ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ການ​ຈັບ​ກຸມ​ ພວກທີ່ລົບ​ກວນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ ໃນທົ່ວ​ປະ​ເທດ ກ່ອນ​ພິ​ທີ​ສຳ​ເລັດ​ການ​ສຶກ​ສາ


ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ຂຽນຕອບ​ຄືນ​ຕໍ່​ຂໍ້​ຄວາມ​ທີ່​ຖືກ​ຂຽນ​ໂດຍ​ຊາວ​ ປາ​ແລັ​ສ​ໄຕ​ນ໌ ໃນ​ເມືອງ ຣາ​ຟາ ທີ່​ຂອບ​ໃຈ​ນັກ​ສຶກ​ສາ​ສຳ​ລັບ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ, 28 ເມ​ສາ 2024.
ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ຂຽນຕອບ​ຄືນ​ຕໍ່​ຂໍ້​ຄວາມ​ທີ່​ຖືກ​ຂຽນ​ໂດຍ​ຊາວ​ ປາ​ແລັ​ສ​ໄຕ​ນ໌ ໃນ​ເມືອງ ຣາ​ຟາ ທີ່​ຂອບ​ໃຈ​ນັກ​ສຶກ​ສາ​ສຳ​ລັບ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ, 28 ເມ​ສາ 2024.

ການ​ປະ​ທ້ວງ​ທັງຫຼາຍ​ແມ່ນ​ກຳ​ລັງລົບ​ກວນບໍ​ລິ​ເວນ​ຕ່າງໆ​ຂອງມະ​ຫາວິ​ທະ​ຍາ​ໄລ​ທົ່ວ​ປະ​ເທດ ໃນ​ຂະ​ນະ​ທີ່​ການ​ຈັດ​ພິ​ທິ​ສຳ​ເລັດ​ການ​ສຶກ​ຢູ່​ໂຮງ​ຮ​ຽນທັງຫຼາຍ​ໃນ​ເດືອນ​ໜ້າໄດ້​ປະ​ເຊີນ​ກັບ​ການ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ຕັດ​ສາຍ​ສຳ​ພັນ​ທາງ​ດ້ານ​ການ​ເງິນ​ກັບ ອິ​ສ​ຣາ​ແອ​ລ ຍ້ອນ​ສົງ​ຄາມ​ຂອງ ອິ​ສ​ຣາ​ແອ​ລ ກັບ​ກຸ່ມຮາ​ມາ​ສ.

ມະ​ຫາວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ ສ່ວນ​ໃຫຍ່​ແມ່ນ​ມິດ​ງຽບ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ແຕ່​ພວກ​ຜູ້​ປະ​ທ້ວງ​ຈາກ​ທັງ​ສອງ​ຝ່າຍ​ຂອງ​ບັນ​ຫາດັ່ງກ່າວ ​ໄດ້​ຮ້ອງ​ໃສ່ກັນ ພ້ອມທັງ ຍູ້​ກັນ​ແລະ​ກັນ ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຂອງ​ວັນ​ອາ​ທິດ​ວານນີ້ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງຄາ​ລິ​ຟໍ​ເນຍ, ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ. ປະ​ມານ 275 ຄົນ​ຖືກ​ຈັບ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ ລວມ​ທັງ​ມະ​ຫາ​ວິ​ທະ​ຍາ​ໄລ ອິ​ນ​ເດຍ​ນາ ຢູ່​ເມືອງ ບ​ລູມ​ມິງ​ເດ​ລ໌, ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ອາ​ຣິ​ໂຊ​ນາ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ວໍ​ຊິງ​ຕັນ​ໃນ​ນະ​ຄອນ ເຊ້ນ ລູ​ອິ​ສ ລັດ ມິ​ສ​ຊູ​ຣີ. ຈຳ​ນວນ​ການ​ຈັບ​ກຸມ​ທົ່ວ​ປະ​ເທດ​ແມ່ນ​ໃກ້​ຈະ​ຮອດ 900 ຄົນ​ນັບ​ຕັ້ງ​ແຕ່​ຕຳຫຼວດລັດ ນິວຢອກ ໄດ້​ກຳ​ຈັດ​ການ​ຕັ້ງ​ຄ້າຍ​ທີ່​ພັກ​ຂອງ​ການ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ແລະ ໄດ້​ຈັບ​ຜູ້​ປະ​ທ້ວງຫຼາຍກວ່າ 100 ຄົນ​ໃນ​ວັນ​ທີ 18 ເມ​ສາ​ທີ່​ຜ່ານ​ມາ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ນັກ​ສຶກ​ສາ​ໄດ້​ລີ້​ຢູ່​ໃນ​ຄ້າຍ​ທີ່​ພັກ​ສະ​ໜັບ​ສະ​ໜູນ​ຊາວ​ປາ​ແລັ​ສ​ໄຕ​ນ໌ຫຼາຍ​ສິບ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ຈົນ​ກໍ່​ໃຫ້​ເກີດ​ການ​ຕອບໂຕ້​ຫຼາຍຢ່າງ​ຈາກຜູ້​ບໍ​ລິ​ຫານ: ໂດຍ​ການ​ຈັບ​ກຸມ ແລະ ຕັ້ງ​ຂໍ້​ຫາ​ທາງ​ອາ​ຍາ, ສັ່ງ​ນັກ​ສຶກ​ສາ​ພັກ​ຮຽນ ຫຼື ຂໍ​ໃຫ້​ອອກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ. ສະ​ພາບ​ຂອງ​ພວກ​ນັກ​ສຶກ​ສາ​ໄດ້​ກາຍ​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ປະ​ທ້ວງ, ດ້ວຍ​ນັກ​ສຶກ​ສາ ແລະ ຄ​ະ​ນະ​ວິ​ຊາຕ່າງໆ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຳ​ນວນຫຼາຍກວ່າ​ເກົ່າ​ ໄດ້​ຮຽກ​ຮ້ອງ​ການ​ອະ​ໄພ​ຍະ​ໂທດ​ສຳ​ລັບ​ຜູ້​ປະ​ທ້ວງ​ທັງຫຼາຍ. ບັນ​ຫາ​ໂຕ້​ຖຽງ​ກັນ​ກໍ​ແມ່ນ​ວ່າ ການ​ສັ່ງ​ພັກ​ຮຽນ ແລະ ປະ​ຫວັດ​ທາງ​ກົດ​ໝາຍ​ຈະ​ຕິດ​ຕົວ​ພວກ​ນັກ​ສຶກ​ສາ​ຕະຫຼອດ​ຊີ​ວິດໃນໄວ​ຜູ້​ໃຫຍ່​ຂອງ​ເຂົາ​ເຈົ້າ.

ສະ​ມາ​ຊິກ​ຂອງ​ຄະ​ນະ​ວິ​ຊາ​ຢູ່​ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ລັດ ຄາ​ລິ​ຟໍ​ເນຍ, ຈໍ​ເຈຍ ແລະ ເທັກ​ຊັ​ສ໌ ແມ່ນ​ໄດ້​ເລີ່ມ ຫຼື ຮັບ​ຜ່ານ​ການ​ລົງ​ຄະ​ແນນ​ສຽງບໍ່​ໄວ້​ວາງ​ໃຈ​ທີ່​ເປັນ​ສັນ​ຍາ​ລັກ​ສ່ວນ​ໃຫຍ່ ໃນ​ການ​ນຳ​ພາ​ຂອງ​ເຂົາ​ພວກເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG