ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຈີນຖືກກ່າວຫາວ່າ ເປັນຕົ້ນຕໍທີ່ມາ ຂອງຜະລິດຕະພັນບີໝີ


ໝີດຳນ້ອຍ
ໝີດຳນ້ອຍ

ກຸ່ມອະນຸລັກສັດປ່າລະຫວ່າງປະເທດກຸ່ມນຶ່ງກ່າວວ່າ ບີໝີ ຍັງມີຂາຍກັນຢ່າງກວ້າງຂວາງ ຢູ່ຕາມຮ້ານຂາຍຢາພື້ນ ບ້ານໃນທົ່ວຂົງເຂດເອເຊຍ ເຖິງແມ່ນມີສົນທິສັນຍາຫລາຍ ສະບັບ ໄດ້ຫ້າມບໍ່ໃຫ້ມີການຄ້າຂາຍຜະລິດຕະພັນດັ່ງກ່າວ ນີ້ຂ້າມຊາຍແດນ.ກຸ່ມອະນຸລັກສັດປ່າ ທີ່ມີຊື່ວ່າ TRAFFIC ກ່າວໃນລາຍງານສະບັບນຶ່ງ ເມື່ອວັນພຸດມື້ນີ້ວ່າການດຳ ເນີນ ຄວາມພະຍາຍາມເພີ່ມຂຶ້ນກວ່າເກົ່າ ເພື່ອກໍາຈັດການ ຄ້າຂາຍຊິ້ນສ່ວນຕ່າງໆຂອງໝີນັ້ນແມ່ນຈໍາເປັນເພື່ອທີ່ຈະ ປົກປັກຮັກສາໝີດໍາ ແລະໝີຕາເວັນເອເຊຍ ທີ່ໄກ້ຈະສູນພັນ ແລ້ວນັ້ນເອົາໄວ້ ຊຶ່ງໃນປັດຈຸບັນນີ້ມີໝີດໍາ ເອເຊຍທີ່ຍັງ ຫລົງເຫລືອຢູ່ໃນປ່າດົງພົງໄພພຽງແຕ່ 25,000 ໂຕເທົ່ານັ້ນ.

ກຸ່ມອະນຸລັກສັດປ່າ TRAFFIC ກ່າວວ່າ ຕົນໄດ້ສໍາຫລວດຮ້ານຂາຍ ຢາພື້ນບ້ານຫລາຍໆ ແຫ່ງໃນ 13 ປະເທດແລະອານາເຂດທົ່ວຂົງເຂດເອ ເຊຍແລະປາກົດວ່າໄດ້ພົບເຫັນຜະລິດ ພັນບີໝີມີການວາງຂາຍຢູ່ທຸກໆບ່ອນ ຍົກເວັ້ນແຕ່ຢູ່ທີ່ ມາເກົ໊າ. ຫຼາຍກວ່າເຄິ່ງນຶ່ງຂອງຮ້ານ ວາງຂາຍຜະລິດຕະ ພັນດັ່ງກ່າວ ແມ່ນຢູ່ໃນຈີນ ຮ່ອງກົງ ມາເລເຊຍ ມຽນມາ ແລະ ຫວຽດນາມ.

ກຸ່ມອະນຸລັກທີ່ມີສຳນັກງານຕັ້ງຢູ່ອັງກິດດັ່ງກ່າວ ເວົ້າວ່າ ຈີນຖືກກ່າວຫາ ຫລາຍທີ່ສຸດວ່າ ເປັນແຫຼ່ງທີ່ມາຂອງຜະລິດຕະພັນບີໝີ ຊຶ່ງເປັນທີ່ເຊື່ອກັນ ຢ່າງກວ້າງຂວາງວ່າ ເປັນຕົວຢາ ປິ່ນປົວອາການເຈັບປ່ວຍຕ່າງ ນັບຕັ້ງແຕ່ ອາການເຈັບຄໍ ໄປຈົນເຖິງໂຣກບ້າໝູແລະອາ ການເຈັບຕົນເຈັບໂຕເປັນຕົ້ນ.

ໃນມຽນມາ ພວກເຈົ້າຂອງຮ້ານມັກຈະເວົ້າວ່າ ບີໝີ ແມ່ນເອົາມາຈາກລາວ ໃນຂະນະທີ່ພວກ ເຈົ້າຂອງຮ້ານທັງຫລາຍຢູ່ຮ່ອງກົງເວົ້າວ່າພວກເຂົາເຈົ້າ ໄດ້ຜະລິດຕະພັນບີໝີຈາກຍີ່ປຸ່ນ ສ່ວນພວກຮ້ານຂາຍຢາພື້ນບ້ານຢູ່ເກົາຫລີໃຕ້ກໍວ່າ ໄດ້ມາຈາກຣັດເຊຍ.

XS
SM
MD
LG