ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດວ່າ ກຸ່ມ Haqqni ຢູ່​​ເບື້ອງຫຼັງ​ໃນ​ການ​ໂຈມຕີ ກາບູລ ກັບອີກ 3 ເມືອງ (ເບິ່ງວີດີໂອ)


ນາຍົກລັດຖະມົນຕີ ອັຟການີສຖານ ທ່ານ Hamid Karzai
ນາຍົກລັດຖະມົນຕີ ອັຟການີສຖານ ທ່ານ Hamid Karzai

ທໍານຽບ 5 ​ແຈ ກ່າວ​ວ່າ ມີ​ທ່າ​ທາງ​ວ່າຕາໜ່າງຫົວ​ຮຸນ​ແຮງ Haqqni ທີ່​ມີ​ຖານ​ປະຕິບັດ
ງານ​ຢູ່​ປາ​ກິ​ສຖານ ​ອາດເປັນຜູ້ຢູ່ເບື້ອງຫຼັງ​ໃນ​ການ​ໂຈມຕີ​ແບບ​ມີ​ການ​ປະສານ​ງານ​ກັນ
ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ອັຟກາ​ນີສຖານ ທີ່ເຮັດໃຫ້ພົນລະ​ເຮືອນ​ເສຍ​ຊີວິດ​ໄປ​ 4 ຄົນ ພະນັກງານ
ຮັກສາ​ຄວາມ​ປອດ​ໄພອັຟກາ​ນິສຖານ 11 ຄົນ ​ແລະພວກກະບົດ​ 36 ຄົນ​.

ການ​ຕໍ່ສູ້​ກັນໃນ​ນະຄອນຫຼວງ​ຂອງອັຟກາ​ນີສຖານ ​ແລະໃນ​ 3 ແຂວງ​ ທາງ​ພາກ​ຕາ​ເວັນ
ອອກ ທີ່​ໄດ້​ເລີ່​ມຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນ​ອາທິດແລ້ວ​ ​ແລະສິ້ນ​ສຸດ​ລົງເກືອບ 18 ຊົ່ວ​ໂມງ
ຫຼັງ​ຈາກ​ນັ້ນ ​ໃນຕອນ​ເຊົ້າ​ມືດ​ຂອງ​ວັນ​ຈັນ.

ກຸ່ມ​ກໍ່​ການ​ຮ້າຍທາ​ລິ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ໂຈມຕີຫຼາຍໆ​ບັ້ນ ຊຶ່ງ
​ຮວມທັງສະຖານ​ທູດຕ່າງໆ​ ​ຕຶກ​ໂຮງການລັດຖະບານ ​ແລະ​ຄ້າຍ​ທະຫານ​ຂອງ​ອົງການ
ເນ​ໂຕ​ນໍາ​ອີກ ​ແຕ່ວ່າທັງ​ກະ​ຊວງ​ພາຍ​ໃນ​ຂອງອັຟກາ​ນີສຖານ ​ແລະ​ທໍານຽບ 5 ​ແຈ ​ໄດ້​ຖິ້ມ
ໂທດ​ໃສ່ຕາໜ່າງ Haqqni ທີ່​ເປັນ​ເຄືອ​ຂ່າ​ຍຂອງ ກຸ່ມ​ກໍ່​ການ​ຮ້າຍ al-Qaida ທີ່ກ່າວ​ວ່າ
ໄດ້​ປະຕິບັດ​ງານຈາກ​ບ່ອນ​ຫຼົບລີ້​ ໃນ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ.

ປະທານາທິບໍດີ​ຂອງອັຟກາ​ນີສຖານ ທ່ານ Hamid Karzai ​ໄດ້​ກ່າວ​ເຖິງການ​ໂຈມ​ຕີ​ດັ່ງ
ກ່າວ​ວ່າ ມັນໄດ້ສະ​ແດງໃຫ້​ເຫັນເຖິງ​ການ​ລົ້ມ​ແຫຼວທາງ​ດ້ານສືບ​ລັບສຳຫຼັບພວກ​ເຮົາ ​
ແລະ​ໂດຍສະ​ເພາະ​ແມ່ນ​ສຳ​ຫຼັບ​ກຸ່ມ​ເນໂຕ ​ແລະ​ຮຽກຮ້ອງໃຫ້​ມີ​ການ​ສືບ​ສວນ​ສອບສວນ
ຢ່າງ​ເຕັມທີ່.

ແຕ່ກຸ່ມ​ເນໂຕ​ແລະ​ບັນດາ​ຜູ້​ນໍາ​ສະ​ຫະລັດ ​ໄດ້​ກ່າວເຖິງການຕອບ​ຮັບ​ຂອງ​ກຳລັງ ​ ອັຟກາ​
ນີສຖານວ່າ ​ແມ່ນ​ເປັນ​ສັນຍານຂອງ​ຄວາມ​ກ້າວໜ້າ ​ໂດຍ​ກ່າວ​ວ່າ ການໂຈມ​ຕີ​ຈະ​ບໍ່​ມີ​ຜົນ
ກະທົບ​ຕໍ່​ແຜນການ​ຖອນ​ທະຫານ​ຕ່​າງປະເທດ​ເທື່ອ​ລະ​ເລັກ​ລະນ້ອຍ ອອກ​ຈາກອັຟກາ​
ນີສຖານແຕ່ຢ່າງ​ໃດ ​ແລະ​ການມອບ​ໂອນ​ການ​ຮັກສາ​ຄວາມ​ປອດ​ໄພ​ ໃຫ້​ຢູ່​ໃນ​ການ​ຄຸ້ມ​
ຄອງ​ຂອງ​ກຳລັງທ້ອງ​ຖິ່ນນັ້ນ.

ນາຍົກລັດຖະມົນຕີຂອງອອສ​ເຕຣ​ເລຍ​ ທ່ານ​ນາງ Julia Gillard ​ໄດ້​ກ່າວ​ອ້າງ ​ເຖິງຄວາມ
ກ້າວໜ້າ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້​ ​ເວລາ​ທ່ານ​ນາງ​ໄດ້​ປະກາດ​ວ່າ ທະຫານອອສ​ເຕຣ​ເລຍ
ຈະ​ເລີ່​ມຖອນອອກຈາກອັຟກາ​ນີສຖານ 1 ປີ ກ່ອນການວາງແຜນ​ໄວ້​ນັ້ນ. ທ່ານ​ນາງເວົ້າວ່າ
ຂອບ​ໃຈໃນຄວາມ​ສຳ​ເລັດ​ຂອງກຳລັງ​ທະຫານອັຟກາ​ນີສຖານ ສ່ວນ​ໃຫຍ່​ຂອງ​ກອງ​ທະຫານ
ຈຳນວນ 1,550 ຄົນຢູ່​ທີ່​ນັ້ນ ຈະ​ຖືກ​ຖອນກັບ​ຄືນ​ປະ​ເທດ ພາຍໃນທ້າຍ​ປີ 2013.

XS
SM
MD
LG