ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ Thein Sein ກ່າວວ່າ ມຽນມາ ຢູ່ໃນຂັ້ນ ຫົວລ້ຽວຫົວຕໍ່


ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມຣິກາ ທ່ານນາງ Hillary Rodham Clinton (ຊ້າຍມື) ແລະປະທານາ ທິບໍດີມຽນມາ ທ່ານ Thein Sein ຈັບມືກັນກ່ອນ ເຂົ້າປະຊຸມທີ່ໂຮງແຮມ Le Meridien Hotel (13 ກໍລະກົດ 2012)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມຣິກາ ທ່ານນາງ Hillary Rodham Clinton (ຊ້າຍມື) ແລະປະທານາ ທິບໍດີມຽນມາ ທ່ານ Thein Sein ຈັບມືກັນກ່ອນ ເຂົ້າປະຊຸມທີ່ໂຮງແຮມ Le Meridien Hotel (13 ກໍລະກົດ 2012)

ປະທານາທິບໍດີມຽນມາ ທ່ານ Thein Sein ​ໄດ້​ກ່າວ​ຕໍ່​ພວກຜູ້​ນໍາ​ທຸ​ລະ​ກິດ​ຂອງ ສະຫະລັດ
ກຸ່ມ​ນຶ່ງວ່າ ມຽນມາ ພວມຢູ່​ໃນ​ຂັ້ນ “ຫົວລ້ຽວ​ຫົວ​ຕໍ່” ​ໃນ​ຂະນະ​ທີ່​ປະ​ເທດດັ່ງກ່າວ ​ກໍາລັງ​ຫັນ
ປ່ຽນ​ຈາກການ​ປົກຄອງ​ຂອງ​ທະຫານ ​ໄປ​ສູ່ປະຊາທິປະໄຕ ​ແລະ​ທຳ​ການ​ປະຕິ​ຮູບ​ທາງ​ດ້ານ
ເສດຖະກິດ.

ທ່ານໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ໃນ​ວັນ​ສຸກວານ​ນີ້​ໃນ​ການ​ປະຊຸມ​ທີ່​ເມືອງ​ Siem Reap ​
ປະ​ເທດ​ກໍາປູ​ເຈຍ ພຽງ​ແຕ່​ສອງ​ວັນ​ຫລັງ​ຈາກສະຫະລັດໄດ້​ຜ່ອນຜັນ​ການ​ລົງ​ໂທດ​ຕໍ່ມຽນມາ
​ໂດຍ​ອະນຸຍາດ​ໃຫ້ບັນດາ​ທຸລະ​ກິດສະຫະລັດ ໄປ​ລົງທຶນ​ຢູ່​ທີ່​ນັ້ນ​ໄດ້ ​ເປັນ​ຄັ້ງ​ທໍາ​ອິດໃນຮອບ
15 ປີ.

ບັນດາ​ຜູ້​ນໍາ​ຂອງ​ບໍລິສັດຕ່າງໆ​ເຊັ່ນວ່າ Coca Cola, Caterpilla ​ແລະ Goldman Sachs ​
ໄດ້​ເຂົ້າ​ຮ່ວມ​ການປະ​ຊຸ​ມ​ໃນ​ຄັ້ງນີ້.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​
ໄດ້​ພົບ​ປະ​ກັບປະ​ທາ​ນທິບໍດີມຽນມາ ຢູ່​ນອກ​ກອງ​ປະ​ຊຸ​ມ ຂອງ​ສະມາຄົມ​ອາ​ຊ່ຽນ. ຫລັງ​ຈາກ​
ນັ້ນທ່ານ​ນາງ ​ໄດ້​ກ່າວຂອບໃຈ​ຕໍ່ທ່ານທີ່ໄດ້​ປ່ອຍບັນດາ​ນັກ​ໂທດການ​ເມືອງ​ຈໍາ​ນວນ​ນຶ່ງ ​ແລະ​
ໄດ້​ຮຽກຮ້ອງ​ໃຫ້​ທ່ານຈົ່ງ​ປ່ອຍ​ພວກ​ນັກ​ໂທດສ່ວນ​ທີ່​ເຫລືອ​ທັງ​ໝົດ.

XS
SM
MD
LG