ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ. Hague ວ່າ ມຽນມາຕ້ອງ ປະຕິຮູບຫລາຍຂຶ້ນ (ເບິ່ງວີດີໂອ)


ລັດຖະມົນຕີກະຊວງການຕ່າງປະເທດອັງກິດ, ທ່ານ William Hague ກ່າວຕໍ່ຜູ້ສື່ຂ່າວ ພາຍຫລັງພົບປະກັບ ຜູ້ນໍາດ້ານປະຊາທິປະໄຕ ທ່ານນາງ ອອງຊານ ຊູຈີ ທີ່ບ້ານຂອງທ່ານນາງໃນນະຄອນຢ່າງກຸ້ງ ໃນວັນທີ 6 ມັງກອນ, 2012
ລັດຖະມົນຕີກະຊວງການຕ່າງປະເທດອັງກິດ, ທ່ານ William Hague ກ່າວຕໍ່ຜູ້ສື່ຂ່າວ ພາຍຫລັງພົບປະກັບ ຜູ້ນໍາດ້ານປະຊາທິປະໄຕ ທ່ານນາງ ອອງຊານ ຊູຈີ ທີ່ບ້ານຂອງທ່ານນາງໃນນະຄອນຢ່າງກຸ້ງ ໃນວັນທີ 6 ມັງກອນ, 2012

ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ທ່ານ William Hague ​ກ່າວໃນວັນສຸກ
ມື້ນີ້ວ່າ ລັດຖະບານມຽນມາຕ້ອງໄດ້ສະແດງໃຫ້ເຫັນວ່າ ໄດ້ທໍາການປະຕິຮູບຫລາຍຂຶ້ນ
ກວ່າເກົ່າ ກ່ອນຈະມີການຍົກເລີກ ການຂໍ້າບາດ ຕໍ່ປະເທດດັ່ງກ່າວອອກໄດ້.

ທ່ານ Hague ທີ່ເປັນລັດຖະມົນຕີກະຊວງການຕ່າງປະເທດອັງກິດຜູ້ທໍາອິດທີ່ໄປຢ້ຽມ
ຢາມມຽນມາ ໃນຮອບ 50 ກ່ວາປີນັ້ນ ເວົ້າວ່າ ການປະຕິຮູບເທົ່າທີ່ປະຕິບັດມາໂດຍປະ
ທານາທິບໍດີ​ ເທ​ນ ​ເຊນ ນັ້ນ ໄດ້ເຮັດໃຫ້ມີຄວາມຫວັງວ່າ ປະຊາທິປະໄຕ ແມ່ນຢູ່ບໍ່ໄກ
ຈາກຄວາມຈິງຫລາຍປານໃດ ຢູ່ໃນປະເທດທີ່ຢູ່ເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້.

ແຕ່ທ່ານກໍໄດ້ກ່າວວ່າ ຜູ້ຕໍາໜິຕິຕຽນລັດຖະບານຈະຕ້ອງໄດ້ສືບຕໍ່ທໍາການກົດດັນຕໍ່
ມຽນມາອີກ ເພື່ອໃຫ້ປະຕິບັດຂຶ້ນຫລາຍກວ່ານີ້ ລວມທັງການປ່ອຍ​ຕົວພວກ​ນັກ​ໂທດ​
ການ​ເມືອງຫລາຍຂຶ້ນ.

ວີດີໂອລາຍງານກ່ຽວກັບການປ່ອຍໂຕນັກໂທດ ທີ່ມຽມມາ:

ທ່ານ Hague ໄດ້ພົບກັບປະທານາທິບໍດີ​ ເທ​ນ ​ເຊນ ແລະບັນດາຜູ້ນໍາ ໃນຄະນະລັດ
ຖະບານ ໃນວັນພະຫັດວານນີ້ ​ໃນເນປີດໍ ເມືອງຫລວງດ້ານ​ການ​ປົກຄອງ​ຂອງ​ມຽນມາ.
ຈາກນັ້ນ ທ່ານຍັງໄດ້ເຂົ້າຮ່ວມໃນງານລ້ຽງຮັບປະທານອາຫານຄໍ່າກັບຜູ້ນໍາດ້ານປະຊາ
ທິປະໄຕ ທ່ານນາງ ອອງຊານ ຊູຈີ ແລະຕິດຕາມ ໄປດ້ວຍ ການພົບປະກັບຜູ້ໄດ້ຮັບ
ລາງວັນໂນແບລຂະແໜງສັນຕິພາບ ທ່ານນີ້.

ທ່ານນາງ ອອງຊານ ຊູຈີ ໄດ້ເຕືອນໃນວັນພະຫັດວານນີ້ວ່າ ການປະຕິຮູບດ້ານປະຊາ
ທິປະໄຕ ແມ່ນເລີ້ມຕົ້ນດ້ວຍລັດຖະບານພົນລະເຮືອນ ທີ່ໄດ້ຮັບການມອບໝາຍຂອງ
ມຽນມາແລະ “ບໍ່ມີຫຍັງຈະສາມາດກີດກັນໄດ້” ແລະວ່າ ລັດຖະບານທະຫານຍັງສາ
ມາດທີ່ຈະກີດກັ້ນການປ່ຽນແປງຕ່າງໆໄດ້. ແຕ່ຢ່າງໃດກໍຕາມ ທ່ານນາງ ໄດ້ສະແດງ
ການມີຄວາມຫວັງຢ່າງລະມັດລະວັງ.

ພັກສັນນິບາດເພື່ອປະຊາທິປະໄຕຂອງທ່ານນາງ ໄດ້ຮັບອານຸຍາດຢ່າງເປັນທາງການ
ໃຫ້ເຂົ້າຮ່ວມໃນການເລືອກຕັ້ງລັດຖະສະພາ ເພື່ອແຂ່ງຂັນເອົາ 48 ບ່ອນນັ່ງ ທີ່ມີກໍາ
ນົດຈັດຂຶ້ນໃນວັນທີ 1 ເມສາທີ່ຈະມາເຖິງນີ້.

ທ່ານນາງອອງຊານ ຊູຈີ ຍັງໄດ້ກ່າວອີກວ່າ ປີນີ້ຈະເປັນປີທີ່ສະແດງໃຫ້ເຫັນເຖິງຄວາມ
ກ້າວໜ້າ ໃນການກ້າວໄປຕາມເສັ້ນທາງປະຊາທິປະໄຕ ທີ່ແທ້ຈິງໃນມຽນມາ.

XS
SM
MD
LG