ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

9 ຄົນ ​ເສຍຊີວິດ ໃນເຫດລະ​ເບີດ​​ ຢູ່ອັຟກາ​ນິສຖານ (ວີ​ດີ​ໂອ)


ສະພາບ​ຂອງ​ລົດ​ບັນທຸກ​ຄັນ​ນຶ່ງ​ທີ່​ຖືກລະ​ເບີດທີ່​ຫ້າງ​ໃສ່ ​ຂ້າງ​ນອກຖານທັບ​ຂອງ​ອົງການ​​ເນ​ໂຕ້
ສະພາບ​ຂອງ​ລົດ​ບັນທຸກ​ຄັນ​ນຶ່ງ​ທີ່​ຖືກລະ​ເບີດທີ່​ຫ້າງ​ໃສ່ ​ຂ້າງ​ນອກຖານທັບ​ຂອງ​ອົງການ​​ເນ​ໂຕ້

ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ ຮາ​ມິດ ກາ​ຊາຍ ​ໄດ້​ປະນາມ​ການໂຈມ​ຕີ​ດ້ວຍ
ລະ​ເບີດ​ທີ່​ຄວບ​ຄຸມ​ຈາກ​ໄລຍະ​ໄກ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ໄດ້ສັງຫານ​ພົນລະ​ເຮືອນ 9 ຄົນ
​ແລະ​ເຮັດ​ໃຫ້​ບາດ​ເຈັບ​ອີກ​ 5 ຄົນ.

​ລະ​ເບີດໄດ້​ແຕກຂຶ້ນ​ຢູ່ໃນລົດ​ເມຄັນ​ນຶ່ງ ທີ່​ເມືອງ Paghman ທາງ​ກໍ້າຕາ​ເວັນ​ຕົກ​ຂອງ
ນະຄອນ​ຫຼວງ Kabul. ຫົວໜ້າ​ຕໍາຫລວດ​ທ້ອງ​ຖິ່ນ​ກ່າວ​ວ່າ ຄົນ​ຮ້າຍ​ທີ່​ວາງລະ​ເບີດ​
​ໄດ້​ຖືກ​ຈັບ​ກຸມ​ແລ້ວ.

ທ່ານ ກາ​ຊາຍ​ ກ່າວ​ຢູ່​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ວ່າ ພວກ​ກໍ່​ການ​ຮ້າຍ​ທີ່​ແນ​ເປົ້າ​ໝາຍ​
ການ​ໂຈມ​ຕີ​ໃສ່​ພົນລະ​ເຮືອນ​ຜູ້​ບໍ​ລິ​ສຸດ ​ໃນ​ລະຫວ່າງ​ເດືອນ​ສັກສິດ ຣາມາດາ​ນ ຂອງ​
ສາສະໜາ​ອິສລາມ​ນັ້ນ ບໍ່​ແມ່ນ​ຊາວ​ມຸສລິ​ມ ​ແລະ​ກໍ​ບໍ່​ແມ່ນ​ຊາວ​ອັ​ຟກາ​ນິສຖານ​ຄື​ກັນ
​ແລະ​ພວກ​ເຂົາ​ແມ່ນ​ຈະ​ບໍ່​ໄດ້​ບັນລຸ​ຜົນ​ອັນ​ໃດ​ເລີຍ ນອກຈາກ​ໄດ້​ຮັບ​ແຕ່​ຄວາມ​ກຽດ​ຊັງ​
​ຈາກ​ປະຊາຊົນ.

​ໃນ​ວັນ​ອັງຄານ​ມື້​ນີ້​ເຊັ່ນ​ກັນ ຕໍາຫຼວດ​ກ່າວ​ວ່າ ​ລະ​ເບີດທີ່​ຫ້າງ​ໃສ່​ລົດ​ບັນທຸກ​ຄັນ​ນຶ່ງ​ໄດ້
​ແຕກ​ຂຶ້ນຢູ່ຂ້າງ​ນອກຖານທັບ​ຂອງ​ອົງການເນ​ໂຕ້ ​ໃນ​ແຂວງ Logar ທາງ​ທິດ​ໃຕ້ຂອງ
Kabul ເຮັດ​ໃຫ້ພົນລະ​ເຮືອນຢ່າງນ້ອຍ 11 ຄົນ ​ໄດ້​ຮັບ​ບາດ​ເຈັບ. ກຸ່ມຕາ​ລິບານ​ໄດ້​ອ້າງ
​ເອົາ​ຄວາມ​ຮັບຜິດຊອບໃນການວາງລະ​ເບີດຄັ້ງ​ນີ້.

XS
SM
MD
LG