ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສົບທ່ານກິມຈົງອິລ ຈະຖືກນໍາໄປດອຍໄວ້ ຢູ່ອະນຸສອນສະຖານ ຄຽງຂ້າງສົບມື້ລາງບິດາທ່ານ


一名男孩2013年1月31日在黎巴嫩南方提尔地区的一个难民营地以外衣遮雨,在雨中行走。
一名男孩2013年1月31日在黎巴嫩南方提尔地区的一个难民营地以外衣遮雨,在雨中行走。

ເກົາຫຼີ​ເໜືອເວົ້າວ່າ ສົບຂອງມື້ລາງຜູ້ນໍາ ທ່ານກິມຈົງອິນ ຈະຖືກນໍາໄປດອຍໄວ້ຢ່າງຖາວອນ
ຢູ່ທີ່​ອະນຸ​ສອນ​ສະຖານ ຊຶ່ງເປັນບ່ອນດຽວກັນກັບທີ່ສົບມື້ລາງບິດາທ່ານ ໄດ້ຖືກສັກ​ຢາ​ກັນ
ເນົ່າ​ ແລະວາງສະແດງນັ້ນ.

ອົງການ​ຂ່າວ​ສູນ​ກາງຂອງ​ທາງ​ການເກົາຫຼີ​ເໜືອ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ສົບຂອງທ່ານ ກິມຈະຖືກນໍາໄປວາງສະແດງຢູ່ທີ່ອະນຸສອນ​ສະຖານ Kumsusan ​ໃນນະຄອນພຽງຢາງ. ສ່ວນສົບຂອງມື້ລາງບິດາທ່ານ ຄືທ່ານກິມອິນຊຸງ ຜູ້​ກໍ່ຕັ້ງ ​ເກົາຫຼີ​ເໜືອ​ນັ້ນ ໄດ້ຖືກວາງ
ສະແດງຢູ່ທີ່​ອະ​ນຸສອນ​ສະຖານ​ແຫ່ງ​ນີ້ ນັບແຕ່ທ່ານ ໄດ້ເຖິງ​ແກ່​ອະສັນ​ຍະ​ກຳໃນປີ 1994.

ລາຍ​ງານ​ຂ່າວ​ຍັງ​ແຈ້ງ​ໃຫ້​ຊາບ​ຕື່ມວ່າ ທ່ານກິມຈົງອິນ ໄດ້ຖືກຂະໜານນາມວ່າ ເປັນ
“ຜູ້ນໍາທີ່ຍັ້ງຍືນຖາວອນຕະຫລອດໄປ” ຂອງພັກຄອມມີວນິສ ຊຶ່ງຄ້າຍຄືກັນກັບບິດາຂອງ
ທ່ານ ທີ່ໄດ້ຖືກຂະໜານນາມວ່າເປັນ “ຜູ້ນໍາປະ​ເທດທີ່ຍັ້ງຍືນຖາວອນຕະຫລອດໄປ” ພາຍ
ຫລັງທີ່ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ.

ພວກນັກວິເຄາະກ່າວວ່າ ການຕັດສິນໃຈທີ່ຈະວາງສະແດງສົບຂອງທ່ານກິມຈົງ ອິນ ໄວ້
ຄຽງຂ້າງຂອງບິດາທ່ານ ເພື່ອໃຫ້ສາທາລະນະຊົນໄດ້ເບິ່ງໄດ້ຊົມນັ້ນ ອາດຈະເປັນຄວາມ
ພະຍາຍາມ ໃນການເສີມຂະຫຍາຍອໍານາດທາງສາຍ​ເລືອດຂອງຜູ້​ເປັນລູກຊາຍ ແລະຜູ້ສືບ
ທອດອໍານາດແທນທ່ານ ຄືທ່ານ ກິມຈົງອຸນ. ສະມາຊິກຂອງລາຊະວົງກິມໄດ້ຮັບສະຖາ
ນະພາບຄືກັນກັບພະ​ເຈົ້າ ຢູ່ໃນເກົາຫຼີ​ເໜືອ.

ນັບຕັ້ງແຕ່ທ່ານກິມຈົງ ອິນ ໄດ້​ເຖິງ​ແກ່ອະສັນ​ຍະ​ກຳໃນວັນທີ 27 ທັນວາຜ່ານມາ ຍ້ອນ
ໂຣກຫົວໃຈວາຍນັ້ນ ເກົາຫຼີເໜືອໄດ້ຍົກຍ້ອງທ່ານ Kim Jong Un ວ່າ ເປັນ “ຜູ້ສືບ
ທອດອໍານາດທີ່ຍິ່ງໃຫຍ່ຂອງທ່ານ” ແລະກໍໄດ້ແຕ່ງຕັ້ງຢ່າງເປັນທາງການ ໃຫ້ທ່ານ Kim
Jong Un ເປັນຜູ້ບັນຊາການສູງສຸດຂອງກອງທັບ. ໃນວັນຈັນຜ່ານມານີ້ກອງທັບທີ່ມີ
ອິດ​ທິພົນ​ຂອງເກົາຫຼີເໜືອ ໄດ້ທຳການໂຮມຊຸມ ນຸມຄັ້ງ​ໃຫຍ່ຢູ່ຂ້າງນອກຂອງອະນຸສອນ​ສະ
ຖານ ເພື່ອ​ໃຫ້​ຄຳປະຕິຍານທີ່​ຈະຈົງຮັກພັກດີຕໍ່ຜູ້ນຳໜຸ່ມນ້ອຍຄົນນີ້.

XS
SM
MD
LG