ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຜູ້ນຳຝ່າຍຄ້ານມຽນມາ ຈະຖືກປ່ອຍຫຼັງເລືອກຕັ້ງ


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ທີ່ຖືກກັກບໍລິເວນ ເວລານີ້ ທີ່ນະຄອນຢ່າງກຸ້ງ.
ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ທີ່ຖືກກັກບໍລິເວນ ເວລານີ້ ທີ່ນະຄອນຢ່າງກຸ້ງ.

ພວກນັກການທູດກ່າວວ່າ ລັດຖະມົນຕີການຕ່າງປະເທດ
ຂອງມຽນມາ ໄດ້ແຈ້ງໃຫ້ບັນດາລັດຖະມົນຕີການຕ່າງປະ
ເທດຂອງສະມາຄົມອາຊ່ຽນຊາບວ່າ ຜູ້ນຳປະຊາທິປະໄຕ
ຂອງມຽນມາທ່ານນາງອອງຊານຊູຈີຈະຖືກປ່ອຍຫຼັງຈາກ
ການເລືອກຕັ້ງ ໃນເດືອນໜ້າ.

ພວກນັກການທູດເວົ້າວ່າທ່ານ Nyan Win ຍັງໄດ້ແຈ້ງ
ໃຫ້ບັນດາຄູ່​ຕໍາ​ແໜ່​ງຂອງ​ທ່ານ​ ຈາກອາຊ່ຽນຊາບຕື່ມວ່າ
ຜູ້ນຳຂອງມຽນມາ ນາຍພົນ Than Shwe ບໍ່ໄດ້ລົງ
ສະມັກ​ເລືອກ​ຕັ້ງ ໃນການປ່ອນບັດວັນທີ 7 ພະຈິກ.
ການໃຫ້ຄວາມເຫັນດັ່ງກ່າວ ຂອງທ່ານ Nyan Win
ມີຂຶ້ນໃນງານລ້ຽງອາຫານຄໍ່າສ່ວນໂຕ ຢູ່ທີ່ນະຄອນຫຼວງ
ຮ່າໂນ່ຍ ໃນມື້ວັນພຸດວານນີ້ ກ່ອນກອງປະຊຸມຂອງ
ພວກຜູ້ນຳ ໃນເຂດເອເຊຍຕາເວັນອອກສຽງໃຕ້.

ການກັກບໍລິເວນທ່ານນາງອອງຊານຊູຈີຮອບປັດຈຸບັນ ຈະໝົດອາຍຸໃນວັນທີ 13 ພະຈິກ 6
ມື້ລຸນຫຼັງການເລືອກຕັ້ງ. ແຕ່ຄວາ​ມເຫັນຂອງທ່ານ Nyan Win ທີ່ວ່າທ່ານນາງຈະຖືກປ່ອຍ
ຖ້າຫາກທ່ານນາງຈະບໍ່ລະເມີດກົດໝາຍນັ້ນ ແມ່ນການຢືນຢັນ ຢ່າງເປັນທາງການເທື່ອທຳ
ອິດ ທີ່ວ່າທ່ານນາງອາດຈະຖືກປ່ອຍ ເວລາກຳນົດການກັກບໍລິເວນທ່ານນາງ ໝົດອາຍຸລົງ.

XS
SM
MD
LG