ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະຫະລັດສະຫຼອງວັນ Memorial Day ໃນວັນຈັນມື້ນີ້ (ເບິ່ງສະໄລດ໌ກັບວີດີໂອ)


ວັນ Memorial Day ທີ່ສະຫະລັດ.
ວັນທີ 28 ພຶດສະພາ 2012.
ວັນ Memorial Day ທີ່ສະຫະລັດ. ວັນທີ 28 ພຶດສະພາ 2012.
























ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ມີ​ແຜນ​ຈະ​ໃຫ້​ກຽດ​ແກ່​ພວກທີ່​ເສຍ​ຊີວິດ​ໄປ​ໃນ​ປາງ​ສົງຄາມ​ຂອງ​ປະ​ເທດ ​ໃນ​ວັນ Memorial Day ວັນ​ຈັນມື້​ນີ້​ ​ໂດຍ​ຈະ​ໃຊ້​ເວລາ​ຢູ່ກັບນັກ​ລົບ​ເກົ່າ​ຈໍານວ​ນນຶ່ງ ແລະພວກຄອບຄົວ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ພວກ​ປະຊາ​ຄົມ​ຕ່າງໆ​ໃນ​ທົ່ວ​ປະເທດ​ພາກັນ​ຈັດພິທີຕ່າງ​ໆ ​ເພື່ອເປັນຂີດໝາຍວັນ​ດັ່ງກ່າວ.

ປະທານາທິບໍດີ ​ໂອ​ບາ​ມາ ມີ​ກໍານົດ​ໄປ​ຢ້ຽມຢາມ​ອະນຸສາວະລີ​ນັກ​ລົບ​ເກົ່າຫວຽດນາມ ຕະຫຼອດ​ທັງ​ປ່າ​ຊ້າ​ແຫ່ງ​ຊາດ Arlington ຫຼື Arlington National Cemetery ​ຢູ່ນອກ​ກຸງວໍ​ຊິງ​ຕັນ ໃນ​ລັດ​ເວີ​ຈີ​ເນຍ ບ່ອນ​ທີ່ພວກ​ທະຫານ​ໄດ້ເອົາທຸງຊາດ​ອາ​ເມຣິກັນ​ ​ໄປ​ປັກໃສ່​ຂຸມ​ຝັງ​ສົບ​ເກືອບ 260 ພັນ ​ຂຸມ​ນັ້ນ.

ການ​ລະນຶກ​ເຖິງຄັ້ງ​ໃຫຍ່​ເທື່ອ​ທໍາ​ອິດ​ ​ເພື່ອ​ເປັນ​ຂີດ​ໝາຍ​ມື້​ທີ່ທໍາ​ອິດ​ທໍາ​ອໍ່​ເອີ້ນ​ກັນວ່າ ວັນ​ Decoration Day ນັ້ນ ​ໄດ້​ມີ​ຂຶ້ນ​ທີ່​ປ່າຊ້າ​ດັ່ງກ່າວ​ໃນ​ປີ 1868 ຊຶ່ງເປັນ​ເວລາ 3 ປີຫຼັງ​ຈາກ​ສົງຄາມ​ກາງ​ເມືອງ​ທີ່​ນອງເລືອດທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 6 ​ແສນ​ຄົນ​ນັ້ນ.

ໃນ​ຄໍາ​ປາ​ໄສ​ປະ​ຈໍາ​ສັບປະດາ​ຂອງ​ທ່ານ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນັ້ນ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ວັນ​ພັກ​ດັ່ງກ່າວ​ເປັນຊ່ວງເວລາ​ສໍາລັບ​ໃຫ້​ປະ​ເທດ​ໃຫ້​ກຽດ​ແກ່​ພວກ​ທີ່​ໄດ້ເສຍສະລະຂັ້ນ​ສູງ​ສຸດ​ ກໍ​ຄື​ສະລະ​ຊີ​ບຂອງ​ເຂົາ​ເຈົ້າ​ເພື່ອ​ປະ​ເທດ​ຊາດ ​ແລະ​ເພື່ອ​ຢືນຢັນ​ຄໍາ​ໝາຍ​ໝັ້ນ​ຂອງ​ຕົນ​ຄືນ​ໃໝ່​ ຕໍ່​ການ​ດູ​ແລ​ເບິ່ງ​ແຍງ ​ພວກ​ທີ່ລອດ​ຊີວິດ​ກັບ​ຄືນ​ມາ​ຈາກ​ສົງຄາມ​ນັ້ນ.

ປະຊາຊົນ​ອາ​ເມຣິກັນ​ຫຼາຍ​ຄົນ​ ພາກັນ​ຢຸດ​ພັກ​ການ​ແລະ​ໂຮງຮຽນ​ກໍ​ປິດ​ແລະ​ທ້າຍ​ສັບປະດາ​ທີ່​ຍາວ​ນີ້ ​ຖື​ກັນ​ວ່າ​ເປັນ​ຈຸດເລີ້ມ​ຕົ້ນຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ວັນພັກ​ລະດູ​ຮ້ອນ. ການສະ​ເຫຼີ​ມສະຫຼອງໃນ​ມື້​ນີ້ມີ​ຮວມທັງ​ການກິນ​ເຂົ້າ​ປ່າ ຫຼື picnics ຫຼື​ການ​ເດີນທາງ​ໄປ​ຫຼິ້ນ​ຕາມ​ແຄມ​ທະ​ເລ ສວນສາທາລະນະ ຫຼື​ໄປ​ພັກ​ແຮມ​ຄືນ​ຢູ່​ຕາມ​ສະຖານ​ທີ່ພັກຜ່ອນແຫ່ງ​ຕ່າງໆ.

ດິນ​ຟ້າ​ອາກາດທີ່​ບໍ່​ເອື້ອ​ອໍານວຍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ​ສະຫຼອງ​ວັນພັກ​ມື້​ນີ້ຢູ່​ຫລາຍແຫ່ງ ​ໂດຍ​ມີ​ລົມພາ​ຍຸ​ຝົນຕົກ​ແຮງ ທີ່​ໄດ້ພາ​ໃຫ້ການສະ​ແດງ​ຄອນ​ເສີດ​ປະ​ຈໍາປີ​ ຕ້ອງ​ຢຸດ​ລົງ​ຢູ່​ທີ່​ສະໜາມ​ຫຼວງ​ກຸງ​ວໍ​ຊິງ​ຕັນ ໃນ​ຄືນ​ວັນ​ອາທິດ​ວານ​ນີ້ ​ແລະ​ເກີດ​ພາຍຸ​ຝົນເຂດ​ຮ້ອນ​ພັດ​ເຂົ້າ​ປະ​ທະລັດ ຟລໍຣິດາ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ວີດີໂອກ່ຽວກັບພິທີຕ່າງໆໃນວັນ Memorial Day ໃນສະຫະລັດແລະອັຟການິສຖານ:

XS
SM
MD
LG