ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

72 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ຢູ່ອີຣັກ ມື້ວານນີ້ (ສະໄລດ໌)


Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.
Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ຢ່າງ​ໜ້ອຍ 72 ຄົນ​ໄດ້​ເສຍ​ຊີວິດ​ ຈາກຄື້ນຟອງການ​ໂຈມ​ຕີທົ່ວ​ກຸງ​ແບັກແດດທີ່​ແນ່ໃສ່
ພວກສະ​ແຫວ​ງບູນມຸສລິ​ມ ທີ່ເຕົ້າ​ໂຮມ​ກັນ​ເພື່ອເຂົ້າຮ່ວມ​ພິທີ​ສະຫຼອງທາງ ດ້ານສາສະ
ໜາ​ທີ່​ສຳຄັນປະ​ຈໍາປີ. ນອກ​ນັ້ນ​ແລ້ວ​ ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ 240 ຄົນ ​ໃນ​ການ​ໂຈມ
​ຕີ​ທີ່​ນອງ​ເລືອດ​ບັ້ນນຶ່ງ ​ໃນ​ໄລຍະ​ຫຼາຍສອງມື້ ນັບ​ຕັ້ງ​ແຕ່​ສະຫະລັດ​ໄດ້​ຖອນ​ທະຫານ
​ອອກ​ໄປ​ຈາກ​ປະ​ເທດ​ດັ່ງກ່າວ.

ລະ​ເບີດ​ສ່ວຍ​ໃຫ່ຍ​ໄດ້​ແຕກ​ຂື້ນ​ໃນ​ກຸງແບັກແດດ ແລະເມືອງ Hilla, ​ເມືອງ Karbala ​
ແລະ​ເມືອງ Haswa ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ເປັນ​ເຂດ​ທີ່​ມີ​ ​ຊາວ Shi’ite ອາ​ໄສ​ຢູ່​
ເປັນ​ສ່ວນ​ໃຫຍ່ຊຶ່ງ​ໄດ້ຕົກເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ຂອງ ພວກ​ກະບົດຊາວ​ຊຸນ​ນີ່
ມາ​ກ່ອນ​ນັ້ນ.

ພັນ​ເອກ Dhia Al Wakeel ​ໂຄສົກຈາກ​ກອງບັນຊາ​ການ​ໃນ​ເຂດ​ແບັກ​ແດດ ໂທລະ​
ພາບພາສາ​ອາຣັບ Al Hurra ທີ່ມີ​ສຳນັກງານ​ແລະ​ໄດ້​ຮັບ​ທຶນ​ຈາກສະຫະລັດ ກ່ຽວ
ກັບ​ສະຖານະ​ການ​ຢູ່​ໃນ​ເມືອງ​ຫລວງຂອງ​ອີຣັກ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເກືອບ 30 ຄົນ​ຖືກ​ຂ້າ​ຕາຍ​ຈາກເຫດລະ​ເບີດສາມ​ຄັ້ງ ​ແລະ
​ຈາກການ​ໂຈ​ມຕີຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່ທີ່​ຄ້າຍແຫ່ງ​ນຶ່ງໃນ​ພາກ​ໃຕ້​ຂອງ​ກຸງ​ແບັກ
ແດັດ. ພວກ​ສະ​ແຫວ​ງບຸນພາກັນຈັດ​ພິທີແຫ່​ທີ່ກຸງ​ແບັກ​ແດັດ ​ເພື່ອ​ລະ​ນຶກ​ເຖິງ​ວັນ​ຄົບ
ຮອບການ​ເສຍ​ຊີວິດຂອງຜູ້​ສຳ​ສາສະໜາ​ອິສລາມ​ນິກາຍ​ຊີ​ໄອ​ທີ່ ສຳຄັນ Imam
Moussa al-Kadhim ​ເຫລນ​ຊາຍ​ຂອງສາ​ສະ​ດາ Muhammad.

ຢູ່​ໃນ​ເມືອງ Hilla ລະ​ເບີດ​ລົດ​ສອງ​ຄັນ ​ໄດ້​ເຮັດ​ໃຫ້​ 20 ຄົນ​ເສຍ​ຊີວິດ ​ແລະ​ອີກ 40
ຄົນໄດ້ຮັບ​ບາດ​ເຈັ​ບ. ລົດ​ຄັນ​ນຶ່ງ​ທີ່​ຈອດ​ໄວ້ກໍ​ໄດ້ລ​ະເບີດຂຶ້ນ ​ໃກ້​ກັບພວກສະ​ແຫວ​ງ
ບຸນ ຢູ່​ໃນ​ເມືອງ Karbala ຊຶ່ງ​ເປັນ​ເມືອງ​ສັກສິດ. ມີ​ຊາວ​ຊີ​ໄອ ​ສອງ​ຄົນ​ເສຍ​ຊີວິດ
ແລະອີກ 22 ຄົນ​ໄດ້​ຮັບ​ບາດ​ເຈັບ. ລະ​ເບີດ​ທີ່ແຕກຢູ່​ບ່ອນ​ອື່ນໆ​ໄດ້​ແນ່ໃສ່​ຊາວເຄິດ​
ທີ່ຢູ່ໃນພາກເໜືອອີຣັກ.

ພິທີ​ສະ​ແຫວ​ງບຸນ​ ຈະ​ມີ​ການ​ສະຫຼອງ​ໃຫຍ່​ສຸດໃນມື້​ວັນ​ເສົານີ້ ທີ່​ອາດ​ສ້າງ​ຄວາມ​ຮຸນ
ແຮງ​ກັນ​ຂື້ນ​ຕື່ມອີກ ພາຍ​ໃນ​ໄລຍະ​ສອງ​ສາມມື້ຂ້າງ​ໜ້ານີ້.

XS
SM
MD
LG