ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຊາວມຽນມາຫລາຍຄົນ ພາກັນ ກັບຄືນເມືອປະເທດ ລຸນຫລັງ ຖືກລຶບຊື່ອອກຈາກ ບັນຊີດໍາ


ທ່ານ Moe Thee Zun (ເຄິ່ງກາງ) ຜູ້ນໍາຮຽກຮອງປະຊາທິປະໄຕ ຜູ້ນຶ່ງຂອງມຽນມາ ໄດ້ຮັບການຕ້ອນຮັບ ຈາກພວກທີ່ສະໜັບສະໜູນທ່ານ ທີ່ຮ້ອງເຊຍທ່ານ ໃນຂະນະທີ່ໄປເຖິງເດີ່ນບິນຢ້າງກຸ້ງ ໃນວັນເສົາ ທີ 1 ກັນຍາ 2012.
ທ່ານ Moe Thee Zun (ເຄິ່ງກາງ) ຜູ້ນໍາຮຽກຮອງປະຊາທິປະໄຕ ຜູ້ນຶ່ງຂອງມຽນມາ ໄດ້ຮັບການຕ້ອນຮັບ ຈາກພວກທີ່ສະໜັບສະໜູນທ່ານ ທີ່ຮ້ອງເຊຍທ່ານ ໃນຂະນະທີ່ໄປເຖິງເດີ່ນບິນຢ້າງກຸ້ງ ໃນວັນເສົາ ທີ 1 ກັນຍາ 2012.
ນັກເຄື່ອນໄຫວມຽນມາ ທີ່ມີຊື່ສຽງທ່ານນຶ່ງ ທີ່ຖືກຕັດສິນຈໍາຄຸກ
ລັບຫລັງຕະຫລອດຊີວິດ ໄດ້ກັບຄືນໄປຍັງບ້ານເກີດເມືອງນອນ
ຂອງຕົນ ລຸນຫລັງທີ່ຊື່ຂອງຜູ້ກ່ຽວ ໄດ້ຖືກລົບລ້າງອອກຈາກບັນຊີ
ດໍາຂອງລັດຖະບານ.

ທ່ານ Moe Thee Zun ໄດ້ຮັບການຕ້ອນຮັບຈາກພວກທີ່ສະ
ໜັບສະໜູນທ່ານ ທີ່ຮ້ອງເຊຍທ່ານ ໃນຂະນະທີ່ໄປເຖິງເດີ່ນບິນ
ຢ້າງກຸ້ງໃນວັນເສົາວານນີ້. ທ່ານໄດ້ດໍາລົງຊີວິດ ແບບຄົນພັດຖິ່ນ
ຢູ່ໃນສະຫະລັດ.

ທ່ານ Moe Thee Zun ເຄີຍເປັນຜູ້ນໍານັກສຶກສາຜູ້ນຶ່ງ ໃນໄລຍະ
ທີ່ມີການປະທ້ວງ ເພື່ອປະຊາທິປະໄຕ ທີ່ຖືກລັດຖະບານທັບມ້າງ
ເມື່ອເກືອບ 25 ປີກ່ອນ ກໍຄືໃນ 1988 ນັ້ນ.

ອະດີດຜູ້ຕໍ່ຕ້ານລັດຖະບານຄົນອື່ນໆ ກໍໄດ້ກັບຄືນໄປມຽນມາຄືກັນໃນໝໍ່ໆມານີ້ ລຸນຫລັງ ທີ່ລັດຖະບານໄດ້ເອົາຊື່ຂອງຫລາຍກວ່າ 2,000 ຄົນ ອອກຈາກບັນຊີທີ່ໃຊ້ເພື່ອປະຕິເສດ ບໍ່ໃຫ້ພວກຕໍ່ຕ້ານ ອະດີດທະຫານທີ່ປົກຄອງປະເທດ ແລະຜູ້ຕິຕຽນລັດຖະບານຜູ້ອື່ນໆ ທີ່ອາໄສຢູ່ຕ່າງປະເທດນັ້ນ ເຂົ້າໄປໃນມຽນມາ.

ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້ປ່ອຍຕົວນັກໂທດການເມືອງຫລາຍຮ້ອຍຄົນ
ແລະໄດ້ຮັບຮອງເອົາມາດຕະການປະຕິຮູບຫລາຍໆຢ່າງ ນັບແຕ່ທ່ານໄດ້ຂຶ້ນກໍາອໍານາດ
ໃນປີ 2011 ເປັນຕົ້ນມາ. ທ່ານຍັງໄດ້ຜ່ອນຜັນຂໍ້ຈໍາກັດດ້ານສື່ມວນຊົນ ແລະໄດ້ເອົາພວກ ພັນທະມິດທີ່ສະໜັບສະໜູນແຜນການປະຕິຮູບຂອງທ່ານ ເຂົ້າມາຮ່ວມເປັນຄະນະລັດຖະ ບານ ນໍາອີກດ້ວຍ.

ໃນວັນພະຫັດຜ່ານມານີ້ ລັດຖະບານມຽນມາ ໄດ້ເປີດເຜີຍຊື່ຂອງຫລາຍກວ່າ 1 ພັນຄົນ ຊຶ່ງ
ບໍ່ແມ່ນຊາວມຽນມາທັງໝົດ ທີ່ໄດ້ຖືກຈົດໃສ່ບັນຊີດໍາ ແຕ່ວ່າບັດນີ້ສາມາດເຂົ້າໄປມຽນມາ
ໄດ້ ຢ່າງເສລີແລ້ວ. ພວກນັກເຄື່ອນໄຫວ, ນັກການເມືອງ, ແລະຜູ້ມີຊື່ສຽງລະດັບໂລກ ທີ່
ຖືກລຶບຊື່ອອກຈາກບັນຊີດໍາ ມີລວມທັງອະດີດປະທານາທິບໍດີຟີລິບປິນ ທ່ານ Corazon
Aquino, ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Madeleine Albright ແລະມື້ລາງຜູ້ແທນສະພາຕໍ່າສະຫະລັດ ແລະນັກສິນລະປິນ Sonny Bono.

ແຕ່ຄໍາປະກາດທີ່ຂຽນຢູ່ໃນເວັບໄຊທາງການຂອງປະທານາທິບໍດີມຽນມາ ບໍ່ໄດ້ເປີດເຜີຍ ໃຫ້
ຮູ້ສະພາບການໃນປັດຈຸບັນຂອງຄົນອື່ນໆອີກປະມານ 4 ພັນຄົນ ທີ່ໄດ້ຖືກຈົດເຂົ້າບັນຊີດໍາ
ໃນເມື່ອກ່ອນນັ້ນ ແຕ່ຢ່າງໃດເລີຍ.
XS
SM
MD
LG