ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ການ​ຮຽກ​ຮ້ອງ ​ຂອງ​ທ່ານ ໄບ​ເດັນ ເພື່ອ​ຂະ​ຫຍາຍ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ມີ​ຄວາມ​ເປັນ​ໄປ​ໄດ້​ ທີ່​ຈະ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ໄປ​ຫາ​ເຮືອ​ບິ​ນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ John F. Kennedy, ນະ​ຄອນ ນິວຢອກ, 20 ກັນ​ຍາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ໄປ​ຫາ​ເຮືອ​ບິ​ນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ John F. Kennedy, ນະ​ຄອນ ນິວຢອກ, 20 ກັນ​ຍາ 2023.

ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ອີກ​ຄັ້ງ​ນຶ່ງ ​ໄດ້​ຮຽກ​ຮ້ອ​ງ​ໃຫ້​ມີ​ການຂະ​ຫຍາຍຈຳ​ນວນສະ​ມາ​ຊິກ​ຖາ​ວອນ ແລະ ບໍ່​ຖາ​ວອນ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ.

ໃນ​ຄຳ​ປາ​ໄສ​ຂອງ​ທ່ານຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້ “ທຳ​ການ​ປຶກ​ສາ​ຫາ​ລື​ທີ່​ຈິງ​ຈັງ​ກັບຫຼາຍ​ປະ​ເທດ ສະ​ມ​າ​ຊິກ. ແລະ ພ​ວ​ກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ໜ້າ​ທີ່​ຂອງ​ພວກ​ເຮົາ​ເພື່ອ​ຜັກ​ດັນ​ຄວາມ​ພະ​ຍາ​ຍາມ​ປະ​ຕິ​ຮູບ​ເພີ່ມ​ເຕີມ​ໃນ​ຕໍ່​ໜ້າ, ຊອກ​ຫາ​ຈຸດ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ແລະ ທຳ​ຄວາມ​ກ້າວ​ໜ້າ​ໃນ​ອະ​ນາ​ຄົດ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ສາ​ມາດ​ທີ່​ຈະ​ຜ່ານ​ຜ່າ​ ສະ​ຖາ​ນະ​ການ​ທີ່ບໍ່​ໄປ​ບໍ່​ມາ ​ທີ່​ມັກ​ຈະ​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ ແລະ ກີດ​ກັນ​ຄວາມ​ເປັນ​ເອ​ກະ​ສັນ​ຂອງ​ສະ​ພາ. ພວກ​ເຮົາ​ຕ້ອງ​ການ​ສຽງ​ເພີ່ມ​ເຕີມ ແລະ ທັດ​ສະ​ນະ​ຄະ​ຕິຫຼາຍກວ່າເກົ່າ​ຢູ່​ໂຕະ​ປະ​ຊຸມ.”

ການ​ປະ​ເຊີນ​ໜ້າ​ກັນ​ລະ​ຫວ່າ​ງ ສະ​ຫະ​ລັດ, ຈີນ ແລະ ຣັດ​ເຊຍ ມັກ​ຈະ​ເຮັດ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ​ບໍ່​ສາ​ມາດ​ເໜັງ​ຕີງ​ໄດ້. ສາມ​ປະ​ເທດ​ດັ່ງ​ກ່າວ, ພ້ອມ​ກັບ ອັງ​ກິດ ແລະ ຝ​ຣັ່ງ ແມ່ນ​ມີ​ບ່ອນ​ນັ່ງ​ຖາ​ວອນ​ໃນ​ສະ​ພາ​ນັ້ນ, ແລະ ແຕ່​ລະ​ປະ​ເທດ​ໃນ​ນັ້ນ​ແມ່ນ​ສາ​ມາດ​ທີ່​ຈະ​ໃຊ້​ອຳ​ນາດ​ຍັບ​ຢັ້ງ​ຕໍ່​ການ​ລົງ​ມະ​ຕິ. ມັນ​ມີ 10 ປະ​ເທດ​ທີ່ບໍ່​ແມ່ນ​ສະ​ມາ​ຊິກ​ຖາ​ວອນ ​ທີ່​ຖືກ​ເລືອກ​ໂດຍ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເປັນ​ເວ​ລາ​ສອງ​ປີ, ດ້ວຍ​ຫ້າ​ປະ​ເທດ​ຈະ​ຖືກ​ສັບ​ປ່ຽນ​ໃນ​ແຕ່​ລະ​ປີ, ປະ​ເທດ​ທີ່ບໍ່​ແມ່ນ​ສະ​ມາ​ຊິກ​ຖາ​ວອນ ​ແມ່ນບໍ່​ມີ​ອຳ​ນາດ​ຍັບ​ຢັ້ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG