຫັນ
ໃດໆ​ກ່ຽວ​ກັບສາ​ເຫດ​ທີ່ອາດ​ພາ​ໃຫ້​ເກີດ​ເຫດ​ລະ​ເບີດ.

ເຫດ​ລະ​ເບີດ​ເປັນ​ສິ່ງ​ທີ່​ບໍ່​ປົກກະຕິ​ຢູ່​ໃນ​ມຽນມາ. ລັດຖະບານ​ທະຫານ ​ທີ່​ປົກຄອງ​ປະ​ເທດ​ມາ
ເປັນ​ເວລາ 5 ທົດ​ສະ​ວັດຕາມ​ປົກກະຕິ​ແລ້ວ​ຈະ​ຖິ້ມ​ໂທດ​ໃສ່​ກຸ່ມ​ຕໍ່ຕ້ານລັດຖະບານ​ຫຼືບໍ່​ກໍ​ພວກ​
ນັກ​ລົບ​ຂອງ​ຊົນ​ຊາດ​ກຸ່ມ​ນ້ອຍກ່ຽວ​ກັບ​ການ​ກໍ່​ຄວາມ​ຮຸນແຮງ​ໃນ​ທຳນອງ​ນີ້.

ລັດຖະບານ​ຊຸດ​ໃໝ່ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ພວກ​ທະຫານໄດ້​ເຂົ້າກຳ​ອຳນາດປົກຄອງ​ປະ
ເທດ​ໃນ​ເດືອນ​ມີນາ​ປີນີ້.

XS
SM
MD
LG