ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຕ່າງປະເທດຕິຕຽນ ການເລືອກຕັ້ງໃນມຽນມາ


ພະສົງອົງນຶ່ງກໍາລັງອ່ານໜັງສືພິມຢູ່ນອກໂຮງໝໍພະແຫ່ງນຶ່ງໃນກຸງຢັ້ງກຸ້ງ ກ່ຽວກັບການເລືອກຕັ້ງໃນມຽນມາ ວັນທີ 8 ພະຈິກ 2010
ພະສົງອົງນຶ່ງກໍາລັງອ່ານໜັງສືພິມຢູ່ນອກໂຮງໝໍພະແຫ່ງນຶ່ງໃນກຸງຢັ້ງກຸ້ງ ກ່ຽວກັບການເລືອກຕັ້ງໃນມຽນມາ ວັນທີ 8 ພະຈິກ 2010

ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ເອ​ເຊຍ ​ໄດ້​ພາກັນ​ສະ​ແດງ​
ຄວາມ​ຜິດ​ຫວັງນໍາການ​ເລືອກ​ຕັ້ງຄັ້ງ​ປະວັດ​ສາດ​ຂອງ​ມຽນ
ມາ ທີ່​ປາກົດ​ເປັນ​ທີ່​ແນ່ນອນ​ວ່າ ຈະ​ເຮັດ​ໃຫ້ສອງ​ພັກ​ທີ່​ນິຍົມ
ລັດຖະບານ​ໄດ້​ບ່ອນ​ນັ່ງ​ສ່ວນຫລາຍຢູ່​ໃນ​ສະພາ​ແຫ່ງ​ຊາດ​ນັ້ນ.

ທີ່​ປະ​ເທດ​ອອສ​ເຕຣ​ເລຍ ບ່ອນ​ທີ່​ລັດຖະມນຕີ​ການ​ຕ່າງປະ​
ເທດ​ແລະ​ປ້ອງ​ກັນ​ປະ​ເທດ​ຂອງສະຫະລັດ​ກໍາລັງ​ພົບ​ປະກັນ
ກັບ​ຄູ່​ຕໍາແໜ່​ງຈາກ​ຝ່າຍອອສ​ເຕຣ​ເລ​ຍ ​ທັງ​ສອງ​ປະ​ເທດໄດ້
ສະ​ແດງ​ຄວາມເສຍ​ໃຈ​ອອກ​ມາວ່າ ​ການ​ເລືອກ​ຕັ້ງ​ບໍ່ໄດ້​ດໍາ​ເນີນ​ໄປ​ຢ່າງ​ເສລີ​ຫລື​ ຍຸຕິ​ທໍາເລີຍ.

ຍີ່ປຸ່ນ ຟີ​ລິບ​ປິນ ນີວຊີ​ແລນ​ແລະ​ສະຫະພາບ​ຢູ​ໂຣບກໍໄດ້​ອອກ​ຖະ​ແຫລ​ງການ​ເວົ້າ​ວ່າ ການ
ເລືອກ​ຕັ້ງ​ບໍ່​ໄດ້​ນໍາພາ​ມຽນມາ​ໄປ​ສູ່​ປະຊາທິປະ​ໄຕ​ທີ່​ແທ້​ຈິງ​ເລີຍ. ຈີນ​ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ
ແຕ່​ບົດ​ຂຽນ​ບົດ​ນຶ່ງ​ຢູ່​ໃນໜັງສືພິມ Global Times ຂອງ​ລັດ​ເອີ້ນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ວ່າ ​
ເປັນບາດກ້າວ​ໄປ​ຂ້າງ​ໜ້າ ​ແລະ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ໃຈ​ເຢັນ.

ຄາດ​ວ່າ​ສອງ​ພັກ​ການ​ເມືອງ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພວກ​ທະຫານ ຈະ​ປະກາດ​ເອົາ​ໄຊ
ຊະນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ອັນເປັນ​ການ​ເລືອກ​ຕັ້ງ​ທໍາ​ອິດ​ໃນ​ມຽນມາ
ໃນ​ຮອບ 20 ປີຜ່ານມາ.

ພວກພັກ​ຝ່າຍ​ຄ້ານ​ກ່າວ​ຫາ​ວ່າ​ ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ຢ່າງ​ແຜ່​ຫລາຍ ​ແລະວ່າ​ພວກ​ເຈົ້າ​
ໜ້າ​ທີ່ລັດຖະບານ​ກົດ​ດັນພວກ​ຜູ້​ປ່ອນ​ບັດໃຫ້​ປ່ອນເອົາ​ພວກ​ສະມາຊິກ​ຂອງພັກ​ ທີ່​ອໍານາດ​
ປົກຄອງ​ສະໜັບ​ສະໜຸນ​ນັ້ນ.ມີ​ລາຍ​ງານ​ຂ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ​ ມີ​ຄວາມ​ຮຸນ​ແຮງເກີດ​ຂຶ້ນ​ໃນ
ເຂດ​ນຶ່ງ ທີ່ຢູ່ເລາະ​ຕາມ​ຊາຍ​ແດນ​ຕິດກັບ​ໄທ ບ່ອນ​ທີ່​ພວກ​ທະຫານ​ບ້ານ​ຊົນ​ກຸ່ມ​ນ້ອຍ​ຊາວ​
ກະຫລ່ຽງ​ມັກ​ປະ​ທະ​ກັນ​ກັບ​ກອງທະຫານມຽນມາ​.

ພວກເຈົ້າ​ໜ້າ​ທີ່ໄທໄດ້​ສັ່ງ​ອັດ​ຮ້ານ​ຄ້າແລະ​ໂຮງຮຽນ​ແຫ່ງ​ຕ່າງໆ​ຢູ່​ໃກ້ໆ​ກັບ​ຊາຍແດນ​ມຽນ
ມາ​ນັ້ນ ຫລັງ​ຈາກ​ລະ​ເບີດມື​ທີ່​ຍິງ​ດ້ວຍ​ຈະ​ຫລວດໄດ້​ຕົກ​ລົງ​ມາ​ໃນ​ເຂດ​ຊາຍ​ແດນໄທ ​ແລະ
ແຕກ​ຂຶ້ນ​ຢູ່ໃນ​ຮ້ານຄ້າ​ແຫ່ງ​ນຶ່ງ ເຮັດ​ໃຫ້ 3 ຄົນ​ໄດ້​ຮັບ​ບາດ​ເຈັບ​.

XS
SM
MD
LG