ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ນັກວິເຄາະກ່າວວ່າ ອາຊຽນ ຕ້ອງ 'ຊອກຫາ ກຳລັງສຳຄັນຂອງຕົນ' ຢູ່ໃນ ມຽນມາ


ແຟ້ມພາບ - ທະຫານຈາກກອງທັບປົດປ່ອຍແຫ່ງຊາດ ກາລ່ຽງ (KNLA) ປະຕິບັດການຍິງປືນ RPG ຢູ່ຖານທັບທະຫານມຽນມາ ໃນເຂດຊານເມືອງມຽວວັດດີ, ເມືອງຊາຍແດນໄທ - ມຽນມາ ພາຍໃຕ້ການຄວບຄຸມຂອງກອງກຳລັງປະສົມ, ໃນມຽນມາ, ວັນທີ 15 ເມສາ, 2024.
ແຟ້ມພາບ - ທະຫານຈາກກອງທັບປົດປ່ອຍແຫ່ງຊາດ ກາລ່ຽງ (KNLA) ປະຕິບັດການຍິງປືນ RPG ຢູ່ຖານທັບທະຫານມຽນມາ ໃນເຂດຊານເມືອງມຽວວັດດີ, ເມືອງຊາຍແດນໄທ - ມຽນມາ ພາຍໃຕ້ການຄວບຄຸມຂອງກອງກຳລັງປະສົມ, ໃນມຽນມາ, ວັນທີ 15 ເມສາ, 2024.

ປະຊາ​ຄົມ​ໂລກເບິ່ງ​ວ່າ ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ​ແມ່ນ​ກຸ່ມ​ການ​ເມືອງ​ທີ່​ເໝາະ​ສົມ​ໃນການ​ເຈລະຈາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ທີ່​ເຮັດໃຫ້​ມຽນມາ​ວຸ້ນວາຍ ນັບ​ແຕ່​ກອງທັບ​ມຽນມາ​ທີ່ນຳພາໂດຍ​ພົນ​ເອກ ມິນ ອອງ ລາຍ (Min Aung Hlaing) ໄດ້​ໂຄ່ນ​ລົ້ມ​ລັດຖະບານທີ່ມາຈາກການ​ເລືອກ​ຕັ້ງ​ໃນ​ຕົ້ນ​ປີ 2021 ​ແລະ​ພາໃຫ້ເກີດ​ສົງຄາມ​ກາງ​ເມືອງ.

​ແຕ່ມະຕິສ່ວຍໃຫຍ່ 5 ຂໍ້​ ກ່ຽວ​ກັບ​ການ​ຍຸຕິ​ວິ​ກິດ​ການ​ມຽນມາ​ທີ່​ອາ​ຊຽນ ຫຼື ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ໄດ້​ຖືກເຮັດໃຫ້ຂາຍໜ້າໂດຍບັນດາ​ນັກວິ​ເຄາະ ​ແລະກອງ​ກຳລັງ​ຕໍ່ຕ້ານລັດຖະບານທີ່​ໂຕ້​ແຍ້ງ​ວ່າ ​ກຸ່ມ 10 ປະ​ເທດດັ່ງກ່າວ ​ໄດ້​ສະໜັບສະໜູນ​ລັດຖະບານ​ທະຫານແບບ​ງຽບໆ ​ແລະ​ບໍ່​ສົນ​ໃຈ​ຕໍ່ພາກສ່ວນອື່ນໆທີ່ຢູ່ໃນ​ຄວາມ​ຂັດ​ແຍ່ງດັ່ງກ່າວ.

ທ່ານ ຣອສ ມິໂລເຊວິກ (Ross Milosevic), ທີ່ປຶກສາດ້ານຄວາມສ່ຽງທີ່ດໍາເນີນການຄົ້ນຄ້ວາພາກສະຫນາມໃນປະເທດມຽນມາກ່າວວ່າ "ມະຕິສ່ວນໃຫຍ່ 5 ຂໍ້ ແມ່ນຄວາມລົ້ມແຫຼວແບບຫນ້າເສົ້າໃຈ." ​ແຕ່​ທ່ານໄດ້​ກ່າວ​ຕື່ມ​ວ່າ ຄວາມພ່າຍແພ້ໃນສະໜາມລົບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ຂອງກອງທັບ ຫຼື ທີ່ຮູ້ຈັກກັນໃນຊື່ ຕັດມາດໍ (Tatmadaw) ​ແລະ ​ການ​ເລືອກ​ຕັ້ງ​ພາຍ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ ກຳລັງ​ຂຽນ​ສົມ​ຜົນ​ທາງ​ດ້ານ​ການ​ເມືອງ​ຄືນ​ໃໝ່.

ມະຕິສ່ວນໃຫຍ່ 5 ຂໍ້ ​ແມ່ນ​ແຜນວຽກງານເພື່ອ​ສັນຕິພາບທີ່​ອາ​ຊຽນຢຶດໝັ້ນ ໂດຍຮຽກຮ້ອງໃຫ້ມີການຍຸຕິຄວາມຮຸນແຮງໃນທັນທີ; ການປຶກສາຫາລືລະຫວ່າງທຸກຝ່າຍ; ການແຕ່ງຕັ້ງທູດພິເສດ; ການຊ່ວຍເຫຼືອດ້ານມະນຸດສະທໍາໂດຍອາຊຽນ; ​ແລະ​ການ​ຢ້ຽມຢາມ​ຂອງ​ທູດ​ພິ​ເສດ​ຢູ່ໃນ​ມຽນມາ​ ເພື່ອ​ພົບ​ປະ​ກັບ​ທຸກ​ຝ່າຍ.

ພາຍຫຼັງ​ການ​ປະ​ທະ​ກັນ​ອັນຂົມຂື່ນໃນ​ລະດູ​ແລ້ງ​ເປັນ​ເວລາ 5 ​ເດືອນ, ອົງກອນ​ຕິດ​ອາວຸດຂອງ​ຊົນ​ເຜົ່າ ຫຼື EAO ​ແລະ ກອງ​ກຳລັງ​ປ້ອງ​ກັນປະຊາຊົນ ​ທີ່​ນຳພາ​ໂດຍ​ຝ່າຍ​ຄ້ານ​ ໄດ້​ຄວບ​ຄຸມ​ເກືອບທັງໝົດຂອງ​ເຂດ​ແດນ ແລະ ລັດ​ຂອງ​ຊົນ​ເຜົ່າ ​ລວມທັງຊາຍແດນຂອງ​ມຽນມາ​ທີ່ຕິດກັບ​ໄທ, ລາວ, ຈີນ , ອິນເດຍ ແລະ ບັງກລາແດັສ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG