ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ສູນຄົ້ນຄວ້າ ພິວ ກ່າວວ່າ ຊາວອາເມຣິກັນເຊື້ອສາຍເອເຊຍ ເປັນກຸ່ມຜູ້ມີສິດລົງຄະແນນສຽງຂອງສະຫະລັດ ທີ່ເຕີບໃຫຍ່ໄວທີ່ສຸດ


ລາຍງານຈາກສູນຄົ້ນຄວ້າ ພິວ ກ່ຽວກັບທ່າແຮງຂອງຜູ້ມີສິດເລືອກຕັ້ງຊາວອາເມຣິກັນເຊື້ອສາຍເອເຊຍ

ຊາວອາເມຣິກັນເຊື້ອສາຍເອເຊຍ ແມ່ນກຸ່ມຜູ້ມີສິດເລືອກຕັ້ງທີ່ເຕີບໃຫຍ່ໄວທີ່ສຸດໃນສະຫະລັດ, ອີງຕາມການຄົ້ນຄວ້າຂອງສູນ Pew. ນັ້ນ ເຮັດໃຫ້ພວກເຂົາເຈົ້າກາຍເປັນເປົ້າໝາຍອັນສໍາຄັນສໍາລັບຜູ້ລົງຮັບສະຫມັກປະທານາທິບໍດີ ທ່ານໂຈ ໄບເດັນ ແລະ ທ່ານດໍໂນລ ທຣໍາ.

ມີ​ຜູ້​ລົງ​ຄະ​ແນນ​ສຽງທີ່ເປັນຊາວ​ອາ​ເມ​ຣິ​ກັນ​ເຊື້ອສາຍເອເຊຍຫຼາຍກວ່າ​ສອງ​ລ້ານ​ຄົນ​ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຄັ້ງ​ນີ້ ເຊິ່ງຫຼາຍກວ່າ​ທີ່ ທ່ານໂຈ ໄບເດັນ ແລະ ທ່ານດໍໂນລ ທຣໍາ ​ປະ​ເຊີນ​ໜ້າ​ກັນ​ຄັ້ງ​ທຳ​ອິດ​ເມື່ອ 4 ປີ​ທີ່ຜ່ານມາ, ອີງຕາມ​ການ​ຄົ້ນ​ຄວ້າ​ຂອງສູນ Pew.

ການເພີ້ມຂຶ້ນດັ່ງກ່າວນັ້ນ ໄດ້ເຮັດໃຫ້ພວກເຂົາເຈົ້າເປັນກໍາລັງແຮງຂອງການລົງຄະແນນສຽງ ທີ່ອາດຈະເປັນຄວາມແຕກຕ່າງລະຫວ່າງ ທ່ານ ໄບເດັນ ແລະ ທ່ານ ທຣໍາ ໃນການແຂ່ງຂັນທີ່ມີຄວາມໃກ້ຄຽງກັນທີ່ສຸດ ລວມທັງ ລັດ ອາຣິໂຊນາ, ຈໍເຈຍ, ແລະ ລັດ ເນວາດາ, ອີງຕາມການກ່າວຂອງນັກເຄື່ອນໄຫວເພື່ອການລົງຄະແນນສຽງ ນາງຄຣິສຕີນ ເສິນ (Christine Chen).

ນາງຄຣິສຕີນ ເສິນ, ຜູ້ລົງຄະແນນສຽງຊາວເອເຊຍ-​ອາ​ເມຣິກັນ ແຫ່ງໝູ່ເກາະປາຊີຟິກ.

"ເມື່ອການໂຄສະນາຫາສຽງກໍາລັງຊອກຫາການລົງຄະແນນສຽງເພີ້ມເຕີມ ເນື່ອງຈາກການເລືອກຕັ້ງໄດ້ຮັບໄຊຊະນະດ້ວຍຄະແນນໃນຂອບເຂດພຽງເລັກນ້ອຍ, ພວກເຂົາເຈົ້າຕ້ອງມອງໄປຫາພວກທີ່ມິສິດລົງຄະແນນສຽງຊາວອາເມຣິກັນເຊື້ອສາຍເອເຊຍຢ່າງຈິງຈັງ. ເນື່ອງຈາກໃນປີ 2020, ຫຼາຍກວ່າ 21 ເປີເຊັນຂອງຜູ້ທີ່ມີສິດເລືອກຕັ້ງຂອງພວກເຮົານັ້ນ ແມ່ນຜູ້ທີ່ລົງຄະແນນສຽງເປັນຄັ້ງທໍາອິດ. ສະນັ້ນ, ພວກເຮົາໄດ້ຮັບແຮງຈູງໃຈຢ່າງຫຼວງຫຼາຍ.”

ແມ່ນຫຍັງຄືແຮງຈູງໃຈທີ່ຜູ້ລົງຄະແນນສຽງຊາວອາເມຣິກັນເຊື້ອສາຍເອເຊຍ ກໍາລັງສະແຫວງຫາຈາກ ທ່ານປະທານາທິບໍດີ? VOA ໄດ້​ອອກ​ໄປ ແລະ​ຖາມ​ບາງ​ຄົນກ່ຽວກັບເລື້ອງນີ້.

ແສມນາງ ໂຄເອີມ (Samnang Khoeum)​, ຜູ້​ມີ​ສິດ​ເລືອກ​ຕັ້ງ:

“ສໍາລັບຂ້ອຍ, ຂ້ອຍກໍາລັງຊອກກາແຮງຈູງໃຈທີ່ດີຈາກປະທານາທິບໍດີ, ຜູ້ທີ່ສາມາດມີຄວາມຄິດທີ່ດີ, ການຕັດສິນໃຈທີ່ຖືກຕ້ອງ ແລະບໍ່ພຽງແຕ່ລໍຖ້າໃຫ້ພະນັກງານອ້ອມຂ້າງເພິ່ນເທົ່ານັ້ນ ເປັນຜູ້ປະຕິບັດ.”

ຮັງກັນຮາ ເດີຊາລໂວ (Hangkannha DeSalvo), ຜູ້ມີສິດລົງຄະແນນສຽງ:

“ສຳລັບຂ້ອຍ, ອາຍຸແມ່ນບໍ່ສຳຄັນ, ເມື່ອໃດທີ່ພວກເພິ່ນຫາກສາມາດເຮັດວຽກໄດ້ ແລະພວກເພິ່ນສາມາດຊ່ວຍໃຫ້ພົນລະເມືອງທັງໝົດມີຊີວິດທີ່ດີຂຶ້ນກວ່າເກົ່າ, ມີວຽກງານທີ່ດີ, ມີໂອກາດດີທາງດ້ານທຸລະກິດ, ພະຍາຍາມປົກປ້ອງພວກເຮົາຈາກສົງຄາມ. ນັ້ນ ຂ້ອຍເຊື່ອວ່າ ແມ່ນສິ່ງທີ່ສຳຄັນຫຼັກສຳລັບທຸກໆຄົນ.”

ໂຊເຟຍ ອຸມເຣັດ (Sophia Oumret), ຜູ້ມີສິດລົງຄະແນນສຽງ:

“ຂ້ອຍຢາກເຫັນຄົນຫນຸ່ມນ້ອຍມີອໍານາດຫຼາຍກວ່າ ເພາະວ່າ ພວກເຂົາມີເວລາຫຼາຍຂຶ້ນ, ໂດຍສະເພາະ ພວກເຂົາເຈົ້າມີກຳລັງວັງຊາຫຼາຍກວ່າ. ມັນບໍ່ແມ່ນວ່າຄົນຜູ້ທີ່ອາຍຸຫຼາຍນັ້ນ ບໍ່ມີ, ແຕ່ມັນເຖິງເວລາແລ້ວ ສໍາລັບຄົນລຸ້ນໃຫມ່.”

ນາຕາລີ ວູ (Natalie Vu), ຜູ້ມີສິດລົງຄະແນນສຽງ:

“ແທ້ຈິງແລ້ວ ຂ້າ​ພະ​ເຈົ້າ​ຄິດ​ວ່າ ທຸກ​ຄົນທີ່ມີຊື່ຢູ່ໃນບັດເລືອກຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ມື້​ນີ້ ຄວນ​ເປັນຂອງ​ຄົນ​ລຸ້ນ​ໃໝ່. ຂ້ອຍເຊື່ອແບບນັ້ນແທ້ໆ.”

ຜູ້ມີສິດລົງຄະແນນສຽງ ຊາວອາເມຣິກັນເຊື້ອສາຍເອເຊຍ, ຊາວໝູ່ເກາະປາຊີຟິກ ແລະຊາວເຜົ່າພື້ນເມືອງຮາວາຍ ແມ່ນມີແຮງຈູງໃຈຫຼາຍທີ່ສຸດ ໃນຄວາມກັງວົນທາງດ້ານນະໂຍບາຍເສດຖະກິດ ແລະການຕ່າງປະເທດ, ອີງຕາມການຢັ່ງຫາງສຽງຂອງອົງການຂ່າວ AP ໃນທ້າຍປີທີ່ຜ່ານມາ, ໂດຍມີປະມານ 3 ໃນ 10 ຄົນໃດ ກ່າວວ່າ ບູລີມະສິດຕ່າງໆຂອງພວກເຂົາເຈົ້າ ແມ່ນເລື້ອງພາວະເງິນເຟີ້ ແລະ ຄົນເຂົ້າເມືອງ.

ສີຈັນ ສຸດທິມາດ (Sichan Southimath), ຜູ້ມີສິດລົງຄະແນນສຽງ:

“ຂ້ອຍຄິດວ່າ ມັນເປັນເລື້ອງຄົນເຂົ້າເມືອງຫຼາຍກວ່າ ເນື່ອງຈາກຂ້ອຍເຫັນຊຸມຊົນຊາວເອເຊຍຈໍານວນຫຼາຍ, ຫຼາຍຄົນຖືກເນລະເທດກັບຄືນໄປປະເທດກໍາປູເຈຍ, ດັ່ງນັ້ນ ຂ້ອຍຈຶ່ງຢາກຊອກຫາຂໍ້ມູນເພີ້ມເຕີມ ກ່ຽວກັບຄົນເຂົ້າເມືອງ, ສິ່ງໃດທີ່ພວກເຮົາສາມາດເຮັດໄດ້ນະທີ່ນີ້ ເພື່ອຊ່ວຍເຫຼືອພວກຄົນເຂົ້າເມືອງເຫຼົ່ານັ້ນ.”

ຊາເວຍ ອຽງ ລີ (Xavier Eang Lee), ຜູ້ມີສິດລົງຄະແນນສຽງ:

“ດ້ານການຮັກສາສຸຂະພາບ, ບັນ​ຫາ​ຕ່າງໆກ່ຽວ​ກັບ​ດ້ານ​ສຸ​ຂະ​ພາບ, ແລະຄົນ​ເຂົ້າ​ເມືອງ ແມ່ນສຳຄັນຫຼາຍສຳລັບຂ້ອຍ. ເຊັ່ນດຽວກັນກັບສິດທິໃນການລົງຄະແນນສຽງ ແລະການເຮັດໃຫ້ໝັ້ນໃຈວ່າ ການເລືອກຕັ້ງບໍ່ຫຍຸ້ງຍາກສັບສົນ ແລະທຸກຢ່າງແມ່ນດໍາເນີນຖືກຕ້ອງຕາມກົດໝາຍ.”

ໂສເບັນ ຜິນ (Soben Pin), ຜູ້ມີສິດລົງຄະແນນສຽງ:

“ສາມບັນຫາສໍາຄັນສໍາລັບຂ້ອຍປະກອບມີເລື້ອງຄົນເຂົ້າເມືອງ, ເສດຖະກິດ ແລະສົງຄາມໃນ ຢູເຄຣນ ແລະ ອິສຣາແອລ, ເຊິ່ງຂ້ອຍຄິດວ່າ ມີຄວາມເປັນໄປໄດ້ທີ່ບັນຫາຂັດແຍ້ງໃນຕາເວັນອອກກາງຈະເພີ້ມຂຶ້ນ.”

ບັນດາຜູ້ລົງຄະແນນສຽງຊາວອາເມຣິກັນເຊື້ອສາຍເອເຊຍ ເປັນປັດໃຈສຳຄັນໃນການເລືອກຕັ້ງກາງສະໄໝ ໃນລັດເພັນຊີລວາເນຍ ເມື່ອສອງປີກ່ອນ ແລະຄາດວ່າ ຈະເປັນຈຸດເພັ່ງເລັງສຳລັບການໂຄສະນາຫາສຽງໃນລັດ ທີ່ອາດຈະໄປໃນທາງໃດທາງນຶ່ງກໍເປັນໄດ້ ໃນການລົງຄະແນນສຽງເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກທີ່ຈະມາເຖິງນີ້.

Asian Americans are the fastest growing group of eligible voters in the United States, according to the Pew Research Center. That makes them an important focus for presidential candidates Joe Biden and Donald Trump. VOA correspondent Scott Stearns has our story.

There are two million more Asian American voters in this U.S. presidential election than there were when Joe Biden and Donald Trump first faced off four years ago, according to Pew Research.

That increase makes them a voting force that could be the difference between Biden and Trump in close races including in the states of Arizona, Georgia and Nevada, says voting activist Christine Chen.

Christine Chen, Asian Pacific Islander American Vote:

“When campaigns are looking for additional votes because elections are being won by thin margins, they really need to look at the Asian American electorate. Because in 2020, over 21% of our electorate were first-time voters. So we're highly motivated.”

What are motivated Asian American voters looking for in a president? VOA went out and asked some.

Samnang Khoeum, Voter):

"To me, I'm looking for good energy of the president, be able to have good thinking, making the right decisions and not just waiting on the staff around him to do that."

Hangkannha DeSalvo, Voter:

"To me, it doesn't matter with the age. As long as they can do the work and they could help all the citizens to get better, good jobs, good opportunity with business, try to protect us from war. That is the main thing for everyone, I believe."

Sophia Oumret, Voter:

"I'd like to see more younger people in power because they have more time, especially, they have more strength. It's not that older [[people]] don't, but it's time for the new generation."

Natalie Vu, Voter:

“I really think that everyone on the presidential ticket today should belong to a new generation. I really do.”

Asian American, Pacific Islander and Native Hawaiian voters are most motivated by economic and foreign policy concerns, according to an Associated Press poll late last year, with roughly three in 10 saying their priorities are inflation and immigration.

Sichan Southimath, Voter:

"I think it's more immigration because I've seen a lot of the Asian community, a lot being deported back to Cambodia, so I would like to find out more about immigration, what we can do here to help people on immigration."

Xavier Eang Lee, Voter:

“Health care, issues on health care, immigration. Very important for me. Also just like voting rights and making sure that elections are not messed with and everything is legit.”

Soben Pin, Voter:

“The three issues important to me include immigration, economy and the wars in Ukraine and Israel, and I think the potential for an escalated conflict in the Middle East.”

Asian American voters were a factor in midterm elections in the state of Pennsylvania two years ago and are expected to be a focus for both campaigns in a state that could go either way in November’s presidential vote.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG